ກຸ່ມ“ວ່າວ”ຫວຽດນາມຢູ່ຝະລັ່ງອະນຸລັກພາສາຫວຽດນາມ

ດ້ວຍ​ຄວາມ​ຫວັງ​​ໃຫ້ລູກຫຼານເຂົ້າ​ໃຈ​ກ່ຽວ​ກັບ​ກົກ​ເຄົ້າ​ເຫງົ້າ​ກໍ​ຂອງ​ຊາດ, ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ, ມີ​ແມ່​ຍິງ​ຈຳ​ນວນ​ໜຶ່ງ​ໄດ້​ສ້າງ​ຕັ້ງ​ກຸ່ມ​“ວ່າວ”. ໂດຍ​ຜ່ານ​ບັນ​ດາ​ຊົ່ວ​ໂມງ​ຮຽນ​ຟ້ອນ, ຂັບ​ຮ້ອງ, ເສບ​ເຄື່ອງ​ດົນ​ຕີ ແລະ ແຕ້ມ… ກຸ່ມ​ວາວ​ໄດ້​ສອນ​ພາ​ສາ​ຫວຽດ​ນາມ​ໃຫ້​ໄວ​ໜຸ່ມ​ຫວຽດ​ນາມ​ຢູ່​ຝະ​ລັ່ງ, ອັນ​ໄດ້​ປະ​ກອບ​ສ່ວນ​ອະ​ນຸ​ລັກ​ຮັກ​ສາ​ພາ​ສາ​ຂອ​ງ​ຊາດ. 

ກຸ່ມ“ວ່າວ”ຫວຽດນາມຢູ່ຝະລັ່ງອະນຸລັກພາສາຫວຽດນາມ - ảnh 1
(ພາບປະ​ກອບ)

      ກຸ່ມ“ວ່າວ”ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມ​ື່ອ​ປີ 2013. ຖຸຍ​ເຟືອງ ແລະ ກີງ​ມາຍ ຊຶ່ງ​ແມ່ນ​ຄູ່​ນັກ​ຮຽນ​​ຍິງຮ່ວມ​ຫ້ອງ​ໃນ​ໄລ​ຍະ​ຮຽນ​ຢູ່​ມັດ​ທະ​ຍົມ​ຕອນ​ປ່າຍ, ເມື່ອ​ໄປ​ຮຽນ​ຢູ່​ຝະ​ລັ່ງ, ຄູ່​ນັກ​ຮຽນ​ດັ່ງ​ກ່​່າວ​ໄດ້​ສ້າງ​ຄອບ​ຄົວ​ກັບ​ຊາວ​ຝະ​ລັ່ງ ແລະ ພ້ອມ​ກັນອ​າ​ໄສ​ຢູ່​ຝະ​ລັ່ງ ແລະ ຮອດ​ເວ​ລາ​ມີ​ລູກ​ແລ້ວ, ຄູ່​ນັກ​ຮຽນ​​ຍິງນີ້ ໄດ້​ສ້າງ​ຕັ້ງກຸ່ມ​ວາວ.  ຖຸຍ​ເຟືອງ ແບ່ງ​ປັນ​ວ່າ : 

     “ ຂ້າ​ພະ​ເຈົ້າ​ຫວັງ​ວ່າ ພວກຫຼານ​ປຽບ​ເໝືອນ​ວ່າວ ເພື່ອ​ຈະ​ບິນ​ໄກ, ບິນ​ສູງ. ແຕ່​ເຖິງວ່າ​ຈະ​ບິນ​ສູງ, ບິນ​ໄກ​ແນວ​ໃດ​ກໍ​ຕ​າມ, ແຕ່​ວາວ​ຕ່າງໆ​ກໍ​ຕ້ອງ​ມີ​ສາຍ​ວ່າວ, ນັ້ນ​ແມ່ນ​ພາ​ສາ​ຫວຽດ, ວັດ​ທະ​ນະ​ທຳ​ຫວຽດ​ນາມ​ໄດ້​ດຶງ​ດູດເອົາພວກ​ນ້ອງ ຕິດ​ພັນ​ກັບ ກົກ​ເຄົ້າ​ເຫງົ້າ​ກໍຂອງ​ຕົນ ”

