ບັນດາຜູ້ເຮັດວຽກງານອະນຸລັກຮັກສາ ຄ່າງຫົວຂາວໃນເກາະກາດບາ

(VOVWORLD) -    ຄ່າງຫົວຂາວໃນເກາະກາດບາ, ປະຈຸບັນພວມບັນທຶກຢູ່ໃນບັນຊີລາຍຊີສັດ 25 ປະເພດທີ່ມີໄພຖືກສູນພັນ ແລະ ຖືກນຳເຂົ້າໃນບັນຊີລາຍຊື່ທີ່ເປັນອັນຕາລາຍທີ່ສຸດໃນປຶ້ມແດງໂລກ

ຢູ່ຫາຍຟ່ອງ, ບັນດາພະນັກງານທີ່ເຮັດວຽກໃນເຂດປ່າສະຫງວນແຫ່ງຊາດກາດບາ ພວມມານະພະຍາຍາມເພື່ອອະນຸລັກຮັກສາ ຄ່າງຫົວຂາວໃຫ້ພົ້ນຈາກຜົນກະທົບຂອງມະນຸດ ແລະ ບັນດາການເຄື່ອນໄຫວ ແລະ ບັນດາການເຄື່ອນໄຫວເສດຖະກິດ, ທ່ອງທ່ຽວທີ່ອາດຈະສົ່ງຜົນສະທ້ອນທີ່ບໍ່ດີເຖິງສະພາບແວດລ້ອມຊີວະພາບ.

ບັນດາຜູ້ເຮັດວຽກງານອະນຸລັກຮັກສາ ຄ່າງຫົວຂາວໃນເກາະກາດບາ - ảnh 1ຄ່າງຫົວຂາວກາດບາພວມມີໄພຖືກສູນພັນ 

      ໂຄງການອະນຸລັກ ຄ່າງຫົວຂາວກາດບາ ແມ່ນປະຕິບັດຢູ່ເກາະກາດບາ ຊຶ່ງແມ່ນເມືອງເກາະທີ່ຍັງຮົກເຮື້ອພໍສົມຄວນ ຂຶ້ບກັບນະຄອນຫາຍຟ່ອງ. ອ້າຍ ຫງວຽນຮຸຍເກີມ ຮອງຫົວໜ້າຫ້ອງການກວດກາປ່າໄມ້ກາດເຢືອທີ່ຂຶ້ນກັບອົງການ

ກວດກາປ່າໄມ້ ເຂດປ່າສະຫງວນແຫ່ງຊາດກາດບາໃຫ້ຮູ້ວ່າ : ຄ່າງຫົວຂາວກາດບາແມ່ນສັດປະເພດໜຶ່ງທີ່ຫາຍາກທີ່ສຸດຢູ່ອາຊີ, ພ້ອມທັງບໍ່ສາມາດຫາໄດ້ຢູ່ແຫ່ງໃດໃນໂລກນີ້ ແລະ ຄົງຕົວຢູ່ພຽງເກາະກາດບາເທົ່ານັ້ນ. ຕາມການສະຖີຕິແລ້ວ, ຈຳນວນ ຄ່າງຫົວຂາວໃນປະຈຸບັນ ຍັງເຫຼືອພຽງປະມານ 60 ໂຕຢູ່ລຽບຕາມບັນດາສາຍພູຫີນປູນແຄມທະເລທີ່ຂຶ້ນກັບປ່າສະຫງວນແຫ່ງຊາດກາດບາ. ອ້າຍ ຫງວຽນຮຸຍເກີມ ໃຫ້ຮູ້ວ່າ :

    “ຄ່າງຫົວຂາວກາດບາມັກດຳລົງຊີວິດຢູ່ຕາມສາຍພູຫີນປູນ. ພວກມັນເຄີຍກິນໃບຫຍ້າຢູ່ຕາມຜາຫີນ. ພວກມັນເຄີຍນອນໃນຕອນກາງຄືນຢູ່ຕາມຜາຫີນ, ຖ້ຳຢູ່ແຄມທະເລພາຍຫຼັງກິນອາຫານ. ຍ້ອນເຫດນີ້ເອງ ”

