ຖ່າຍທອດເຕັກນິກປະກອບສ່ວນຍົກສູງປະສິດທິຜົນໃຫ້ຂະແໜງສາທາລະນະສຸກກວາງນິງ

ໄລ​ຍະ​ທີ່​ຜ່ານ​ມາ, ຍ້ອນ​ມີ​ການ​ຍູ້​ແຮງ​ການ​ຮ່ວມ​ສຳ​ພັນ, ຖ່າຍ​ທອດ​ເຕັກ​ນິກ ແລະ ສີ​ມື​ອາ​ຊີບ​ຂອງ​ບັນ​ດາ​ທ່ານ​ໝໍ​ຈາກ​ໂຮງ​ໝໍ​ຂັ້ນ​ສູນ​ກາງ ໄດ້​ປະ​ກອບ​ສ່ວນ​ຍົກ​ສູງ​ຄວາມ​ສາ​ມາດ​ທາງ​ດ້ານ​ວິ​ຊາ​ສະ​ເພາະ​ໃຫ້​ແກ່​ຖັນ​ແຖວ​ແພດ​ໝໍຢູ່​ຕາມ​ໂຮງ​ໝໍ​ແຂວງ, ​ສາ​ສຸກ​ສາ​ລາ…ຢູ່​ແຂວງກວາງ​ນິງ, ການ​ຖ່າຍ​ທອດ​ເຕັກ​ນິກນີ້​ໄດ້​ບັນ​ລຸ​ປະ​ສິດ​ທິ​ຜົນ​ຢ່າງ​ຕັ້ງ​ໜ້າ, ປະ​ກອບ​ສ່ວນ​ຍົກ​ສູງ​ຄຸນ​ນະ​ພາບ​ການກວດ ແລະ ປິ່ນ​ປົວ​ພະ​ຍາດ​ຢູ່​ທ້ອງ​ຖິ່ນ, ພ້ອມ​ກັນ​ນັ້ນ, ກໍ​ເປັນ​ການຫຼຸດ​ຜ່ອນ​ສະ​ພາບ​ຮັບ​ຄົນ​ເຈັບ​ເກີນ​ຂອບ​ເຂດ​ຂອງ​ໂຮງ​ໝໍຂັ້ນ​ສູນ​ກາງ.

 

ຖ່າຍທອດເຕັກນິກປະກອບສ່ວນຍົກສູງປະສິດທິຜົນໃຫ້ຂະແໜງສາທາລະນະສຸກກວາງນິງ - ảnh 1
ບັນ​ດາ​ທ່ານ​ໝໍ​ເມືອງ​ເດີມ​ຮ່າ​ພວມ​ດຳ​ເນີນ​ການ​ຜ່າ​ຕັດ​ຜ່ານ​ທໍ່

