ໝູ່ບ້ານຕາວານໃນເມືອງຊາປາ, ແຂວງລາວກາຍ

(VOVWORLD) -ບ້ານຕາວານນອນຢູ່ໃນຕາແສງ ຕາວານ ເມືອງ ຊາປາ ແຂວງລາວກາຍ, ຫ່າງຈາກໃຈກາງນະຄອນຊາປາ ປະມານ 12 ກິໂລແມັດ. ໂດຍນອນຢູ່ຮ່ອມພູເມື່ອງຮວາທີ່ສວຍສົດງົດງາມດັ່ງໃນຝັນ, ຢູ່ຕີນສາຍພູຮວ່າງລຽນເຊີນ, ບ້ານຕາວານ ສາມາດດຶງດູດໃຈແຂກທ່ອງທ່ຽວບໍ່ພຽງແຕ່ຍ້ອນຄວາມງາມຂອງນາຂັ້ນໃດ, ບັນດາສາຍພູສູງສະຫຼັບຊັບຊ້ອນ, ບັນດາເສັ້ນທາງຊອຍຖືກໂອບອ້ອມໄປດ້ວຍທົ່ງໄຮ່ທົ່ງນາຂຽວອຸ່ມທຸ່ມ. ແຕ່ໃນທຸກວັນນີ້, ບ້ານຕາວານຊ້ຳພັດຄັບຄາໜາແໜ້ນລາຍຂຶ້ນດ້ວຍຄຸ້ມຖະໜົນທີ່ຫຼູຫຼານອນຢູ່ໃນໃຈກາງບ້ານ
ໝູ່ບ້ານຕາວານໃນເມືອງຊາປາ, ແຂວງລາວກາຍ - ảnh 1ໝູ່ບ້ານຕາວານໃນເມືອງຊາປາ 

ປັດຈຸບັນບ້ານຕາວານມີກວ່າ 150 ຄອບຄົວ, ໃນນັ້ນຕົ້ນຕໍແມ່ນຊາວເຜົ່າໄຢ໋. ເຂົາເຈົ້າດຳລົງຊີວິດຕົ້ນຕໍແມ່ນອາໄສການປະກອບອາຊີບເຮັດໄຮ່ໄຖນາ, ໃນຊຸມປີມໍ່ໆມານີ້, ຂະນະທີ່ຂະແໜງທ່ອງທ່ຽວຊາປາພັດທະນາຢ່າງແຂງແຮງ, ຊາວບ້ານຕາວານໄດ້ເລີ່ມເຮັດການທ່ອງທ່ຽວເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ. ເມື່ອມີໂອກາດມາຢ້ຽມຢາມບ້ານຕາວານ, ແຂກທ່ອງທ່ຽວຈະເຫັນປະຈັກຕາເຮືອນຮ້ານຫຼາຍຫຼັງໂດຍຕິດປ້າຍໂຄສະນາຖືກຢ່າງຫຼວງຫຼາຍດ້ວຍຕົວໜັງສື “Homestay”. ນີ້ແມ່ນບັນດາເຮືອນນ້ອຍເຮັດດ້ວຍໄມ້, ຖືກຕັ້ງຢູ່ທາງຫຼັງກົກໄມ້ໄຜ່ຫຼືຢູ່ແຄມຫ້ວຍນ້ຳລຳເຊ. ວັດສະດຸຕົ້ນຕໍແມ່ນໄມ້ພ້ອມກັບບັນດາເຄື່ອງໃຊ້ໄມ້ສອຍທີ່ເປັນປະເພນີຂອງຊາວເຜົ່າ, ອັນໄດ້ເຮັດໃຫ້ແຂກທ່ອງທ່ຽວມີຄວາມຊົມຊອບ ແລະ ສະໜິດຕິດພັນກວ່າເກົ່າ. ອ້າຍຫ້າງອາປ້າວ ເລຂາໜ່ວຍຊາວໜຸ່ມຕາແສງຕາວານໃຫ້ຮູ້ວ່າ:

