ຊາວເຜົ່າມົ້ງຮັກສາຮີດຄອງປະເພນີອັນເປັນມູນເຊື້ອ

ຊາວ​ເຜົ່າ​ມົ້ງ​ແມ່ນ​ໜຶ່ງ​ໃນບັນ​ດາຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ມີ​ຈຳ​ນວນ​ປະ​ຊາ​ກອນ​ຢ່າງຫຼວງຫຼາຍ​ຢູ່​ພາກ​ເໜືອ​ຫວຽດ​ນາມ. ພ້ອມ​ກັບ 53 ຊົນ​ເຜົ່າ​ອ້າຍ​ນ້ອງ, ຊາວ​ເຜົ່າ​ມົ້ງ​ມີ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ທີ່​ມີ​ສີ​ສັນ​ສະ​ເພາະ, ປະ​ກອບ​ສ່ວນ​ເຮັດ​ໃຫ້​ພື້ນ​ຖານ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ຫວຽດ​ນາມ​ເພີ່ມ​ຄວາມອຸ​ດົມ​ສົມ​ບູນ​ໃຫ້​ແກ່​ພື້ນ​ຖານ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ຫວຽດ​ນາມ.

 

ຊາວເຜົ່າມົ້ງຮັກສາຮີດຄອງປະເພນີອັນເປັນມູນເຊື້ອ   - ảnh 1
ຊາວ​ເຜົ່າ​ມົ້ງ​ໃນ​ວັນ​ບຸນ​ປະ​ເພ​ນີ

       ເສັ້ນ​ທາງ​ຂຶ້ນ​ເຂດ​ພູ​ສູງ ຟອງ​ໂຖ ໃນ​ແຂວງ​ລາຍ​ເຈົາ, ໃນ​ຊຸມ​ວັນຍາມ​ລະ​ດູ​ໜາວ, ບົນ​ເນື້ອ​ທີ່​ນາ​ຂັ້ນ​ໄດ, ຊາວ​ກະ​ສີ​ກອນ​ເປັນ​ຈຸ​ເປັນ​ກຸ່ມ​ພວມ​ຂ້​ຸນ​ຂ້ຽວ​ກ່ຽວເຂົ້າ. ເຈືອ​ຈານ​ເຂົ້າ​ກັບ​ບັນ​ຍາ​ກາດ​ຟົດ​ຟື້ນ​ໃນ​ລະ​ດູ​ເກັບ​ກ່ຽວ​ເຂົ້າ​ນັ້ນ, ໝູ່​ບ້ານ ຮາງ​ເອ, ຕາ​ແສງ ປາ​ໄວ​ສື ກໍ​ຟົດ​ຟື້ນ​ເຊັ່ນ​ດຽວ​ກັນ. ນັບ​ແຕ່​ຮຸ່ງ​ເຊົ້າ, ພໍ​ແມ່​ພີ​ນ້ອງ​ໃນ​ບ້ານ ແລະ ຍາດ​ພີ​ນ້ອງ​ກໍ​ໄດ້​ໄປ​ເຮືອນອ້າຍ​ຊຸ່ງ​ອາ​ເຢ , ຜູ້ນ​ຳ​ເອົາ​ໝູ, ຜູ້​ນຳ​ເອົາ​ໄກ່, ຜູ້​ຫຸ້ງ​ເຂົ້າ​ເພື່ອ​ກະ​ກຽມ​ເຄື່ອງ​ຂອງ​ບູ​ຊາ​ບັນ​ພະ​ບຸ​ລຸດ, ເທ​ວະ​ດາ​ຟ້າ​ແຖນ. ນີ້​ແມ່ນ​ລະ​ດູ​ເກັບ​ກ່ຽວ​ເຂົ້າ​ທີ 2 ຊຶ່ງຄອບ​ຄົວອ້າຍ​ຊຸ່ງ​ອາ​ເຢມີ​ຄວາມ​ອີ່ມ​ໜຳ​ສຳ​ລານ​ພາຍຫຼັງ​ໄດ້​ກີ້ງ​ເກືອກກັບ​ຄວາມ​ຫຍຸ້ງ​ຍາກມາ​ເປັນ​ເວ​ລາຫຼາຍ​ປີ. ອ້າຍ​ຊຸ່ງ​ອາ​ເຢໃຫ້​ຮູ້​ວ່າ ຖ້າ​ຫາກ​ຢາກ​ຮັກ​ສາ ແລະ ປະ​ຕິ​ບັດ​ບັນ​ດາ​ຮີດ​ຄອງ​ປະ​ເພ​ນີ​ທີ່​ມີ​ມາ​ແຕ່​ດົນ​ນາ​ນນັ້ນ, ປູ່​ຍ່າ​ຕາ​ຍາຍ, ບັນ​ພະ​ບຸ​ລຸດຈະ​ອຸ່ມ​ຊູ​ຊ່ວຍ​ເຫຼືອ. ບັນ​ພະ​ບຸ​ລຸດເວົ້າ​ວ່າ :