     ຄ່າງຫົວຂາວກາດບາເຄີຍແມ່ນໜຶ່ງໃນບັນດາປະເພດສັດປ່າທີ່ມີຈຳນວນ ຫຼາຍກວ່າໝູ່ໃນເກາະ. ເພື່ອຮັກສາສັດປ່າປະເພດນີ້, ໃນປະຈຸບັນ, ອົງການກວດກາປ່າໄມ່ກາດບາ ໄດ້ສ້າງຕັ້ງບັນດາໜ່ວຍງານໂດຍສົມທົບກັບປະຊາຊົນທີ່ດຳລົງຊີວິດຢູ່ເຂດເຊື່ອມຕໍ່ຂອງສວນລົງໄປກວດກາ, ມ້າງແຮ້ວເພື່ອອະນຸລັກຮັກສາ ຄ່າງຫົວຂາວແຕ່ລະໂຕ. ອ້າຍ ຫງວຽນຮຸຍເກີມ ໃຫ້ຮູ້ຕື່ມອີກວ່າ : 

   “ຄ່າງຫົວຂາວກາດບາຄອດລູກໃນທຸກເວລາໃນປີ, ແຕ່ລະເທື່ອຄອດລູກໄດ້ 1 ໂຕ. ຄ່າງຫົວຂາວກາດບາມັກນັ່ງແບບສະຫງົບງຽບ, ອາດຈະບໍ່ເຄື່ອນເໜັງໃນເວລາ 1 ຊົ່ວໂມງເຄິ່ງຫາ 3 ຊົ່ວໂມງ. ດັ່ງນັ້ນ ທຸກໆເທື່ອ, ພວກຂ້າພະເຈົ້າ ຕ້ອງລໍ່ຖ້າພວກມັນກັບຄືນສູ່ຖ້ຳ ຈຶ່ງສາມາດກວດກາຈຳນວນຄ່າງໃນຝູງໄດ້”

     ໂດຍໄດ້ມີໄລຍະປະຕິບັດງານໃນ ເຂດປ່າສະຫງວນແຫ່ງຊາດກາດບາ, ທ່ານ Leonarg ຜູ້ອຳນວຍການໂຄງການອະນຸລັກຮັກສາ ຄ່າງຫົວຂາວກາດບາໃຫ້ຮູ້ວ່າ : ຄ່າງຫົວຂາວກາດບາໄດ້ສາມາດຂະຫຍາຍຕົວເພື່ອແທດເໝາະກັບເງື່ອນໄຂສິ່ງແວດລ້ອມແຫ່ງຊີວິດຢູ່ຕາມສາຍພູຫີນປູນທີ່ລຸລະກັນດານ ຫ່າງໄກຈາກດິນຕໍ່ແຜ່ນ, ດັ່ງນັ້ນພວກມັນມີຄວາມສະດຸ້ງໄວກັບມະນຸດ ແລະ ອາດຈະເຄື່ອນຍ້າຍໄປແຫ່ງອື່ນ ເມື່ອໄດ້ຍິນສຽງຜິດປົກກະຕິຢູ່ຫ່າງຈາກນັບ ກມ. ດັ່ງນັ້ນ, ໂຄງການອະນຸລັກຮັກສາ ຄ່າງຫົວຂາວກາດບາພວມປະສົບກັບຄວາມຫຍຸ້ງບາກຫຼາຍຢ່າງ. ທ່ານ Leonarg ຜູ້ອຳນວຍການໂຄງການອະນຸລັກຮັກສາ ຄ່າງຫົວຂາວກາດບາແບ່ງປັນວ່າ : 

