ບັນດານັກວິທະຍາສາດຍິງເມົາມົວຄົ້ນຄ້ວາວິທະຍາສາດ

ໝູ່​ຄະ​ນ​ະ​ນັກ​ວິ​ທະ​ຍາ​ສາດ​ຍິງ ສະ​ພາ​ມະ​ຫາ​ບັນ​ດິດ​​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ຫວຽດ​ນາມ​ນຳ​ໜ້າ​ໃນ​ຂົງ​ເຂດ​ຄົ້ນ​ຄ້​ວາ​ນຳ​ໃຊ້​ບັນ​ດາ​ຜະ​ລິດ​ຕະ​ພັນ​ຮັບ​ໃຊ້​ຊີ​ວິດ​ການ​ເປັ​ນ​ຢູ່, ໃນ​ນັ້ນ​ມີ​​ບັນ​ດາການ​ນຳ​ໃຊ້​ວິ​ທະ​ນາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ນາ​ໂນ ຮັບ​ໃຊ້​ແກ່​ການ​ຜະ​ລິດ​ວັດ​ຖຸ​ດິບ​ຜະ​ລິດ​ຕະ​ພັນ​ການ​ຢາ. ເຂົາ​ເຈົ້າ​ໄດ້​ຮັບ​ລາງວັນໂກວາ​ແລ​ັສກາຍ​ອາ ປີ 2016 ແລະ ໄດ້​ຮັບ​ການ​ເຊີດ​ຊູ​ໃນ​ລາຍ​ການ “ ເອກ​ອ້າງ​ທະ​ນົງ​ໃຈ​ແມ່​ຍິງ​ຫວຽດ​ນາມ” ເດືອນ 3 /2017.

ບັນດານັກວິທະຍາສາດຍິງເມົາມົວຄົ້ນຄ້ວາວິທະຍາສາດ  - ảnh 1
ຈຸ​ນັກ​ວິ​ທະ​ຍາ​ສາດ​ຍິງ 5 ຄົ​ນ​ສັງ​ກັດ ສະ​ພາ​ມະ​ຫາ​ບັນ​ດິດ​​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ຫວຽດ​ນາມ

      ຈຸ​ນັກ​ວິ​ທະ​ຍາ​ສາດ​ຍິງ 5 ຄົ​ນ​ສັງ​ກັດ ສະ​ພາ​ມະ​ຫາ​ບັນ​ດິດ​​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ຫວຽດ​ນາມຊຶ່ງ​ລວມ​ມີ​ບັນ​ດາ​ຮອງ​ສາດ​ສະ​ດາ​ຈານ, ປະ​ລິນ​ຍາ​ເອກ: ເຈີນ​ກິມ​ແອງ, ວູ້​ທິ​ບິກ, ຝ້າມ​ທູ​ງາ, ເຈີນ​ຮົ່ງ​ຍຸງ ແລະ ຫງວຽນ​ເຟືອງ​ຕຸງ​ ແມ່ນຜູ້​ຮັບ​ຜິດ​ຊອບ​ນັບ 10 ຫົວ​ເລື່ອງ​ລະ​ດັບ​ລັດ, ກະ​ຊວງ, ສະ​ຖາ​ບັນ. ມາ​ຮອດ​ປະ​ຈຸ​ບັນ, ພວກ​ເອື້ອຍແມ່ນ​ຜູ້​ຂຽນ ແລະ ຜູ້​ຂຽນ​ຮ່ວມຂອງກວ່າ 630 ບົດ​ຂຽນ, ໃນ​ນັ້ນ ມີ​ປະ​ມານ 120 ບົດ ລົງ​ພິມ​ໃນ​ວາ​ລະ​ສານ​ວິ​ທະ​ຍາ​ສາດ​ສາ​ກົນ. ພິ​ເສດ, ພວກ​ເອື້ອຍໄດ້​ປະ​ຕິ​ບັດຫຼາຍ​ຫົວ​ເລື່ອງ​ຄົ້ນ​ຄ້​ວານຳ​ໃຊ້​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ນາ​ໂນ ຮັບ​ໃຊ້​ແກ່​ການ​ຜະ​ລິດ​ວັດ​ຖຸ​ດິບ​ຜະ​ລິດ​ຕະ​ພັນ​ການ​ຢາ​ທີ່​ມີ​ຕົ້ນ​ກຳ​ເນີດ​ຈາກ​ທຳ​ມະ​ຊາດ. ໃນ​ຈຳ​ນວນ​ບັນ​ດາ​ກິດ​ຈະ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ຂອງ​ພວກ​ເອື້ອຍນັ້ນ, ພົ້ນ​ເດັ່ນ​ຂຶ້ນ​ແມ່ນ ແມ່ນ​ບັນ​ດາ​ກິດ​ຈະ​ການ​ຄົ້ນ​ຄ້​ວາ​ການ​ກຳ​ນົດ​ທິດ​ໂດຍ​ພື້ນ​ຖານ​ກ່ຽວ​ກັບວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ນາ​ໂນ ຮັບ​ໃຊ້​ແກ່​ການ​ຜະ​ລິດ​ກະ​ສີ​ກຳ, ແພດ​ສາດ-ຊີ​ວະ​ສາດ ແລະ ການ​ຢາ​ວິ​ທະ​ຍາ. ທ່ານ​ນາງຮອງ​ສາດ​ສະ​ດາ​ຈານ, ປອ ຝ້າມ​ທູ​ງາ ໃຫ້​ຮູ້​ວ່າ :