     “ ກ່ອນນີ້​ກໍ​ໄດ້​ຟັງ​ຄວາມ​ເຂົາ​ເຈົ້າ​ເຊືອ​ຖື​ງົມ​ງວາຍ ແລະ ໄດ້​ປະ​ລະ​ຮີດ​ຄອງ​ປະ​ເພ​ນີຂອງ​ບ້ານ. ປະ​ຈຸ​ບັນ​ກໍ​ເຊົາ​ແລ້ວ ແລະ ໄດ້​ກັບ​ຄືນ​ສູ່​ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊົນ​ເຜົ່າ​ຕົ​ນ. ເຮົາ​ໄດ້​ພ້ອມ​ກັບ​ລັດ, ພໍ່​ແມ່ພີ​ນ້ອງ​ໃນ​ບ້ານ​ທຳ​ມາ​ຫາ​ກິນ ”

      ຊົນ​ເຜົ່າ​ມົ້ງມີຫຼາຍ​ງານ​ບຸນ​ອັນ​ເປັນ​ປະ​ເພ​ນີ ແລະ ມີ​ຄວາມ​ໝາຍ, ສີ​ສັນ​ອັນ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຊຶ່ງ​ພົ້ນ​ເດັ່ນ​ແມ່ນ​ງານ​ບຸນ​ກິນ​ຈຽງ. ນີ້​ແມ່ນ​ງານ​ບຸນ​ຖືກ​ຈັດ​ຂຶ້ນ​ໃນ​ໂອ​ກາດ​ບຸນ​ເຕັດ​ແຕ່​ລະ​ປີ. ຕາມ​ປະ​ເພ​ນີ​ແລ້ວ, ງານ​ບຸນນີ້​ແມ່ນ​ເພື່ອ​ພາ​ວະ​ນາ​ໃຫ້​ດິນ​ຟ້າ​ອາ​ກາດ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ, ລະ​ດູ​ການ​ຜະ​ລິດ​ໄດ້​ຮັບ​ຜົນ​ດີ, ປຸກ​ລຸກ​ນ້ຳ​ໃຈ​ສາ​ມັກ​ຄີ, ອ​ວາຍ​ໜ້າສູ່ກົກ​ເຄົ​້າເຫງົ້າ​ກໍ. ຕາມ​ການ​ເວ​ລາ​ແລ້ວ, ສີ​ສັນ​ວັດ​ທະ​ນະ​ທຳ​ຈຳ​ນວນ​ໜຶ່ງ​ຂອງ ຊົນ​ເຜົ່າ​ມົ້ງ​ພວມ​ຖືກ​ສູນ​ຫາຍ​ໄປ, ບັນ​ດາ​ການ​ລະຫຼິ້ນ​ພື້ນ​ເມືອງ​ຄ່ອຍໆ​ບໍ່​ປະ​ກົດ​ມີ​ໃນ​ງານ​ບຸນ. ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳສິ​ລະ​ປະ​ຄື ຟ້ອນ​ແຄນ​ຄູ່​ບາ​ວ​ສາວ, ຂັບ​ກ້ຽວ​ຍິງ-ຊາຍ ກໍ​ຄ່ອຍຖືກຫຼົງ​ລືມ​ໄປ. ໂດຍ​ມີ​ຄວາມ​ຮັບ​ຮູ້​ໄດ້​ເຖິງ​ຄຸນ​ຄ່າ​ຂອງ ​ຮີດ​ຄອງ​ປະ​ເພ​ນີ​ອັນ​ເປັນ​ມູນ​ເຊື້ອ, ພະ​ນັກ​ງານ​ຕາ​ແສງ ແລະ ບັນ​ດາ​ຂະ​ແໜງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໄດ້​ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍຫຼາຍ​ມາດ​ຕະ​ການ ແນ​ໃສ່​ຟື້ນ​ຟູ​ບັນ​ດາ​ປະ​ເພນ​ີ​ທີ່​ມີ​ສິ​ສັນ​ຂອງຊົນ​ເຜົ່າ​ມົ້ງຢູ່​ທ້ອງ​ຖິ່ນ. ທ່ານ ມາ​ອາ​ລູ້ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ຢາວ​ຊານ ເມືອງ​ຊາຍ​ແດນ​ຟອງ​ໂຖ ໃຫ້​ຮູ້​ວ່າ : 