     “ຂະນະທີ່ປະເທດຊາດນັບມື້ນັບສ້າງເປັນທັນສະໄໝນັ້ນ, ການບໍລິການ Homestay ແມ່ນພັດທະນາດີທີ່ສຸດເພື່ອໃຫ້ແຂກມາພັກເຊົ່າ, ມາທ່ອງທ່ຽວຢູ່ທ້ອງຖິ່ນ. ການບໍລິການນີ້ແມ່ນມີປະສິດທິຜົນທີ່ສຸດ. ກຳລັງຊາວໜຸ່ມມີບົດບາດໄປໂຄສະນາເພື່ອໃຫ້ຊາວບ້ານເພີ່ມຄວາມເຂົ້າໃຈກ່ຽວກັບບັນຫາລາຍຮັບ, ການ ພັດທະນາເສດຖະກິດ.  ພວກຂ້າພະເຈົ້າໄດ້ໄປໂຄສະນາໃຫ້ບັນດາຄອບຄົວທີ່ມີຊາວໜຸ່ມ, ໄວໜຸ່ມເພື່ອໃຫ້ເຂົາເຈົ້າເຂົ້າຮ່ວມການດຳເນີນຊີວິດຂອງໜ່ວຍຊາວໜຸ່ມ. ບັນດາຊາວໜຸ່ມ, ໄວໜຸ່ມຈະແນະນຳໃຫ້ພໍ່ແມ່ປະຊາຊົນເຮັດການບໍລິການເຮືອນພັກເຊົ່າ Homestay ເພື່ອສາມາດປົວແປງຊີວິດການເປັນຢູ່ ແລະ ພັດທະນາເສດຖະກິດ”.

       ໂດຍແມ່ນໜູ່ບ້ານນ້ອຍ, ຕ້ອງຂຶ້ນກິ່ວລົງພູ, ແຕ່ຢູ່ບ້ານຕາວານຍັງມີເຄື່ອງຂອງຄົບທຸກຊະນິດເພື່ອຮັບໃຊ້ທຸກໆຄົນເມື່ອມາພັກເຊົ່າ. ຢູ່ບໍລິເວນໃຈກາງບ້ານຕາວານກໍ່ມີຄຸ້ມຖະໜົນຄຸ້ມໜຶ່ງທີ່ມີເຮືອນເປີດບໍລິການ Homestay ຫຼາຍຫຼັງ, ບັນດາຮ້ານກາເຟ, ຮ້ານສັບພະສິນຄ້າ ແລະ ຕະຫຼາດກໍ່ວາງຂາຍສິນຄ້າທຸກໆຊະນິດເພື່ອຮັບໃຊ້ແຂກທ່ອງທ່ຽວເມື່ອມີຄວາມຕ້ອງການ. ນາງ ຈາວເກີໄໝ, ຊາວທ້ອງຖິ່ນຂາຍເຄື່ອງຢູ່ຕະຫຼາດເປີດເຜີຍວ່າ: 

       “ຂ້າພະເຈົ້າໄປຂາຍເຄື່ອງແບບນີ້ໄດ້ 5 ປີ ແລ້ວ. ຂາຍແຕ່ຜັກ ແລະ ກ້ວຍປອດສານພິດໂດຍເຮົາປູກເອງ. ຕົ້ນຕໍແມ່ນເພື່ອຮັບໃຊ້ປະຊາຊົນ ແລະ ແຂກທ່ອງທ່ຽວ. ແຂກທ່ອງທ່ຽວມານີ້ຫຼາຍທີ່ສຸດ, ດັ່ງນັ້ນໃຜໆກໍ່ຢາກໄປຂາຍເຄື່ອງ. ໄປຂາຍເຄື່ອງເຊັ່ນນີ້ກໍ່ສາມາດຫາເງິນປົວແປງຊີວິດການເປັນຢູ່, ພ້ອມທັງມີເງິນໃຫ້ລູກເຕົ້າໄປໂຮງຮຽນ”.   

      ເມື່ອມາພັກເຊົ່າໃນບ້ານຕາວານ, ແຂກທ່ອງທ່ຽວຍັງສາມາດເຂົ້າຮ່ວມການເຄື່ອນໄຫວກິລາຢູ່ເດີ່ນບານຂ້າງສຳນັກງານຄະນະກຳມະການປະຊາຊົນຕາແສງ. ຢູ່ເດີ່ນບານແຫ່ງນີ້ກໍ່ມີແຂກຊາວເອີລົບ, ບັນດາອົງການບໍ່ຂຶ້ນກັບລັດຖະບານຂອງຕ່າງປະເທດ ໄດ້ມາເປີດຊຸດບຳລຸງໃຫ້ເດັກຢູ່ທ້ອງຖິ່ນ ແລະ ກໍ່ພ້ອມກັນເຂົ້າຮ່ວມບັນດາການລະຫຼິ້ນມ່ວນຊື່ນ. ນາງຫຼີທິເກີ ເປີດເຜີຍວ່າ: 

