ບັນດາຄາບເຂົ້າກຸສົນ ເຮັດໃຫ້ຄົນເຈັບຜູ້ທຸກຍາກ ເພີ່ມຄວາມອົບອຸ່ນ

(VOVWORLD) -ເຖິງວ່າໄດ້ມີອາຍຸສູງແລ້ວກໍ່ຕາມ, ແຕ່ບັນດາສະມາຊິກໃນເຮືອນຄົວກຸສົນ ຢູ່ສູນສາທາລະນະສຸກ ເທດສະບານ ຫງານຳ, ແຂວງ ຊອັກຈັງ ໃນແຕ່ລະວັນ ຍັງຄົງສະໜອງເຂົ້າຈ້າວ ແລະ ຂອງກິນກຸສົນນັບຮ້ອຍພູດໃຫ້ແກ່ບັນດາຄົນເຈັບຜູ້ທຸກຍາກ. ການກະທຳທີ່ມີຄວາມໝາຍນີ້ ໄດ້ແບ່ງເບົາຄວາມຫຍຸ້ງຍາກ ທາງດ້ານຄ່າໃຊ້ຈ່າຍ ໃນຊີວິດປະຈຳວັນຂອງຄົນເຈັບ ສ່ວນໃດສ່ວນໜຶ່ງ
ບັນດາຄາບເຂົ້າກຸສົນ ເຮັດໃຫ້ຄົນເຈັບຜູ້ທຸກຍາກ ເພີ່ມຄວາມອົບອຸ່ນ - ảnh 1 ຄາບເຂົ້າກຸສົນ ເຮັດໃຫ້ຄົນເຈັບຜູ້ທຸກຍາກ ເພີ່ມຄວາມອົບອຸ່ນ

ໂດຍໄດ້ກາຍເປັນປະເພນີແລ້ວ, ມື້ໃດກໍ່ເຊັ່ນດຽວກັນ, ນັບແຕ່ຮຸ່ງເຊົ້າ, ບັນດາສະມາຊິກໃນເຮືອນຄົວກຸສົນ ຢູ່ສູນສາທາລະນະສຸກ ເທດສະບານ ຫງານຳ ໄດ້ມີໜ້າເພື່ອກະກຽມເຂົ້າຈ້າວ, ເຂົ້າປຽກກຸສົນ ເພື່ອສະໜອງໃຫ້ບັນດາຄົນເຈັບ ຜູ້ທຸກຍາກທີ່ພວມປິ່ນປົວຢູ່ພາຍໃນສູນ. ຢູ່ທີ່ນີ້ ຜູ້ອາຍຸສູງກວ່າໝູ່ ແມ່ນກວ່າ 70 ປີແລ້ວ ແລະ ຕ່ຳກວ່າໝູ່ກໍ່ແມ່ນກວ່າ 50 ປີ, ແຕ່ທຸກໆຄົນຕ່າງກໍ່ມີຈິດໃຈກະຕືລືລົ້ນ, ຜູ້ລະວຽກ, ຈາກການລ້າງຜັກ, ຄົວປາ, ປຸງແຕ່ງຂອງກິນ ແລະ ຫຸງເຂົ້າເພື່ອການກຸສົນ. ນາງ ຮິ່ງທິແອັ໋ງຕວຽດ ສະມາຊິກໃນເຮືອນຄົວກຸສົນ ຂອງສູນສາທາລະນະສຸກ ເທດສະບານ ຫງານຳ ໃຫ້ຮູ້ວ່າ:

     “ຄອບຄົວຂ້າພະເຈົ້າມີລູກສາວສາມຄົນ ທັງໝົດໄດ້ສ້າງຄອບຄົວໝົດແລ້ວ, ຍັງເຫຼືອແຕ່ສອງຜົວເມຍພວກເຮົາ ກໍ່ໄປເຮັດວຽກງານເພື່ອການກຸສົນ. ຜົວຂອງຂ້າພະເຈົ້າ ແມ່ນຜູ້ໄປສົ່ງຜັກ, ອາຫານດິບມານີ້; ສ່ວນແມ່ຍິງຄົນອື່ນໆ ແມ່ນຜູ້ປຸງແຕ່ງອາຫານ; ພວກເຮົາຮັບໃຊ້ຄົນເຈັບເພື່ອຊ່ວຍໃຫ້ເຂົາເຈົ້າ ກັບຄືນສູ່ຂຸຂະພາບປົກກະຕິ ອາການເຈັບເປັນຫາຍດີ, ພວກເຮົາກໍ່ດີໃຈຫຼາຍ”.

