ໝູ່ບ້ານສິລະປະວົງຄະນະຍາດຢູ່ຕາມແທງ,ນະຄອນຕາມກີ, ແຂວງກວາງນາມ

(VOVWORLD) -ຕາມແທງແມ່ນຕາແສງນອນຢູ່ຫ່າງຈາກໃຈກາງນະຄອນຕາມກີ່, ແຂວງກວາງນາມໄປທາງທິດຕາເວັນອອກປະມານ 700 ແມັດ, ນອກຈາກທີ່ຕັ້ງທາງດ້ານພູມພິປະເທດ ທາງໜ້າແມ່ນແມ່ນ້ຳ, ທາງຫຼັງແມ່ນທະເລ, ຕາມແທງຍັງຮັກສາບັນດາຄຸນຄ່າທາງດ້ານວັດທະນະທຳ, ສິລະປະຈາກວົງຄະນະຍາດໝູ່ບ້ານ, ຕາແສງຕະຫຼອດຮອດທິວທັດທຳມະຊາດ. ຢູ່ແຫ່ງນີ້, ມີໝູ່ບ້ານສິລະປະວົງຄະນະຍາດທຳອິດຢູ່ຫວຽດນາມໄດ້ຖືກສ້າງຂຶ້ນເປັນຮູບປະທຳ
ໝູ່ບ້ານສິລະປະວົງຄະນະຍາດຢູ່ຕາມແທງ,ນະຄອນຕາມກີ, ແຂວງກວາງນາມ - ảnh 1ຫຼຽວເບິ່ງໝູ່ບ້ານຕາມແທງ ຈາກບ່ອນສູງ

ເດືອນມີນາປີ 2017, ນະຄອນຕາມກີສືບຕໍ່ຜັນຂະຫຍາຍການພັດທະນາການທ່ອງທ່ຽວຢູ່ຕາແສງຕາມແທງ. ຕາມນັ້ນແລ້ວ, ຢູ່ ຕາແສງຕາມແທງຈະສ້າງໝູ່ບ້ານສິລະປະວົງຄະນະຍາດເປັນຮູບປະທຳເພື່ອເປັນພື້ນຖານໃນການພັດທະນາການທ່ອງທ່ຽວແບບຍືນຍົງຢູ່ ຕາແສງຕາມແທງເວົ້າສະເພາະ ແລະນະຄອນຕາມກີເວົ້າລວມ. ທ່ານ ຫງວຽນມິນນາມ ຮອງປະທານຄະນະກຳມະການປະຊາຊົນ ຕາແສງຕາມແທງ ໃຫ້ຮູ້ວ່າ :

   “ ເມື່ອພວກຂ້າພະເຈົ້າຕີລາຄາຄືນກ່ຽວກັບຄວາມສາມາດບົ່ມຊ້ອນ ກໍຄືຈຸດພິເສດຂອງຕາມແທງນັ້ນ, ມັນມີເງື່ອນໄຂທຳມະຊາດສະເພາະຂອງມັນ, ເປັນໝູ່ບ້ານຊາວປະມົງແຄມທະເລ, ເບື້ອງໜຶ່ງແມ່ນທະເລ, ອີກເບື້ອງໜຶ່ງແມ່ນແມ່ນ້ຳ ເຈື່ອງຢາງ, ພິເສດ ທັດສະນີຍະພາບຢູ່ແຫ່ງນີ້ຍັງຮົກເຮື້ອ, ດັ່ງນັ້ນ ມີເງື່ອນໄຂຢ່າງພຽງພໍເພື່ອພັດທະນາການທ່ອງທ່ຽວຊີວະພາບ, ວັດທະນະທຳໂດຍອີງໃສ່ເຂດຊຸມຊົນ”

