ຄວາມປະທັບໃຈໃນງານບຸນປະເພນີ ບາເຣັຍ-ຫວຸງເຕົ່າ

(VOVWORLD) -     ບາເຣັຍ-ຫວຸງເຕົ່າ ແມ່ນດິນແດນມີທີ່ຕັ້ງສຳຄັນ ໃນຂະບວນວິວັດແຫ່ງການບຸກເບີກພື້ນທີ່ ແລະ ກໍ່ສ້າງດິນແດນພາກໃຕ້. ຜ່ານໄລຍະກວ່າ 300 ປີ ປະຫວັດສາດແຫ່ງການພັດທະນາ ເຊິ່ງໄດ້ຕິດພັນກັບບັນດາປູຊະນີຍະສະຖານວັດທະນະທຳ, ປະຫວັດສາດ, ແຕ່ລະປີໃນບໍລິເວນ ໄດ້ຈັດໃຫ້ມີບັນດາງານບຸນຂຶ້ນ. ບັນດາງານບຸນໃຫ່ຍ ຖືກຈັດຂຶ້ນປະຈຳປີ ສະແດງໃຫ້ເຫັນຄວາມງາມທາງດ້ານວັດທະນະທຳມະນຸດ ເຊິ່ງເປັນມູນເຊື້ອວັດທະນະທຳ ທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດ, ປະກອບສ່ວນສ້າງບັນດາຜະລິດຕະພັນທ່ອງທ່ຽວ ທີ່ເປັນເອກະລັກສະເພາະຂອງ ບາເຣັຍ-ຫວຸງເຕົ່າ
ຄວາມປະທັບໃຈໃນງານບຸນປະເພນີ ບາເຣັຍ-ຫວຸງເຕົ່າ - ảnh 1Festival  ບາເຣັຍ-ຫວຸງເຕົ່າປີ 2018

ທຳມະຊາດ, ປະຫວັດສາດ, ວັດທະນະທຳ ໄດ້ເຮັດໃຫ້ ບາເຣັຍ-ຫວຸງເຕົ່າ ມີຄວາມສາມາດບົ່ມຊ້ອນ ພັດທະນາການທ່ອງທ່ຽວທີ່ດີ. ຕິດພັນກັບບັນດາປູຊະນີຍະສະຖານ ໃນແຕ່ລະປີໃນບໍລິເວນ ໄດ້ຈັດໃຫ້ມີບັນດາງານບຸນ, ບັນດາງານບຸນໃຫ່ຍຖືກຈັດຂຶ້ນໃນແຕ່ລະປີ ແມ່ນຕ້ອງເວົ້າເຖິງງານບຸນ ປາວານ, ງານບຸນຫໍບູຊາພະແມ່ ງູ້ແຮ້ງ, ງານບຸນ ຈຸ່ງກິ່ວ, ງານບຸນ ຢິງໂກ, ພິທີໄຫວ້ບູຊາພະອໍລະຫັນ ເຈິ່ນ, ພິທີໄຫວ້ບູຊາພະອໍລະຫັນ ເຈິ່ນຮຶງດ້າວ… ພ້ອມກັບບັນດາງານບຸນປະເພນີນັ້ນ, ໃນສອງສາມປີມໍ່ໆມານີ້, ບັນດາງານບຸນໃໝ່ຄື ງານບຸນວັດທະນະທຳທ່ອງທ່ຽວ, Festival ວ່າວ, Festival ທະເລ… ກໍ່ລ້ວນແຕ່ຖືກຂະແໜງວັດທະນະທຳ ແລະ ທ່ອງທ່ຽວຈັດຂຶ້ນໃນແຕ່ລະປີ, ອັນໄດ້ປະກອບສ່ວນສ້າງໃຫ້ມີ ບັນດາຜະລິດຕະພັນທ່ອງທ່ຽວ ທີ່ເປັນເອກະລັກສະເພາະຂອງແຂວງ ບາເຣັຍ-ຫວຸງເຕົ່າ, ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາທ່ອງທ່ຽວຢ່າງຫຼວງຫຼາຍ. ທ່ານ ໂຮ່ວັນເລີ້ຍ ອາດີດຫົວໜ້າພະແນກ ວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ບາເຣັຍ-ຫວຸງເຕົ່າ ໃຫ້ຮູ້ວ່າ:

