ຕົ້ນດອກກ້ວຍໄມ້ດິນ ຊາປາ ຊ່ວຍປະຊາຊົນ ຢູ່ຕາແສງ ຕາຝິ່ນຫຼຸດພົ້ນອອກຈາກຄວາມທຸກຍາກ

(VOVWORLD) -ຕາແສງ ຕາຝິ່ນ, ເມືອງ ຊາປາ, ແຂວງ ລາວກາຍ ແມ່ນຕາແສງມີເງື່ອນໄຂເສດຖະກິດ - ສັງຄົມ ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ຂອງເມືອງ ຊາປາ, ມີບາງໄລຍະອັດຕາຄອບຄົວທຸກຍາກ ແມ່ນຢູ່ໃນລະດັບກວ່າ 50%. ໃນໄລຍະທີ່ຜ່ານມາ,  ທັງຕາແສງໄດ້ຄ່ອຍໆປ່ຽນແປງໂສມໜ້າ ແລະ ໄດ້ກາຍເປັນສະຖານທີ່ພົ້ນເດັ່ນໃນຂະບວນການພັດທະນາ ເສດຖະກິດ- ສັງຄົມຂອງທ້ອງຖິ່ນ. ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ, ການປູກຕົ້ນດອກກ້ວຍໄມ້ດິນ  ໄດ້ສວມບົດບາດສຳຄັນທີ່ສຸດ ໃນໂຄງປະກອບແນວປູກຂອງທ້ອງຖິ່ນ.
  ຕົ້ນດອກກ້ວຍໄມ້ດິນ ຊາປາ ຊ່ວຍປະຊາຊົນ ຢູ່ຕາແສງ ຕາຝິ່ນຫຼຸດພົ້ນອອກຈາກຄວາມທຸກຍາກ  - ảnh 1  ຕົ້ນດອກກ້ວຍໄມ້ດິນ ຊາປາ

ຕົ້ນດອກກ້ວຍໄມ້ດິນ ຊາປາ ໃນເບື້ອງຕົ້ນແມ່ນຕົ້ນປົ່ງແບບທຳມະຊາດ ຢູ່ຕາມພູຜາປ່າໄມ້ ຖືກພໍ່ແມ່ພີ່ນ້ອງເອົາເມືອບ້ານ ປູກໃນຍາມບຸນເຕັດ, ພາຍຫຼັງມາ ໄດ້ຄ່ອຍໆມີຄວາມນິຍົມຊົມຊອບ ແລະ ໄດ້ກາຍເປັນສິນຄ້າທີ່ມີມູນຄ່າເສດຖະກິດສູງ. ປັດຈຸບັນ ໃນບໍລິເວນຕາແສງມີຫຼາຍກວ່າ 500 ຄວົຄອບໃນຍອດຈຳນວນ 636 ຄອບຄົວ ປູກຕົ້ນດອກກ້ວຍໄມ້ດິນ ເຊິ່ງລວມມີປະມານ 20.000 ໂຖ. ແຕ່ລະປີຕາແສງ ຕາຝິ່ນ ໄດ້ສະໜອງປະມານ 70% ຈຳນວນດອກກ້ວຍໄມ້ດິນ ໃຫ້ແກ່ຕະຫຼາດ ຢູ່ຊາປາ ໃນໂອກາດບຸນເຕັດ.  ຍອດລາຍຮັບຈາກການປູກຕົ້ນດອກກ້ວຍໄມ້ດິນ ຂອງທັງຕາແສງໃນ ປີ 2016 ຄາດວ່າຈະບັນລຸກວ່າ 8 ຕື້ດົ່ງ, ໃນນັ້ນ ມີຫຼາຍຄອບຄົວ ສາມາດສ້າງລາຍຮັບນັບ 100 ລ້ານດົ່ງຕໍ່ປີ ເຊັ່ນ ຄອບຄົວ ລຸງເວືອງເຖຈຸງ,  ລຸງ ຫວ່າງອາຈາວ ຢູ່ບ້ານ ຢາງຈາ, ລຸງ ຈາງອາຊາ ທີ່ບ້ານ ສ້ວຍເທົ່າ… ນອກຈາກນັ້ນ ກໍ່ຍັງມີຫຼາຍຄວບຄົວໃນຕາແສງ ບໍ່ພຽງແຕ່ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກເທົ່ານັ້ນ ຫາກຍັງສາມາດປຸກໄດ້ເຮືອນຢູ່, ມີເງິນທຶນໃຫ້ລູກຫຼານໄປຮ່ຳຮຽນ ແລະ ຊື້ປະກອບເຄື່ອງໃຊ້ໄມ້ສອຍໃນຄອບຄົວຄື ໂທລະທັດ, ຕູ້ເຢັນ, ລົດຈັກ, ລົດໃຫ່ຍ… ລຸງ ຈາງອາຊາເປີດເຜີຍວ່າ: 