    ກ່ອນໜ້ານັ້ນ, ເມື່ອຕົ້ນເດືອນມິຖຸນາປີ 2016, ເຮືອນເກົ່າລະດັບ 4 ກ່ວາ 100 ຫຼັງຢູ່ ຕາແສງຕາມແທງໄດ້ຮັບການປະດັບປະດາດ້ວຍພາບຈິດຕະກຳກ່ຽວກັບທຳມະຊາດ ແລະ ມະນຸດຊຶ່ງນອນໃນໂຄງການພົວພັນແລກປ່ຽນທາງດ້ານວິຈິດຕະກຳວົງຄະນະຍາດ ສ.ເກົາຫຼີ-ຫວຽດນາມໂດຍ ຄະນະກຳມະການປະຊາຊົນນະຄອນຕາມກີ ແລະ ກອງທຶນພົວພັນແລກປ່ຽນສາກົນ ສ.ເກົາຫຼີປະຕິບັດ. ພ້ອມກັບບັນດາເສັ້ນທາງ, ຮົ້ວອ້ອມເຮືອນ, ຝາເຮືອນໄດ້ຮັບການປະດັບປະດາດ້ວຍພາບແຕ້ມລວດລາຍຫຼາກຫຼາຍສີສັນ. ບັນດາເສັ້ນທາງນ້ອຍໄປຍັງທະເລໄດ້ກາຍເປັນເສັ້ນທາງແຫ່ງຄວາມເພິ່ນຈິດຢ່າງກະທັນຫັນ. ຮູບພາບຄວາມລຳບາກໃນການດຳລົງຊີວິດຂອງປະຊາຊົນຢູ່ແຫ່ງນີ້ໃນໄລຍະນີ້ ເບິ່ງຄືວ່າໄດ້ຈາງຫາຍໄປ. ສິ່ງທີ່ສຳຄັນກວ່ານັ້ນ, ແມ່ນໝູ່ບ້ານໄດ້ດຶງດູດແຂກທ່ອງທ່ຽວເຂົ້າມາທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ ແລະ ຊາວທ້ອງຖິ່ນໄດ້ຮັບຜົນປະໂຫຍດຈາກຫານເຄື່ອນໄຫວທ່ອງທ່ຽວ.ນາງໂດ້ທິກຸກ ພວມຖ່າຍຮູບພ້ອມກັບໝູ່ເພືອ່ນຢູ່ໝູ່ບ້ານຕາມແທງໃຫ້ຮູ້ວ່າ :

    “  ເຂົາເຈົ້າໄດ້ລົງທຶນກ້ອນໃຫຍ່ເພື່ອເຮັດ ແລະ ນີ້ກໍແມ່ນແນວຄວາມຄິດເພື່ອຟື້ນຟູພະລັງຊີວິດຂອງໝູ່ບ້ານ. ສິ່ງນີ້ໄດ້ຊ່ວຍໃຫ້ແຫ່ງນີ້ມີໂສມໜ້າໃໝ່ເພື່ອດຶງດູດແຂກທ່ອງທ່ຽວໃຫ້ນັບມື້ນັບຫຼາຍຂຶ້ນ ”

     ໂດຍສືບຕໍ່ຜົນສຳເລັດຂອງໝູ່ບ້ານຕາມແທງ, ຕົນປີ 2017, ເຮືອໂມກວ່າ 100 ຫຼັງດ້ວຍຮູບແຕ້ມທີ່ມີຊີວິດຊີວາ, ໄດ້ຮັບການຈັດວາງຢູ່ຕາມ 2 ຟາກທາງໃນໝູ່ບ້ານຕາມແທງ, ອັນໄດ້ສ້າງເປັນເສັ້ນທາງເຮືອໂມທີ່ມີລວງຍາວ 1,5 ກມທີ່ເປັນເອກະລັກສະເພາະຢູ່ຫວຽດນາມ. ນີ້ແມ່ນບັນດາພາບແຕ້ມຈິດຕະກຳທີ່ມີລັກສະນະສິລະປະສູງ ອັນໄດ້ສ່ອງແສງເຖິງການດຳລົງຊີວິດຢູ່ໝູ່ບ້ານແຄມທະເລ. ລຸງ ຟານເທ້ຫຽນ ຢູ່ ນະຄອນຕາມກີ, ແຂວງກວາງນາມໃຫ້ຮູ້ວ່າ :

