ດັກລັກຍູ້ແຮງວຽກງານສື່ສານ, ເພື່ອໃຫ້ປະຊາຊົນເຂົ້າຮ່ວມປະກັນສຸຂະພາບ

(VOVWORLD) -ປະຈຸບັນ, ແຂວງດັກລັກມີເກືອບ 1,5 ລ້ານຄົນເຂົ້າຮ່ວມການປະກັນສຸຂະພາບ, ກວມກ່ວາ 81% ຈຳນວນປະຊາກອນ, ໃນນັ້ນ ຕົ້ນຕໍແມ່ນເປົ້າໝາຍໄດ້ຮັບບັດປະກັນສຸຂະພາບໂດຍບໍ່ຄິດຄ່າ

ໃນຂະນະທີ່ອັດຕາຜູ້ຊື້ ປະກັນສຸຂະພາບໂດຍສະໝັກໃຈຍັງຕ່ຳຢູ່, ດັ່ງນັ້ນ, ຂະແໜງການທີ່ມີໜ໊າທີ່ຮັບຜິດຊອບຂອງແຂວງພວມຍູ້ໄວວຽກງານສື່ສານ, ຊ່ວຍປະຊາຊົນເຂົ້າໃຈແຈ້ງກ່ຽວກັບຜົນປະໂຫຍດທີ່ໄດ້ຈາກການເຂົ້າຮ່ວມ ປະກັນສຸຂະພາບ.

ດັກລັກຍູ້ແຮງວຽກງານສື່ສານ, ເພື່ອໃຫ້ປະຊາຊົນເຂົ້າຮ່ວມປະກັນສຸຂະພາບ - ảnh 1ປະຊາຊົນມາຮັບບັດປະກັນສຸຂະພາບ 

       ຍ້ອນອາຍຸງ, ສຸຂະພາບອ່ອນເພຍ, ລູກເຕົ້າຢູ່ແດນໄກ, ດັ່ງນັ້ນ ລຸງ ເອ ຮຍັນ ຊາວເຜົ່າເອເດຢູ່ບ້ານ ກວດຢັງອາ, ຕາແສງ ກວກດັງ, ເມືອງ ກືມະກາ ໄດ້ເປັນເຈົ້າການຊື້ບັດປະກັນສຸຂະພາບເພື່ອໜູນຊ່ວຍແກ່ຕົນເອງເມື່ອເຈັບເປັນ. ປີ 2016, ລຸງໄດ້ເປັນພະຍາດໂລກກ້ອນເບົ້າ ແລະ ຕ້ອງໄປຜ່າຕັດຢູ່ໂຮງໝໍແຂວງດັກລັກ. ຍ້ອນມີບັດ ປະກັນສຸຂະພາບ, ດັ່ງນັ້ນລຸງໄດ້ຮັບການໜູນຊ່ວຍຄ່າປິ່ນປົວ 80%. ລຸງ ເອ ຮຍັນ ເວົ້າວ່າ :

    “ ຄາວນັ້ນ ຂ້າພະເຈົ້າຫາກໍຊື້ບັດປະກັນສຸຂະພາບ, ແລ້ວກໍພໍດີໄປຜ່າຕັດກ້ອນເບົ້າຢູ່ໂຮງໝໍແຂວງ. ໃນເວລາປິ່ນປົວ, ໂຮງໝໍໄດ້ເບິ່ງແຍງສຸຂະພາບໃຫ້ແກ່ຂ້າພະເຈົ້າເປັນຢ່າງດີ. ຂ້າພະເຈົ້າເຫັນວ່າ ບັດປະກັນສຸຂະພາບນຳມາເຊິ່ງຜົນປະໂຫຍດຢ່າງຫຼວງຫຼາຍ. ບັດປະກັນສຸຂະພາບຂອງຂ້າພະເຈົ້າໄດ້ໝົດກຳນົດແລ້ວ, ແລະ ຂ້າພະເຈົ້າຈະຊື້ຕໍ່. ມີບັດ ປະກັນສຸຂະພາບກໍເປັນການດີໃນການຫຼຸດຜ່ອນຄ່າໂຮງໝໍເມື່ອເຮົາເຈັບເປັນ ”

