ກຳມະບານຂັ້ນຕ່າງໆເບິ່ງແຍງຜູ້ອອກແຮງງານໃນໂອກາດບຸນເຕັດ

(VOVWORLD) -ຍັງອີກເຄິ່ງເດືອນກໍ່ຈະຮອດບຸນປີໃໝ່ປະຈຳຊາດ ໝາຍເຖິງບຸນເຕັດປີກຸນ 2019. ໃນຊວ່ງເວລານີ້ ອົງການກຳມະບານພວມສົມທົບກັບວິສາຫະກິດ ຜັນຂະຫຍາຍບັນດາລາຍການເບິ່ງແຍງບຸນເຕັດໃຫ້ແກ່ຜູ້ອອກແຮງງານ ດ້ວຍບັນດາການເຄື່ອນໄຫວທີ່ແທດຈິງຄື ໜູນຊ່ວຍເງິນຊື້ປີ້ລົດກັບເມືອບ້ານຕ້ອນຮັບບຸນເຕັດ, ມອບຂອງຂວັນ ແລະ ປະຕິບັດບັນດາລະບອບເງິນເດືອນ, ເງິນບຳເນັດໃນທ້າຍປີ.
ກຳມະບານຂັ້ນຕ່າງໆເບິ່ງແຍງຜູ້ອອກແຮງງານໃນໂອກາດບຸນເຕັດ - ảnh 1ກຳມະບານເບິ່ງແຍງຜູ້ອອກແຮງງານໃນໂອກາດບຸນເຕັດ

ພ້ອມກັບບັນດາສະຫວັດດີການສັງຄົມ, ຮັບປະກັນສິດຜົນປະໂຫຍດຕາມກົດໝາຍຄື ການເສຍຄ່າປະກັນໄພຢ່າງຄົບຖ້ວນ, ຈ່າຍເງິນເດືອນຖືກຕາມເວລາ, ເງິນບຳເນັດໃນໂອກາດບຸນເຕັດ, ຍາມໃດກໍ່ຊ່ວຍໜູນເພື່ອໃຫ້ຜູ້ອອກແຮງງານເພີ່ມສາມັດຕະພາບ, ບັນດາວິສາຫະກິດສາມາດຮັກສາຜູ້ອອກແຮງງານ ເຮັດວຽກຍາວນານ, ຍົກສູງປະສິດທິຜົນການຜະລິດດຳເນີນທຸລະກິດ, ປະກອບສ່ວນເຂົ້າໃນຜົນງານລວມຂອງປະເທດຊາດ. ທ່ານ ເງາະຢຸຍຫຽວ ຮອງປະທານສະຫະພັນໃຫຍ່ ຫວຽດນາມ ໃຫ້ຮູ້ວ່າ:

     “ພວກຂ້າພະເຈົ້າສຸມໃສ່ 5 ໜ້າທີ່ຕົ້ນຕໍ່ເຊັ່ນ:  ທີ່ໜຶ່ງແມ່ນຈັດຕັ້ງການເຄື່ອນໄຫວຕິດຕາມກວດກາ, ກະຕຸກຊຸກຍູ້ວົງການຜູ້ນຳໃຊ້ແຮງງານ ປະຕິບັດຕາມລະບຽບການກົດໝາຍ ກ່ຽວກັບການເພີ່ມເງິນເດືອນພື້ນຖານ, ດັດປັບເງິນເດືອນ. ທີສອງ  ແມ່ນເອົາໃຈໃສ່ເຖິງບັນດາວິສາຫະກິດທີ່ມີຄວາມຫຍຸ້ງຍາກໃນໂອກາດບຸນເຕັດ. ທີສາມ ແມ່ນຈັດຕັ້ງບັນດາການເຄື່ອນໄຫວເບິ່ງແຍງຜູ້ອອກແຮງງານ ໃຫ້ໄດ້ກັບເມືອບ້ານຕ້ອນຮັບບຸນເຕັດ. ທີສີ່ ພ້ອມກັບຜູ້ນຳພັກລັດ, ບັນດາລັດຖະມົນຕີໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ກຳມະກອນຜູ້ອອກແຮງງານ. ນອກຈາກນັ້ນພວກຂ້າພະເຈົ້າ ຍັງຈະຈັດບັນດາການເຄື່ອນໄຫວວັດທະນະທຳ ສິລະປະວັນນະຄະດີ, ຈັດຕັ້ງການເຄື່ອນໄຫວລະຫຼິ້ນມ່ວນຊື່ນ ໃຫ້ຜູ້ອອກແຮງງານໃນໂອກາດບຸນເຕັດ”.