     ຄວາມ​ເປັນ​ຫ່ວງ​ທີ່​ສຸດ​ຂອງ​ຜູ້​ເປັນ​ແມ່ 2 ຄົນ​ນີ້ ແມ່ນ​ເຮັດ​ແນວ​ໃດ​ທີ່​ພວກລູກ​ມີ 2 ສາຍ​ເລືອດ​ຂອງ​ຕົນ​ຕ້ອງ​ຮູ້​ພາ​ສາ​ຫວຽດ​ເປັນ​ຢ່າງ​ດີ, ຕ້ອງ​ເຂົ້າ​ໃຈ ແລະ ຜູກ​ພັນ​ກັບ ກົກ​ເຄົ້າ​ເຫງົ້າ​ກໍ​ຫວຽດ​ນາມ. ນາງ​ກີງ​ມາຍ​ເວົ້າ​ວ່າ : 

     “ ພວກ​ຂ້າ​ພະ​ເຈົ້າ​ຄິດ​ເຖິງ​ເລື່ອງ​ສ້າງ​ຕັ້ງ​ສະ​ມາ​ຄົມ​ເຊັ່ນ​ນີ້ ເພື່ອ​ໃຫ້​ພວກຫຼານ​ນ້ອຍ​ຮູ້​ເຖິງ​ເພື່ອນໆ​ຂອງ​ຕົນ ກໍ​ມີ​ເຊື້ອ​ສາຍ​ຫວຽດ​ຄ​ື​ກັນ ແລະ ເຫັນ​ໄດ້​ເຖິງວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ​ແມ່ນ​ຄື​ແນວ​ໃດ. ບໍ່​ພຽງ​ແຕ່​ສອນ​ພາ​ສາ​ຫວຽດ​ໃຫ້​ແກ່​ພວກ​ຫຼານ​ເທົ່າ​ນັ້ນ, ຫາກ​ຍັງ​ຢາກ​ເຮັດ​ໃຫ້​ພວກຫຼານ​ມີ​ຄວາມ​ຊົມ​ຊອບ​ພາ​ສາ​ຫວຽດ ແລະ ຊອກ​ຮູ້​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ”

     ກຸ່ມ​ “ວ່າວ” ໄດ້​ຮັບ​ການ​ສະ​ໜັບ​ສະ​ຫນູນ, ຮ່ວມ​ແຮງ​ຮ່ວມ​ໃຈ​ຈາກ​ບັນ​ດາ​ຜູ້​ເປັນ​ແມ່, ເປັນ​ພໍ່ຊາວ​ຫວຽດ​ນາມ ແລະ ຈາກນັ້ນ ເປີດ​ກ້​ວາງ​ເຄືອ​ຂ່າຍ. ໃນ​ເບ​ື້ອງ​ຕົ້ນ​ມີ​ພຽງ 2-3 ຄອບ​ຄົວ​ເຂົ້າ​ຮ່ວມ​ເທົ່າ​ນັ້ນ, ແຕ່​ມາ​ຮອດ​ປະ​ຈຸ​ບັນ ກໍ​ໄດ້​ມີ​ເຖິງນັບ​ສິບ​ຄອບ​ຄົວ​ເຂົ້າ​ຮ່ວມ​ແລ້ວ. ມີ 21 ຫຼານ​ໄດ້​ຮຽນ​ຢ່າງ​ສະ​ໝ່ຳ​ສະ​ເໝີ, ຫຼານ​ມີ​ອາ​ຍຸ​ຕ່ຳ​ສຸດ​ແມ່ນ 2 ປີ ແລະ ສູງສຸດ​ແມ່ນ 9 ປີ. ສິ່ງ​ທີ່​ເປັນ​ໜ້າ​ຈັບ​ໃຈ​, ນັ້ນແມ່ນບໍ່​ພຽງ​ແຕ່​ມີ​ພວກຫຼານ​ເທົ່າ​ນັ້ນ, ຫາກ​ບັນ​ດາ​ຜູ້​ເປັນ​ແມ່​ກໍ​ຕ້ັ້ງ​ໜ້າ​ເຂົ້າ​ຮ່ວມ​ໃນ​ຫ້ອງ​ຮຽນ​ຂອງ​ກຸ່ມ“ວ່າວ” ​ນຳ​ດ້ວຍ. ເອື້ອຍ​ຄູ່ ຮ່​ວາງ​ອ້ຽນ, ອະ​ດີດ​ຄູ​ສອນ​ໂຮງ​ຮຽນ​ຟ້ອນ​ຫວຽດ​ນາມ, ໄລ​ຍ​ະຕໍ່ມາ​ໄດ້​ໄປ​ອາ​ໄສ​ຢູ່​ຝະ​ລັ່ງ ແລະ ກໍ​ໄດ້​ເຂົ້າຮ່ວມກຸ່ມ“ວ່າວ” ໃຫ້​ຮູ້​ວ່າ :