   “ ເສັ້ນທາງເຮືອໂມມີລັກສະນະສິລະປະ. ສິລະປະທາງດ້ານຈິດຕະກຳແມ່ນສິລະປະຂອງສີສັນ. ເຂົາເຈົ້າໄດ້ແຕ້ມບັນດາຮູບພາບທີ່ມີລັກສະນະທ້ອງຖິ່ນ. ຍົກຕົວຢ່າງຄື : ເຮືອໂມ, ຊາວປະມົງເດືອນທະເລໄປຫາປາ ແລະ ນັບທັງສັນຍາລັກທີ່ມີລັກສະນະວັດທະນະທຳເປັນເອກະລັກສະເພາະຂອງແຂວງກວາງນາມ. ”

       ດ້ວຍບັນດາພາບແຕ້ມຈິດຕະກຳ, ເສັ້ນທາງເຮືອໂມ, ໝູ່ບ້ານສິລະປະວົງຄະນະຍາດຕາມແທງໄດ້ຮັບການສ້າງຂຶ້ນເປັນຮູບປະທຳ ປຽນເໝືອນມາດຕະການແກ້ໄຂແບບຍືນຍົງເພື່ອປົວແປງສະພາບແວດລ້ອມແຫ່ງຊີວິດ ແລະ ສາມາດສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໂດຍອີງໃສ່ບັນດາຄຸນຄ່າທີ່ສຳຄັນຂອງທ້ອງຖິ່ນ. ທ່ານ ຫງວຽນມິນນາມ ຮອງປະທານຄະນະກຳມະການປະຊາຊົນຕາແສງຕາມແທງ ໃຫ້ຮູ້ວ່າ :

   “  ເມື່ອຜັນຂະຫຍາຍໂຄງການເສັ້ນທາງເຮືອໂມ ແລະ ບາງວຽກງານທີ່ກ່ຽວຂ້ອງອື່ນໆນັ້ນ, ພວກຂ້າພະເຈົ້າຍັງປຸກລະດົມຂະບວນການປະຊາຊົນບໍລິຈາກເຮືອເກົ່າ, ໄຫນ້ອຍໃຫຍ່ຕ່າງໆຊຶ່ງເມື່ອກ່ອນນີ້ຊາວບ້ານເຄີຍໃຊ້ເພື່ອເຮັດເກືອ, ນ້ຳປາ. ພວກຂ້າພະເຈົ້າຫວັງວ່າ ປະຊາຊົນສືບຕໍ່ເສີມຂະຫຍາຍຈິດໃຈນີ້ເພື່ອສືບຕໍ່ພັດທະນາການທ່ອງທ່ຽວໃນທຸກດ້ານເປັນຢ່າງດີ”

      ໝູ່ບ້ານສິລະປະວົງຄະນະຍາດຕາມແທງໄດ້ເຂົ້າສູ່ການເຄື່ອນໄຫວຢ່າງເປັນທາງການນັບແຕ່ວັນທີ 9 ມິຖຸນາປີ 2017 ເນື່ອງໃນໂອກາດ ງານ Festival ມໍລະດົກກວາງນາມ 2017. ມາຮອດປະຈຸບັນ, ໝູ່ບ້ານໄດ້ຕ້ອນຮັບແຂກທ່ອງທ່ຽວປະມານກວ່າ 40.000 ເທື່ອຄົນມາຢ້ຽມຊົມທັດສະນະສຶກສາ. ໝູ່ບ້ານສິລະປະວົງຄະນະຍາດຕາມແທງມີລັກສະນະເປັນສັນຍາລັກຂອງພາກກາງຫວຽດນາມກ່ຽວກັບການປ່ຽນແປງໂສມໜ້າໝູ່ບ້ານແຄມທະເລ ແລະ ພັດທະນາການທ່ອງທ່ຽວໂດຍອີງໃສ່ວົງຄະນະຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