ຖົງມືແປພາສາຫນູນຊ່ວຍດ້ານມະນຸດສຳພັນໃຫ້ແກ່ຄົນຫູໜວກປາກກຶກ

(VOVWORLD) -   ຜ່ານການພົບປະແລກປ່ຽນກັບພວກນັກຮຽນຫູໜວກປາກກຶກຫຼາຍຄັ້ງ ແລະ ຕ້ອງປະສົບກັບຄວາມຫຍຸ້ງຍາກທາງດ້ານມະນຸດສຳພັນ. ຝ້າມທຽນເຕີນ ແລະ ຈືຮ່ວາງມິນດຶກ ນັກຮຽນສັງກັດໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ເລຮົ່ງຟອງ ສາມາດຜະລິດອອກ “ຖົງມືແປພາສາ”. ຜະລິດຕະພັນນີ້ສາມາດເຊື່ອມຕໍ່ກັບໂທລະສັບມືຖືທັນສະໄໝ ແລະ ຫນູນຊ່ວຍຄົນຫູໜວກປາກກຶກໃນການໂອ້ລົມແລກປ່ຽນ, ພິເສດແມ່ນໃຊ້ສຳລັບບັນດາຜູ້ບໍ່ຮູ້ພາສາກຶກ
ຖົງມືແປພາສາຫນູນຊ່ວຍດ້ານມະນຸດສຳພັນໃຫ້ແກ່ຄົນຫູໜວກປາກກຶກ   - ảnh 1 ຝ້າມທຽນເຕີນ ແລະ ຈືຮ່ວາງມິນດຶກກັບ“ຖົງມືແປພາສາຫນູນຊ່ວຍຄົນຫູໜວກປາກກຶກ”

ຖົງມືໂດຍ ຝ້າມທຽນເຕີນ ແລະ ຈືຮ່ວາງມິນດຶກຜະລິດອອກນັ້ນ, ເບິ່ງຄືແມ່ນວັດຖຸທີ່ເຮັດໄດ້ຢ່າງງ່າຍດາຍ, ແຕ່ເມື່ອຄົນຫູໜວກປາກກຶກນຳໃຊ້ ແລະ ເມື່ອນີ້ວມືເຄື່ອນເໜັງ, ເລື່ອງທີ່ຕ້ອງການຈະໄດ້ປະກົດເຫັນເລີຍ. ການເຄື່ອນເໜັງຂອງນີ້ວມືຫຼືຝາມື ຈະຖືກຫັນເປັນພາສາກາງ ຊຶ່ງຈະຊ່ວຍໃຫ້ຜູ້ມີສຸຂະພາບປົກກະຕິສາມາດເຂົ້າໃຈແຈ້ງເນື້ອໃນຂອງຄົນຫູໜວກປາກກຶກຢາກເວົ້າຫຍັງກັບເຮົາ. ບໍ່ພຽງແຕ່ຢຸດຢູ່ໃນການແປພາສາເທົ່ານັ້ນ, ບັນດາເຄື່ອງພາຫະນະທີ່ທັນສະໄໝໃນຖົງມືຍັງສະສົມຫຼາຍຕົວຢ່າງຄຳປະໂຫຍກໃນການໂອ້ລົມແລກປ່ຽນໂດຍທົ່ວໄປ ແລະ ມີທັງການແປເປັນພາສາອັງກິດ. ນັກຮຽນ ຝ້າມທຽນເຕີນ ເປີດເຜີຍວ່າ :

  “ ໃນຖົງມື ຈະມີພາກສ່ວນສຳພັດມືຊ່ວຍໄຈ້ແຍກການເຄື່ອນເໜັງຂອງຝາມື. ເມື່ອຜູ້ຖືກຫູໜວກປາກກຶກໃຊ້ພາສາກຶກ, ພາກສ່ວນສຳພັດມືຈະແປພາສາກຶກນັ້ນເລີຍ ແລະ ກໍສົ່ງໄປຍັງໂທລະສັບມືຖື. ເວລານີ້ ໂທລະສັບມືຖື ຈະອອກເປັນສຽງທີ່ທຽບເທົ່າກັບການເຄື່ອນເໜັງຂອງມື ”

    ຕາມນັກຮຽນ ຈືຮ່ວາງມິນດຶກ ແລ້ວ, ສິ່ງທີ່ຈັບໃຈຂອງ ຖົງມືແປພາສານີ້ ກໍແມ່ນການໝູນໃຂ້ການພັດທະນາຂອງວິທະຍາສາດເຕັກໂນໂລຢີ ແລະ ບັນດາ ຫຼັກມູນທີ່ບໍ່ສັບສົນຈາກເຄື່ອງເອເລັກໂຕນິກເພື່ອສາມາດຜະລິດອອກຜະລິດຕະພັນທີ່ມີຜົນປະໂຫຍດຕໍ່ບັນດາຜູ້ຖືກຫູໜວກປາກກຶກ. ຝ້າມທຽນເຕີນ ແລະ ຈືຮ່ວາງມິນດຶກ ແມ່ນນັກຮຽນຫ້ອງ ມ­­­­6 , ດັ່ງນັ້ນລະດັບຄວາມຮູ້ຖືກຈຳກັດ, ດັ່ງນັ້ນເພື່ອນໜຸ່ມ 2 ຄົນນີ້ປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍໃນການຫັນແນວຄວາມຄິດໃຫ້ປະກົດຜົນເປັນຈິງ. ຈືຮ່ວາງມິນດຶກ ເປີດເຜີຍວ່າ : 

