ປະສານສົມທົບແຫຼ່ງກຳລັງສາກົນເພື່ອ ດັດປັບເໝາະກັບການປ່ຽນແປງຂອງດິນຟ້າອາກາດ


ການ​ຄຸ້ມ​ຄອງ​ຄວ​າມ​ສ່ຽງຈາກ​ໄພ​ທຳ​ມະ​ຊາດ ແລະ ການ​ດັດ​ປັບ​ໃຫ້​ແທດ ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດພວມ​ແມ່ນ​ສິ່ງທ້າ​ທາຍໃຫຍ່ກວ່າ​ໝູ່​ໃນ​ສະ​ຕະ​ວັດ​ທີ 21 ສຳ​ລັບ​ທຸກໆ​ປະ​ເທດ, ໃນ​ນັ້ນ ມີ​ຫວຽດ​ນາມ. ຕາມ​ບັນ​ດາ​ຜູ້​ຊ່ຽວ​ຊານ​ແລ້ວ, ເພື່ອຫຼຸດ​ຜ່ອນ​ຜົນ​ກະ​ທົບ​ທີ່ບໍ່​ດີ​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດນັ້ນ ແມ່ນ​ຄວນ​ສຸມ​ທຸກ​ແຫຼ່ງ​ກຳ​ລັງ​ໃນ​ການ​ຮັບ​ມື ແລະ ແກ້​ໄຂ​ຜົນ​ຮ້າຍ​ຈາກ​ໄພ​ທຳ​ມະ​ຊາດ​ໂດຍ​ໄວ. 

 

ປະສານສົມທົບແຫຼ່ງກຳລັງສາກົນເພື່ອ ດັດປັບເໝາະກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ເຂດ​ປະ​ສົບ​ໄພ​ນ້ຳ​ຖ້ວມ​ຢູ່​ພາກ​ກາງ​ຫວຽດ​ນາມ

     ໄພ​ແຫ້ງ​ແລ້ງ​ທີ່​ແກ່​ຍາວ​ໃນ​ເນື້ອ​ທີ່​ກ້​ວາງ​ຂວາງ​ນັບ​ແຕ່​ທ້າຍ​ປີ 2014 ຫາ​ເດືອນ 6 ປີ 2016 ແມ່ນ​ໄພ​ແຫ້ງ​ແລ້ງ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ຊຶ່ງ​ໄດ້​ເກີດ​ຂຶ້ນ​ໃນ​ຮອບ 11 ປີ​ທີ່ຜ່ານ​ມາ​ຢູ່​ແຂວງ​ນິງ​ຖ້ວນ. ໄລ​ຍະ​ຈຸດ​ສູງ ກໍ​ໄດ້​ມ​ີ 5.792 ຄອບ​ຄົວ​ລວມມີ​ພົນ​ລະ​ເມືອງ​ທັງໝົດ 25.200 ຄົນ​ຄວນ​ຕ້ອງ​ການ​ໜູນ​ຊ່ວຍ​ແຫຼ່ງ​ນ້ຳ​ຮັບ​ໃຊ້​ຊີ​ວິດ​ປະ​ຈຳ​ວັນ, ກວ່າ 31.000 ຄອບ​ຄົວ​ລວມມີ​ພົນ​ລະ​ເມືອງ​ທັງໝົດ 130.000 ຄົນຖືກ​ອຶດ​ຫິວ. ການ​ຮັບ​ປະ​ກັນ​ນ້ຳ​ສະ​ອາດ, ອະ​ນາ​ໄມ​ສິ່ງ​ແວດ​ລ້ອມ, ການ​ເບິ່ງ​ແຍງ​ດູ​ແລ​ເດັກ​ນ້ອຍ ກໍ​ແມ່ນ​ວຽກ​ງານ​ລະ​ອຽດ​ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຈາກ​ບັນ​ດາຂະ​ແໜງ​ການ ຂັ້ນ​ຕ່າງໆ​ຂອງ​ນິງຖ້ວນ​ເພື່ອ ດັດ​ປັບ​ໃຫ້​ແທດເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ທ່ານດັ້ງ​ກຽນ​ເກືອງ ຮອງ​ຫົວ​ໜ້າ​ພະ​ແນກ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ແຂວງ​ນິງ​ຖ້ວນ​ໃຫ້​ຮູ້​ວ່າ :

