ນຳໃຊ້ເຕັກໂນໂລຢີສູງໃຫ້ແກ່ສວນຜັກຢູ່ເຂດໝູ່ເກາະ

(VOVWORLD) -ດັ້ງຫງອກວູ້ ນັກສຶກສາສັງກັດວິທະຍາໄລອຸດສາຫະກຳການຄ້ານະຄອນໂຮ່ຈິມິນດ້ຕັດສິນໃຈຮ່ວມແຮງຮ່ວມໃຈປົວແປງຊີວິດການເປັນຢູ່ໃຫ້ແກ່ທະຫານ ແລະ ປະຊາຊົນຢູ່ແຫ່ງນີ້ໂດຍຜ່ານໂຄງການ “ ສວນຜັກຢູ່ເຂດໝູ່ເກາະ”

ໂດຍແມ່ນນັກຮົບເຄີຍເຂົ້າຮ່ວມວຽກງານຢູ່ໝູ່ເກາະເຈື່ອງຊາ, ດັ້ງຫງອກວູ້ ນັກສຶກສາສັງກັດວິທະຍາໄລອຸດສາຫະກຳການຄ້ານະຄອນໂຮ່ຈິມິນໄດ້ມີຄວາມເຂົ້າໃຈກ່ຽວກັບຄວາມຫຍຸ້ງຍາກໃນຊີວິດການເປັນຢູ່ຂອງເພື່ອນຮ່ວມກົມກອງ ແລະ ປະຊາຊົນໃນເກາະຕ່າງໆ. ດັ່ງນັ້ນ, ເມື່ອກັບຄືນສູ່ດິນຕໍ່ແຜ່ນເພື່ອຮ່ຳຮຽນ, ລາວໄດ້ຕັດສິນໃຈຮ່ວມແຮງຮ່ວມໃຈປົວແປງຊີວິດການເປັນຢູ່ໃຫ້ແກ່ທະຫານ ແລະ ປະຊາຊົນຢູ່ແຫ່ງນີ້ໂດຍຜ່ານໂຄງການ “ ສວນຜັກຢູ່ເຂດໝູ່ເກາະ”.

ນຳໃຊ້ເຕັກໂນໂລຢີສູງໃຫ້ແກ່ສວນຜັກຢູ່ເຂດໝູ່ເກາະ - ảnh 1ສວນຜັກຢູ່ເຂດໝູ່ເກາະ 

      ປີ 2013, ອ້າຍ ດັ້ງຫງອກວູ້ໄດ້ຮັບໜ້າທີ່ຢູ່ໝູ່ເກາະເຈື່ອງຊາ. ໃນໄລຍະປະຕິບັດງານຢູ່ໝູ່ເກາະ, ມີບາງໄລຍະ ຢູ່ໝູ່ເກາະແຫ່ງນີ້ ກໍລ້ວນແຕ່ຫັນໄປສູ່ສະພາບການສູ້ຮົບ, ດັ່ງນັ້ນ ພື້ນທີ່ທັງໝົດບໍ່ໄດ້ນຳໃຊ້ເພື່ອການປູກຝັງ. ຢູ່ຂຸມໃຕ້ດິນ, ມີບາງຄັ້ງ, ພວກນັກຮົບກິນພຽງຂອງກິນກະປ໋ອງເທົ່ານັ້ນ,     ກິນຜັກຫງອກ ແລະ ໃບໄມ້ອອ່ນ. ເວລານັ້ນ, ອ້າຍດັ້ງຫງອກວູ້ ພ້ອມກັບເພື່ອຮ່ວມກົມກອງມີຄວາມຫວັງພຽງຢ່າງດຽວວ່າ : ມີໝາກເຜັດ, ໝາກເຂືອດອງ ແລະ ຜັກເພື່ອກິນກັບເຂົ້າເທົ່ານັ້ນ ຊຶ່ງເປັນການປົວແປງຄຸນນະພາບຂອງຄາບເຂົ້າກິນຢູ່ເຂດໝູ່ເກາະ. ໃນເວລາທີ່ປະສົບກັບຄວາມຫຍຸ້ງຍາກນັ້ນ, ນັກຮົບຄົນນີ້ ໄດ້ມີຄວາມຫວັງຢາກມີສວນຜັກ ໂດຍນຳໃຊ້ວິທີການປູກຝັງແບບທັນສະໄໝເພື່ອມອບໃຫ້ເພື່ອນຮ່ວມກົມກອງເປັນຂອງຂວັນໃນມື້ບໍ່ຊ້ານີ້. ດັ້ງຫງອກວູ້ ແບ່ງປັນວ່າ : 