     ປັດຈຸບັນແຂວງ ດົ່ງນາຍ ມີແຮງງານ 1.000.000 ຄົນ, ໃນນັ້ນສ່ວນຫຼາຍແມ່ນກຳມະກອນຢູ່ຫ່າງກາຍຈາກບ້ານເກີດເມືອງນອນ. ໂອກາດບຸນເຕັດປີນີ້, ກຳມະບານຂັ້ນຕ່າງໆ ແລະ ວິສາຫະກິດໃນແຂວງ ກໍ່ໄດ້ມີການເຄື່ອນໄຫວເບິ່ງແຍງຜູ້ອອກແຮງງານ. ໃນນັ້ນມີວິສາຫະກິດຫຼາຍແຫ່ງກໍ່ໄດ້ໃຫ້ເງິນບຳເນັດ ໃຫ້ແກ່ກຳມະກອນດ້ວຍຈຳນວນເງິນເທົ່າກັບເງິນເດືອນ ແຕ່ 1 ຫາ 2ເດືອນ, ຊ່ວຍໜູນເງິນຊື້ປີ້ລົດ ແລະ ຈັດຕັ້ງການເຄື່ອນໄຫວຕ້ອນຮັບບຸນເຕັດຫຼາຍຢ່າງ.  ສ່ວນຢູ່ບໍລິສັດຫຸ້ນສ່ວນ Taekwang Vina ຢູ່ເຂດອຸດສາຫະກຳບຽນຮວ່າສອງ, ມີກຳມະກອນ 35.000 ກໍ່ມີຄວາມພາກພູມໃຈ ເພາະວ່າບຸນເຕັດປີນີ້ໄດ້ຮັບເງິນບຳເນັດຕ່ຳສຸດແມ່ນ 6.000.000 ດົ່ງ, ສູງສຸດແມ່ນ 20.000.000 ດົ່ງຕໍ່ຄົນ. ທ່ານ ດິ່ງສີຟຸກ ປະທານກຳມະບານ ບໍລິສັດຫຸ້ນສ່ວນ Taekwang Vina ໃຫ້ຮູ້ວ່າ:

     “ທາງກຳມະບານຂອງບໍລິສັດກໍ່ໄດ້ສັບຊອ້ນລົດຕູ້ ເພື່ອສົ່ງຜູ້ອອກແຮງງານກັບເມືອບ້ານຕ້ອນຮັບບຸນເຕັດ. ສຳລັບບັນດາຜູ້ຢູ່ໄກບ້ານ, ບໍລິສັດກໍ່ໃຫ້ພັກ 1 ຫຼື 2 ມື້ເພື່ອໃຫ້ກຳມະກອນມີເວລາເຕົ້າໂຮມກັບຄອບຄົວຕື່ມອີກ. ພວກຂ້າພະເຈົ້າໄດ້ຊ່ວຍໜູນເງິນຊື້ປີ້ເຄິ່ງໜຶ່ງໃຫ້ແກ່ກຳມະກອນ.”

