ຄວາມມານະພະຍາຍາມເພື່ອການເຊື່ອມຕົວເຂົ້າກັບສັງຄົມຂອງຄົນພິການ

ເພື່ອ​ແນ​ໃສ່​ແບ່ງ​ປັນ​ຄວາມ​ຮັກ​ແພງ, ການ​ປົກ​ປ້ອງ, ເບິ່ງ​ແຍງ​ດູ​ແລ ແລະ ຊ່ວຍ​ເຫຼືອ​ຄົນ​ພິ​ການເຊື່ອມ​ຕົວ​ເຂົ້າ​ກັບສັງ​ຄົມ, ລັດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ການ​ເມືອງ​ສັງ​ຄົມ​ຫວຽດ​ນາມ ໄດ້ ແລະ ພວມ​ມີ​ບັນ​ດາ​ນະ​ໂຍ​ບາຍ​ໜູນ​ຊ່ວຍ ຄົນ​ພິ​ການ. ໃນ​ນັ້ນ, ເອົາ​ໃຈ​ໃສ​ເຖິງ​ການ​ແກ້​ໄຂ ສ້າງວຽກ​ເຮັດ​ງານ​ທຳ​ໃຫ້ ຄົນ​ພິ​ການ, ຜ່ານນັ້ນ ຊ່ວຍ​ໃຫ້​ເຂົາ​ເຈົ້າ​ສ້າງ​ການ​ດຳ​ລົງ​ຊີ​ວິດ​ເປັນ​ປົກ​ກະ​ຕິ.

ຄວາມມານະພະຍາຍາມເພື່ອການເຊື່ອມຕົວເຂົ້າກັບສັງຄົມຂອງຄົນພິການ - ảnh 1
​ຫວຽດ​ນາມ​ໄດ້​ມີ​ລະ​ບົບ​ໜູນ​ຊ່ວຍ​ສັງ​ຄົມ ແລະ ບັນ​ດາ​ນະ​ໂຍ​ບາຍ​ທີ່​ຄົບ​ຖ້ວນ​ພໍ​ສົມ​ຄວນ​ໃຫ້​ແກ່ຄົນ​ພິ​ການ

     ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ຄົນ​ພິ​ການ​ເກືອບ 7 ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ​ໄດ້ ແລະ ພວມ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ແລະ ໜູ​ນຊ່ວຍ​ຢ່າງ​ຕັ້ງ​ໜ້າຈາກ​ບັນ​ດາ​ອົງ​ການ​ສັງ​ຄົມ​ທັງ​ຢູ່​ພາຍ​ໃນ ແລະ​ ຕ່າງ​ປະ​ເທດ. ມີຫຼາຍ​ໂຄງ​ການ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ຮັບ​ຮູ້​ຂອງ​ທົ່ວ​ສັງ​ຄົມ​ກ່ຽວ​ກັບ​ສິດ​ຂອງ ຄົນ​ພິ​ການ​, ຍູ້​ແຮງ​ການ​ຖະ​ແຫຼງ​ຂ່າວ​ໂຄ​ສະ​ນາ​ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ ແລະ ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ​ທີີ່​ມີ​ຕໍ່ ຄົນ​ພິ​ການ​, ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ອົງ​ການ​ຂອງ ຄົນ​ພິ​ການ​ ແລະ ບ​ັນ​ດາ ຄົນ​ພິ​ການ​​ມີ​ໂອ​ກາດ​ໄດ້​ພົບ​ປະ, ແລກ​ປ່ຽນ ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ ແລະ ຫຍັບ​ມໍ່​ເຂົ້າ​ກັນ​ກ່​ວາ. ໃນ​ການ​ເຄື່ອນ​ໄຫວ​ເຫຼົ່າ​ນັ້ນ, ບົດ​ບາດ​ຂອງ​ສະ​ມາ​ຄົມ​ຊ່ວຍ​ເຫຼືອຄົນ​ພິ​ການ​ຈາກ​ສູນ​ກາງ​ລົງ​ຮອດ​ຮາກ​ຖານ ແມ່ນ​ສຳ​ຄັນ​ທີ່​ສຸດ.      ທ່ານ ເລື່ອງ​ຟານ​ກື ຮອງ​ປະ​ທານ​ສະ​ມາ​ຄົມ​ຊ່ວຍ​ເຫຼືອຄົນ​ພິ​ການ ແລະ ເດັກ​ກຳ​ພ້າ​ຫວຽດ​ນາມ​ໃຫ້​ຮູ້​ວ່າ :