     “ການຈັດຕັ້ງບັນດາງານບຸນໃນແຕ່ລະປີ ທັງສ້າງບັນຍາກາດເບີກບານມ່ວນຊື່ນ, ພິເສດສ້າງເປັນສະຖານທີ່ທ່ອງທ່ຽວ ເພື່ອຮັບໃຊ້ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ແຂວງ ບາເຣັຍ-ຫວຸງເຕົ່າ ມີແຜນສັງລວມ ຈັດຕັ້ງບັນດາເຫດການ, ງານບຸນໃນແຕ່ລະປີ ພ້ອມທັງໂຄສະນາເຜີຍແຜ່ ໃຫ້ແກ່ແຂກທ່ອງທ່ຽວຮັບຊາບຢ່າງທົ່ວເຖິງ. ວຽກງານນີ້ ກໍ່ມີການເຊື່ອມຕໍ່ລະຫວ່າງ ບັນດາລະບົບສື່ສານມວນຊົນພາຍໃນແຂວງເພື່ອໜູນຊ່ວຍ, ໂຄສະນາບັນດາການເຄື່ອນໄຫວງານບຸນຂອງແຂວງຕົນ”.

       ເພື່ອເພີ່ມທະວີດຶງດູດແຂກທ່ອງທ່ຽວ, ໃນໄລຍະທີ່ຜ່ານມາທາງແຂວງ ໄດ້ສຸມໃສ່ຈັດຕັ້ງການເຄື່ອນໄຫວໂຄສະນາ ການທ່ອງທ່ຽວຫຼາຍຢ່າງ ໂດຍຜ່ານການເຂົ້າຮ່ວມໃນບັນດາງານຕະຫຼາດນັດຢູ່ພາຍໃນປະເທດ ແລະ ພາກພື້ນ, ໂຄສະນາ, ຍູ້ແຮງການສົ່ງເສີມການທ່ອງທ່ຽວ, ຮ່ວມທຸລະກິດ, ຮ່ວມສຳພັນ… ພິເສດ, ໄດ້ຈັດຕັ້ງບັນດາເຫດການທ່ອງທ່ຽວ, ງານບຸນລະດັບຊາດ, ພາກພື້ື້ນ ແລະ ສາກົນຢ່າງສຳເລັດຜົນ, ນີ້ແມ່ນທິດກ້າວເດີນທີ່ດີ. ໃນພິທີໄຂ Festival ທະເລ ທີ່ຫາກໍ່ຈັດຂຶ້ນໃນຕົ້ນເດືອນ ກັນຍາ ທີ່ຜ່ານມາ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ບາເຣັຍ-ຫວຸງເຕົ່າ ຫງວຽນວັນຈິ່ງ ໄດ້ຢືນຢັນວ່າ: 

     “ການພັດທະນາການທ່ອງທ່ຽວງານບຸນ ໄດ້ກາຍເປັນຂະແໜງເສດຖະກິດປາຍແຫຼມຂອງແຂວງ. ເພື່ອໃຫ້ຂະແໜງທ່ອງທ່ຽວພັດທະນາຂຶ້ນສູ່ລະດັບສູງໃໝ່, ສົມກັບທ່າແຮງບົ່ມຊ້ອນຂອງແຂວງນັ້ນ, ທາງແຂວງໄດ້ຜັນຂະຫຍາຍປະຕິບັດບັນດາໝວດມາດຕະການແກ້ໄຂ, ເພີ່ມທະວີການຮ່ວມສຳພັນ, ຮ່ວມມືເພື່ອພັດທະນາຂະແໜງເສດຖະກິດທ່ອງທ່ຽວ ລະຫວ່າງບັນດາເຂດ, ພາກ, ບັນດາທ້ອງຖິ່ນໃນທົ່ວປະເທດ ແລະ ຄູ່ຮ່ວມມືສາກົນ, ຍົກສູງສະຕິຄວາມຮັບຜິດຊອບຂອງປະຊາຊົນ, ສະແດງໃຫ້ເຫັນນ້ຳໃຈຮັກແພງແຂກຂອງປະຊາຊົນ ທີ່ມີຕໍ່ເພື່ອນມິດທັງຢູ່ພາຍໃນ ແລະ ຕ່າງປະເທດ”