    “ ພວກ​ຂ້າ​ພະ​ເຈົ້າ​ລວມ​ມີ 5 ຄົນ, ເຮັດ​ວຽກ​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ແຕກ​ຕ່າງ​ກັນ, ແຕ່​ລ້ວນ​ແຕ່​ນຳ​ໃຊ້​ບັນ​ດາ​ວັດ​ຖຸ​ດິບ​ຂະ​ໜາດ​ນາ​ໂນ, ໂຄງ​ປະ​ກອບ ນາ​ໂນ​ເພື່ອ​ນຳ​ໃຊ້​ໃນ​ຂົງ​ເຂດ ແພດ​ສາດ-ຊີ​ວະ​ສາດ ແລະ ການ​ຢາ​ວິ​ທະ​ຍາ. ຍົກ​ຕົວ​ຢ່າງ​ຄື ໃນ​ມໍ່ໆ​ມານີ້, ແມ່ນ​ການ​ນຳ​ໃຊ້​ເຂົ້າ​ໃນ​ການ​ກວດ​ພົບ​​ໄວ​ກ່ຽວ​ກັບປະ​ລີ​ມານ​ຢາ​ປາບ​ສັດ​ຕູ​ພືດ​ທີ່​ເຫຼືອ​ເກີນ​ໃນ​ຕົ້ນ​ຊາ, ໝາກ​ໄມ້, ພືດ​ຜັກ​ຕ່າງໆ. ຫຼື​ຄື​ກໍ​ລະ​ນີ​ນາງ ເຈີນ​ຮົ່ງ​ຍຸງ ໄດ້​ມີ​ການ​ຄົ້ນ​ຄ້ວ​າ​ນຳ​ໃຊ້​ໃນ​ຂົງ​ເຂດ​ແພດ​ສາດ ແນ​ໃສ່​ກວດ​ພົບໄວ​ກ່ຽວ​ກັບ​ໂລກ​ມະ​ເຮັ່ງ ແລະ ບາງ​ພະ​ຍາດ​ອື່ນ…”

     ຈຸ​ນັກ​ວິ​ທະ​ຍາ​ສາດ​ຍິງ​ສັງ​ກັດ ສະ​ພາ​ມະ​ຫາ​ບັນ​ດິດ​​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ຫວຽດ​ນາມຍັງ​ຂະ​ຫຍາຍ​ການ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ລະ​ບົບ​ກ້ອງ​ຈຸ​ລະ​ທັດເອ​ເລັກ​ໂຕ​ນິກ ສະ​ແກນ​ເນີ ສາ​ມາດ​ຖ່າຍ​ຮູບ 3D ຈຸ​ລັງ ແລະ ແພ​ຈຸ​ລັງ. ນີ້​ແມ່ນ​ເຄື່ອງ