    “ ການ​ປະ​ກອບ​ສ່ວນ​ຂອງ​ສະ​ມາ​ຄົມ​ໄດ້ ສ້າງວຽກ​ເຮັດ​ງານ​ທຳ​ໃຫ້ ຄົນ​ພິ​ການ ແລະ ຄອບ​ຄົວ​ຂອງ ຄົນ​ພິ​ການ. ນັ້ນ​ແມ່ນ​ການ​ເຂົ້າ​ຮ່ວມ​ບັນ​ດາ​ຂະ​ບວນ​ການ​ຂອງ​ພັກ ແລະ ລັດ. ຍົກ​ຕົວ​ຢ່າງ​ເຊັ່ນ: ຂະ​ບວນ​ການ​ໜູນ​ຊ່ວຍຄົນ​ພິ​ການ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ນອກ​ຈາກນັ້ນ ກໍ​ຍັງ​ມີ​ໂຄງ​ການ​ຕ່າງໆ​ເຊັ່ນ ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ເຂດ​ປະ​ສົບ​ໄພ​ນ້ຳ​ຖ້ວມ, ສະ​ໜອງ​ການ​ບໍ​ລິ​ການ​ປະ​ກັນ​ສຸ​ຂະ​ພາບ​ໃຫ້​ແກ່ ຄົນ​ພິ​ການ, ເດັກ​ກຳ​ພ້າ ແລະ ຜູ້​ທ​ຸກ​ຍາກ. ນີ້​ແມ່​ບັນ​ດາ​ໂຄງ​ການ​ໂດຍ​ວັດ​ທະ​ນະ​ທຳ​ມະ​ນຸດ. ຜ່ານ​ບັນ​ດາ​ເຫດ​ການ​ຕ່າງໆ​ທີ່​ຈັດ​ຂຶ້ນ​ຢູ່​ທ້ອງ​ຖິ່ນ, ກໍ​ໄດ້​ປຸ​ກ​ລຸກ​ນ້ຳ​ໃຈ​ຮັກ​ແພງ​ມະ​ນຸດ​ໃນ​ວົງ​ຄະ​ນະ​ຍາດ ເພື່ອ​ແຜ່​ຂະ​ຫຍາຍ​ຊ່ວຍຄົນ​ພິ​ການ​ມີ​ໂອ​ກາດ​ບືນ​ຕົວ​ຂຶ້ນ ເຊື່ອມຕົວ​ເຂົ້າ​ກັບ​ສັງ​ຄົ​ມ ”

    ໄລ​ຍະ​ທີ່​ຜ່ານ​ມາ, ລັດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ການ​ເມືອງ​ສັງຄົມ ກໍ​ມີຫຼາຍ​ນະ​ໂຍ​ບາຍ​ລະ​ອຽດ​ແນ​ໃສ່​ໜູ​ນ​ຊ່ວຍ ຄົນ​ພິ​ການ​, ຈາກ​ການ​ແກ້​ໄຂ​ລະ​ບອບ​ອຸດ​ໜູນ​ໃຫ້ຄົນ​ພິ​ການ​ ຕະຫຼອດ​ຮອດ​ລະ​ບອບ​ວຽກ​ເຮັດ​ງານ​ທຳ​ສຳ​ລັບຄົນ​ພິ​ການ​, ຊ່ວຍ​ເຂົາ​ເຈົ້າ​ຜ່ານ​ຜ່າ​ຮົ້ວ​ກີດ​ຂວາງ, ສ້າງ​ການ​ດຳ​ລົງ​ຊີ​ວິດ​ເປັນ​ປົກ​ກະ​ຕິ. ເພື່ອ​ຊ່ວຍຄົນ​ພິ​ການ​ມີ​ຄວາມ​ໝັ້ນ​ໃຈ ແລະ ບືນ​ຕົວ​ຂຶ້ນ, ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະ​ນະ​ຍາດ, ​ບໍ​ລິ​ສັດ Babeeni ສາ​ຂາ​ແຂວງ​ຫາຍ​ເຢືອງ​ຈຳ​ກັດໄດ້​ສົ​ມທົບກັບສະ​ມາ​ຄົມ​ຊ່ວຍ​ເຫຼືອຄົນ​ພິ​ການ ແລະ ເດັກ​ກຳ​ພ້າ​ຫວຽດ​ນາມ ໄດ້​ເປີດ​ຊຸດ​ບຳ​ລຸງ ແນະ​ນຳ​ວິ​ຊາ​ຊີບໃຫ້​ແກ່ ຄົນ​ພິ​ການ​ 110 ຄົນ. ພາຍຫຼັງ​ເປີດ​ຊຸດ​ບຳ​ລຸງ, ທາງວິ​ສາ​ຫະ​ກິດ​ໄດ້​ຮັບ ຄົນ​ພິ​ການ​ 60 ຄົນ​ເຂົ້າ​ເຮັດ​ວຽກ​ຢູ່​ບໍ​ລິ​ສັດ​ດ້ວຍ​ເງິນ​ເດືອນ 5-6 ລ້ານ​ດົງ/ເດືອນ.     ທ່ານ ເລ​ແທງ​ຫາຍ ຮອງ​ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ Babeeni ສາ​ຂາ​ແຂວງ​ຫາຍ​ເຢືອງ​ຈຳ​ກັດ ແບ່ງ​ປັນ​ວ່າ : 

