ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝຢັ້ງຢືນລາຍຊື່ນັກຮົບເສຍສະຫຼະຊີວິດເພື່ອຊາດ

(VOVWORLD) -ຕາມຕົວເລກສະຖິຕິ ຂອງກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມແລ້ວ, ໄລ່ຮອດທ້າຍປີ 2017, ທົ່ວປະເທດ ມີອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຈຳນວນກວ່າ 300.000 ຊຸດ ໄດ້ຖືກທ້ອນໂຮມຢູ່ຕາມເຂດສຸສານ, ແຕ່ຍັງບໍ່ທັນຮູ້ແຈ້ງກ່ຽວກັບຂໍ້ມູນ, ລາຍຊື່ຂອງນັກຮົບເສຍສະຫຼະຊີວິດເພື່ອຊາດກວ່າ 200.000 ຄົນ, ດັ່ງນັ້ນການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເພື່ອຢັ້ງຢືນລາຍຊື່ ນັກຮົບເສຍສະຫຼະຊີວິດເພື່ອຊາດ ແມ່ນມີບົດບາດສຳຄັນໃນການຢັ້ງຢືນຂໍ້ມູນໃຫ້ແກ່ 200.000 ຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນໄດ້ຊອກເຫັນນີ້
 ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝຢັ້ງຢືນລາຍຊື່ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1 ການຊັນນະສູດ ADN ເພື່ອຢັ້ງຢືນລາຍຊື່ນັກຮົບເສຍສະຫຼະຊີວິດ

ຄວາມຫວັງຢາກຮູ້ຊັດເຈນກ່ຽວກັບຂຸມຝັງສົບ ແລະ ລາຍຊື່ຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຍາມໃດກໍ່ແມ່ນຄວາມເປັນຫ່ວງເປັນໄຍ  ຂອງຄອບຄົວ ຍາດຕິພີ່ນ້ອງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດນັບ 100.000 ຄອບຄົວ. ວຽກງານຊັນນະສູດ ADN ກໍ່ເປັນການຢັ້ງຢືນສາຍພົວພັນລະຫວ່າງ ບັນດາຂຸມຝັງສົບຂອງນັກຮົບນິລະນາມ ທີ່ໄດ້ເສຍສະຫຼະຊີວິດເພຶ່ອຊາດ ກັບບັນດາຄອບຄົວທີ່ມີຍາດຕິພີ່ນ້ອງ ໄດ້ເສຍສະຫຼະຊີວິດເພຶ່ອຊາດ   ໃນການສູ້ຮົບປົກປັກຮັກສາປະເທດຊາດ. ຕາມບັນດານັກວິທະຍາສາດແລ້ວ, ແຕ່ລະຄົນຕ່າງກໍ່ມີ ລະຫັດ ADN ຕ່າງຫາກ, ທຸກໆຄົນກໍ່ບໍ່ຄືກັນ, ເວັ້ນເສຍແຕ່ລູກຝາແຝດໄຂ່ດຽວ. ຍ້ອນເຫດນີ້ເອງ, ບັດ ADN ສ່ວນຕົວຍັງຖືກຖືວ່າ ແມ່ນບັດຊີວະປະຈຳຕົວ ຊ່ວຍຢັ້ງຢືນແຕ່ລະບຸກຄົນຢ່າງຊັດເຈນ. ທ່ານໝໍ ໂງດຶກເຟືອງ ຜູ້ອຳນວຍການບໍລິສັດ ຮຸ້ນສ່ວນການບໍລິການວິໄຈ ການສືບພັນ Gentis ໃຫ້ຮູ້ວ່າ: 

    “ຄວາມໝາຍຂອງບັດ ADN ສ່ວນຕົວແມ່ນສຳຄັນທີ່ສຸດ, ເຮົາອາດຈະນຳໃຊ້ມັນເພື່ອຢັ້ງຢືນ ສາຍພົວພັນແບບເລືອດເນື້ອເຊື້ອສາຍຂອງບັນດາຜູ້ທີ່ມີບັດ. ບັດ ADN ກໍ່ອາດຈະນຳໃຊ້ເພື່ອ ປົກປ້ອງສິດອັນຖືກຕ້ອງຕາມກົດໝາຍຂອງຕົນ ແລະ ນຳໃຊ້ເພື່ອຢັ້ງຢືນລາຍຊື່ບຸກຄົນ ເມື່ອປະສົບກັບຄວາມສ່ຽງໃນບາງກໍລະນີ”.

     ຢູ່ບັນດາປະເທດພັດທະນາ, ການຢັ້ງຢືນລາຍຊື່ໃຫ້ແກ່ບັນດາອັດຖິ ຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຖືກຊັນນະສູດ ADN ເຊິ່ງໄດ້ນຳໃຊ້ນັບແຕ່ 10 ປີມານີ້. ຢູ່ຫວຽດນາມ ບໍລິສັດຮຸ້ນສ່ວນ ບໍລິການວິໄຈການສືບພັນ Gentis ແມ່ນບໍລິສັດທຳອິດສະໜອງການບໍລິການ ຊັນນະສູດອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ວິນິດໄສການສືບພັນ ໂດຍບັນດານັກວິທະຍາສາດ ຊັ້ນນຳກ່ຽວກັບເຕັກໂນໂລຊີ ຊີວະຂອງບໍລິສັດ ປະຕິບັດດ້ວຍບັນດາພາຫະນະເຄື່ອງຈັກ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝໃນໂລກ. ນາງ ຫວຽນທິທ້ວນ ຢູ່ເມືອງອຶງຮວາ, ຮ່າໂນ້ຍ ເປີດເຜີຍວ່າ: 