        ຖ​້າ​ຫາກວ່າ​ເມື່ອ​ກ່ອນນີ້, ບັນ​ດາ​ກໍ​ລະ​ນີ​ຜ່າ​ຕັດ​ທີ່​ຫຍຸ້ງ​ຍາກເຊັ່ນ: ຜ່າ​ຕັດ​ກະ​ດູກ​ສັນຫຼັງ, ການ​ຜ່າ​ຕັດ​ໂລກ​ກ້ອນ​ເບົ້າ​​ໃນ​ກະ​ໂຫຼກ​ຫົວ, ຜ່າ​ຕັດ​ຫົວ​ໃຈ​ວາຍ…ກໍ​ລ້ວນ​ແຕ່​ຕ້ອງ​ສົ່ງ​ໄປ​ໂຮງ​ໝໍ​ສູນ​ກາງນັ້ນ, 2,3 ປີມໍ່ໆ​ມານີ້, ບັນ​ດາ​ໂຮງ​ໝໍ​ໃຫຍ່​ຢູ່​ແຂວງກວາງ​ນິງ​ໄດ້​ສາ​ມາດ​ຜ່າ​ຕັດ​ຢ່າງ​ສຳ​ເລັດ​ຜົນ. ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ແຂວງ​ກວາງ​ນິງໄດ້ ແລະ ພ​ວມ​ມີ​ບັນ​ດາ​ບາດ​ກ້າວ​ເດີນ​ຢ່າງ​ກະ​ໂດດ​ຂັ້ນ​ຂະ​ນະ​ທີ່​ໄດ້​ກ້າ​ເຊືອ​ເຊ​ີນ​ບັນ​ດາ​ສາດ​ສະ​ດາ​ຈານ, ປະ​ລິນ​ຍາ​ເອກ, ທ່ານ​ໝໍ​ຊັ້ນ​ນຳ​ຢູ່​ບັນ​ດາ​ໂຮງ​ໝໍ​ຂັ້ນ​ສູນ​ກາງ​ມາ​ກວດ, ​ປິ່ນປົວ, ບຳ​ລຸງ​ສ້າງ ແລະ ຖ່າຍ​ທອດ​ເຕັກ​ນິກ​ໃຫ້​ແກ່​​ບັນ​ດາແພດ​ໝໍ​ໃນ​ແຂວງ. ພ້ອມ​ກັນ​ນັ້ນ, ບັນ​ດາ​ໂຮງ​ໝໍ​ໃນ​ແຂວງກວາງ​ນິງ ໄດ້​ຮັບ​ການ​ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ປະ​ກອບ​ພາ​ຫະ​ນະ​ອຸ​ປະ​ກອນ​ທີ່​ທັນ​ສະ​ໄໝ, ຄົບ​ຊຸດ​ຢ່າງບໍ່​ຢຸດຢັ້ງ. ຄົນ​ເຈັບ ວູ້​ຮຶງ​ບິງ ພວມ​ປິ່ນ​ປົວ​ຢູ່​ຂະ​ແໜງ​ໂລກ​ກ້ອນ​ເບົ້າ-ມະ​ເຮັງ, ໂຮງ​ໝໍ​ບ້າຍ​ໄຈ້ ເປີດ​ເຜີຍ​ວ່າ :

    “ ໂຮງ​ໝໍ​ມີ​ພາ​ຫະ​ນະ​ເຄື່ອງ​ຈັກ​ຢ່າງ​ຄົບ​ຖ້ວນ​ເຊັ່ນ​ນີ້, ຂ້າ​ພະ​ເຈົ້າ​ຄິດ​ວ່າ ບໍ່​ຕ້ອງ​ຍ້າຍ​ໄປ​ໂຮງ​ໝໍ​ຂັ້​ນ​ສູນ​ກາງ​ອີກ. ເຮົາ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ໃກ້​ເຮືອນ​ຂອງ​ເຮົາ ກໍ​ຍິ່ງ​ສະ​ດວກ​ສະ​ບາຍ, ທັງ​ຄົນ​ເຈັບ ແລະ ຄອບ​ຄົວ​ຕ່າງ​ກໍ​ຮູ້​ສຶກ​ສະ​ບາຍ​ໃຈ ”

    ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພື່ອ​ສ້າງ​ເຄື່ອງ​ໝາຍ​ການ​ແພດ​ຂອງ​ໂຮງ​ໝໍ​ຂັ້ນ​ແຂວງ​ໃຫ້​ເປັນ​ຢ່າງ​ດີ, ຊ່ວຍ​ຄົນ​ເຈັບ​ມີ​ຄວາມ​ອຸ່ນ​ອຽນ​ໃຈ​ປີ່ນ​ປົວ, ຈຳ​ກັດ​ສະ​ພາບ​ຮັບ​ຄົນ​ເຈັບ​ເກີນ​ຂອບ​ເຂດ​ຂອງ​ໂຮງ​ໝໍຂັ້ນ​ສູນ​ກາງ ກໍ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ. ມີ​ຄົນ​ເຈັບຫຼາຍ​ຄົນ​ຍັງ​ຄົງ​ຮັກ​ສາ​ຄວາມ​ຄິດ​ແບບບໍ່​ກ້າວ​ໜ້າ​ຄື ຕ້ອວ​ປິ່ນ​ປົວ​ຢູ່ ໂຮງ​ໝໍຂັ້ນ​ສູນ​ກາງ ຈຶ່ງ​ມີ​ທ່ານ​ໝໍ​ທີ່​ດີ, ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດຫຼື​ວ່າ ​ປິ່ນ​ປົວຢູ່ໂຮງ​ໝໍຂັ້ນ​ລຸ່ມ, ພາ​ຫະ​ນະ​ອຸ​ປະ​ກອນ​ການ​ແພດບໍ່​ທັນ​ສະ​ໄໝ​ຄືໂຮງ​ໝໍຂັ້ນ​ສູນ​ກາງ. ສິ່ງນີ້​ໄດ້​ພາ​ໃຫ້ຫຼາຍ​ກໍ​ລະ​ນີ​ຄົນ​ເຈັບມັກ​ຍ້າຍ​ໄປ​ປິ່ນ​ປົວ​ຢູ່ໂຮງ​ໝໍຂັ້ນ​ສູນ​ກາງ. ທ່ານ ຈິ້ງວັນ​ແມ້ງ, ຜູ້​ອຳ​ນວຍ​ການ​ໂຮງ​ໝໍຫຼາຍ​ຂະ​ແໜງ​ແຂວງກວາງ​ນິງ ໃຫ້​ຮູ້​ວ່າ : (ເທບ) : “ ໄລ​ຍະ​ກ່ອນນີ້, ຄວາມສາ​ມາດ​ໃນ​ການກວດ ແລະ ປິ່ນ​ປົວ​ພະ​ຍາດ​ຢູ່ ໂຮງ​ໝໍຂັ້ນ​ແຂວງ ແມ່ນ​ຍັງ​ບໍ່​ທັນ​ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ປິ່ນ​ປົວ, ອັນ​ໄດ້​ພາ​ໃຫ້​ ຄົນ​ເຈັບຫຼາຍ​ຄົນໄດ້​ຍ້າຍ​ໄປ​ປິ່ນ​ປົວ​ຢູ່ໂຮງ​ໝໍຂັ້ນ​ສູນ​ກາງ. ກ່ຽວ​ກັບ​ລະ​ດັບ​ຈ່າຍ​ຄ່າ​ປະ​ກັນ​ສຸ​ຂະ​ພາບນັ້ນ, ຢູ່ໂຮງ​ໝໍຂັ້ນ​ສູນ​ກາງ, ລະ​ດັບ​ໃຊ້​ຈ່າຍ​ແມ່ນ​ສູງ​ກ່​ວາ, ດັ່ງ​ນັ້ນ​ຄົນ​ເຈັບ​ຍອມ​ຈ່າຍ​ຄ່າ​ບໍ​ລິ​ການ​ຕ່າງໆ​ທີ່​ເກີດ​ໃໝ່​ດ້ວຍ​ລະ​ດັບສູງກວ່າເພື່ອ​ໄດ້​ຊົມ​ໃຊ້​ລະ​ດັບ​ປະ​ກັນ​ສຸ​ຂະ​ພາບ​ສູງ​ສຸດ”

    ແຕ່​ໃນ​​ໄລ​ຍະ​ມໍ່ໆ​ມານີ້, ສະ​ພາບ​ການ​ໄດ້​ປ່ຽນ​ແປງ​ໄປ. ຍ້ອນ​ບັນ​ດາ​ທ່ານ​ໝໍ​ເກັ່ງ​ຈາກໂຮງ​ໝໍຂັ້ນ​ສູນ​ກາງ​ໄດ້​ລົງ​ຖ່າຍ​ທອດ​ເຕັກ​ນິກ, ​ດັ່ງ​ນັ້ນ, ສີ​ມື​ອາ​ຊີບ​​ຂອງ​ແພດ​ໝໍ​ຂັ້ນ​ທ້ອງ​ຖິ່ນໄດ້​ບັນ​ລຸ​ປະ​ສິດ​ທິ​ຜົນ​ດີ, ອັນ​ໄດ້​ເຮັດ​ໃຫ້​ທາງ​ດ້ານ​ຈິດ​ຕະ​ຂອງ​ຄົນ​ເຈັບ​ຄ່ອຍໆ​ຫັນ​ປ່ຽນ​ຕາມ​ທິດ​ອັນ​ຕັ້ງ​ໜ້າ. ຍົກ​ຕົວ​ຢ່າງ​ຄື ໂຮງ​ໝໍ K ສູນ​ກາງໄດ້ຖ່າຍ​ທອດ​ເຕັກ​ນິກ​ລົງ​ເລິກ​ຂະ​ແໜງ​ໂລກ​ມະ​ເຮັງ​ໃຫ້​ແກ່​ໂຮງ​ໝໍ​ບ້າຍ​ໄຈ້ ແລະ ​ໂຮງ​ໝໍຫຼາຍ​ຂະ​ແໜງ​ແຂວງກວາງ​ນິງໄດ້​ຮັບ​ການ​ຖ່າຍ​ທອດ​ເຕັກ​ນິກ​ການ​ຜ່າ​ຕັດ​ຫົວ​ໃຈ​ວ່າຍ ແລະ ຜ່າ​ຕັດ​ຊີບ​ພະ​ຈອນ​ຈາກ​ໂຮງ​ໝໍ​ມິດ​ຕະ​ພາບ​ຫວຽດ​ນາມ-ເຢັຍ​ລະ​ມັນ. ທ່ານ ວູ້​ຊວນ​ຢ້ຽນ, ຜູ້​ອຳ​ນວຍ​ການ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ ແຂວງກວາງ​ນິງ​ໃຫ້​ຮູ້​ວ່າ:

