ການປະຕິຮູບດ້ານການບໍລິຫານເພື່ອຮັບໃຊ້ປະຊາຊົນ ແລະ ວິສາຫະກິດ

(VOVWORLD) -ການສ້າງຮູບແບບສູນບໍລິຫານສາທາລະນະເຄື່ອນໄຫວຢ່າງມີປະສິດທິຜົນ, ໃກ້ຊິດຕິດແທດກັບປະຊາຊົນ ພວມແມ່ນທ່າອຽງຢ່າງຕັ້ງໜ້າໃນການປະຕິຮູບການບໍລິຫານຢູ່ຫວຽດນາມ

ແຂວງກວາງນິງ ດ້ວຍຮູບແບບເຄື່ອນເຄື່ອນໄຫວທີ່ທັນສະໄໝ, ໄວ ແລະ ກະທັດລັດ, ສະໜິດສະໜົມ, ບັນດາສູນບໍລິຫານສາທາລະນະໄດ້ປະກອບສ່ວນສ້າງບາດກ້າວບຸກທະລຸໃນວຽກງານປະຕິຮູບດ້ານການບໍລິຫານ.

ການປະຕິຮູບດ້ານການບໍລິຫານເພື່ອຮັບໃຊ້ປະຊາຊົນ ແລະ ວິສາຫະກິດ  - ảnh 1 ຮູບແບບສູນບໍລິຫານສາທາລະນະ

      ຕາມເວທີ່ໄດ້ນັດກັນ, ນາງເລທິງາ ຢູ່ບ້ານເກີມຈຸງ ໄດ້ມາຮອດສູນບໍລິຫານສາທາລະນະນະຄອນ ເກີມຝາ, ແຂວງກວາງນິງ ເພື່ອຮັບໃບຢັ້ງຢືນກຳມະສິດນຳໃຊ້ເຮືອນຢູ່ ແລະ ຊັບສິນໃນເນື້ອທີ່ດິນ.  ນາງເລທິງາ ເວົ້າດ້ວຍຄວາມພູມໃຈເມື່ອໄດ້ຮັບໃບຢັ້ງຢືນດັ່ງກ່າວວ່າ : 

  “ ທຳອິດ ຂ້າພະເຈົ້າຄິດວ່າ ບັນດາລະບຽບການກ່ຽວກັບການມອບໂອນທີ່ດິນນີ້ ແມ່ນສັບສົນທີ່ສຸດ, ແຕ່ເມື່ອມານີ້ປະກອບເອກະສານ, ຂ້າພະເຈົ້າເຫັນວ່າ ກໍງ່າຍດາຍ, ອ້າຍເອື້ອຍນ້ອງ ພະນັກງານທີ່ເຮັດວຽກຢູ່ ສູນບໍລິຫານສາທາລະນະ ໄດ້ແນະນຳຢ່າງສຸດໃຈ ແລະ ເຮັດໄດ້ໄວທີ່ສຸດ. ຂ້າພະເຈົ້າຄິດວ່າ ຕ້ອງເສຍເວລາປະມານແຕ່ 1-2 ເດືອນ, ແຕ່ພຽງໃນເວລາ 15 ເທົ່ານັ້ນ ກໍສຳເລັດ. ຂ້າພະເຈົ້າເພິ່ງພໍໃຈທີ່ສຸດ”

 ສູນບໍລິຫານສາທາລະນະນະຄອນ ເກີມຝາ ໄດ້ຖືກນຳເຂົ້າເຄື່ອນໄຫວນັບແຕ່ຕົ້ນປີ 2014 ໂດຍຂຶ້ນກັບ ຄະນະກຳມະການປະຊາຊົນນະຄອນ ເກີມຝາ . ດ້ວຍການເຮັດລະບຽບການທີ່ງ່າຍດາຍ ແລະ ສະດວກສະບາຍ, ຜົນຂອງການແກ້ໄຂ ຈະໄດ້ຮັບໃນມື້ດຽວກັນເລີຍ. ສຳລັບບັນດາເອກະສານທີ່ຕ້ອງການວັນເວລາດຳເນີນການກວດກາ ແລະ ຢັ້ງຢືນນັ້ນ, ຜູ້ມາຕິດຕໍ່ພົວພັນຈະຖືກນັດກັນຮອດມື້ໜ້າມາຮັບຜົນແກ້ໄຂ. ສະເລ່ຍໃນແຕ່ລະເດືອນ, ສູນບໍລິຫານສາທານະລະນະຄອນ ເກີມຝາ ສາມາດແກ້ໄຂຜູ້ມາຕິດຕໍ່ພົວພັນໄດ້ 3000 ເທື່ອຄົນ, ຊຶ່ງລວມມີລະບຽບການບໍລິຫານ 359 ຢ່າງທີ່ຂຶ້ນກັບສິດອຳນາດຂັ້ນເມືອງ ແລະ ບັນດາຂະແໜງການສາຍຕັ້ງຄື ຕຳຫຼວດ, ປະກັນສັງຄົມ, ສ່ວຍສາອາກອນ….ຂອງແຂວງ. ທ່ານດວານຫງອກກວາງ ຜູ້ອຳນວຍການ ສູນບໍລິຫານສາທາລະນະນະຄອນ ກຳຝາ ໃຫ້ຮູ້ວ່າ : 