ມື​ຮັບ​ໃຊ້​ຢ່າງ​ໄດ້​ການໄດ້ງານໃນ​ການ​ຄົ້ນ​ຄ້​ວາ​ຊີ​ວະ​ວິ​ທະ​ຍາ ແລະ ວິ​ນິດ​ໄສ​ແພດ​ສາດ. ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ທາງ​ດ້ານ​ວິ​ຊາ​ສະ​ເພາະ ແລະ ຖອດ​ຖອນ​ບົດ​ຮຽນ​ໃນ​ການ​ຄົ້ນ​ຄ້​ວາ, ພວກ​ເອື້ອຍ​ໄດ້​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຍິງສາ​ກົນ​ຢູ່​ຝະ​ລັ່ງ, ອາ​ເມ​ລິກາ, ອັງ​ກິດ, ສ.ເກົາຫຼີ… ເຂົ້າຮ່ວມບັນ​ດາ​ກອງ​ປະ​ຊຸມ​ວິ​ທະ​ຍາ​ສາດ ແລະ ໄປ​ຮຽນ​ຢູ່​ຕ່າງ​ປະ​ເທດ. ທ່ານ​ນາງຮອງ​ສາດ​ສະ​ດາ​ຈານ, ປອ ຝ້າ​ມທູ​ງາ ແບ່ງ​ປັນ​​ວ່າ :

    “ ປະ​ຈຸ​ບັນ, ພວກ​ຂ້າ​ພະ​ເຈົ້າ​ພວມ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ຜະ​ລິດ​ຕະ​ພັນ​ການ​ຢາ ແລະ ອາ​ຫານ​ເສີມ​ຂຸ​ຂະ​ພາບ​ທີ່​ມີ​ຄຸນ​ປະ​ໂຫຍດ​ຄື ຜະ​ລິດ​ຕະ​ພັນ​ການ​ຢາ. ສິ່ງ​ເຫຼົ່າ​ນັ້ນ ແມ່ນ​ເອົາ​ມາ​ຈາກ​ທຳ​ມະ​ຊາດ, ຈາກ​ຜັກ, ໝາກ​ໄມ້ເພື່ອ​ຮັບ​ໃຊ້ໃຫ້​ແກ່ຂະ​ແໜງ​ອຸດ​ສາ​ຫະ​ກຳ​ໃນ​ອະ​ນາ​ຄົດ. ການ​ຄົ້ນ​ຄ້​ວາ​ທັງ​ໝົດ​ຂອງ​ພວກ​ຂ້າ​ພະ​ເຈົ​້າ ກໍ​ລ້ວນ​ແຕ່​ສາ​ມາດ​ນຳ​ໃຊ້​ໃນ​ຕົວ​ຈິງ ”

     ປະ​ຈຸ​ບັນ, ພວກ​ເອື້ອຍພວມ​ຢູ່​ໃນ​ເກັນ​ອາ​ຍຸ​ພັກກິນ​ເບ້ັຍບຳ​ນານ​ແລ້ວ, ບໍ່​ເຂົ້າ​ຮ່ວມ​ວຽກ​ງານ​ນຳ​ພາ​, ຄຸ້ມ​ຄອງໂດຍ​ກົງ, ແຕ່​ກໍ​ຍັງ​ຄົງ​ເຂົ້າຮ່ວມສິດ​ສອນ​ຢູ່​ໂຮງ​ຮຽນ​ຕ່າງໆ​ພາຍ​ໃນ​ປະ​ເທດ. ພວ​ກ​ເອ​ື້ອຍ​ຍັງ​ໄດ້​ຮັບ​ການ​ເຊື້ອ​ເຊີນ​ມາ​ແນະ​ນຳ​ໃຫ້​ແກ່​ບັນ​ດາ​ນັກ​ສຶກ​ສາ​ມາ​ຈາກ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ຕ່າງ​ປະ​ເທດ. ດ້ວຍ​ການ​ແນະ​ນຳ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງ​ພວກ​ເອື້ອຍ, ນັກ​ຄົ້ນ​ຄ້​ວາ 20 ຄົນ​ສາ​ມາດ​ປ້ອງ​ກັນ​ບົດ​ວິ​ທະ​ຍາ​ນິ​ພົນ​ປະ​ລິນ​ຍາ​ເອກ​ຢ່າງ​ສຳ​ເລັດ​ຜົນ, ນັກ​ຄົ້ນ​ຄ້​ວາ 6 ຄົນ​ພວມ​ສຶກ​ສາ​ຄົ້ນ​ຄ້​ວາເພື່ອ​ປ້ອງ​ກັນ​ບົດ​ວິ​ທະ​ຍາ​ນິ​ພົນ​ປະ​ລິນ​ຍາ​ເອກ​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ….. ທ່ານ​ນາງຮອງ​ສາດ​ສະ​ດາ​ຈານ, ປອ ເຈີນ​ກິມ​ແອງເປີດ​ເຜີຍວ່າ :

