ໝູ່ບ້ານດົງເຊີມປະກອບອາຊີບແກະສະຫຼັກເງິນໃນແຂວງທ້າຍບີງ

ດົງ​ເຊີມ ຊຶ່ງ​ແມ່ນ​ໝູ່​ບ້ານ​ແກະ​ສະຫຼັກ​ເງິນ​ທີ່​ມີ​ຊື່​ສຽງ​ໄປ​ດ້ວຍ​ໝູ່​ບ້ານອາ​ຊີບ “ ສີ​ມື​ດີ” ໃນ​ແຂວງ​ທ້າຍ​ບີງ. ມາ​ຢ້ຽມ​ຢາມ​ມູ່​ບ້ານ ດົງ​ເຊີມ ໃນ​ທຸກວັນ​ນີ້, ແຂກ​ທ່ອງ​ທ່ຽວ​ຈະ​ມີ​ໂອ​ກາດ​ຊອກ​ຮູ້​ກ່ຽວ​ກັບ​ໝູ່​ບ້ານ​ທີ່​ມີ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ນັບ​ຮ້ອຍ​ປີ​ມ

ໝູ່ບ້ານດົງເຊີມປະກອບອາຊີບແກະສະຫຼັກເງິນໃນແຂວງທ້າຍບີງ - ảnh 1
ໝູ່​ບ້ານ​ດົງ​ເຊີມປະ​ກອບ​ອາ​ຊີບ​ແກະ​ສະຫຼັກ​ເງິນ​ໃນ​ແຂວງທ້າຍ​ບີງ


ຈາກ​ໃຈ​ກາງ​ເທດ​ສະ​ບານ​ເມືອງ ກ້ຽນ​ເຊືອງ, ໄປ​ຜ່ານ​ເສັ້ນ​ທາງ​ນ້ອຍ​ແຄມ​ແມ່​ນ້ຳ​ສາຍ​ໜຶ່ງ​ທີ່​ເປັນ​ຈັບ​ໃຈ​ປະ​ມານ 10 ກມ, ແຂກ​ທ່ອງ​ທ່ຽວ​ກໍ​ຈະ​ຮອດ​ໝູ່​ບ້ານ​ດົງ​ເຊີມ, ທີ່​ຂຶ້ນ​ກັບ​ຕາ​ແສງ​ຮົ່ງ​ທ້າຍ, ເມືອງ​ກ້ຽນ​ເຊືອງ, ແຂວງ​ທ້າຍ​ບີງ.                                   

     ເຂົ້າ​ໄປ​ໝູ່​ບ້ານ​ດົງ​ເຊີມ, ກ່ອນ​ອື່ນ​ໝົດ​ແຂກ​ທ່ອງ​ທ່​ຽວ​ອາດ​ຈະ​ໄດ້​ໄປ​ຢາມ​ວິ​ຫານ​ດົງ​ເຊີມ, ແຫ່ງ​ບູ​ຊ​າ​ຜູ້ກໍ່​ຕັ້ງ​ອາ​ຊີບ​ຂອງ​ຫມູ່​ບ້ານ. ໂດຍ​ຖືກ​ຕັ້ງ​ຢູ່​ໃຈ​ກາງ​ຂອງ​ໝູ່​ບ້ານ, ວິ​ຫານ​ດົງ​ເຊີມ ແມ່ນ​ກຸ່ມ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ໂຫຍ່​ໂຕ ແລະ ເຄັ່ງ​ຂຶມ​ປະ​ກອບ​ດ້ວຍ 12 ກິດ​ຈະ​ກຳ, ລວມ​ມີ 40 ຫ້ອງ​ຖືກ​ປຸກ​ສ້າງ​ບົນ​ເນື້ອ​ທີ່​ດິນ​ປະ​ມານ​ພັນ​ຕາ​ແມັດ. ວິ​ຫານ​ດົງ​ເຊີມແມ່ນ​ບູ​ຊາ​ພໍ່​ຕູ້ ຫງວຽນ​ກິມ​ເລົາ, ຜູ້ກໍ່​ຕັ້ງ​ອາ​ຊີບ​​ແກະ​ສະຫຼັກ​ເງິນ ແລະ ມີ​ຄຸນ​ງາມ​ຄວາມ​ດີ​ຖ່າຍ​ທອດ​ອາ​ຊີບ​ແກະ​ສະຫຼັກ​ເງິນ​ໃຫ້​ແກ່ຊາວ​ບ້ານ​ດົງ​ເຊີມ. ລຸງ​ຫງວຽນ​ຊວນ​ເງີ້ນ ຜູ້​ເວນ​ຍາມ​ຢູ່​ວິ​ຫານ​ໃຫ້​ຮູ້​ວ່າ : 