   “ ໂຄງການນີ້ໄດ້ຮັບການສ້າງຂຶ້ນ ຂະນະທີ່ຂ້າພະເຈົ້າຍັງແມ່ນທະຫານເຮືອຄົນໜຶ່ງປະຕິບັດໜ້າທີ່ຢູ່ໝູ່ເກາະເຈື່ອງຊາ. ຢູ່ໝູ່ເກາະ, ມີບາງຄັ້ງ ກໍຂາດແຄນຜັກທີ່ສຸດ, ອັນໄດ້ພາໃຫ້ເພື່ອນຮ່ວມກົມກອງຫຼາຍຄົນຕ້ອງໄປໂຮງໝໍ. ຈາກນັ້ນ, ຂ້າພະເຈົ້າໄດ້ຕັດສິນໃຈກັບຄືນອຸທິດສ່ວນໃຫ້ແກ່ໝູ່ເຫາະ. ຢ່າງໜ້ອຍສຸດແມ່ນມີສວນຜັກເຂດໜຶ່ງເພື່ອຊ່ວຍບັນດານັກຮົບ ”

    ເດືອນກຸມພາປີ 2015, ໂດຍໄດ້ກັນຄືນສູ່ດິນຕໍ່ແຜ່ນເພື່ອຮ່ຳຮຽນຢູ່ວິທະຍາໄລອຸດສາຫະກຳການຄ້ານະຄອນໂຮ່ຈິມິນ, ດັ້ງຫງອກວູ້ພ້ອມກັບບັນດາສະມາຊິກໃນສະໂມສອນວິທະຍາສາດ ເຕັກໂນໂລຢີຂອງໂຮງຮຽນໄດ້ລົງມືປະຕິບັດການ ຄົ້ນຄ້ວາ, ອອກແບບບັນດາຮູບແບບເອເລັກໂຕນິກ ເພື່ອສາມາດຜັນຂະຫຍາຍລະບົບ“ ສວນຜັກຢູ່ເຂດໝູ່ເກາະ” ໂດຍນຳໃຊ້ເຕັກໂນໂລສູງຢູ່ເກາະຕ່າງໆໂດຍໄວ. ມາຮອດປະຈຸບັນ, ຮູບແບບນີ້ ໄດ້ສ້າງສຳເລັດດ້ວຍບັນດາວິທີການປູກຝັງທີ່ມີປະສິດທິຜົນ, ສາມາດປະຢັດເງິນທຶນໂດຍອີງຕາມເງື່ອນໄຂທຳມະຊາດຢູ່ເກາະຕ່າງໆ.

    ດ້ວຍທິດກ້າວເດີນທຳອິດ ແມ່ນປະຕິບັດໂຄງການຢູ່ເກາະໂຖຈູ, ແຂວງກຽນຢາງ, ອ້າຍດັ້ງຫງອກວູ້ໃຫ້ຮູ້ວ່າ ໂຄງການຈະນຳໃຊ້ແຫຼ່ງແສງຕາເວັນທຳມະຊາດຢູ່ແຫ່ງນີ້ ສົມທົບກັບເຕັກນິກການປູກຝັງແບບທັນສະໄໝເພື່ອນຳມາເຊິ່ງປະລິມານການຜະລິດສູງ, ແຕ່ພັດບໍ່ສິ້ນເປືອງພະລັງງານ, ນ້ຳຫຼືແຮງງານ. ຍ້ອນການນຳໃຊ້ເຕັກນິກນີ້ຢ່າງຄອງແຄ້ວ ພ້ອມກັບຄ່າໃຊ້ຈ່າຍຕ່ຳ, ດັ່ງນັ້ນລະບົບປູກຜັກແບບຄົບວົງຈອນນີ້ ສາມາດປະຢັດໄດ້ເງິນທຶນເມື່ອສົມທຽບໃສ່ວິທີການປູກຝັງຕາມແບບມູນເຊື້ອ. ຍິ່ງກ່ວານັ້ນ, ການລົງທຶນເພື່ອສ້າງລະບົບ “ ສວນຜັກຢູ່ເຂດໝູ່ເກາະ” ໃນແຕ່ລະປີ ຈະຊ່ວຍທະຫານ ແລະ ປະຊາຊົນໃນໝູ່ເກາະປະຢັດໄດ້ເງິນນັບສິບລ້ານດົງເພື່ອຊື້ຜັກ.

    ໂດຍແມ່ນຜູ້ມີຄວາມເປັນຫ່ວງເຖິງຂົງເຂດກະສີກຳສະອາດ, ເມື່ອໄດ້ຍິນມີໂຄງການ“ ສວນຜັກຢູ່ເຂດໝູ່ເກາະ”ຂອງນັກສຶກສາດັ້ງຫງອກວູ້, ອ້າຍດວານແທງຟອງ, ດຳລົງຊີວິດຢູ່ເມືອງຟູ້ຍ້ວນ, ນະຄອນໂຮ່ຈິມິນ ສະແດງຄວາມດີໃຈທີ່ສຸດ. ລາວຖືວ່າ ການນຳໃຊ້ບັນດາເຕັກນິກການປູກຝັງທີ່ກ້າວໜ້າເຊັ່ນນັ້ນ ຈະນຳມາເຊິ່ງປະສິດທິຜົນໃນເງື່ອນໄຂທຳມະຊາດຢູ່ເຂດໝູ່ເກາະທີ່ຫ່າງໄກເພາະສາມາດຫຼຸດຜ່ອນຄ່າໃຊ້ຈ່າຍ ທັງນຳມາເຊິ່ງສະມັດທະພາບສູງ ແລະ ເປັນປົກກະຕິ. ອ້າຍຟອງເວົ້າວ່າ : 