     “ການ​ແກ້​ໄຂ​ໄພ​ແຫ້ງ​ແລ້ງ, ນອກ​ຈາກ​ແຫຼ່ງ​ເງິນ​ລົງ​ທຶນ​ຈາກ​ສູນ​ກາງແລ້ວ, ການ​ໜູນ​ຊ່ວຍ​ຂອງ​ບັນ​ດາ​ອົງ​ການ​ສ​າ​ກົນແມ່ນ​ມີ​ຄວາມ​ໝາຍ​ສາ​ຄັນ​ເພື່ອ​ຊ່ວຍ​ແຂວງ​ແກ້​ໄຂ​ຜົນ​ຮ້າຍຢ້ອນຫຼັງ​ຈາກ​ໄພ​ທຳ​ມະ​ຊາດ​ເພື່ອ​ຟື້ນ​ຟ​ູ​ການ​ຜະ​ລິດ. ພ້ອມ​ກັບ​ການ​ຫນູນ​ຊ່ວຍດ່ວນ​ຈາກ​ສູນ​ກາງ, ແຂວງ​ນິງ​ຖ້ວນພວມ​ຜັນ​ຂະ​ຫຍາຍ​ລະ​ບົບ​ສະ​ໜອງ​ນ້ຳຮັບ​ໃຊ້​ຊີ​ວິດ​ປະ​ຈຳ​ວັນຢູ່​ບັນ​ດາ​ເຂດ​ແຫ້ງ​ແລ້ງ​ໃນ​ເມືອງ​ຖ້ວນ​ບັກ, ນິງ​ຫາຍ, ຖ້ວນ​ນາມ, ຜ່ານນັ້ນ​ກໍ​ສາ​ມາດ​ຍົກ​ສູງ​ລະ​ດັບ​ຄວາມ​ຮັບຮູ້ໃຫ້​ແກ່​ປະ​ຊາ​ຊົນ​ເພື່ອ​ເປັນ​ເຈົ້າ​ການ ດັດ​ປັບ​ໃຫ້​ແທດເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ປະ​ຢັດນ້ຳ​ໃຊ້ໃນ​ຊີ​ວິດ​ປະ​ຈຳ​ວັນ ກໍ​ຄື​ໃນ​ການ​ຜະ​ລິດ”

   ໂດຍ​ແມ່ນ​ແຂ​ວງ​ທີ່ທຸກ​ຍາກ, ນິງ​ຖ້ວນ​ໄດ້​ຍາດ​ແຍ່ງ​ແຫຼ່ງ​ໜູນ​ຊ່ວຍ​ດ່ວນ​ຈາກ​ສາ​ກົນ​ໃນ​ໄລ​ຍະ​ເກີກ​ແຫ້ງ​ແລ້ງ​ທີ່​ຜ່ານມາເພື່ອ​ປະ​ສົມປະ​ສານ​ເຂົ້າ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ ແລະ ຕ້ານ​ໄພ​ທຳ​ມະ​ຊາດ, ພິ​ເສດ​ແມ່ນ​ບັນ​ດາ​ເປົ້າ​ໝາຍ​ຮັບ​ຄວາມ​ສ່ຽງ​ສູງກວ່າ​ໝູ່​ເຊັ່ນ: ແມ່​ຍິງ, ເດັກ​ນ້ອຍ​ຢູ່​ບັນ​ດາ​ເຂດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ພິ​ເສດ. ໂດຍ​ຜ່ານ​ການ​ຊ່ວຍ​ເຫຼືອ​ຈາກກອງ​ທຶນ​ອະ​ນຸ​ຊົນ​ແຫ່ງ ສ.ປ.ຊ, ຈາກ​ແຫຼ່ງ​ທຶນ​ໜູນ​ຊ່ວຍ​ຂອງ​ລັດ​ຖະ​ບານ​ຍີ່​ປຸ່ນ, ບັນ​ດາ​ທັກ​ສະ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ໄດ້​ຖືກ​ນຳ​ເຂົ້າຫຼັກ​ສູດ​ຢູ່​ໂຮງ​ຮຽນຫຼາຍ​ແຫ່ງ​ໃນ​ບໍ​ລິ​ເວນ​ແຂ​ວງ​ນິງ​ຖ້ວນ. ທ່ານ​ນາງ ເລ​ທິ​ຕ້ຽນ ຫົວ​ໜ້າ​ອຳ​ນວຍ​ການ​ໂຮງ​ຮຽນ​ອະ​ນຸບ​ານ​ຕາ​ແສງ​ເຟືອກ​ຕ້ຽນ ເມືອງ​ບາກ​ອ້າຍ ໃຫ້​ຮູ້​ວ່າ : 

    “ ທາງ​ໂຮງ​ຮຽນ​ໄດ້​ສ້າງ​ແຜນ​ການ ແລະ ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ຮອດ​ຫ້ອງ​ຮຽນ​ຕ່າງໆ​ໂດຍ​ອີງໃສ່ບັນ​ດາ​ປະ​ເພດ​ໄພ​ທຳ​ມະ​ຊ​າດທີ່​ເປັນ​ອັນ​ຕາ​ລະ​ລາຍ​ໃຫ້​ແກ່​ນັກ​ຮຽນ​ຢູ່​ໂຮງ​ຮຽນ​ແຕ່​ລະ​ແຫ່ງ​ເພື່ອ​ນຳ​ເຂົ້າຫຼັກ​ສູດ​ເພື່ອ​ແນະ​ນຳ ທັກ​ສະ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດໃຫ້​ແກ່​ພວກ​ນ້ອງ. ຄູ​ອາ​ຈານ​ຈະ​ແນະ​ນຳ​ໃຫ້​ພວກ​ນ້ອງ​ນັກ​ຮຽນ​ກ່ຽວ​ກັບ​ທັກ​ສະ​ການຫຼີກ​ລ້ຽງ​ນ້ຳ​ແກ່ງ​ຖ້ວມ, ບໍ່​ຄວນ​ໄປ​ຜ່ານ​ເຂດ​ນ້ຳ​ໃຫຍ່, ບໍ່​ອອກນອກ​ເຮືອນ​ເມື່ອ​ເກີດ​ລົ​ມ​ໃຕ້​ຝຸ່ນ ”

     ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ ຮ່​ວາງວັນ​ທັ້ງ ໃຫ້​ຮູ້​ວ່າ ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ ແລະ ດັດ​ປັບ​ໃຫ້​ແທດເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ປະ​ກອບ​ສ່ວນຫຼຸດ​ຜ່ອນ​ຜົນ​ກະ​ທົບ​ທີ່ບໍ່​ດີຕໍ່​ການ​ທຳ​ມາ​ຫາ​ກິ​ນ​ຂອງ​ປະ​ຊາ​ຊົນ, ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ບັນ​ດາ​ທ້ອງ​ຖິ່ນ, ສ້າງ​ສັງ​ຄົມ​ມີ​ຄວາມ​ປອດ​ໄພ​ເທື່ອ​ລະ​ກ້າວ. ການ​ປຸກ​ລະ​ດົມ ແລະ ນຳ​ໃຊ້​ແຫຼ່ງ​ກຳ​ລັງ​ໜູນ​ຊ່ວຍ​ຈາກວົງ​ຄະ​ນະ​ຍາດ​ສາ​ກົນ​ຢ່າງ​ມີ​ປະ​ສີດ​ທິ​ຜົນ ແມ່ນ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ ຮ່​ວາງວັນ​ທັ້ງ ໃຫ້​ຮູ້​ຕື່ມ​ອີກວ່າ : 

    “ ການ​ຮ່​ວມ​ມືສາ​ກົນ​ແມ່​ສຳ​ຄັນ​ທີ່​ສຸດ, ບໍ່​ພຽງ​ແຕ່​ແມ່ນ​ແຫຼ່ງ​ກຳ​ລັງ​ການ​ເງິນ​ເທົ່າ​ນັ້ນ, ຫາ​ກ​ຍັງແມ່ນບັນ​ດາ​ບົດ​ຮຽນ​ທີ່​ຖອດ​ຖອນ​ມາ​ໄດ້​ຈາກ​ບັນ​ດາ​ຄູ່​ຮ່ວມມື​ສາ​ກົນ​ອີກ​ດ້ວຍ. ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ພວກ​ເຮົາ​ໄດ້​ຮ່ວມ​ມື​ກັບຫຼາຍ​ຄູ່​ຮ່ວມ​ມື​ທີ່​ມີ​ທ່າ​ແຮງ​ໃນ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ, ຜ່ານນັ້ນ ກໍ​ຍົກ​ສູງ​ຄວາມ​ສາ​ມາດຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ ຂອງ​ຫວຽດ​ນາມ​ ”

      ດ້ວຍ​ທັດ​ສະ​ນະດັດ​ປັບ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ, ​ກະ​ຊວງ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມພວມ​ສ້າງ “ຮ່າງ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ ແລະ ຜ່ອນ​ເບົາ​ໄພ​ທຳ​ມະ​ຊາດ​ເຖິງ​ປີ 2020 ໃນ​ເງື່ອນ​ໄຂການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ນ້ຳ​ທະ​ເລ​ຂຶ້ນ​ສູງ”. ໃນ​ນັ້ນ, ມຸ່ງ​ໄປ​ສູ່​ການ​ຍົກ​ສູງ​ຄວາມສາ​ມາດ​ພະ​ຍາ​ກອນ, ເຕື່ອນ​ໄພ​ສ​ຳ​ລັບ​ໄພ​ທຳ​ມະຊາດຕ່າງໆ​ທີ່​ໄດ້​ລະ​ບຸ​ໃນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ແລະ ຕ້ານ​ໄພ​ທຳ​ມະ​ຊາດ, ກ່າ​ວ​ເຕືອນ​ສຳ​ລັບ​ໄພ​ທຳ​ມະ​ຊາດ​ປະ​ເພດ​ຕ່າງໆເມື່ອເກີດ​ຂຶ້ນຫຼາຍ​ຄັ້ງ​ເຊັ່ນ: ພາ​ຍຸ, ນ້ຳ​ຖ້ວມ​ຍ້ອນ​ພາ​ຍຸ, ນ້ຳ​ແກ່ງ, ຝົນ​ຕົກ​ໜັກ, ດິນ​ເຊາະ​ເຈື່ອນ, ແຫ້ງ​ແລ້ງ, ນ້ຳ​ທະ​ເລ​ຊຶມ.

ຕອບກັບ

ຂ່າວ/ບົດ​ອື່ນ