    “ ກ່ອນນີ້ກວ່າ 10 ປີ, ຂ້າ​ພະ​ເຈົ້າ​ໄດ້​ສອນ​ໃຫ້​ບັນ​ດາ​ຜູ້​ເປັນ​ແມ່​ແມ່ນ​ກຸ່ມ​ນັກ​ສຶກ​ສາ​ມາ​ຮຽນ​ຢູ່​ຝະ​ລັ່ງ ແລະ ຮອດ​ປະ​ຈຸ​ບັນ ກໍ​ສອນ​ຮອດພວກຫຼານ​ນ້ອຍ. ພວກຫຼານ​ແມ່ນ​ຄົນ​ເຊື້ອ​ຊາດ​ຫວຽດ​ລຸ່ນ​ທີ 2 , ດັ່ງ​ນັ້ນ​ເວົ້າພາ​ສາ​ຫວຽດ​ບໍ່ຫຼາຍ. ໃນ​ກຸ່ມ“ວ່າວ”, ບັນ​ດາ​ອ້າຍ​ເອື້ອຍ​ຄູ​ທັງ​ໝົດ ຕ່າງ​ກໍ​ເວົ​້າພາ​ສາ​ຫວຽດ​ກັບ​ພວກຫຼານ ເພື່ອ​ອາດ​ຈະ​ສອນ​ພາ​ສາ​ຫວຽດ​ໃຫ້​ພວກຫຼານ ”

      ສ່ວນ​ອ້າຍ​ທີ ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ : 

   “ ທັງ​ອາ​ທິດ, ໃນ​ຕອນ​ກາງ​ເວັນ, ທັງ​ພໍ່​ແມ່​ຕ່າງ​ກໍ​ໄປ​ການ, ຫຼານ​ຢູ່​ໂຮງ​ຮຽນ​ອະ​ນຸ​ບານ, ດັ່ງ​ນັ້ນ​ຮ ຮຽນ​ພາ​ສາ​ຝະ​ລັ່ງ, ສຳ​ພັດ​ກັບ​ວັດ​ທະ​ນະ​ທຳ​ຝະ​ລັ່ງຫຼາຍ, ພຽງ​ແຕ່​ຮອດ​ຄ່ຳ ແລະ ທ້າຍ​ອາ​ທິດ ຈຶ່ງ​ໄດ້​ພົບ​ກັບ​ພໍ່​ແມ່ ແລະ ເວົ້າ​ພາ​ສາ​ຫວຽດ. ດັ່ງ​ນັ້ນ ກໍຕ້ອງກ​ານ ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ເຊັ່ນ​ນັ້ນ​ເພື່ອ​ໃຫ້​ພວກຫຼານ​ຕິດ​ພັນ​ກັບ​ວັດ​ທະ​ນະ​ທຳ​ຫວຽດ. ບັນ​ດາ​ຄອບ​ຄົວ​ຫວຽດ​ນາມ​ມີ​ຄວາມ​ຜູກ​ພັນ​ກັນຫຼາຍ​ກ່​ວາ​ຜ່ານ​ກຸ່ມ“ວ່າວ”

            ບັນ​ດາ​ວຽກ​ງານ​ທີ່​ແທດ​ຈິງ​ຂອງ​ກຸ່ມ“ວ່າວ” ໄດ້​ປະ​ກອບ​ສ່ວນ​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ພາ​ສາ​ຫວຽດ, ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ​ຫວຽດ​ນາມ, ສະ​ແດງ​ຄວາມ​ຮັກ​ກັບກົກ​ເຄົ້າ​ເຫງົ້າ​ກໍ​ຫວຽດ​ນາມ​ຂອງ​ບັນ​ດາ​ຜູ້​ເປັນ​ແມ່ ເປັນ​ພໍ່​ຊາວ​ຫວຽດ​ນາມ​ບົນ​ດິນ​ແດນ​ຝະ​ລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