    “ ຕາມຂ້າພະເຈົ້າແລ້ວ, “ ສວນຜັກຢູ່ເຂດໝູ່ເກາະ” ແມ່ນໂຄງການທີ່ດີທີ່ສຸດເພາະມັນມີລັກສະນະໝູນໃຊ້ສູງເຂົ້າໃນຊີວິດການເປັນຢູ່ຂອງປະຊາຊົນ ແລະ ພວກນັກຮົບໃນເຂດໝູ່ເກາະ. ຢູ່ເກາະຕ່າງໆ, ເງື່ອນໄຂທຳມະຊາດທີ່ປະສົບກັບຄວາມຫຍຸ້ງຍາກ, ໂຄງການທີ່ມີລັກສະນະໝູນໃຊ້ສູງນີ້ ຈະຊ່ວຍປະຊາຊົນ ແລະ ບັນດານັກຮົບສາມາດປົວແປງຊີວິດການເປັນຢູ່ໃຫ້ດີຂຶ້ນ ”

   ໃນຮອບຊະນະເລີດງານປະກວດໂຄງການແນວຄວາມຄິດໂດຍອາສາສະໝັກ “ເພື່ອເຂດຫມູ່ເກາະທະເລທີ່ຂຽວງາມ” ໂດຍສະມາຄົມນັກສຶກສາຫວຽດນາມນະຄອນໂຮ່ຈິມິນສົມທົບກັນສູນພັດທະນາວິທະຍາສາດ ເຕັກໂນໂລຢີໜຸ່ມໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ຮູບແບບ “ ສວນຜັກຢູ່ເຂດໝູ່ເກາະ” ສາມາດເກັ້ຍກອມໄດ້ຫຼາຍຄົນດ້ວຍລັກສະນະອາດສາມາດປະຕິບັດ ແລະ ຄວາມໝາຍດ້ານວັດທະນະທຳມະນຸດຂອງໂຄງການ. ໝາກຜົນຂອງໂຄງການທີ່ແທດຈິງນີ້ ໄດ້ຮັບການຄັດເລືອກຈາກຄະນະກຳມະການກວດສອບເພື່ອທົດລອງລົງທຶນຢູ່ເກາະໂຖຈູໃນເດືອນສິງຫາທີ່ຈະມາເຖິງ. ດ້ວຍການລົງທຶນໃນເບື້ອງຕົ້ນແມ່ນ 40 ລ້ານດົງ, ອ້າຍດັ້ງຫງອກວູ້ໄດ້ປະຕິບັດຮູບແບບ “ ສວນຜັກຢູ່ເຂດໝູ່ເກາະ” ດ້ວຍເນື້ອທີ່ 50 ຕາແມັດໃຫ້ປະກົດຜົນເປັນຈິງ., ອ້າຍເລີມດິງທັ້ງ ປະທານ ສະມາຄົມນັກສຶກສາຫວຽດນາມນະຄອນໂຮ່ຈິມິນ ໃຫ້ຂໍ້ສັງເກດວ່າ: 

    “ ໂຄງການນີ້ໄດ້ລົງເລິກການຄົ້ນຄ້ວາກ່ຽວກັບບັນຫາທີ່ອາດສາມາດປູກພືກຜັກໃນເງື່ອນໄຂທຳມະຊາດທີ່ຮ້າຍແຮງຢູ່ເກາະໂຖຈູ. ໂດຍເຫັນໄດ້ເຖິງໂຄງການນີ້ມີລັກສະນະອາດສາມາດປະຕິບັດໄດ້ຢ່າງສູງ ທັງສາມາດຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ ແລະ ນັກຮົບຢູ່ເຂດໝູ່ເກາະໄດ້, ດັ່ງນັ້ນ ພວກຂ້າພະເຈົ້າໄດ້ຕັດສິນໃຈລົງທຶນປະຕິບັດ ”

    ບໍ່ພຽງແຕ່ຢຸດຢູ່ໃນຮູບແບບທົດລອງ, ດັ້ງຫງອກວູ້ໃຫ້ຮູ້ວ່າ ໃນໄລຍະທີ່ຈະມາເຖິງ, ລາວຈະປຸກລະດົມແຫຼ່ງຫນູນຊ່ວຍໃນສັງຄົມເພື່ອເປີດກ້ວາງຮູບແບບສວນຜັກທັນສະໄໝນີ້. ດັ້ງຫງອກວູ້ມີຄວາມປາດຖະໜາວ່າ ໂຄງການນີ້ຈະຖືກຜັນຂະຫຍາຍນຳໃຊ້ຢ່າງກ້ວາງຂວາງ ເພື່ອຊ່ວຍກອງທັບ ແລະ ປະຊາຊົນປົວແປງການກິນຢູ່ເຂດໝູ່ເກາະ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເຂດໝູ່ເກາະ.

ຕອບກັບ

ຂ່າວ/ບົດ​ອື່ນ