    “ ເພື່ອ​ຖ່າຍ​ທອດ​ຄວາມ​ຮູ້, ບົດ​ຮຽນ​ໃຫ້​ແກ່​ບັນ​ດາ​ນັກ​ຄົ້ນ​ຄ້​ວາ, ພວກ​ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ ຍົກ​ອອກ​ບັນ​ດາ​ທິດ​ຄົ້ນ​ຄ້​ວາ, ຫົວ​ເລື່ອງ​ຄົ້ນ​ຄ້​ວາ​ທີ່​ມີ​ລັກ​ສະ​ນະ​ດູດ​ດື່ມ. ພວກ​ນັກ​ຄົ້ນ​ຄ້​ວາ​ຕ່າງ​ກໍ​ເຫັນ​ວ່າ ການ​ຄົ້ນ​ຄ້​ວາ​ຂອງ​ຕົນ ທັງ​ມີ​ລະ​ດັບ​ສູງ ພ້ອມ​ທັງ​ຕິດ​ແທດ​ຕົວ​ຈິງ ”

     ດ້ວຍ​ບັນ​ດາ​ການ​ອຸ​ທິດ​ສ່ວນ​ຢ່າງ​ສຸດ​ຂີດ​ໃຫ້​ແກ່​ວິ​ທະ​ຍາ​ສາດ, ຈຸ​ນັກ​ວິ​ທະ​ຍາ​ສາດ​ຍິງ 5 ຄົ​ນ​ສັງ​ກັດ ສະ​ພາ​ມະ​ຫາ​ບັນ​ດິດ​​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ຫວຽດ​ນາມ ມີ​ຄວ​າມ​ເປັນ​ກຽດ​ໄດ້​ຮັບ​ລາງວັນ​​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ໃຫ້​ແກ່​ກຸ່ມ​ກິດ​ຈະ​ການ​ຄົ້ນ​ຄ້​ວາ​ໂດຍ​ພື້ນ​ຖານ​ກ່ຽວ​ກັບ​ແສງ​ສະ​ຫວ່​າງ ແລະ ທາດ​ແຂງ, ຫຼຽນ​ກາ​ເພື່ອ​ພາ​ລະ​ກິດ​ວິ​ທະ​ຍາ​ສາດ​ຂອງ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ຫວຽດ​ນາມ, ໃບ​ຍ້ອງ​ຍໍ​ນັກ​ປັນ​ຍາ​ຊົນ​ຍິງ​ດີ​ເດັ່ນ​ຫວຽດ​ນາມ​ໄລ​ຍະ 2010-2015…ພວກ​ເອື້ອຍຍັງ​ໄດ້​ຮັບ​ລາງວັນໂກວາ​ແລ​ັສກາຍ​ອາ ປີ 2016 ແລະ ໄດ້​ຮັບ​ການ​ເຊີດ​ຊູ​ໃນ​ລາຍ​ການ “ ເອກ​ອ້າງ​ທະ​ນົງ​ໃຈ​ແມ່​ຍິງ​ຫວຽດ​ນາມ” ເດືອນ 3 /2017. ນີ້​ແມ່ນ​ຄວາມ​ເປັນ​ກຽດ ແລະ ກໍ​ເປັນ​ກຳ​ລັງ​ຫນູນເພື່ອ​ໃຫ້​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ພິ​ເສດ​ແມ່ນ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຍິງ​ສືບ​ຕໍ່​ເດີນ​ຕາມ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ຂອງ​ຕົນ​ເພື່ອ​ສ້າງ​ໃຫ້​ມີ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຮັບ​ໃຊ້​ຊີ​ວິດ​ສັງ​ຄົມ​ຢ່າງ​ແທດ​ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