    “ ໄລ​ຍະ​ທີ່​ຈະ​ເຖິງ, ພວກ​ຂ້າ​ພະ​ເຈົ້າ​ສຸມ​ໃສ່ຊີ້​ນຳເພີ່ມ​ທະ​ວີ​ການກໍ່​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຕັ້ງ​ໜ້າ​ເພີ່ມ​ທະ​ວີ​ການ​ດຶງ​ດູດ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຄຸນ​ນະ​ພາບ​ສູງ, ຮ່ວມ​ມື​ກັບ​ບັນ​ດາໂຮງ​ໝໍຂັ້ນ​ສູນ​ກາງ, ຊອກ​ຫາ​ໂອ​ກາດ​ຮ່ວມ​ມື​ກັບ​ບັນ​ດາ​ຜູ້​ຊ່ຽວ​ຊານ​ຕ່າງ​ປະ​ເທດ, ແຕ່ງ​ຕັ້ງ​ບັນ​ດາ​ທ່ານ​ໝໍ​ເກັ່ງ​ລົງ​ໄປ​ໜູນ​ຊ່ວຍ​ໂຮງ​ໝໍ​ຂັ້ນ​ເມືອງ ”

     ການ​ບຳ​ລຸງ​ສ້າງ, ຖ່າຍ​ທອດ​ເຕັກ​ນິກໃຫ້​ແກ່​ບັນ​ດາໂຮງ​ໝໍຂັ້ນ​ລຸ່ມ​ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ ເພາະ​ໃນ​ເມື່ອ ໂຮງ​ໝໍຂັ້ນ​ແຂວງສາ​ມາດ​ປະ​ຕິ​ບັດ​ເຕັກ​ນິກ​ທັນ​ສະ​ໄໝ, ກໍ​ຈະ​ມີ​ຄວາມ​ສະ​ດວກ​ສຳ​ລັບ​ຄອບ​ຄົວ​ຄົນ​ເຈັບ​ໃນ​ການ​ເຄື່ອນ​ຍ້າຍ​ກໍ​ຄື​ໃນ​ການກວດ, ປິ່ນ​ປົວ​ພະ​ຍາດ. ພ້ອມ​ກັນ​ນັ້ນ, ໝາກ​ຜົນ​ນີ້ ຍັງ​ປະ​ກອບ​ສ່ວນຫຼຸດ​ຜ່ອນ​ການ​​ຍ້າຍໄປ​ປິ່ນ​ປົວ​ຢູ່ໂຮງ​ໝໍຂັ້ນ​ສູນ​ກາງ ພ້ອມ​ທັງຫຼຸດ​ຜ່ອນສະ​ພາບ​ຮັບ​ຄົນ​ເຈັບ​ເກີນ​ຂອບ​ເຂດ​ຂອງ​ໂຮງ​ໝໍຂັ້ນ​ສູນ​ກາງອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