    “ ພວກຂ້າພະເຈົ້າປະຕິບັດທັງໝົດລະບຽບການຮັບເອົາກວດກາ, ອະນຸມັດຢູ່ສູນ ແລະ ສົ່ງຄືນຢູ່ສູນ, ແຕກຕ່າງກັບຮູບແບບປະຕູດຽວຄືກ່ອນນີ້, ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ໄດ້ສ້າງຄວາມແຕກຕ່າງກັນຫຼາຍ, ຈຳກັດວັນເວລາ. ໃນວິວັດການເຄື່ອນໄຫວ, ພວກຂ້າພະເຈົ້າ ກວດກາ, ສ້າງບັນດາຂັ້ນຕອນ, ສະແດງຄວາມຮັບຜິດຊອບຢູ່ແຕ່ລະຂັ້ນຕອນ  , ແກ້ໄຂຜ່ານຊອບແວໃນເຄື່ອງຄອມພິວເຕີ, ເອກະສານແກ້ໄຂຮອດໃສ ກໍຮູ້ໂລດ, ກຳນົດແຈ້ງກ່ຽວກັບວັນເວລາແກ້ໄຂ. ອັດຕາການແກ້ໄຂຢ່າງທັນເວລາ ແລະ ກ່ອນກຳນົດເວລາໃນໄລຍະ 9 ເດືອນຕົ້ນປີ ບັນລຸເກືອບ 99,6% ”

       ປະຈຸບັນ, ແຂວງກວາງນິງມີສູນບໍລິຫານສາທາລະນະ 14 ແຫ່ງຢູ່ 14 ເມືອງ, ເທດສະບານ. ນີ້ແມ່ນຮູບແບບຖືກທະວີຄູນໂດຍອີງໃສ່ຜົນສຳເລັດຂອງຮູບແບບສູນບໍລິຫານສາທາລະນະຂັ້ນແຂວງ ຊຶ່ງໄດ້ເຄື່ອນໄຫວນັບແຕ່ປີ 2014 ແລະ ໄດ້ຮັບອະນຸຍາດປະຕິບັດທົດລອງທຳອິດໃນທົ່ວປະເທດຈາກນາຍົກລັັດຖະມົນຕີ. ສູນບໍລິຫານສາທາລະນະໄດ້ຮັບຖືວ່າ ແມ່ນ “ອຳນາດການປົກຄອງຮັດແຄບ” ປະກອບດ້ວຍບັນດາພະແນກ, ຄະນະ, ຂະແໜງການຕ່າງໆພາຍໃນແຂວງ; ບັນດາອົງການສຳນັກງານສາຍຕັ້ງຈາກສູນກາງລົງຮອດທ້ອງຖິ່ນ, ສາມາດແກ້ໄຂລະບຽບການບໍລິຫານກວ່າ 100 ຢ່າງ.      ນາງ ຫງວຽນມາຍລີ, ຢູ່ນະຄອນ ອວງບີ້ ມາເຮັດລະບຽບການສ້າງຕັ້ງວິສາຫະກິດຢູ່ ສູນບໍລິຫານສາທາລະນະແຂວງ ກວາງນິງ ໃຫ້ຮູ້ວ່າ : 

    “ ກ່ອນນີ້, ເອກະສານຊຸດໜຶ່ງເຊັ່ນນີ້, ເຮົາຕ້ອງໄປຫາອົງການ, ສຳນັກງານຫຼາຍແຫ່ງທີ່ແຕກຕ່າງກັນເພື່ອຂໍອະນາຍາດ, ດັ່ງນັ້ນຕ້ອງເວລາດົນກ່ວາ. ນັບແຕ່ເມື່ອ ສູນບໍລິຫານສາທາລະນະໄດ້ຮັບການສ້າງຕັ້ງ ແລະ ນຳເຂົ້າເຄື່ອນໄຫວນັ້ນ, ເຮົາເຫັນວ່າ ລະບຽບການທຸກຢ່າງແມ່ນງ່າຍດາຍ ແລະ ສະດວກສະບາຍກວ່າເກົ່າ. ເອກະສານທັງໝົດ ເຮົາຕ້ອງຮວບຮ່ວມຢ່າງຄົບຖ້ວນ, ນຳເຂົ້າ ສູນບໍລິຫານສາທາລະນະ, ຫຼັງຈາກນັ້ນລໍ່ຖ້າເປັນເວລາອັນສັ້ນໆ ຈະໄດ້ຮັບຜົນ ”

     ຮູບແບບສູນບໍລິຫານສາທາລະນະຂັ້ນຕ່າງໆໃນແຂວງກວາງນິງ ໄດ້ຮັບການຕີລາຄາສູງຈາກສູນກາງ, ມີຫຼາຍທ້ອງຖິ່ນໃນທົ່ວປະເທດໄດ້ມາຄົ້ນຄ້ວາ ແລະ ນຳໃຊ້ເພື່ອທະວີຄູນ. ເກືອບ 4 ປີທີ່ຜ່ານມາ, ສູນບໍລິຫານສາທາລະນະຂັ້ນຕ່າງໆໃນແຂວງກວາງນິງ ໄດ້ກາຍເປັນທີ່ຮູ້ຈັກກັນດີຂອງປະຊາຊົນ ແລະ ວິສາຫະກິດ ມາຫາເພື່ອໄດ້ຮັບຄຳແນະນຳ, ໃຫ້ຄຳປຶກສາແກ້ໄຂບັນດາລະບຽບການບໍລິຫານ. ຈຳກັດເວລາ, ສ້າງເງື່ອນໄຂໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ, ສ້າງພື້ນຖານການບໍລິຫານທີ່ທັນສະໄໝ, ໃກ້ຊິດຕິດແທດກັບປະຊາຊົນ, ນີ້ກໍແມ່ນຈຸດໝາຍຂອງການປະຕິຮູບດ້ານການບໍລິຫານ, ຍົກສູງຄຸນນະພາບການບໍລິຫານສາທາລະນະຂອງແຂວງກວາງນິງ.

ຕອບກັບ

ຂ່າວ/ບົດ​ອື່ນ