   “ ​ເມື່ອ​ກ່ອນນີ້, ວິ​ຫານນີ້​ແມ່ນ​ນ້ອຍ ແຕ່​ງາມ​ທີ່​ສຸດ, ມີຫຼັງ​ຄາ​ມີ​ຮູບ​ໂຄ້ງ ແລະ ຖືກ​ມຸງ​ດ້ວຍ​ກະ​ເບື້ອງ. ເມື​່ອ​ທ້າຍ​ບີງ​ຖືກ​ແຍກ​ເປັນ​ແຂວງ​ຕ່າງ​ຫາກ, ວິ​ຫານ​ແຫ່ງນີ້ ໄດ້​ຮັບ​ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ຄືນ​ໃໝ່ ທີ່​ໃຫຍ່​ໂຕ ແລະ ງາມ​ກ່​ວາ​ເກົ່າ ແລະ ມາ​ຮອດ​ປະ​ຈຸ​ບັນ, ມ​ີ​ອາ​ຍຸກວ່າ​ຮ້ອຍ​ປີ​ແລ້ວ ”

                                       ໝູ່​ບ້ານ​ດົງ​ເຊີມເມື່ອ​ກ່ອນນີ້ ມີ​ຊື່​ສຽງ​ໂດ່ງ​ດັງ​ຍ້ອນ​ປະ​ກອບ​ອາ​ຊີບແກະ​ສະຫຼັກ​ເງິນ, ດ້ວຍ​ບັນ​ດາ​ນາຍ​ຊ່າງ​ທີ່​ມີ​ສີ​ມື​ດີ ແລະ ດຸ​ໝັ້ນ​ໃນ​ການ​ຜະ​ລິດ. ປັດ​ໄຈ​ສືບ​ທອດ​ອາ​ຊີບ​ໃນ​ວົງ​ຕະ​ກູນ ແບະ ຮັກ​ສາ​ອາ​ຊີບ​ ຍາມ​ໃດ​ກໍ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຈາກ​ລຸ່ນລູກ​ລຸ່ນຫຼານ. 2-3 ປີມໍ່ໆ​ມານີ້, ເພື່ອ​ສ້າງວຽກ​ເຮັດ​ງານ​ທຳ ແລະ ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງການ​ໃນ​ທ້ອງ​ຕະຫຼາດ, ຊາວ​ບ້ານ​ດົງ​ເຊີມ ບໍ່​ພຽງແຕ່ ແກະ​ສະຫຼັກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຈາກເງິນເທົ່າ​ນັ້ນ, ຫາກ​ຍັງ​ເປີດ​ກ້​ວາງ​ສູ່ ແກະ​ສະຫຼັກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຈາກທອງ​ແດງ​ອີກ​ດ້ວຍ. ຍົກ​ຕົວ​ຢ່າງ​ຄື: ພາ​ເຂົ້າ, ພາບ, ເຄື່ອງ​ຮັບ​ໃຊ້​ການ​ບູ​ຊາ​ທີ່​ເຮັດ​ດ້ວຍ​ທອງ…ລຸງ​ຝ້າມ​ວັນ​ຕື, ນັກ​ສິ​ລະ​ປະ​ການແກະ​ສະຫຼັກ​ເງິນ​ເປີດ​ເຜີຍ​ວ່າ : 

   “ ອາ​ຊີບນີ້​ແມ່ນ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ, ສືບ​ທອດ​ມາ​ຈ​າກ​ລຸ່ນ​ປູ່​ຂ້າ​ພະ​ເຈົ້າ. ແຕ່​ລະ​ປີ, ຮອດ​ຍາມ​ຕົ້ນ​ປີ ແລະ ​ທ້າຍ​ປີ ຕ້ອງ​ເຮັດຫຼາຍ​ເພື່ອ​ຮັບ​ໃຊ້​ລູກ​ຄ້າ. ນີ້​ແມ່ນ​ອາ​ຊີບ​ທີ່​ມີ​ມາ​ແຕ່​ດົນ​ນານ, ສືບ​ທອດ​ໃນ​ວົງ​ຕະ​ກູນ. ເຄັດ​ລັບ ແມ່ນ​ຕ້ອງ​ຮັກ​ສາ, ບໍ່​ເປີດ​ເຜີຍ. ເມື່ອ​ເຫັນ​ຜະ​ລິດ​ຕະ​ພັນ​ຂອງໝູ່​ບ້ານ​ດົງ​ເຊີມ ແມ່ນ​ສາ​ມາດ​ຮູ້​ໂລດ​ແມ່ນ​ຂອງໝູ່​ບ້ານ​ເລີຍ ”