     ປັດຈຸບັນ, ແຂວງ ບາເຣັຍ-ຫວຸງເຕົ່າ ໄດ້ສ້າງ ແລະ ພັດທະນາເຄື່ອງໝາຍການທ່ອງທ່ຽວ ຕິດພັນກັບງານບຸນຂອງຕົນທີ່ມີຄວາມເອກະລັກສະເພາະ ເມື່ອທຽບໃສ່ບັນດາທ້ອງຖິ່ນອື່ນ ໃນເຂດກໍ່ຄືທົ່ວປະເທດ. ພົ້ນເດັ່ນຂຶ້ນແມ່ນ Festival ວ່າວ ຖືກຈັດຂຶ້ນໃນແຕ່ລະປີຢູ່ແຂວງ ບາເຣັຍ-ຫວຸງເຕົ່າ, ໄດ້ກາຍເປັນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ ມີເຄື່ອງໝາຍທ່ອງທ່ຽວ ບາເຣັຍ-ຫວຸງເຕົ່າ. ບັນດານັກສິລະປະການຂອງບັນດາປະເທດຕ່າງໆ, ບັນດາເຂດແຄ້ວນທີ່ເຂົ້າຮ່ວມ Festival ວ່າວ ຍາມໃດກໍ່ມີຈຳນວນເພີ່ມຂຶ້ນເປັນກ້າວໆ. Festival ວ່າວ ໄດ້ນຳຄວາມປະທັບໃຈທາງດ້ານສິລະປະ ການຫຼິ້ນວ່າວມາໃຫ້ແຂກທ່ອງທ່ຽວ. ແຂກທ່ອງທ່ຽວຊາວຫວຽດນາມຜູ້ໜຶ່ງ ທີ່ເຂົ້າຮ່ວມງານບຸນວ່າວ ໄດ້ເປີດເຜີຍວ່າ:

     “ຫວຸງເຕົ່າ ໄດ້ຈັດງານບຸນນິີ້ດີຫຼາຍ ແລະ ໄດ້ດຶງດູດແຂກທ່ອງທ່ຽວມາຮ່ວມຢ່າງຫຼວງຫຼາຍ, ເຮົາກໍ່ຊົມຊອບບັນດາງານບຸນໂດຍແຂວງ ບາເຣັຍ-ຫວຸງເຕົ່າ ຈັດຕັ້ງຂຶ້ນທີ່ສຸດ ແລະ ຫວັງວ່າໃນແຕ່ລະປີ ທາງແຂວງຈະສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວນີ້ຫຼາຍຂຶ້ນ, ເພື່ອເຮັດໃຫ້ທຸກໆຄົນ ເມື່ອໄດ້ຍິນຊື່ສຽງຫວຸງເຕົ່ານັ້ນ ກໍ່ຕ້ອງຄິດເຖິງບັນດາງານບຸນເລີຍ”

     ພາຍຫຼັງຈັດຕັ້ງຫຼາຍຄັ້ງຕໍ່ເນື່ອງມາເປັນເວລາຫຼາຍປີ, ລັກສະນະສິລະປະ ການປະດິດຄິດສ້າງ ໃນງານບຸນແຕ່ລະຄັ້ງພັດຖືກຍົກສູງຂຶ້ນ. ແຕ່ລະງານບຸນກໍ່ມີຈຸດວັດທະນະທຳ ທີ່ເປັນເອກະລັກສະເພາະ ອັນໄດ້ປະກອບສ່ວນສ້າງຄວາມດູດດື່ມຂອງ ບາເຣັຍ-ຫວຸງເຕົ່າ ສຳລັບແຂກທ່ອງທ່ຽວເມື່ອໄດ້ມາຮ່ວມ. ການທ່ອງທ່ຽວງານບຸນບໍ່ພຽງແຕ່ແມ່ນການເຄື່ອນໄຫວ ວັທະນະທທຳ, ການເຫຼື້ອມໃສເທົ່ານັ້ນ, ຫາກຍັງແມ່ນກຳລັງໜູນຊຸກຍູ້ການພົວພັນແລກປ່ຽນ ທາງດ້ານວັດທະນະທຳ ແລະ ພັດທະນາເສດຖະກິດ ສັງຄົມອີກດ້ວຍ. ດ້ວຍມໍລະດົກທັງໝົດເຫຼົ່ານັ້ນ ກໍ່ອາດຈະເວົ້າໄດ້ວ່າ ຮູບແບບທ່ອງທ່ຽວ ວັດທະນະທຳງານບຸນຢູ່ ບາເຣັຍ-ຫວຸງເຕົ່າ ພວມມີພື້ນຖານຢ່າງໝັ້ນຄົງໜັກແໜ້ນ ເພື່ອຂະຫຍາຍຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