    “ ພວກ​ຂ້າ​ພະ​ເຈົ້າ​ໂຄ​ສະ​ນາ ແລະ ແນະ​ນຳ​ໃຫ້​ພໍ່​ແມ່​ພີ​ນ້ອງ​ດຳ​ລົງ​ຊີ​ວິດ​ຕາມ ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ປູ່​ຍ່າ​ຕາ​ຍາຍ​ເມື່ອ​ກ່ອນນີ້. ພ້ອມ​ກັນ​ນັ້ນ, ລັດ​ຍັງ​ມີ​ບາງ​ນະ​ໂຍ​ບາຍ​ໜູນ​ຊ່ວຍ, ຂົນ​ຂວາຍ, ໂຄ​ສະ​ນາ​ພໍ່​ແມ່​ພີ​ນ້ອງ​ຂອງ​ຕົນ​ປະ​ຕິ​ບັດ​ຕາມ ​ຮີດ​ຄອງ​ປະ​ເພ​ນີ​ ແລະ ລະ​ບຽບ​ການຂອງ​ບ້ານເມືອງ ”

     ຊຸມ​ປີມໍ່ໆ​ມານີ້, ລັດ​ກໍ​ໄດ້​ມີ​ບັນ​ດາ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ພໍ່​ແມ່​ພີ​ນ້ອງ​ໃຫ້​ສ້າງການ​ດຳ​ລົງ​ຊີວ​ິດ ແລະ ສາ​ສະ​ໜາ​ໃຫ້​ດີ​ງາມ. ມ​າ​ຮອດ​ປະ​ຈຸ​ບັນ, ແຂວງ​ລາຍ​ເຈົາ​ກໍ​ໄດ້​ເຮັດ​ວຽກ​ງານ​ຂະ​ຫຍາຍ​ພະ​ນັກ​ງານ​ແມ່ນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ເປັນ​ຢ່າງ​ດີ. ບັນ​ດາ​ພະ​ນັກ​ງານ​ແມ່ນ​ຊາວ​ເຜົ່າ​ມົ້ງ ຕ່າງ​ກໍ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຕົນ​ໃນ​ວົງ​ຄະ​ນະ​ຍາດ, ໝູ່​ບ້ານ, ເຂດ​ຊຸມ​ຊົ​ນ​ເປັນ​ຢ່າງດີ, ອັນ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ພັດ​ທະ​ນາ​ຂອງ​ທ​້ອງ​ຖິ່ນ.  ທ່ານ ຊຸ່ງ​ອາ​ຝູ ຮອງ​ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ຄະ​ນະ​ພັກ​ແຂວງ​ລາຍ​ເຈົ້​ສາ​ໃຫ້​ຮູ້​ວ່າ

