ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ - ຮູບແບບຂົນຂວາຍປະຊາຊົນທີ່ມີປະສະສິດທິຜົນ

(VOVWORLD) -ນັບແຕ່ປີ 2017 ເປັນຕົ້ນມາ, ບົນພື້ນຖານກຳແໜ້ນຈຸດພິເສດ, ສະພາບການຢູ່ຕາມເສັ້ນທາງທະເລ, ເຂດໝູ່ເກາະ, ກອງບັນຊາການຕຳຫຼວດທະເລໄດ້ສ້າງ ແລະ ຜັນຂະຫຍາຍຮູບແບບວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ຢູ່ບັນດາຕາແສງ, ເມືອງເກາະທີ່ຫ່າງໄກຈາກດິນຕໍ່ແຜ່ນ. ເປົ້າໝາຍຂອງຮູບແບບນີ້ ແມ່ນເຂົ້າຮ່ວມກໍ່ສ້າງ ພື້ນຖານການເມືອງ, ພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ກໍ່ສ້າງບັນດາຕາແສງ, ເມືອງເກາະໃຫ້ໝັ້ນຄົງເຂັ້ມແຂງ; ໂຄສະນາ, ຂົນຂວາຍ, ຊ່ວຍໜູນຊາວປະມົງເຄື່ອນໄຫວຫາປາຢ່າງປອດໄພ ແລະ ຖືກຕ້ອງຕາມກົດໝາຍ, ສົມທົບກັບກຳລັງຕຳຫຼວດທະເລ ໃນການປົກປັກຮັກສາອະທິປະໄຕ, ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດໜູ່ເກາະທະເລ
ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ - ຮູບແບບຂົນຂວາຍປະຊາຊົນທີ່ມີປະສະສິດທິຜົນ - ảnh 1 ຕຳຫຼວດທະເລລົງສູນສ້ອມແປງເຮືອ, ກຸ່ມເຮືອເພື່ອໂຄສະນາ, ແຈກຍາຍໃບປິວ, ໃບພັບກ່ຽວກັບເນື້ອໃນຕ່າງໆທີ່ຊາວປະມົງຄວນຮູ້

  ຮູບແບບນີ້ຖືກກອງບັນຊາການຕຳຫຼວດທະເລມອບໝາຍໃຫ້ ກອງກຳລັງທະເລ 301 ສັງກັດກອງບັນຊາການຕຳຫຼວດທະເລເຂດ 3 ປະຕິບັດທົດລອງຢູ່ເກາະ ຝູກຸຍ, ແຂວງ ບິ່ງຖ້ວນ ເພື່ອຖອດຖອນບົດຮຽນໃນທົ່ວກຳລັງ. ຫຼັງຈາກນັ້ນ, ບັນດາເຂດຕຳຫຼວດທະເລ ກໍ່ໄດ້ລົງສຳຫຼວດຢູ່ບັນດາຕາແສງ, ເມືອງເກາະໃນບໍລິເວນທະເລທີ່ຕົນຄຸ້ມຄອງ, ເລືອກເຟັ້ນບໍລິເວນ ແລະ ເປັນເອກະພາບກັນກັບທ້ອງຖິ່ນ ເພື່ອສ້າງແຜນການ, ຢູ້ແຮງການຜັນຂະຫຍາຍປະຕິບັດ. ພົນຈັດຕະວາ ຢວນບາວກວຽດ ຮອງຫົວໜ້າ ການເມືອງຕຳຫຼວດທະເລ ໃຫ້ຮູ້ວ່າ:

     “ນີ້ແມ່ນຮູບແບບໃໝ່, ດັ່ງນັ້ນໃນເບື້ອງຕົ້ນພວກຂ້າພະເຈົ້າທັງຮຽນທັງເຮັດ, ທັງຖອດຖອນບົດຮຽນ. ພາຍຫຼັງຜັນຂະຫຍາຍມາເປັນໄລຍະໜຶ່ງ, ຂ້າພະເຈົ້າເຫັນວ່າໄດ້ຮັບການຮອງຮັບຢ່າງໃຫຍ່ຫຼວງຈາກຊາວປະມົງຢູ່ໝູ່ເກາະ,  ຄະນະພັກອຳນາດການປົກຄອງທ້ອງຖິ່ນຂັ້ນຕ່າງໆ ແລະ ບັນດາຜູ້ໃຈບຸນໃຈກຸສົນ ເມື່ອຮ່ວມເດີນທາງພ້ອມກັບຕຳຫຼວດທະເລ. ທຸກໆຄົນຕ່າງກໍ່ເຫັນວ່າ ຮູບແບບນີ້ຕິດແທດຕົວຈິງ, ປະກອບສ່ວນຍົກສູງສະຕິຄວາມຮັບຜິດຊອບ ແລະ ກົດໝາຍໃຫ້ແກ່ຊາວປະມົງ”