  “ ຂະ​ແໜງ​ຖັກ​ແສ່ວ ແລະ ຕັດ​ຫຍິບ​ຂອງ​ບໍ​ລິ​ສັດ​ແມ່ນ​ແທດ​ເໝາະ​ກັບຄົນ​ພິ​ການ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ລົມ​ໃຈ​ແກ່​ພວກ​ເພື່ອນ ນັບ​ແຕ່​ເຂົ້າ​ຮຽນ​ວີ​ຊາ​ຊີບ​ຢູ່​ບໍ​ລິ​ສັດ. ສະ​ພາບ​ແວດ​ລ້ອມ​ແຫ່ງ​ກາ​ເຮັດ​ວຽກ​ໄດ້​ຊ່ວຍ​ພວກ​ເພື່ອນ​ມີ​ຄວາມ​ໝັ້ນ​ໃຈ ແລະ ປຽນ​ແປງ​ຈີນ​ຕະ​ນາ​ການ. ເມື່ອ​ທຳ​ອາ​ຊີບ​ຢ່າງ​ຊຳ​ນານ​ງານ​ແລ້ວ, ພວກ​ເພື່ອນ​ກໍ​ເຮັດ​ວຽກ​ປຽບ​ເໝືອນ​ແຮງ​ງານ​ທຳ​ມະ​ດາ ແລະ ເມື່ອ​ມີ​ລາຍ​ຮັບ​ປົກ​ກະ​ຕິ, ພວກ​ເພື່ອນ​ກໍ​ມີ​ຄວາມ​ເຊື່ອ​ໝັ້ນ​ຕົນ​ເອງ​ກວ່າ​ໃນ​ການ​ດຳ​ລົງ​ຊີ​ວິດ ”

     ພ້ອມ​ກັບ​ການ​ໜູ​ຊ່ວຍ​ສ້າງ​ເງື​ອ່ນ​ໄຂ​ສະ​ດວກ​ຂອງ​ລັດ, ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ, ມີຄົນ​ພິ​ການ​ຫຼາຍ​ຄົນ​ໄດ້ ບືນ​ຕົວ​ຂຶ້ນ​ດ້ວຍ​ຕົນ​ເອງ ແລະ ໄດ້ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະ​ນະ​ຍາດ. ອ້າຍ​ເຈີນ​ເທ້​ດາດເປັນ​ຄົນ​ພິ​ການ​ຕາກໍ​ແມ່ນ​ຜູ້​ໜຶ່ງ​ໃນ​ຈຳ​ນວນ​ດັ່ງ​ກ່າວ. ລາວ​ສາ​ມາດ​ເສັງ​ໄດ້​ຄະ​ແນນ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ຮ່າ​ໂນ້ຍ​ດ້ວຍ​ການ​ລົງ​ເລິກ​ຂະ​ແໜງ​ພາ​ສາ​ອັງ​ກິດ ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ເປີດ​ດ້ວຍ​ການ​ລົງ​ເລິກຂະ​ແໜງບໍ​ລິ​ຫານ​ທຸ​ລະ​ກິດ. ປະ​ຈຸ​ບັນ​ລາວ​ເປັນ​ປະ​ທານ​ສະ​ມາ​ຄົມ​ຄົນ​ພິ​ການ​ຕາ​ເມືອງ​ແທງ​ຈີ່, ຮ່າ​ໂນ້ຍ. ອ້າຍ​ເຈີນ​ເທ້​ດາດ ເວົ້າ​ວ່າ: 

