ບັນດາຕົວແບບກ້າວໜ້າເຮັດຕາມຄຳຮຽກຮ້ອງ ແຂ່ງຂັນຮັກຊາດຂອງ ປະທານໂຮ່ຈີມິນ

(VOVWORLD) -ກ່ອນນີ້ 70 ປີຄືວັນທີ 17 ມິຖຸນາ ປີ 1948, ປະທານ ໂຮ່ຈີມິນ ໄດ້ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດເພື່ອແນໃສ່ປຸກລະດົມທົ່ວປວງຊົນທັງຊາດເສີມຂະຫຍາຍທຸກຄວາມສາມາດ, ອຸທິດສ່ວນໃຫ້ແກ່ການຕໍ່ຕ້ານເພື່ອກູ້ຊາດ ແລະ ສ້າງສາປະເທດຊາດ.  ນັບແຕ່ນັ້ນເປັນຕົ້ນມາ,  ວັນທີ 11 ມິຖຸນາ ໃນແຕ່ລະປີໄດ້ກາຍເປັນວັນມູນເຊື້ອແຂ່ງຂັນຮັກຊາດ. ເມື່ອບໍ່ດົນມານີ້, ທີ່ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນ ປະທານໂຮ່ຈີມິນອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ, ໄດ້ເຕົ້າໂຮມຕົວແບບທີ່ກ້າວໜ້າຫຼາຍຄົນ. ເຂົາເຈົ້າໄດ້ມີການປະກອບສ່ວນຢ່າງໃຫ່ຍຫຼວງໃຫ້ແກ່ວົງຄະນະຍາດໃນກິດຈະການສ້າງສາປະເທດຊາດໃນປັດຈຸບັນ
ບັນດາຕົວແບບກ້າວໜ້າເຮັດຕາມຄຳຮຽກຮ້ອງ ແຂ່ງຂັນຮັກຊາດຂອງ ປະທານໂຮ່ຈີມິນ - ảnh 1  ປະທານໂຮ່ຈີມິນ : “ແຂ່ງຂັນແມ່ນຮັກຊາດ, ຮັກຊາດຕ້ອງແຂ່ງຂັນ”

70 ປີໄດ້ຜ່ານພົ້ນໄປ, ແຕ່ຄຳຮຽກຮ້ອງຂອງ ປະທານໂຮ່ຈີມິນ “ແຂ່ງຂັນແມ່ນຮັກຊາດ, ຮັກຊາດຕ້ອງແຂ່ງຂັນ”, ຍັງຄົງມີຄຸນຄ່າເໝືອນເດີມ, ແມ່ນແສງສະຫວ່າງເຍືອງທາງ, ລະດົມກຳລັງໃຈແກ່ປະຊາຊົນຫວຽດນາມເພື່ອຮ່ວມແຮງຮ່ວມໃຈສ້າງສາປະເທດຊາດ. ເລື່ອງລາວກ່ຽວກັບຫ້ອງຮຽນພິເສດຢູ່ ເກາະຮ່ອນຈ້ວຍ ທີ່ຂຶ້ນກັບແຂວງ ກ່າເມົາ ໄດ້ສະແດງໃຫ້ເຫັນນ້ຳໃຈຄວາມຮັກແພງ ແລະ ສຸດຈິດສຸດໃຈຂອງນັກຮົບປ້ອງກັນຊາຍແດນຄົນໜຶ່ງທີ່ໄດ້ຖ່າຍທອດຄວາມຮູ້, ສອນຕົວໜັງສືໃຫ້ແກ່ພວກນ້ອງນ້ອຍຢູ່ເຂດຫ່າງໄກສອກຫຼີກ. ຮ້ອຍໂທ ເຈ່ິນບິ່ງຟຸກ ໃຫ້ຮູ້ວ່າ: 10 ປີທີ່ຜ່ານມາ, ລາວໄດ້ມີຄວາມຜູກພັນກັບເກາະຮ່ອນຈ້ວຍ, ໄດ້ເປີດຫຼາຍຊຸດຮຽນແຫ່ງຄວາມຮັກໃນເກາະດ້ວຍຄວາມຫວັງຢາກສອນຕົວໜັງສືໃຫ້ແກ່ພວກນ້ອງເພື່ອຈະມີອະນາຄົດທີ່ສະຫວ່າງສະໄຫວ. 