       “ແຂກຕ່າງປະເທດກໍ່ມານີ້ເປີດຊຸດບຳລຸງສອນໃຫ້ແກ່ພວກນ້ອງ. ເຂົາເຈົ້າໄດ້ຊວ່ຍຊາວເຜົ່າພວກຂ້າພະເຈົ້າຫຼາຍທີ່ສຸດຄືໄດ້ຊ່ວຍໃຫ້ພວກນ້ອງເຂົ້າຮ່ວມບັນດາການລະຫຼິ້ນ, ການປ້ອງກັນ ແລະ ຕ້ານການຄ້າມະນຸດ, ທັງນີ້ກໍ່ຊ່ວຍໃຫ້ພວກນ້ອງເພີ່ມລະດັບຄວາມຮັບຮູ້ກ່ຽວກັບສັງຄົມຍຸກປັດຈຸບັນ”

        ລຽບຕາມເສັ້ນທາງເຂົ້າໝູ່ບ້ານ, ມີແຂກທ່ອງທ່ຽວທັງແມ່ນຊາວຫວຽດນາມ ແລະ ຕ່າງປະເທດກໍ່ພ້ອມກັນຍ່າງເຂົ້າມານີ້. ເຈືອຈານເຂົ້າກັບສຽງເວົ້ານົວຫົວມ່ວນຂອງແຂກທ່ອງທ່ຽວກໍ່ແມ່ນສຽງເວົ້າຂອງພວກຍິງສາວຊາວທ້ອງຖິ່ນທີ່ເວົ້າພາສາອັງກິດຢ່າງລ່ຽນໄຫຼເພື່ອແນະນຳໃຫ້ແຂກທ່ອງທ່ຽວມາທ່ຽວຊົມໝູ່ບ້ານ. ປ້າຢາງໂກຊີວ ຊາວເຜົ່າມົ້ງ ອາຍຸ 69 ປີ ເວົ້າວ່າ: 

      “ເມື່ອກ່ອນນີ້ກໍ່ເຮັດໄຮ່ໄຖນາ, ປູກສາລີເທົ່ານັ້ນ, ໃນເຮືອນມີແຕ່ງົວ, ຄວາຍໝູ, ໄກ່ເທົ່ານັ້ນ. ແຕ່ສັງຄົມໃນປັດຈຸບັນກໍ່ພັດທະນາ, ດັ່ງນັ້ນໃນບ້ານກໍ່ໄດ້ປະກົດມີຮ້ານຂາຍເຄື່ອງຫຼາຍແຫ່ງ, ໄດ້ເຫັນຊາວຕ່າງປະເທດມາທ່ຽວຊົມ, ຕິດຕໍ່ພົວພັນຢ່າງຫຼວງຫຼາຍ, ດັ່ງນັ້ນຂ້າພະເຈົ້າຊົມຊອບທີ່ສຸດ”   

       ຢູ່ໃນບ້ານຕາວານກໍ່ມີຫ້ວຍໃຫ່ຍສາຍໜຶ່ງໄຫຼຜ່ານ, ເມື່ອມາແຫ່ງນີ້, ແຂກທ່ອງທ່ຽວກໍ່ສາມາດລຸຍນ້ຳເພື່ອຮູ້ສຶກຄວາມໃສເຢັນຂອງນ້ຳຫ້ວຍ, ຫຼືບັນດາທ່ານຈະນັ່ງດື່ມກາເຟໃນຮ້ານໃດຮ້ານໜຶ່ງຢູ່ໃກ້ໆຫັ້ນເພື່ອຮັບຊົມທິວທັດຍາມສາຍັນ. ນີ້ແມ່ນທິວທັດທຳມະຊາດທີ່ສວຍສົດງົດງາມຂອງບ້ານຕາວານແຫ່ງສະຫງົບສຸກເຮັດໃຫ້ແຂກທ່ອງທ່ຽວຫຼົງໄຫຼ.

ຕອບກັບ

ຂ່າວ/ບົດ​ອື່ນ