    “ປັດຈຸບັນ ຄອບຄົວຂອງຂ້າພະເຈົ້າກໍ່ມີຄວາມຕ້ອງການຢັ້ງຢືນລາຍຊື່ຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ເພາະສະນັ້ນ ຂ້າພະເຈົ້າໄດ້ມາບໍລິສັດ Gentis ເພື່ອວິໄຈ ADN ແລະ ວິໄຈສິ່ງທີ່ຈຳເປັນ. ໝາກຜົນຂອງການບໍລິການນີ້ ແມ່ນມີວິທະຍາສາດ ແລະ ຊັດເຈນ. ຍ້ອນມີເຕັກໂນໂລຊີຢັ້ງຢືນ ADN, ພວກຂ້າພະເຈົ້າ ສາມາດໄດ້ຢັ້ງຢືນລາຍຊື່ໃຫ້ແກ່ຍາດຕິພີ່ນ້ອງຂອງຂ້າພະເຈົ້າ”.

      ປີ 2017 ໄດ້ຊອກເຫັນອັດຖິ ຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ລວມ 2.368 ຊຸດ. ເພື່ອຢັ້ງຢືນລາຍຊື່ນັ້ນ ກໍ່ຕ້ອງອີງໃສ່ຫຼັກຖານ ແລະ ພື້ນຖານຫຼາຍຢ່າງ. ໜຶ່ງໃນບັນດາຖານຂໍ້ມູນທີ່ສຳຄັນແມ່ນ ADN.  ປະລິນຍາເອກ ເຈິ່ນທິແທັງຮວ່ຽນ ຮອງຜູ້ອຳນວຍການສູນຊັນນະສູດ ADN ສະຖະບັນເຕັກໂນໂລຊີ ຊີວະວິທະຍາ (ສະຖາບັນ ບັນດິດຊີວະວິທະຍາ ແລະ  ເຕັກໂນໂລຊີຫວຽດນາມ) ໃຫ້ຮູ້ວ່າ: ໃນແຕ່ລະປີທາງສະຖາບັນໄດ້ຮັບປະມານ 1.300 ຕົວຢ່າງກະດູກ ຈາກ ກົມຜູ້ທີ່ມີຄຸນງາມຄວາມດີ (ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ) ແລະ ຄອບຄົວຍາດຕິພີ່ນ້ອງ ຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ສົ່ງມາ ຊັນນະສູດ ດ້ວຍເຕັກໂນໂລຊີແຊນ. ປີ 2017 ທາງສະຖາບັນໄດ້ສຳເລັດການ ຊັນນະສູດໄດ້ກວ່າ 400 ຕົວຢ່າງ. ທ່ານ ດ່າວງັອກຢຸງ ລັດຖະມົນຕີ ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມໃຫ້ຮູ້ວ່າ: ໃນໄລຍະທີ່ຈະມາເຖິງ ຈະສ້າງທະນາຄານແຊນ - ADN ເພື່ອໜູນຊ່ວຍໃຫ້ແກ່ການຊອກຫາ, ທອ້ນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ.  ທ່ານກ່າວວ່າ: 

    “ພວກຂ້າພະເຈົ້າຈະອັບເດດເພີ່ມເຕີມ ບັນດາຂັ້ນຕອນ, ບັນດາບາດກ້າວຄວນປະຕິບັດຕາມຫຼັກການ ແມ່ນຕ້ອງເປີດອົກເປີດໃຈກວ່າເກົ່າ. ທີສອງແມ່ນຈະດຳເນີນການພິຈາລະແກ້ໄຂຕາມແຕ່ລະກໍລະນີ, ແຕ່ລະສະພາບການລະອຽດ, ພວກເຮົາຕ້ອງມີຄວາມໂປ່ງໃສ, ເປີດເຜີຍເພື່ອເຮັດແນວໃດຊ່ວຍເຫຼືອປະຊາຊົນຢູ່ທ້ອງຖິ່ນ ແຕ່ບໍ່ອາດລ່ວງເກີນຫຼັກການ ແລະ ກໍ່ບໍ່ອະນຸຍາດໃຫ້ ບໍ່ວ່າກໍລະນີໃດ ສວຍໃຊ້ນະໂຍບາຍເພື່ອສະແຫວງຫາຜົນປະໂຫຍດ”

     ໃນໄລຍະທີ່ຈະມາເຖິງ ສະຖາບັນ ອຸດສະຫະກຳ ຊັອບແວ ແລະ ເນື້ອໃນດີຈີຕອນຫວຽດນາມ ຈະສືບຕໍ່ສົມທົບກັບກະຊວງປ້ອງກັນປະເທດ ແລະ ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມເພື່ອສ້າງຖານຂໍ້ມູນໃຫ້ສົມບູນແບບ, ສືບຕໍ່ປະມວນຂໍ້ມູນກ່ຽວກັບເຂດສຸສານຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ. ພ້ອມກັນນັ້ນທາງສະຖາບັນ ຈະນຳສະເໜີບັນດາວິທີການແກ້ໄຂ, ການວິໄຈຂໍ້ມູນຂ່າວສານທີ່ມາຈາກຫຼາຍແຫຼ່ງຂໍ້ມູນ, ນັບທັງຂໍ້ມູນຂ່າວສານຜ່ານສື່ສັງຄົມ, ສ້າງລະບົບຊອກຫາຂໍ້ມູນຂ່າວສານ, ປຸກລະດົມບັນດາແຫຼ່ງກຳລັງເພື່ອພ້ອມກັນຮ່ວມແຮງຮ່ວມໃຈຊອກຫາ ແລະ ຢັ້ງຢືນລາຍຊື່ອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