     “ເມື່ອຂຶ້ນຫ້ອງສອນພວກນ້ອງນ້ອຍຢູ່ເກາະຮ່ອນຈ້ວຍ, ຂ້າພະເຈົ້າມີຄວາມເປັນຫວ່ງໃນແຕ່ລະວັນເມື່ອຖ່າຍທອດຄວາມຮູ້ໃຫ້ແກ່ພວກນ້ອງ. ເຮັດແນວໃດເພື່ອຈະຖ່າຍທອດຄວາມຮູ້ໃຫ້ແກ່ພວກນ້ອງເປັນຢ່າງດີທີ່ສຸດ. ຜ່ານຫຼາຍປີທີ່ມີຄວາມຜູກພັນກັບຫ້ອງຮຽນ, ໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ, ຂ້າພະເຈົ້າໄດ້ນຳພວກນ້ອງນ້ອຍໄປໂຮງຮຽນຢ່າງສຳເລັດຜົນ. ປັດຈຸບັນພວກນ້ອງນ້ອຍທຸກໆຄົນກໍ່ໄດ້ໄປໂຮງຮຽນ, ອ່ານໄດ້ຂຽນເປັນ ແລະ ໄດ້ຖືກສົ່ງໄປຍັງດິນຕໍ່ແຜ່ນເພື່ອຮຽນຕໍ່”.

           ທ່ານ ໂງກວາງຮຸຍ ສັງກັດບໍລິສັດຮຸ້ນສ່ວນ ຊູແປ ແລະ ຟອດເຟດເລິມທາວ ຊຶ່ງແມ່ນຜູ້ມີ 19 ຂໍ້ລິເລີ່ມໃນຂະບວນການອອກແຮງງານ, ນຳຜົນກຳໄລມາສູ່ວິສາຫະກິດເປັນຈຳນວນເງິນກວ່າ 5 ຕື້ດົ່ງຕໍ່ປີ. ທ່ານ ໂງກວາງຮຸຍ ເປີດເຜີຍວ່າ: ຈາກບັນດາຄວາມຫຍຸ້ງຍາກໃນໄລຍະອອກແຮງງານ, ຍາມໃດທ່ານກໍ່ຊອກຫາ, ຮຽນຮູ້ເພື່ອປັບປຸງທາງດ້ານເຕັກນິກ, ແກ້ໄຂຂໍ້ຈຳກັດຂອງຕ່ອງໂສ້. ທ່ານໃຫ້ຮູ້ວ່າ: 

       “ກະໂຕຂ້າພະເຈົ້າເອງ ຍາມໃດກໍ່ມີຈິດໃຈຮ່ຳຮຽນຕາມແບບຢ່າງປະທານໂຮ່ຈີມິນ ແລະ ບັນດາຄຳສັ່ງສອນຂອງເພິ່ນ. ໃນໄລຍະເຮັດວຽກ, ຂ້າພະເຈົ້າຍາມໃດກໍ່ພະຍາຍາມຊອກຮູ້, ຮຽນຮູ້ເພື່ອອຸທິດສ່ວນໃຫ້ແກ່ບໍລິສັດ, ຊຶ່ງເປັນການປະກອບສ່ວນສ່ວນໃດສ່ວນໜຶ່ງ ເຂົ້າໃນການພັດທະນາຂອງປະເທດຊາດ. ໃນບັນດາຂໍ້ລິເລີ່ມຂອງຂ້າພະເຈົ້າ, ມີບັນດາການແລກປ່ຽນ, ແນະນຳເພື່ອນຮ່ວມອາຊີບເພື່ອພ້ອມກັນເຂົ້າຮ່ວມ, ຮັບຟັງບັນດາຄຳຄິດຄຳເຫັນ, ຄວາມໃນໃຈຂອງເພື່ອນຮ່ວມອາຊີບ, ຈາກນັ້ນກໍ່ມີທິດທາງເພື່ອມີຂໍ້ລິເລີ່ມຊ່ວຍຊາວຜູ້ອອກແຮງງານ ຫຼຸດຜ່ອນຄວາມອິດເມື່ອຍ, ຈາກນັ້ນກໍເປັນການຊຸກຍູ້ຜູ້ອອກແຮງງານມີຄວາມຫ້າວຫັນໃນການອອກແຮງງານ”. 

      ໂດຍແມ່ນຜູ້ມີການປະກອບສ່ວນ ແລະ ໄດ້ສ້າງຂີດໝາຍຫຼາຍຢ່າງໃນກິດຈະການປ່ຽນແປງໃໝ່ປະເທດຊາດ, ນັກທຸລະກິດ ຫຼີງອກມິງ, ຜູ້ອຳນວຍການໃຫ່ຍບໍລິສັດເຄື່ອງປັ້ນດິນເຜົາເຄືອບມິງລອງ I ແບ່ງປັນວ່າ: “ໃນຕະຫຼອດກິດຈະການປ່ຽນແປງໃໝ່, ຂ້າພະເຈົ້າຄິດວ່າເຮົາພຽງແຕ່ແມ່ນຊາຍເມັດນ້ອຍໃນທະເລຊາຍເທົ່ານັ້ນ” ປັດຈຸບັນຜະລິດຕະພັນເຄື່ອງປັ້ນດິນເຜົາຂອງມິງລອງໄດ້ປະກົດຕົວຢູ່ບັນດາຕະຫຼາດທີ່ຕ້ອງການສິນຄ້າຄຸນນະພາບສູງເຊັ່ນ: ຝະລັງ, ເຢຍລະມັນ, ອີຕາລີ, ບັນດາປະເທດເອີລົບຕາເວັນອອກ… ແລະ ໄດ້ຮັບການຕີລາຄາສູງໃນພາກພື້ນ. ທ່ານ ຫຼີງອກມິງ ໃຫ້ຮູ້ວ່າ:  