     ແລະກໍ່ຕາມ ທ່ານ ພົນຈັດຕະວາ ຢວນບາວກວຽດ, ການຜັນຂະຫຍາຍຮູບແບບນີ້, ກຳລັງຕຳຫຼວດທະເລໄດ້ກຳນົດວ່າ ສົມທົບວຽກງານໂຄສະນາ, ເຜີຍແຜ່, ສຶກສາອົບຮົມທາງດ້ານກົດໝາຍໃຫ້ແກ່ຊາວປະມົງ ແລະ ປະຊາຊົນຢູ່ບັນດາຕາແສງ, ເມືອງເກາະແມ່ນເນື້ອໃນທີ່ສຳຄັນແຖວໜ້າ. ໂດຍທິດນຳ “ແທດຈິງ, ມີປະສິດທິຜົນ”, ຖືເອົາວຽກງານໃຫ້ຄຳປຶກສາເປັນຈຸດໃຈກາງ, ຍົກສູງຄວາມຮັບຮູ້ດ້ານກົດໝາຍໃຫ້ແກ່ຊາວປະມົງເປັນຈຸດປະສົງ, ບັນດາກົມກອງໄດ້ຕັ້ງໜ້າປ່ຽນແປງໃໝ່, ຫັນເນື້ອໃນ, ຮູບການໂຄສະນາເຜີຍແຜ່ ສຶກສາອົບຮົມເປັນຫຼາຍຮູບຫຼາຍແບບ. ພ້ອມກັນນັ້ນ ກໍ່ຂົນຂວາຍປະຊາຊົນຕັ້ງໜ້າເຂົ້າຮ່ວມການປົກປັກຮັກສາອະທິປະໄຕ, ຮັກສາຄວາມສະຫງົບປອດໄພ ຄວາມເປັນລະບຽບຮຽບຮ້ອຍຢູ່ທະເລໝູ່ເກາະ; ຄົ້ນພົບ, ຖະແຫຼງຂ່າວກ່ຽວກັບສະພາບການຢູ່ທະເລ ໃຫ້ແກ່ຕຳຫຼວດທະເລ ແລະ ກຳລັງທີ່ມີໜ້າຮັບຜິດຊອບຢ່າງທັນການ ເພື່ອມີມາດຕະການແກ້ໄຂ. ລຸງ ເລວັນອຸດ ຊາວປະມົງຢູ່ເກາະ ຝູກຸຍ ແຂວງ ບິ່ງຖ້ວນ ໃຫ້ຮູ້ວ່າ:

     “ຕຳຫຼວດທະເລໄດ້ໃກ້ຊິດຕິດແທດກັບປະຊາຊົນ ແລະ ກົງກັນຂ້າມປະຊາຊົນກໍ່ໃກ້ຊິດຕິດແທດກັບຕຳຫຼວດທະເລ. ຕຳຫຼວດທະເລແມ່ນກຳລັງທີ່ໄວ້ເນື້ອເຊື່ອໃຈຂອງປະຊາຊົນ. ຊາວປະມົງເມື່ອເດີນທະເລນັ້ນ, ເຫັນທຸງຊາດຢູ່ຂ້າງເຮືອຂອງຕຳຫຼວດທະເລ,  ພວກເຮົາກໍ່ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນ”.