    ເມື່ອຍ່າງໄປ​ຈາກ​ຫົວ​ບ້ານ​ຫາ​ຫາງ​ບ້ານ, ກໍ​ໄດ້​ຍິນ​ສຽງ​ຄ້ອນ​ຕີ, ​ເຈາະ, ແກະ​ສະຫຼັກ​ເງິນຢ່າງບໍ່​ຂາດ​ສາຍ. ຮູບ​ພາບ​ທີ່​ປະ​ທັບ​ໃຈ​ແມ່ນ​ພວກ​ນາຍ​ຊ່າງ​ນັກແກະ​ສະຫຼັກ​​ບັນ​ດາ​ຜະ​ລິດ​ຕະ​ພັນ​ດ້ວຍ​ສີ​ມື​ດີ. ນາງ ຫງວຽນ​ທິ​ງ່າ ໃຫ້​ຮູ້​ວ່າ : 

   “ 2 ແມ່​ລູກ​ຂ້າ​ພະ​ເຈົ້າ ພຽງ​ເຮັດ​ຂັ້ນ​ຕອນ​ຕີ​ທອງ​ເທົ່າ​ນັ້ນ, ຫຼັງ​ຈາກນັ້ນ ແມ່ນ​ຍັງ​ມີຫຼາຍ​ຂັ້ນ​ຕອນ​ອື່ນໆ. ສຳ​ລັບ​ພວກ​ເດັກ​ແມ່ນ​ເຮັດ​ຂັ້ນ​ຕອນ​ງ່າຍ, ສຳ​ລັບ​ຜູ້​ໃຫຍ່​ແມ່ນ​ແມ່ນ​ເຮັດ​ຂັ້ນ​ຕອນ​ຍາກກວ່າ. ”

       ຕູ່ງ​ຈີ ລູກ​ສາວ​ຂອງ​ນາງ​ງ່າ ກໍ​ເຂົ້າຮ່ວມຮຽນ​ວິ​ຊາ​ຊີບ ແລະ ໃນ​ເບື້ອ​ງຕົ້ນກໍ​ສາ​ມາດ​ເຮັດ​ຂັ້ນ​ຕອນ​ທີ່​ງ່າຍ​ດາຍ​ໄດ້. ຕຸ່ງ​ຈີ​ເວົ້າ​ວ່າ : 

   “ ແມ່​ຂອງ​ນ້ອງ​ເຮັດ​ແຕ່ 20 ປີ​ມານີ້, ແມ່​ຂອງ​ນ້ອງ​ມີ​ວຽກຫຼາຍ. ປີນີ້, ນ້ອງເຂົ້າ​ຮຽນ​ຫ້ອງ ມ 7 , ຍາມ​ພັກ​ແລ້ງ, ມີ​ເວ​ລາ​ວ່າງ ກໍ​ຊ່ວຍ​ແມ່ເຮັດ ”

     ​ດົງ​ເຊີມ ບໍ່​ພຽງ​ແຕ່​ແມ່ນໝູ່​ບ້ານແກະ​ສະຫຼັກ​ເງິນ, ທອງ​ທີ່​ມີ​ມາ​ນັບ​ຮ້ອຍ​ປີ​ມານີ້, ຫາກ​ຍັງ​ມີ​ຄວາມ​ປະ​ທັບ​ໃຈຍ້ອນບັນ​ດາ​ນາຍ​ຊ່າງ​ທີ່​ມີ​ສີ​ມື​ດີ ແລະ ດຸ​ໝັ້ນ​ໃນ​ການ​ຜະ​ລິດ. ມາ​ຢ້ຽມ​ຢາມ ໝູ່​ບ້ານ​ດົງ​ເຊີມ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ ໝູ່​ບ້ານ​ອາ​ຊີບ​ທີ່​ມີ​ຊື່​ສຽງ​ຍ້ອນ​ມີ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຈາກ​ເງິນ, ທອງ​ທີ່​ຖືກ​ເຮັດ​ຢ່າງ​ລະ​ອຽດ​ອ່ອນນັ້ນ ຈະ​ແມ່ນ​ການ​ລົງ​ຕົວ​ຈິງ​ທີ່​ເປັນ​ໜ້າ​ຈົດ​ຈຳ​ສຳ​ລັບ​ທຸກໆ​ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