    “ ຄວາມຫຍຸ້ງຍາກກວ່າໝູ່ກໍແມ່ນທາງດ້ານເຕັກນິກ. ໃນໄລຍະພວກນ້ອງດຳເນີນການຜະລິດນັ້ນ, ກໍມີຫຼາຍບັນຫາທາງດ້ານເຕັກນິກເກີດໃໝ່ ແລະ ມັນໄດ້ເກີນຂອບເຂດຄວາມເຂົ້າໃຈຂອງພວກນ້ອງ. ເວລານັ້ນ, ພວກນ້ອງຕ້ອງຊອກຮູ້ຂໍ້ມູນຫຼາຍຢ່າງຈາກເຄືອຂ່າຍອິນເຕີເນັດ ແລະ ສອບຖາມນຳບັນດານັກວິທະຍາສາດ  ”

   ຄຸນຄ່າທີ່ແທດຈິງ ແລະ ລັກສະນະໝູນໃຊ້ສູງໄດ້ຊ່ວຍໃຫ້ຜະລິດຕະພັນ ຖົງມືແປພາສາຂອງ ຝ້າມທຽນເຕີນ ແລະ ຈືຮ່ວາງມິນດຶກ ໄດ້ຮັບລາງວັນໃຫຍ່ຫຼາຍລາງວັນ. ເມື່ອບໍ່ດົນມານີ້, ທີ່ງານປະກວດການຄົ້ນຄ້ວາເຕັກນິກສາກົນທີ່ຖືກຈັດຂຶ້ນຢູ່ອາເມລິກາ ໂດຍມີການເຂົ້າຮ່ວມຂອງນັກຮຽນກວ່າ 1 ພັນຄົນທີ່ມາຈາກ 78 ປະເທດ ແລະ ເຂດແຄ້ວນໃນໂລກ, ຫົວເລື່ອງ “ຖົງມືແປພາສາສາມາດເຊື່ອມຕໍ່ກັບໂທລະສັບມືຖືທັນສະໄໝເພື່ອຫນູນຊ່ວຍຄົນຫູໜວກປາກກຶກ ” ໄດ້ຮັບລາງວັນທີ 4 . ທ່ານວໍ້ແມ້ງຮຸ່ງ ອ້າຍຄູສອນວິຊາຟິຊິກສາດ, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ເລຮົ່ງຟອງ ຜູ້ຊີ້ນຳນັກຮຽນ 2 ຄົນໃນການຜະລິດອອກຜະລິດຕະພັນດັ່ງກ່າວໃຫ້ຮູ້ວ່າ : 

    “  ສິ່ງທີ່ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດຕໍ່ພວກນັກຮຽນຂອງຕົນ, ນັ້ນແມ່ນລັກສະນະວັດທະນະທຳມະນຸດໃນຈິດໃຈຂອງພວກນ້ອງ ແລະ ຄວາມເມົາມົວຄົ້ນຄ້ວາວິທະຍາສາດ. ພວກນ້ອງຍາມໃດກໍມີຄວາມຫວັງຢາກນຳຜົນປະໂຫຍດມາໃຫ້ປະຊາຊົນ, ພິເສດແມ່ນນຳມາໃຫ້ຄົນພິການ, ຜູ້ຖືກຫູໜວກປາກກຶກ”

    ຝ້າມທຽນເຕີນ ແລະ ຈືຮ່ວາງມິນດຶກພວມມີຄວາມໃຝ່ຝັນຫຼາຍຢ່າງເພື່ອຂະຫຍາຍ ແລະ ສ້າງຜະລິດຕະພັນ ຖົງມືແປພາສາຫນູນຊ່ວຍຄົນຫູໜວກປາກກຶກຂອງຕົນໃຫ້ສົມບູນແບບ. ຫວັງວ່າ ໃນໄວໆນີ້, ບັນດາຜູ້ຄົນຖືກ ຫູໜວກປາກກຶກຢູ່ຫວຽດນາມຈະມີຜະລິດຕະພັນນີ້ເພື່ອນຳໃຊ້ ຊຶ່ງເປັນການໜູນຊ່ວຍເຂົາເຈົ້າກ່ຽວກັບບັນຫາມະນຸດສຳພັນຢ່າງກ້ວາງຂວາງກ່ວາເກົ່າ ແລະ ໄດ້ເຊື່ອມຕົວເຂົ້າກັບຊີວິດສັງຄົມເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