     ພ້ອມກັບການໂຄສະນານັ້ນ, ຕຳຫຼວດທະເລເຂດຕ່າງໆ ກໍ່ໄດ້ສ້າງຕັ້ງບັນດາໜ່ວຍງານລົງສູນສ້ອມແປງເຮືອ, ກຸ່ມເຮືອເພື່ອໂຄສະນາ, ແຈກຍາຍໃບປິວ, ໃບພັບກ່ຽວກັບເນື້ອໃນຕ່າງໆທີ່ຊາວປະມົງຄວນຮູ້ ເມື່ອເດີນທະເລໄປຫາປາ. ພ້ອມກັນນັ້ນ ກຳລັງຕຳຫຼວດທະເລຍັງຜັນຂະຫຍາຍ ບັນດາການເຄື່ອນໄຫວທີ່ມີຄວາມໝາຍຄື ຈັດລາຍການສະແດງສິລະປະ, ແຂ່ງຂັນກິລາ, ເຮັດອານະໄມສິ່ງແວດລ້ອມທະເລ; ສ້າງຕັ້ງບັນດາຄະນະປະຕິບັດງານລົງຢ້ຽມຢາມຖາມຂ່າວ ລະດົມກຳລັງໃຈມອບຂອງຂວັນໃຫ້ແກ່ບັນດາຄອບຄົວຊາວປະມົງ ທີ່ນອນໃນເປົ້າໝາຍນະໂຍບາຍ; ຄອບຄົວທີ່ທຸກຍາກ, ມອບທຸງຊາດ, ຈັດຕັ້ງການກວດປິ່ນປົວພະຍາດ ແລະ ສະໜອງຢາປົວພະຍາດໂດຍບໍ່ຄິດຄ່າໃຫ້ແກ່ຊາວປະມົງ. ຕີລາຄາປະສິດທິຜົນກ່ຽວກັບຮູບແບບນີ້, ທ່ານນາງ ຟ້າມທິເຮືອງ ຮອງປະທານຄະນະກຳປະຊາຊົນເມືອງເກາະ ຫຼີເຊີນ ແຂວງ ກວ໋າງຫງາຍ ຖືວ່າ:

      “ເມື່ອປະສົບກັບໄພທຳມະຊາດຢູ່ກາງທະເລ, ຕຳຫຼວດທະເລກໍ່ໄດ້ມີໜ້າຢ່າງທັນການ ເພື່ອຊ່ວຍເຫຼືອຊາວປະມົງເມືອງ ຫຼີເຊີນ ເວົ້າສະເພາະ ແລະ ແຂວງ ກວ໋າງຫນາຍ ເວົ້າລວມ. ພວກຂ້າພະເຈົ້າກໍ່ໄດ້ມີຄວາມຜູກພັນທີ່ສຸດກັບຕຳຫຼວດທະເລ. ນອກຈາກການຊ່ວຍເຫຼືອຊາວປະມົງຢູ່ກາງທະເລເທົ່ານັ້ນ ສຳລັບຄອບຄົວພໍ່ແມ່ພີ່ນ້ອງຊາວປະມົງນັ້ນ, ຕຳຫຼວດທະເລກໍ່ໄດ້ມີການເຄື່ອນໄຫວຊ່ວຍເຫຼືອຕ່າງໆ”.

      ເຖິງວ່າໄດ້ປະຕິບັດໃນໄລຍະພຽງ 2 ປີເທົ່ານັ້ນກໍ່ຕາມ ແຕ່ໝາກຜົນໃນເບື້ອງຕົ້ນທີ່ບັນລຸມານັ້ນ ໄດ້ສະແດງໃຫ້ເຫັນວ່າ ການຜັນຂະຫຍາຍປະຕິບັດຮູບແບບຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ ກໍ່ແມ່ນແຜນນະໂຍບາຍອັນຖືກຕ້ອງ, ມີຫົວຄິດປຜະດິດສ້າງຂອງກອງບັນຊາການຕຳຫຼວດທະເລ. ສິ່ງທີ່ສຳຄັນແມ່ນຜ່ານຮູບແບບນີ້, ບັນດາກົມກອງໄດ້ປະຕິບັດວຽກງານໂຄສະນາສຶກສາອົບຮົມເປັນຢ່າງດີ, ພ້ອມທັງຍົກສູງນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ, ສະຕິປົກປັກຮັກສາອະທິປະໄຕເຂດທະເລໝູ່ເກະໃຫ້ແກ່ຊາວປະມົງ

ຕອບກັບ

ຂ່າວ/ບົດ​ອື່ນ