ປະສິດທິຜົນຂອງຂະບວນການປະຢັດເງິນເພື່ອກໍ່ສ້າງເຮືອນໃຫ້ແກ່ຜູ້ທຸກຍາກ

ຊາວ​ຕາ​ແສງກວາງ​ຫຽບ, ເມືອງ ກື​ມະ​ກາ, ແຂ​ວງ​ດັກ​ລັກ​ພວມ​ປະ​ຕິ​ບັດຂະ​ບວນ​ການ​ປະ​ຢັດ​​ເງິນ​ເພື່ອ​ກໍ່​ສ້າງ​ເຮືອນ​ໃຫ້​ແກ່​ຜູ້​ທຸກ​ຍາກ. ຂະ​ບວນ​ການນີ້​ໄດ້​ກາຍ​ເປັນ​ຮູບ​ແບ​ບ​ທີ່​ດີ​ເພື່ອ​ທະ​ວີ​ຄູນ​ຢ່າງ​ກ້​ວາງ​ຂວາງ. 

ປະສິດທິຜົນຂອງຂະບວນການປະຢັດເງິນເພື່ອກໍ່ສ້າງເຮືອນໃຫ້ແກ່ຜູ້ທຸກຍາກ  - ảnh 1
ການປຸກສ້າງເຮືອນໃຫ້ແກ່ຜູ້ທຸກຍາກ​ຢູ່​ແຂວງ​ດັກ​ລັກ

         ຂະ​ບວນ​ການ​ “ປະ​ຢັດ​​ເງິນ​ເພື່ອ​ກໍ່​ສ້າງ​ເຮືອນ​ໃຫ້​ແກ່​ຜູ້​ທຸກ​ຍາກ” ຢູ່​​ຕາ​ແສງກວາງ​ຫຽບ, ເມືອງ ກື​ມະ​ກາ, ແຂ​ວງ​ດັກ​ລັກໄດ້​ເລີ່ມ​ປະ​ຕິ​ບັດ​ນັບ​ແຕ່​ປີ 2011. ຕາມນັ້ນ​ແລ້ວ, ປະ​ຊາ​ຊົນ​ຈະ​ເລັ້ຍ​ລາຍເງິນຈຳ​ນວນ​ໜ້ອຍ​ຂອງ​ຕົນ​ໃນ​ແຕ່​ລະ​ວັນ, ແຕ່​ລະ​ເດືອນ​ຂອງ​ຕົນ ເພື່ອ​ຮອດ​ທ້າຍ​ປີ ຈະ​ນຳ​ໄປ​ໃຊ້​ຈ່າຍ​ແກ່​ການ​ສ້ອມ​ແປງຫຼື​ປຸກ​ເຮືອນ​ໃໝ່ໃຫ້​ແກ່​ຜູ້​ທຸກ​ຍາກ. ຈາກ​ແຫຼ່ງ​ເງິ​ນ​ຈາກກອງ​ທຶນນີ້, ໃນ​ຊຸມມື້​ທີ່​ຜ່ານ​ມາ, ອຳ​ນາດ​ການ​ປົກ​ຄອງ​ຕາ​ແສງ​ໄດ້​ໜູນ​ຊ່ວຍ​ປຸກ​ເຮືອນ​ໃໝ່ 9 ຫຼັງ ແລະ ສ້ອມ​ແປງ​ເຮືອນ​ໃຫ້​ແກ່ 2 ຄອບ​ຄົວ​ທີ່​ທຸກ​ຍາກ​ດ້ວຍ​ຈຳ​ນວນ​ເງິນ 242 ລ້ານ​ດົງ. ສະ​ເພາະ​ປີນີ້, ຕາ​ແສງກວາງ​ຫຽບ​ສືບ​ຕໍ່​ໜູນ​ຊ່ວຍ​ປຸກ​ສ້າງ​ໃໝ່​ເຮືອນແຫ່ງ​ມະ​ຫາ​ສາ​ມັກ​ຄີ 3 ຫຼັງ​ໃຫ້​ແກ່ຜູ້​ທຸກ​ຍາກ. ມາ​ຮອດ​ປະ​ຈຸ​ບັນ, ​ເມືອງ ກື​ມະ​ກາປະ​ຢັດ​ເງິນ​ໄດ້​ປະ​ມານ 2,5 ຕື້​ດົງ. ໃນ​ເບື້ອງ​ຕົ້ນ, ເມືອງ ກື​ມະ​ກາ ໄດ້ໜູນ​ຊ່ວຍ​ປຸກ​ເຮືອນໃໝ່​ໃຫ້​ແກ່ 56 ຄອບ​ຄົວ​ເປົ້າ​ໝາຍ​ນະ​ໂຍ​ບາຍ ແລະ ຄອບ​ຄົວ​ທຸກ​ຍາກ. ທ່ານ​ຮ່​ວາ​ແມ້ງກວນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຕາ​ແສງກວາງ​ຫຽບ ໃຫ້​ຮູ້​ວ່າ : 