      “ການປະກອບອາຊີບປູກຕົ້ນດອກກ້ວຍໄມ້ດິນ  ມາຮອດປັດຈຸບັນ  ກໍ່ໄດ້ມີລາຍຮັບດີພໍສົມຄວນ. ແຕ່ລະປີກໍ່ສາມາດຫາເງິນໄດ້ 2-3 ຮ້ອຍລ້ານດົ່ງ. ດອກກ້ວຍໄມ້ດິນຕົ້ນຕໍແມ່ນຖືກຂາຍໃນໂອກາດບຸນເຕັດ, ຖືກສົ່ງໄປຂາຍຢູ່ຫຼາຍແຫ່ງໃນທົ່ວປະທດຄື ແຂວງ ກາວບັງ, ລ້າງເຊີນ. ລູກຄ້າສ່ວນຫຼາຍແມ່ນໝູ່ເພື່ອນ, ພະນັກງານລັດກໍ່ຊອກຫາມາຊື້. ການປູກຕົ້ນດອກກ້ວຍໄມ້ດິນ ບໍ່ພຽງແຕ່ສາມາດ    ສ້າງລາຍຮັບໃຫ້ແກ່ຄອບຄົວເທົ່ານັ້ນ ຫາກຍັງສາມາດສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນອີກດ້ວຍ. ປັດຈຸບັນ ຂະບວນການປູກດອກກ້ວຍໄມ້ດິນ ໄດ້ແຜ່ຂະຫຍາຍ ກາຍເປັນຂະບວນການໃຫ່ຍ ຈາກບໍລິເວນຈອມພູສູງ ຕະຫຼອດລົງຮອດເຂດຕີນພູ ເບິ່ງຄືວ່າຄອບຄົວໃດກໍ່ປູກຕົ້ນດອກກ້ວຍໄມ້ດິນ.”

        ອ້າຍ ເວືອງວັນເຟືອງ ຢູ່ຕາແສງ ຕາຝິ່ນ ແບ່ງປັນວ່າ: ເມື່ອຮັບຮູ້ໄດ້ເຖິງຕົ້ນດອກກວ້ຍໄມ້ດິນ ນຳມູນຄ່າເສດຖະກິດສູງມາໃຫ້, ຊ້ຳພັດແທດເໝາະກັບອາກາດ ຢູ່ແຫ່ງທີ່ອ້າຍພວມດຳລົງຊີວິດ, ດັ່ງນັ້ນ ອ້າຍຈິ່ງໄດ້ຫານກ້າລົງທຶນ ຮູບແບບປູກຕົ້ນດອກກ້ວຍໄມ້ດິນດ້ວຍຈຳນວນນັບ 100 ໂຖໃຫ່ຍ, ນ້ອຍທີ່ແຕກຕ່າງກັນ. ດ້ວຍລາຄາສະເລຍແຕ່ 2.000.000-3.000.000 ດົ່ງ/ໂຖ, ພິເສດ ມີດອກກ້ວຍໄມ້ດິນບາງໂຖມີມູນຄ່າຂຶ້ນເຖິງນັບ 10.000.000 ດົ່ງ, ເມື່ອຫັກຄ່າໃຊ້ຈ່າຍອອກ ຄອບຄົວຂອງອ້າຍກໍ່ຍັງໄດ້ກຳໄລແຕ່ 1.000.000-2.000.000 ດົ່ງ/ໂຖ. ແຕ່ລະປີຄອບຄົວຂອງອ້າຍສາມາດສ້າງລາຍຮັບໄດ້ແຕ່ 60-100 ລ້ານດົ່ງ.  ອ້າຍ ເວືອງວັນເຟືອງ ເປີດເຜີຍວ່າ: 