    “ ວຽກງານອະນຸລັກຮັກສາໃນເກາະ ບໍ່ພຽງແຕ່ເພື່ອປ້ອງກັນສະເພາະສັດປ່າປະເພດຄ່າງຫົວຂາວກາດບາເທົ່ານັ້ນ, ຫາກຍັງເປັນການ ອະນຸລັກຮັກສາສະພາບແວດລ້ອມແຫ່ງຊີວິດທັງໝົດຂອງມັນອີກດ້ວຍ. ເຂດເກາະກາດບາມີ ເຂດປ່າສະຫງວນແຫ່ງຊາດກາດບາແມ່ນເຂດຊີວະນາໆພັນຢ່າງສູງສຸດ, ມີຄວາມສຳຄັນຕໍ່ສາກົນ ແລະ ໄດ້ຮັບການຢັ້ງຢືນແມ່ນເຂດນິເວດທຳມະຊາດໂລກ. ດັ່ງນັ້ນ ໄປພ້ອມກັບກັບວຽກງານພັດທະນາ ແລະ ເຮັດການທ່ອງທ່ຽວ, ກໍຄວນເອົາໃຈໃສ່ເຖິງວຽງການ ອະນຸລັກຮັກສາທຳມະຊາດ ”

       ປະຈຸບັນ, ຄ່າງຫົວຂາວກາດບາພວມໄດ້ຮັບການປ້ອງກັນ ເພື່ອໃຫ້ພວມມັນອອກແມ່ແຜ່ລູກໃຫ້ຫຼາຍຂຶ້ນ ແລະ ກາຍເປັນສັນຍາລັກຂອງເກາະກາດບາຊຶ່ງແມ່ນເຂດນິເວດທຳມະຊາດໂລກ. ທ່ານ ຮ່ວາງວັນເທິບ ຜູ້ອຳນວຍການເຂດປ່າສະຫງວນແຫ່ງຊາດກາດບາ ແບ່ງປັນວ່າ : 

   “ ນັບແຕ່ເວລານະຄອນຫາຍຟ່ອງວາງແຜນຜັງລະອຽດສຳລັບເຂດອະນຸລັກຮັກສາຄ່າງຫົວຂາວກາດບານັ້ນ, ວຽກງານປ້ອງກັນຄ່າງຫົວຂາວກໍໄດ້ປະຕິບັດເປັນຢ່າງດີ, ບັນດາການເຄື່ອນໄຫວຂອງຊາວທ້ອງຖິ່ນໄດ້ຖືກຈຳກັດເພື່ອບໍ່ໃຫ້ສົ່ງຜົນກະທົບເຖິງເຂດນີ້. ທັດສະນະຂອງພວກຂ້າພະເຈົ້າແມ່ນຖ້າຫາກມີການພັດທະນາຢ່າງໃດກໍຕາມ, ພວກເຮົາກໍຕ້ອງຮັກສາມໍລະດົກທຳມະຊາດ ”

    ໂຄງການອະນຸລັກຮັກສາ ຄ່າງຫົວຂາວກາດບາໄດ້ຮັບການຜັນຂະຫຍາຍນັບແຕ່ທ້າຍປີ 2000 ໂດຍສວນສັດປ່າ Munster ແລະ ສະມາຄົມສັດປ່າຂອງ ເຢັຍລະມັນອຸປະຖຳ ແລະ ໄດ້ປະຕິບັດ 2 ໂຄງການ “ຜູ້ເຮັດວຽກງານອະນຸລັກຮັກສາ ຄ່າງຫົວຂາວ” ແລະ ສະໂມສອນປົກປັກຮັກສາປ່າຢູ່ບັນດາຕາແສງໃນເກາະກາດບາ. ການອະນຸລັກຮັກສາ ຄ່າງຫົວຂາວກາດບາບໍ່ພຽງແຕ່ແມ່ນວຽກງານຂອງອົງການຈັດຕັ້ງ, ສ່ວນບຸກຄົນເທົ່ານັ້ນ, ຫາກຍັງແມ່ນຄວາມຮັບຜິດຊອບຂອງທຸກໆຄົນ ແນໃສ່ຮັກສາ ແລະ ພັດທະນາຊີວະນາໆພັນເພື່ອໃຫ້ໝູ່ເກາະກາດບາກາບເປັນແກ້ວມະນີຂຽວຂອງເຂດທາງທິດຕາເວັນອອກສ່ຽງເໜືອຂອງປະເທດຊາດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