     ເຖິງຢ່າງໃດກໍຕາມ, ບໍ່ແມ່ນວ່າຄອບຄົວໃດກໍສາມາດເຂົ້າໃຈໄດ້ເຖິງຜົນປະໂຫຍດຈາກການຊື້ບັດປະກັນສຸຂະພາບໂດຍສະໝັກໃຈຄືລຸງ ເອ ຮຍັນ. ສອງຜົວເມຍນາງ ເຮີແຢງນີເອ ຊາວເຜົ່າເອເດ ໄທບ້ານດຽວກັນກັບລຸງ ເອ ຮຍັນ, ເຖິງວ່າແມ່ນແຮງງານຕົ້ນຕໍໃນຄອບຄົວ, ແຕ່ບໍ່ເຂົ້າຮ່ວມການປະກັນສຸຂະພາບ. ແຕ່ເມື່ອມີຄວາມຕ້ອງການ, ນາງຈຶ່ງຮູ້ສຶກເສຍດາຍ. ນາງ ເຮີແຢງນີເອ ເວົ້າວ່າ : 

   “ ກ່ອນນີ້ຄືໃນປີ 2006, ຄອບຄົວຂ້າພະເຈົ້າ ກໍໄດ້ຊື້ບັດປະກັນສຸຂະພາບ, ແຕ່ກໍບໍ່ໄດ້ນຳໃຊ້, ເມື່ອເຈັບເປັນກໍໄປກວດ ແລະ ປິ່ນປົວຢູ່ໂຮງໝໍເອກະຊົນເພຶ່ອສະດວກສະບາຍ. ໄລຍະຕໍ່ມາ, ກໍບໍ່ຊື້ບັດ ປະກັນສຸຂະພາບອີກເລີຍ. ແຕ່ໃນເວລາທີ່ຜ່ານມາ ກໍຮູ້ສຶກເປັນໜ້າເສຍດາຍແທ້, ເພາະໃນເວລາຖືພາມານລູກຊາຍຫຼ້າ, ຮອດຍາມປະສູດກໍປະສົບກັບບັນຫາຫຍຸ້ງຍາກ, ດັ່ງນັ້ນ ຕ້ອງເຂົ້າໂຮງໝໍປິ່ນປົວສຸກເສີນ. ຖ້າຫາກວ່າ ມີບັດປະກັນສຸຂະພາບ ກໍໄດ້ຮັບການໜູນຊ່ວຍຄ່າໃຊ້ຈ່າຍຫຼາຍ, ເສຍເງິນກໍບໍ່ເທົ່າໃດ. ແຕ່ຍ້ອນບໍ່ມີບັດປະກັນສຸຂະພາບ, ດັ່ງນັ້ນຄອບຄົວຂ້າພະເຈົ້າຕ້ອງຈ່າຍເງິນເຖິງ 11 ລ້ານດົງ ”

     ຕາແສງ ກວກຢັງ, ເມືອງ ກືມະກາ ໃນປະຈຸບັນມີພົນລະເມືອງເກືອບ 11000 ຄົນ, ໃນນັ້ນມີພຽງປະມານ 46% ເຂົ້າຮ່ວມຊື້ປະກັນສຸຂະພາບ. ເພື່ອຍົກສູງອັດຕາຜູ້ ເຂົ້າຮ່ວມຊື້ປະກັນສຸຂະພາບ, ສຸກສາລາ ຕາແສງ ກວກຢັງ ຍາມໃດກໍຕັ້ງໜ້າໂຄສະນາ, ຂົນຂວາຍປະຊາຊົນໃຫ້ມີຄວາມເຂົ້າໃຈ ແລະ ກຳແໜ້ນບັນດາຜົນປະໂຫຍດຈາກການເຂົ້າຮ່ວມຊື້ປະກັນສຸຂະພາບ. ທ່ານນາງ ເຮີຢີ້ ນີເອກະດຳ ຮອງຫົວໜ້າສຸກສາລາຕາແສງ ກວກຢັງ ເມືອງ ກືມະກາ ໃຫ້ຮູ້ວ່າ : 