       “ ເລີ່ມ​ແຕ່​ປີ 2011, ພວກ​ຂ້າ​ພະ​ເຈົ້າ​ໄດ້​ປຸກ​ລະ​ດົມຂະ​ບວນ​ການ​ປະ​ຢັດ​​ເງິນ​ໄດ້​ຈຳ​ນວນກວ່າ 17 ລ້ານ​ດົງ, ມາ​ຮອດ​ປະ​ຈຸ​ບັນ​ແມ່ນ​ໄດ້ 6 ປີ​ແລ້ວ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ສຳຫຼວດ​ບັນ​ດາ​ບັນ​ດາ​ຄອບ​ຄົວ​ທີ່​ມີ​ເຮືອນ​ເກົ່າ, ເປ​ເພ ເພື່ອ​ຊ່ວຍ​ສ້ອງ​ແປງ​ເຮືອນຫຼື​ປຸກ​ເຮືອນ​ໃໝ່. ນັບ​ແຕ່​ປີ 2011 ຫາ 2015, ພວກ​ຂ້າ​ພະ​ເຈົ້າ​ປຸ​ກາ​ສ້າງ​ເຮືອນ​ໄດ້ 9 ຫຼັງ. ປີນີ້​ຈຳ​ນວນ​ເງິນ​ທີ່​ເກັບ​ມາໄດ້ນັ້ນ ແມ່ນ​ເກືອບ 150 ລ້ານ​ດົງ, ໃນ​ສະ​ເພາະ​ໜ້າ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ປຸກ​ສ້າງ​ເຮືອນ​ແຫ່ງ​ມະ​ຫາ​ສາ​ມັກ​ຄີ​ໃຫ້​ແກ່ 3 ຄອບ​ຄົວ” 

     ຂະ​ບວນ​ການ​ປະ​ຢັດ​​ເງິນ​ເພື່ອ​ກໍ່​ສ້າງ​ເຮືອນ​ໃຫ້​ແກ່​ຜູ້​ທຸກ​ຍາກຢູ່​ຕາ​ແສງກວາງ​ຫຽບ, ເມືອງ ກື​ມະ​ກາ, ແຂ​ວງ​ດັກ​ລັກ​ໄດ້​ນຳ​ຄວາມ​ຜາ​ສຸກ​ມາ​ສູ່ຫຼາຍ​ຄອບ​ຄົວ​ທີ່​ທຸກ​ຍາກ​ໃນ​ທ້ອງ​ຖິ່ນ. ​ທ່ານ​ກາວ​ຊວນ​ເລີ້ຍ​ເຈົ້າ​ຂອງ​ຄອບ​ຄົວ​ທີ່​ທຸກ​ຍາກ​ຢູ່​ຕາ​ແສງກວາງ​ຫຽບ, ເມືອງ ກື​ມະ​ກາຫາ​ກໍ​ຍ້າຍ​ໄປ​ຢູ່​ເຮືອນຫຼັງ​ໃໝ່​ຍ້ອນ​ມີຂະ​ບວນ​ການ​ປະ​ຢັດ​​ເງິນ​ນີ້. ​     ທ່ານ ກາວ​ຊວນ​ເລີ້ຍ ເວົ້າ​ວ່າ : 

   “ ມີ​ເຮືອນ​ໃໝ່, ດັ່ງ​ນັ້ນ​ໃນ​ປະ​ຈຸ​ບັນ, ວຽກ​ເຮັດ​ງານ​ທຳ​ຂອງ​ລູກ​ເຕົ້າ​ເປັນ​ປົກ​ກະ​ຕິ​ກ່​ວາ​ເກົ່າ. ບໍ່​ຕ້ອງ​ເປັນ​ຫ່​ວງ​ໃນ​ຍາມ​ຝົນ​ຕົກ​ໜັກ ແລະ ລົມ​ພາ​ຍຸ​ອີກ​ແລ້ວ. ກ່ອນນີ້​ເມື່ອເກີດ​ລົມ​ພະ​ຍຸ ແມ່ນ​ລຳ​ບາກຫຼາຍ. ໃນ​ຄັ້ງ​ນີ້, ກໍ​ດີ​ໃຈຫຼາຍ, ມີ​ເຮືອນ​ທີ່​ອົບ​ອຸ່ນ, ມີ​ບ່ອນ​ຢູ່​ບ່ອນ​ກິນ​ເປັນ​ຢ່າງ​ດີ ”