    “ ໂດຍ​ໄດ້​ກຳ​ນົດ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ອັນ​ເປັນ​ມູນ​ເຊື້ອ, ການ​ເຫຼື້ອມ​ໃສ​ຂອງ​ຊົນ​ເຜົ່າ​ນັ້ນ, ເຂົາ​ເຈົ້າ​ເອງກໍ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃນ​ການ​ໂຄ​ສະ​ນາ​ໃຫ້​ພໍ່​ແມ່​ພີ​ນ້ອງ​ສະ​ກັດ​ກັ້ນ​ການ​ອົບ​ພະ​ຍົບ​ຢ່າງ​ເສ​ລີ. ເຂົ​າ​ເຈົ້າໄດ້​ນຳ​ໜ້າ​ພ້ອມ​ກັບອຳ​ນາດ​ການ​ປົກ​ຄອງ, ແນວ​ໂຮມ​ປະ​ເທດ​ຊາດ ຂັ້ນ​ຕ່າງໆ ແລະ ບັນ​ດາອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ ສ້າງ​ຊົນ​ນະ​ບົດ​ໃໝ່, ພັດ​ທະ​ນາ​ເສດ​ຖະ​ກິດ, ຕ້ານ​ຮີດ​ເກົ່າ​ຄອງ​ເດີມ”

     ເພື່ອ​ປະ​ກອບ​ສ່ວນ​ຮັກ​ສາ​ຮີດ​ຄອງ​ປະ​ເພ​ນີວັດ​ທະ​ນະ​ທຳ​ອັນ​ເປັນ​ມູນ​ເຊື້ອ, ຊາວ​ເຜົ່າ​ມົ້ງ​ໃນ​ຕາ​ແສງ ປາ​ໄວ​ສື ໄດ້ ແລະ ພວມ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ການ​ເຄື​ອ່ນ​ໄຫວ​ວັດ​ທະ​ນ​ະ​ທຳສິ​ລະ​ປະ, ກິ​ລາ​ກາຍ​ຍະ​ກຳ​ພັດ​ທະ​ນາ. ທາງ​ຕາ​ແສງກໍ​ໄດ້​ຂົນ​ຂວາຍ​ບັນ​ດາ​ຄອບ​ຄົວ​ປະ​ຕິ​ບັດ​ເປົ້າ​ໝາຍ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ສີ​ສັນ​​ມູນ​ເຊື້ອວັດ​ທະ​ນະ​ທຳ​ຂອງ​ຊົນ​ເຜົ່າ, ພິ​ເສດ​ແມ່ນ​ໃນໂອ​ກາດ​ບັນ​ດາ​ງານ​ບຸນຂອງ​ຫມູ່​ບ້ານ ແລະ ໃນ​ວັນ​ບຸນ​ເຕັດ​ອັນເປັນ​ປະ​ເພ​ນີ. ພ້ອມ​ກັນ​ນັ້ນ, ກໍ່ໄດ້​ສ້າງ​ບັນ​ດາ​ຮູບ​ແບບ​ໂຄ​ສະ​ນາ​ກ່ຽວ​ກັບ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ອັນ​ເປັນ​ມູນ​ເຊື້ອ​ໃຫ້​ແກ່​ພໍ່​ແມ່​ພີ​ນ້ອງ​ໃນ​ຕາ​ແສງ​ເປັນຫຼາຍ​ຮູບຫຼາຍ​ແບບ, ​ເລືອກ​ເອົາ​ຊາວ​ໜຸ່ມຈຳ​ນວນ​ໜຶ່ງ​ທີ່​ມີ​ພອນ​ສະ​ຫວັນ, ລະ​ດັບ​ຄວາມ​ຮູ້ ແລະ  ມີ​ຄວາມ​ກະ​ຕື​ລື​ລົ້ນ​ເພື່ອ​ຝຶກ​ອົບ​ຮົມ​ທາງ​ດ້ານ​ວັດ​ທະ​ນະ​ທຳສິ​ລະ​ປະ. ນີ້​ແມ່ນ​ຂົວ​ເຊື່ອມ​ຕໍ່​ໃນ​ການ​ໂຄ​ສະ​ນາ​ຂົນ​ຂວາຍ​ໃຫ້​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ ສີ​ສັນ​​ມູນ​ເຊື້ອວັດ​ທະ​ນະ​ທຳ​ຂອງ​ຊາດ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