    “ ໃນເວລາບັນດາຜູ້ເປັນແມ່ໄປກວດສຸຂະພາບ, ຖ້າຫາກພວກລູກຂອງເຂົ້າເຈົ້າມີບັດປະກັນສຸຂະພາບ, ແຕ່ຍາດພີນ້ອງຂອງເຂົ້າເຈົ້າບໍ່ມີ, ແມ່ນຕ້ອງໂຄສະນາ, ຂົນຂວາຍເຂົ້າເຈົ້າເພື່ອມີຄວາມເຂົ້າໃຈກ່ຽວກັບການເຂົ້າຮ່ວມການປະກັນສຸຂະພາບຈະມີຜົນປະໂຫຍດສຳລັບຕົນເອງຄືແນວໃດ ເພາະໃນປະຈຸບັນ, ຢູ່ໂຮງໝໍຕ່າງໆ, ຄ່າໂຮງໝໍ ແລະ ລາຄາຢຸກຢາປົວພະຍາດແມ່ນສູງທີ່ສຸດ ”

      ຕາມທ່ານນາງ ຫງວຽນທິຊວນ, ຮອງຫົວໜ້າອົງການປະກັນສັງຄົມແຂວງ ດັກລັກ ແລ້ວ, ທົ່ວແຂວງ ມີເກືອບ 1,5 ລ້ານຄົນເຂົ້າຮ່ວມການປະກັນສຸຂະພາບ, ກວມກ່ວາ 81% ຈຳນວນປະຊາກອນ, ໃນນັ້ນ ມີກວ່າ 1 ລ້ານຄົນແມ່ນເປົ້າໝາຍໄດ້ຮັບບັດປະກັນສຸຂະພາບໂດຍບໍ່ຄິດຄ່າ. ສ່ວນທີ່ຍັງເຫຼືອ ແມ່ນຜູ້ເຂົ້າຮ່ວມການປະກັນສຸຂະພາບສ່ວນຫຼາຍ ແມ່ນຜູ້ເຖົ້າຜູ້ແກ່ ມັກເຈັບເປັນ ແລະ ເປັນຜູ້ຖືກພະຍາດຊຳເຮື້ອ. ທ່ານນາງ ຫງວຽນທິຊວນ ກ່າວວ່າ :

    “ ໃນໄລຍະທີ່ຈະມາເຖິງ, ການບໍລິການການແພດຈະເພີ່ມຂຶ້ນ ແລະ ຈະມີການດັດປັບລວມໃຫ້ແກ່ທຸກໆຄົນ, ຫາກບໍ່ຈຳແນກລະຫວ່າງຜູ້ຊື້ບັດປະກັນສຸຂະພາບ ແລະ ຜູ້ບໍ່ມີບັດປະກັນສຸຂະພາບ. ເປັນອັນວ່າ ບັນດາ ຜູ້ຊື້ບັດປະກັນສຸຂະພາບເວລາເຂົ້າໂຮງໝໍ, ກອງທຶນປະກັນສຸຂະພາບຈະຊຳລະຄ່າໂຮງໝໍໃຫ້. ສຳລັບບັນດາຜູ້ບໍ່ມີບັດປະກັນສຸຂະພາບ ແມ່ນຈະຕ້ອງຈ່າຍດ້ວຍເງິນຂອງຕົນເອງ. ເພື່ອເຮັດແນວໃດໃຫ້ປະຊາຊົນສາມາດເຂົ້າໃຈເຖິງນະໂຍບາຍການປະກັນສຸຂະພາບທີ່ຈະນຳມາເຊິ່ງຜົນປະໂຫຍດຫຍັງແດ່, ຂ້າພະເຈົ້າຄຶດວ່າ ວຽກງານໂຄສະນາແມ່ນສຳຄັນທີ່ສຸດ ”

              ດ້ວຍການຍູ້ແຮງວຽກງານໂຄສະນາ, ຊາວແຂວງດັກລັກຈະເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບນະໂຍບາຍ ແລະ ຜົນປະໂຫຍດເມື່ອເຂົ້າຮ່ວມການປະກັນສຸຂະພາບ. ນີ້ແມ່ນວຽກງານທີ່ຈຳເປັນເພື່ອຊ່ວຍປະຊາຊົນສະໝັກໃຈເຂົ້າຮ່ວມການປະກັນສຸຂະພາບ ແນໃສ່ຮັບປະກັນສິດຜົນປະໂຫຍດຈາກນະໂຍບາຍໜູນຊ່ວຍສັງຄົມໃຫ້ແກ່ປະຊາຊົນຂະນະທີ່ລາຄາການບໍລິການສາທາລະນະສຸກພວມເພີ່ມສູງຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