       ໂດຍປະຕິບັດຕາມແຜນການເບິ່ງແຍງບຸນເຕັດໃຫ້ແກ່ສະມາຊິກກຳມະບານ, ກຳມະກອນຜູ້ອອກແຮງງານ, ສະຫະພັນແຮງງານແຂວງ ດັກລັກ ພວມຕັ້ງໜ້າເຮັດວຽກກັບບັນດາຫົວໜ່ວຍ, ວິສາຫະກິດເພື່ອຮັບປະກັນລະບອບເງິນເດືອນ, ເງິນບຳເນັດ ແລະ ລະບອບນະໂຍບາຍໃຫ້ແກ່ຜູ້ອອກແຮງງານໃນໂອກາດບຸນເຕັດ. ປີນີ້ລາຍການຕ້ອນຮັບບຸນເຕັດຈະຖືກຜັນຂະຫຍາຍຈັດຕັ້ງຢູ່ສາມຂັ້ນ ນັ້ນແມ່ນກຳມະບານຮາກຖານ, ກຳມະບານເໜືອຮາກຖານ ແລະ ສະຫະພັນແຮງງານແຂວງ. ທ່ານ ເຈິ່ນຕວນແອັງ ສະຫະພັນແຮງງານແຂວງ ດັກລັກ ໃຫ້ຮູ້ວ່າ:

       “ການຕ້ອນບຸນເຕັດຢູ່ເຂດອຸດສາຫະກຳຮວ່າຟູ ໄດ້ປຸກລະດົມກຳມະກອນຊາວຜູ້ອອກແຮງງານກວ່າ 300 ຄົນເຂົ້າຮ່ວມໃນບັນດາລາຍການ ຕີລາຄາການເຄື່ອນໄຫວເບິ່ງແຍງດູແລໃຫ້ແກ່ ສະມາຊິກກຳມະບານຜູ້ອອກແຮງງານ, ກຳມະກອນຜູ້ອອກແຮງງານ ໄດ້ພົບປະແລກປ່ຽນ ແລະ ເພື່ອມອບຂອງຂວັນໃຫ້ຜູ້ອອກແຮງງານ. ພວກຂ້າພະເຈົ້າຄາດວ່າຈະມອບຂອງຂວັນ 300 ພູດໃຫ້ແກ່ຜູ້ອອກແຮງງານ, ແຕ່ລະພູດມີມູນຄ່າ 500.000 ດົ່ງ” 

       ດ້ວຍທິດນຳ “ຕ້ອງຮັບປະກັນໃຫ້ສະມາຊິກກຳມະບານທຸກຄົນ ໄດ້ຮັບການເບິ່ງແຍງໃນບຸນເຕັດ” ສະຫະພັນແຮງງານນະຄອນຮ່າໂນ້ຍ ກໍ່ຍູ້ແຮງການຈັດຕັ້ງການເຄື່ອນໄຫວເບິ່ງແຍງບຸນເຕັດ ໃຫ້ແກ່ຜູ້ອອກແຮງງານ. ສ່ວນກຳມະບານນະຄອນ ໂຮ່ຈີມິນ ກໍ່ພ້ອມກັບບັນດາວິສາຫະກິດ ກໍ່ພ້ອມກັນສູ້ຊົນມອບປີ້ລົດ 35.000 ປີ້ ໃຫ້ແກ່ກຳມະກອນຜູ້ອອກແຮງງານ ທີ່ປະສົບກັບຄວາມຫຍຸ້ງຍາກ ເພື່ອມີເງື່ອນໄຂກັບບ້ານເກີດຕ້ອນຮັບບຸນເຕັດ. ໃນແຜນການເບິ່ງແຍງບຸນເຕັດ ປີກຸນ 2019 ໃຫ້ແກ່ຜູ້ອອກແຮງງານໃນບໍລິເວນແຂວງ ບິ່ງເຢືອງ, ສະຫະພັນແຮງງານແຂວງກໍ່ໄດ້ມອບປີ້ລົດ 6.000 ປີ້ ໃຫ້ແກ່ກຳມະກອນຜູ່ອອກແຮງງານທີ່ຢູ່ໄກບ້ານ. ໃນໂອກາດນີ້ທາງສະຫະພັນແຮງງານແຂວງຍັງຈະຕັ້ງລາຍການຕ້ອນຮັບບຸນເຕັດ ໃຫ້ແກ່ກຳມະກອນຜູ້ອອກແຮງງານ ທີ່ບໍ່ໄດ້ກັບບ້ານຢູ່ແຂວງ ບິ່ງເຢືອງ  ໄດ້ຕ້ອນຮັບບຸນເຕັດຢູ່ສູນວັດທະນະທຳແຮງງານແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