      ດ້ວຍ​ວິ​ທີ​ປະ​ຕິ​ບັດ​ວຽກ​ງານ​ທີ່​ເປີ​ດເຜີຍ, ກະ​ຈ່າງ​ແຈ້ງ ແລະ ຊ່ວຍ​ເຫຼືອ​ຢ່າງ​ຖືກ​ຕ້ອງ​ຕາມ​ເປົ​້າ​ໝາຍ, ມາ​ຮອດ​ປະ​ຈຸ​ບັນ, ຂະ​ບວນ​ການ​ປະ​ຢັດ​​ເງິນ​ເພື່ອ​ກໍ່​ສ້າງ​ເຮືອນ​ໃຫ້​ແກ່​ຜູ້​ທຸກ​ຍາກຢູ່​ຕາ​ແສງກວາງ​ຫຽບໄດ້​ແຜ່​ລາມ​ອອກ​ກ້​ວາງ​ຂວາງ ແລະ ໄດ້​ຮັບ​ການ​ສະ​ໜັບ​ສະ​ຫນູນຈາກ​ປະ​ຊາ​ຊົນ​ໃນ​ຕາ​ແສງ​ຢ່າງ​ສຸດ​ໃຈ. ຈຳ​ນວນ​ເງິນ​ໃນ​ກອງ​ທຶນ​ແມ່ນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ , ອັນ​ໄດ້​ຊ່ວຍ​ບັນ​ດາ​ຜູ້​ທຸກ​ຍາກ​ບືນ​ຕົວ​ຂຶ້ນ​ໃນ​ການ​ດຳ​ລ​ົງຊີ​ວິດ. ທ່ານ ຫງວຽນ​ວັນ​ຊາງ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງກວາງ​ຫຽບ ຕີ​ລາ​ຄາ​ວ່າ : 

    “ ແຕ່​ລະ​ປີ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຈັດ​ຕັ້ງ​ຮູບ​ແບບປະ​ຢັດ​ເງິນ​ໃນ​ທົ່ວ​ປວງ​ຊົນ.ປະ​ສິດ​ທິ​ຜົນ​ຂອງວຽກ​ງານນີ້​ແມ່ນ​ໃຫຍ່ຫຼວງ ແລະ ແທດ​ຈິງ. ພວກ​ຂ້າ​ພະ​ເຈົ້າ​ສາ​ມາດ​ທົດ​ແທນເຮືອນ​ໄມ້​ໄຜ່, ມຸງ​ຫຍ​້າຫຼາຍຫຼັງ​ໃຫ້​ແກ່​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ. ຮູບ​ແບບນີ້​ໄດ້​ຮັບ​ການ​ຕອບ​ສະ​ໜອງ​ຈາກ​ປະ​ຊາ​ຊົນ​ຢ່າງ​ຕັ້ງໜ້າ ແລະ ຍັງ​ຕິດ​ພັນ​ກັບ​ການ​ສ້າງ​ຄອບ​ຄົວ​ວັດ​ທະ​ນະ​ທຳ, ບ້ານ​ວັດ​ວັດ​ທະ​ນະ​ທຳ ”

      ໂດຍ​ແມ່ນ​ຕາ​ແສງ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ, ແຕ່​ຍ້ອນ​ມີ​ການ​ໂຄ​ສະ​ນາ​ຂົນ​ຂວາຍ​ຢ່າງ​ຕັ້ງ​ໜ້າ​ດ້ວຍຫຼາຍ​ຮູບ​ແບບ, ດັ່ງ​ນັ້ນຂະ​ບວນ​ການ​ປະ​ຢັດ​​ເງິນ​ເພື່ອ​ກໍ່​ສ້າງ​ເຮືອນ​ໃຫ້​ແກ່​ຜູ້​ທຸກ​ຍາກ​ທີ່ສ້າງກອ​ງ​ທຶນ​ເພື່ອ​ຊ່ວຍ​ຜູ້​ທຸກ​ຍາກ​ຢູ່​ຕາ​ແສງກວາງ​ຫຽບ, ເມືອງ ກື​ມະ​ກາ​ໄດ້​ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ສູງ. ຈຳ​ນວນ​ເງິນ​ໃນ​ກອງ​ທຶນ​ປີນີ້ ໄດ້​ຂຶ້ນ​ເຖິງ​ນັບ​ຮ້ອຍ​ລ້ານ​ດົງ.ຕາ​ແສງກວາງ​ຫຽບໄດ້​ປຸກ​ສ້າງ​ເຮືອນຫຼາຍຫຼັງເພື່ອ​ຊ່ວຍ​ຜູ້​ທຸກ​ຍາກ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສ້າງ​ການ​ດຳ​ລົງ​ຊີ​ວິດ​ເປັນ​ປົກ​ກະ​ຕິ. ຂະ​ບວນ​ການ​ປະ​ຢັດ​​ເງິນ​ເພື່ອ​ກໍ່​ສ້າງ​ເຮືອນ​ໃຫ້​ແກ່​ຜູ້​ທຸກ​ຍາກ ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ສຶກ​ສາ​ອົບ​ຮົມ​ຈິດ​ໃຈ​ປະ​ຢັດ​ມັດ​ທະ​ຍັດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ວຽກ​ງານ​ທີ່​ແທດ​ຈິງ, ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ສັງ​ຄົມ​ສຳ​ລັບ​ຜູ້​ທຸກ​ຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