     ເມື່ອທຽບໃສ່ທ້ອງຖິ່ນອື່ນໆ, ຊີວິດເສດຖະກິດຂອງປະຊາຊົນ ໃນແຂວງ ຊອັກຈັງ  ເວົ້າລວມ ແລະ ຂອງເທດສະບານ ຫງານຳ ເວົ້າສະເພາະ, ເປັນຕົ້ນແມ່ນຢູ່ເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ, ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ດັ່ງນັ້ນ ໃນເວລາຖືກຕິດພະຍາດ, ຕ້ອງເຂົ້າປິ່ນປົວຢູ່ໂຮງໝໍ ເປັນໄລຍະຍາວ, ຄ່າໃຊ້ຈ່າຍສຳລັບຊີວິດປະຈຳວັນ ໃນຕອນນັ້ນ ກໍ່ແມ່ນການແບກຫາບຢ່າງໃຫ່ຍຫຼວງ ສຳລັບເຂົາເຈົ້າ. ເຂົ້າຈ້າວ ແລະ ຂອງກິນກຸສົນ ແຕ່ລະພູດ ຈະຊ່ວຍໃຫ້ເຂົາເຈົ້າບັນເທົາຄວາມເປັນຫ່ວງໃນແຕ່ລະວັນ ເພື່ອໃຫ້ເຂົາເຈົ້າມີຄວາມອຸ່ນອ່ຽນໃຈ ປິ່ນປົວພະຍາດ. ລຸງ ເຈິ່ນແທັງລອງ ອາຍຸກວ່າ 60 ປີ, ພວມປິ່ນປົວ ຢູ່ສູນສາທາລະນະສຸກ ເທດສະບານ ຫງານຳ ເປີດເຜີຍວ່າ: 

     “ຂ້າພະເຈົ້າເຄີຍມາປິ່ນປົວຢູ່ສູນແຫ່ງນີ້, ກໍ່ຍ້ອນມີການຊ່ວຍເຫຼືອຂອງ ອ້າຍເອື້ອຍນ້ອງໃນເຮືອນຄົວກຸສົນ ທີ່ຊ່ວຍເຫຼືອເຂົ້າກິນ ໂດຍບໍ່ຄິດຄ່າ, ດັ່ງນັ້ນ ກໍ່ເປັນການຫຼຸດຜ່ອນຄ່າໃຊ້ຈ່າຍ ແກ່ຂ້າພະເຈົ້າ. ຄົນເຈັບສ່ວນຫຼາຍທີ່ນອນປິ່ນປົວຢູ່ທີ່ນີ້ ກໍ່ແມ່ນເປົ້າໝາຍຄົວຄອບທີ່ທຸກຍາກ, ຢູ່ເຂດຫ່າງໄກສອກຫຼີກ, ເງິນທອງກໍ່ບໍ່ມີຫຼາຍ. ປັດຈຸບັນ ອາການເຈັບເປັນຂອງຂ້າພະເຈົ້າ ກໍ່ຫາຍດີແລ້ວ, ຕອນເຊົ້າກໍ່ໄດ້ກິນເຂົ້າປຽກ, ຕອນທ່ຽງ ຕອນແລງກໍ່ໄດ້ມີເຂົ້າຈ້າວກັບຂອງກິນແຊບຫຼາຍ”.