      “ບໍລິສັດມິງລອງໄດ້ເດີນຕາມເຕັກໂນໂລຢີເຜົາເທື່ອດຽວ. ທາງບໍລິສັດໄດ້ປະສົບຜົນສຳເລັດຕາມເຕັກໂນໂລຢີນີ້ຊຶ່ງໄດ້ສາມາດຫຼຸດຜ່ອນເວລາທຳການຜະລິດຈາກ 7 ວັນລົງເຫຼື່ອພຽງ 3 ວັນເທົ່ານັ້ນ. ປັດຈຸບັນປະຕິບັດລະບົບອັດຕະໂນມັດດ້ວຍເວລາເຫຼືອພຽງ 20 ຊົ່ວໂມງ. ໃນລາຍການອັດຕະໂນມັດກໍ່ສາມາດຫຼຸດຜ່ອນຈາກແຮງງານ 200 ຄົນລົງເຫຼືອພຽງ 20 ຄົນເທົ່ານັ້ນ”. 

        ທ່າຍ ຟ້າມວັນຮາດ ຢູ່ເມືອງ ຕື໋ກີ່ ຢູ່ແຂວງ ຫາຍເຢືອງ ກໍ່ໄດ້ຊອກຮູ້, ຄົ້ນຄວ້າ, ຜະລິດອອກເຄື່ອງຈັກສັບຊ່າວທີ່ດິນ, ເພາະປູກແກ່ນໄມ້ເພື່ອເພີ່ມສະມັດຕະພາບການອອກແຮງງານ ແລະ ຫຼຸດຜ່ອນຄວາມລຳບາກໃຫ້ແກ່ຜູ້ອອກແຮງງານ. ເຄື່ອງຈັກສັບຊ່າວທີ່ດິນ, ເພາະປູກແກ່ນໄມ້ດ້ວຍໜຶ່ງຄົນບັນຊາກໍ່ສາມາດທົດແທນແຮງງານປະມານ 40 ຄົນໃນວຽກງານຢ່າງດຽວ. ທ່ານ ຟ້າມວັນຮາດ ໃຫ້ຮູ້ວ່າ:  

      “ນີ້ແມ່ນຄວາມສຸມຈິດສຸມໃຈຂອງຂ້າພະເຈົ້າ. ໂດຍແມ່ນຊາວນາຄົນໜຶ່ງ, ການຜະລິດອອກຜະລິດຕະພັນທີ່ມີມູນຄ່າ ແລະ ສາມາດນຳໃຊ້ໃນຕະຫຼາດແມ່ນສິ່ງທີ່ບໍ່ວາດນຶກໄດ້ເຖິງສຳລັບບັນດາຜູ້ຄົນທີ່ບໍ່ໄດ້ຮຽນລະດັບສູງ, ບັນດາຜະລິດຕະພັນທີ່ພວກຂ້າພະເຈົ້າຜະລິດອອກມານັ້ນ, ກໍ່ຕິດແທດກັບພຶດຕິກຳຕົວຈິງ. ແຕ່ປີ 2012 ມາຮອດປັດຈຸບັນ, ຂ້າພະເຈົ້າໄດ້ຜະລິດອອກຜະລິດຕະພັນເກືອບ 30 ຊະນິດ, ບັນດາຜະລິດຕະພັນທີ່ຂ້າພະເຈົ້າຜະລິດອອກມານັ້ນ ກໍ່ລ້ວນແຕ່ຖືກນຳໃຊ້ໃນທັນທີ”. 

     ແຕ່ລະຄົນກໍ່ມີວິທີຕອບສະໜອງຄຳຮຽກຮ້ອງແຂ່ງຂັນຮັກຊາດຂອງ ປະທານໂຮ່ຈີມິນທີ່ແຕກຕ່າງກັນ, ແຕ່ກໍ່ລ້ວນແຕ່ມີຈຸດປະສົງຮ່ວມ ນັ້ນແມ່ນເພື່ອປະກອບສ່ວນ ເຂົ້າໃນການພັດທະນາປະເທດຊາດ ຢ່າງແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