      “ໃນ​ການ​ດຳ​ລົງ​ຊີ​ວິດ ແມ່ນບໍ່​ມີ​ຄວາມ​ຍຸ​ຕິ​ທຳ​ຈົນ​ສຸດດອກ. ຄືນິີ້ວ​ມື ກໍ​ມີນີ້ວຍາວ ນີ້ວ​ສັ້ນ. ແຕ່​ສຳ​ຄັນ​ແມ່ນ​ບັນ​ດານີ້ວ​ມື​ຍັງ​ຢູ່​ໃນ​ຝາ​ມື​ດຽວ. ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ໂດຍ​ແມ່ນ​ຄົນ​ພິ​ການ​ທີ່​ໄດ້​ຜ່ານ​ຜ່າ​ບັນ​ດາ​ຄວາມ​ບົ່ມ​ດ້ອຍ​ຂອງ​ຕົນ​ເອງ ແລະ ບັນ​ດາ​ຄວາມ​ຫຍຸ້ງ​ຍາກໃນ​ການ​ດຳ​ລົງຊີ​ວິດ ກໍ​ຍ້ອນ​ໄດ້​ຮັບ​ການ​ລະ​ດົມ​ໃຈ​ຊ່ວຍ​ເຫຼືອຈາກ​ບັນ​ດາ​ໝູ່​ເພື່ອນ, ຄອບ​ຄົວ, ລັດ, ສັງ​ຄົມ, ວິ​ສາ​ຫະ​ກິດ, ບັນ​ດາ​ຜູ້​​ມີຈິດ​ໃຈ​ໂອບ​ອ້ອມ​ອາ​ລີ ໄດ້​ຊ່ວຍ​ເຫຼືອ​ພວກ​ຂ້າ​ພະ​ເຈົ້າບືນ​ຕົວ​ຂຶ້ນ, ເຊື່ອມຕົວ​ເຂົ້າ​ກັບ​ສັງ​ຄົ​ມ”.

     ຢູ່​ຫວຽດ​ນາມ​ໄດ້​ມີ​ລະ​ບົບ​ໜູນ​ຊ່ວຍ​ສັງ​ຄົມ ແລະ ບັນ​ດາ​ນະ​ໂຍ​ບາຍ​ທີ່​ຄົບ​ຖ້ວນ​ພໍ​ສົມ​ຄວນ​ໃຫ້​ແກ່ຄົນ​ພິ​ການ​ ຄື​ນະ​ໂຍ​ບາຍ​ລ້ຽງ​ດູ, ເບິ່ງ​ແຍງ​ສຸ​ຂະ​ພາບ, ຟື້ນ​ຟູ​ສະ​ມັດ​​ຕະ​ພາບຄົນ​ພິ​ການ​,ການ​ສຶກ​ສາ….ຍ້ອນ​ມີ​ຄວາມ​ເອົາ​ໃຈ​ໃສ່​ຢ່າງຫຼວງ ຫຼາຍ​ຂອງ​ລັດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງສັງ​ຄົມ​ນັ້ນ, ຄົນ​ພິ​ການ​ບໍ່​ພຽ​ແຕ່​ສາ​ມາດບືນ​ຕົວ​ຂຶ້ນ, ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະ​ນະ​ຍາດ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ການ​ດຳ​ລົງ​ຊີ​ວິດ​ອີກ​ດ້ວຍ.ໂດຍ​ຜ່ານ​ບັນ​ດາ​ເຫດ​ການ, ພ້ອມ​ກັບ​ການ ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະ​ນະ​ຍາດນັ້ນ, ໄດ້​ຊ່ວຍຄົນ​ພິ​ການ​​ປົວ​ແປງ​ຊີ​ວິດ​ເປັນ​ຢູ່​ໃຫ້​ດີ​ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