    ເຮືອນຄົວກຸສົນ ຢູ່ສູນສາທາລະນະສຸກ ເທດສະບານ ຫງານຳ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອ ປີ 2009 ດ້ວຍສະມາຊິກ 40 ຄົນ ຖືກແບ່ງເປັນ 7 ໜ່ວຍ, ພັດປ່ຽນກັນປຸງແຕ່ງຂອງກິນໃນແຕ່ລະວັນ ເພື່ອຮັບໃຊ້ຄົນເຈັບ ຜູ້ທຸກຍາກ. ຕອນເຊົ້າ, ບັນດາສະມາຊິກ ກໍ່ໄດ້ໄປຢາຍເຂົ້າປຽກ, ຕອນທ່ຽງ ແລະ ຕອນແລງ ກໍ່ຢາຍເຂົ້າຈ້າວ ແລະ ຂອງກິນ ພ້ອມທັງຂອງກິນເຈໃຫ້ແກ່ຄົນເຈັບອີກດ້ວຍ. ສະເພາະນ້ຳດື່ມບໍລິສຸດ ແມ່ນຮັບໃຊ້ທັງວັນ ແລະ ຄືນ. ແຕ່ລະມື້ເຮືອນຄົວສາມາດສະໜອງ ເຂົ້າຈ້າວ ແລະ ຂອງກິນແຕ່ 350-400 ພູດໃຫ້ແກ່ຄົນເຈັບ ແລະ ຍາດຕີພີ່ນ້ອງມາເບິ່ງຄົນເຈັບ. ທ່ານ ຫງວຽນແທັງແຍງ ຫົວໜ້າເຮືອນຄົວກຸສົນ ສູນສາທານະລະສຸກ ເທດສະບານ ຫງານຳ ໃຫ້ຮູ້ວ່າ ແຫຼ່ງວັດຖຸດິບ ຂອງເຮືອນຄົວແມ່ນໄດ້ມາຈາກ ການຂົນຂວາຍ ຜູ້ໃຈບຸນໃຈກຸສົນໃນເທດສະບານ. ທ່ານ ຫງວຽນວັນແຍງ ໃຫ້ຮູ້ວ່າ: 

      “ບາງຄັ້ງກໍ່ປະສົບກັບຄວາມຫຍຸ້ງຍາກ, ວັດຖຸເງິນທອງກໍ່ຄ່ອຍໆໝົດໄປ. ຄາວນັ້ນ ຂ້າພະເຈົ້າກໍ່ທໍ້ຖອຍໃຈ, ບາງຄັ້ງກໍ່ຢາກຢຸດການເຄື່ອນໄຫວ. ແຕ່ດ້ວຍຄວາມຕັດສິນໃຈຂອງທຸກໆຄົນ ເມື່ອເຫັນວ່າຄົນເຈັບທຸກຍາກ ຖືກສິ້ນເບືອງເງິນທອງຫຼາຍ, ເພາະສະນັ້ນ ພວກຂ້າພະເຈົ້າໄດ້ເຮັດທຸກໆວິທີ  ເພື່ອຮັກສາການເຄື່ອນໄຫວຂອງເຮືອນຄົວ ໃຫ້ຄົງຕົວ”

    ໂດຍໄດ້ເຄື່ອນໄຫວມາເປັນເວລາກວ່າ 9 ປີແລ້ວ, ເຖິງວ່າປະສົບຄວາມຫຍຸ້ງຍາກ, ລຳບາກກໍ່ຕາມ, ແຕ່ເຂົາເຈົ້າບໍ່ມີວັນທີ່ທໍ້ຖອຍໃຈ. ທຸກໆຄົນຕ່າງກໍ່ມີຄວາມກະຕືລືລົ້ນ ເພື່ອປຸງແຕ່ງອາຫານ ຂອງກິນກຸສົນ ເຮັດໃຫ້ຄົນເຈັບທີ່ທຸກຍາກ ເພີ່ມຄວາມອົບອຸ່ນ. ຄວາມມ່ວນຊື່ນທີ່ບັນດາຄົນເຈັບໄດ້ພົ້ນຈາກອາການເຈັບເປັນຂອງພະຍາດ, ກັບຄືນເມືອເຕົ້າໂຮມພ້ອມກັບຄົວຄອບ ກໍ່ແມ່ນຄວາມເບີກບານມ່ວນຊື່ນລວມ ຂອງສະມາຊິກທຸກໆຄົນໃນເຮືອນຄົວກຸສົນ  ຢູ່ສູນສາທາລະນະສຸກ ເທດສະບານ ຫງານຳ ແຂວງ ຊອັກຈັງ.

ຕອບກັບ

ຂ່າວ/ບົດ​ອື່ນ