     “ປູກຕົ້ນດອກກ້ວຍໄມ້ດິນ ແມ່ນເລີ່ມມາຈາກຄວາມເມົາມົວ, ຄາວຍັງນ້ອຍລຸງຄີງ ຂອງຂ້າພະເຈົ້າກໍ່ໄດ້ມີສວນດອກກ້ວຍໄມ້ດິນ, ຂ້າພະເຈົ້າມັກຫຼາຍ ແລະ ໄດ້ຝັກໄຝ່ຄວາມຫວັງ ແລະ ໄດ້ເລີ່ມປະຕິບັດນັບແຕ່ປີ 2010ເປັນຕົ້ນມາ. ຜ່ານສອງສາມປີ ປູກດອກກ້ວຍໄມ້ດິນ, ຂ້າພະເຈົ້າໄດ້ມີລາຍຮັບສູງ. ປັດຈຸບັນ ໄດ້ປູກປະມານ 700 ໂຖ ເພື່ອຂ່າຍອອກສູ່ຕະຫຼາດໃນແຕ່ລະປີ”.

      ເພື່ອເຂົ້າໃຈແຈ້ງກ່ຽວກັບຜົນປະໂຫຍດ ທາງດ້ານເສດຖະກິດ ຈາກຮູບແບບການປູກດອກກ້ວຍໄມ້ດິນ, ໃນການພົບປະແລກປ່ຽນກັບທ່ານຈາງອາຊາ ຮອງປະທານສະພາປະຊາຊົນຕາແສງ ຕາຝິ່ນ, ທ່ານ ຊາ ໃຫ້ຮູ້ວ່າ: ປັດຈຸບັນໃນບໍລິເວນຕາແສງມີຫຼາຍກວ່າ 600 ຄອບຄົວ ປູກຕົ້ນດອກກ້ວຍໄມ້ດິນ ດ້ວຍປະມານ 35.000 ໂຖ. ມີຫຼາຍຄອບຄົວບັນລຸລາຍຮັບແຕ່ 100-200 ລ້ານດົ່ງຕໍ່ປີ ຈາກການປູກຕົ້ນດອກກ້ວຍໄມ້ດິນ. ລາຍຮັບສະເລຍ ທົ່ວຕາແສງຄາດວ່າຈະບັນລຸເກືອບ 10 ຕື້ດົ່ງຕໍ່ປີ. ຕະຫຼາດຈຳໜ່າຍຕົ້ນຕໍ ແມ່ນຢູ່ພາຍໃນແຂວງ ແລະ ຕ່າງແຂວງຄື ຮ່າໂນ້ຍ, ຮາຍຟ່ອງ, ນະຄອນໂຮ່ຈີມິນ. ດ້ວຍປະສິດທິຜົນທາງດ້ານເສດຖະກິດສູງ ຈາກການປູກຕົ້ນດອກກ້ວຍໄມ້ດິນ, ຫຼາຍຄອບຄົວຢູ່ຕາແສງ ຕາຝິ່ນ, ເມືອງ ຊາປາ, ແຂວງ ລາວກາຍ ໄດ້ເລັ່ງໃສ່ຮູບແບບປູກຕົ້ນດອກກ້ວຍໄມ້ດິນ ເພື່ອຂາຍອອກສູ່ຕະຫຼາດ, ອັນໄດ້ສ້າງແຫຼ່ງລາຍຮັບຢ່າງຫຼວງຫຼາຍ, ຊ່ວຍໃຫ້ພໍ່ແມ່ພີ່ນ້ອງຢູ່ແຫ່ງນີ້ ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