ພັດທະນາໂຮງໝໍອ້ອມຂ້າງ ເພື່ອເພີ່ມໂອກາດໃນການກວດ ແລະ ປິ່ນປົວພະຍາດໃຫ້ແກ່ຊາວທ້ອງຖິ່ນ

(VOVWORLD) -ໃນ 5 ປີ ທີ່ຜ່ານມາ, ລັດຖະບານຫວຽດນາມໄດ້ລົງທຶນນັບຮ້ອຍຕື້ດົ່ງ ເພື່ອປະຕິບັດແຜນຮ່າງໂຮງໝໍອ້ອມຂ້າງ ເພື່ອໃຫ້ໂຮງໝໍຂັ້ນສູນກາງມອບໂອນເຕັກນິກໃຫ້ແກ່ໂຮງໝໍຂັ້ນແຂວງ ແລະ ເມືອງ. ມາຮອດປັດຈຸບັນ, ມີໂຮງໝໍຫຼັກຂັ້ນສູນກາງຈຳນວນ 23 ແຫ່ງ ໄດ້ມອບໂອນພາຫະນະເຕັກນິກການແພດເກືອບ 200 ຢ່າງໃຫ້ແກ່ໂຮງໝໍອ້ອມຂ້າງຂັ້ນທ້ອງຖິ່ນ; ຫຼາຍກວ່າ 85% ຈຳນວນໂຮງໝໍອ້ອມຂ້າງ ໄດ້ມີແນວໂນ້ມຫຼຸດຜ່ອນສະພາບຄົນເຈັບຕ້ອງສົ່ງຂຶ້ນໂຮງໝໍຂັ້ນສູນກາງ. ເປົ້າໝາຍເພື່ອຍົກສູງຄຸນນະພາບໂຮງໝໍຂັ້ນທ້ອງຖິ່ນ, ຫຼຸດຜ່ອນຈຳນວນຄົນເຈັບໄປປິ່ນປົວຢູ່ໂຮງໝໍຂັ້ນສູນກາງ ຄອ່ຍໆໄດ້ຮັບການປະຕິບັດຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ. ຜ່ານນັ້ນຈະສ້າງເງື່ອນໄຂເພື່ອໃຫ້ປະຊາຊົນໄດ້ຮັບການກວດ ແລະ ປິ່ນປົວພະຍາດຢ່າງສະດວກສະບາຍ.
ພັດທະນາໂຮງໝໍອ້ອມຂ້າງ ເພື່ອເພີ່ມໂອກາດໃນການກວດ  ແລະ ປິ່ນປົວພະຍາດໃຫ້ແກ່ຊາວທ້ອງຖິ່ນ - ảnh 1ພາບປະກອບ 

ໂດຍຖືກເຈັບໜ້າເອິກຍ້ອນຂາດເສັ້ນເລືອດລ້ຽງຫົວໃຈ, ລຸງ ເຈິ່ນດິ່ງເຍີນ ອາຍຸ 71 ປີ ຢູ່ນະຄອນ ດາລາດ ໄດ້ຖືກສົ່ງໄປປິ່ນປົວສຸກເສີນຢູ່ໂຮງໝໍຫຼາຍຂະແໜງແຂວງ ເລິມດົ່ງ. ໂຊກດີທີ່ລຸງເຍີນ ໄດ້ຮັບການປິ່ນປົວ ເພາະວ່າໂຮງໝໍແຫ່ງນີ້ຫາກໍ່ໄດ້ສ້າງຕັ້ງພະແນກແຊກແຊງຜ່າຕັດຫົວໃຈ ຈາກແຜນກໍ່ສ້າງໂຮງໝໍອ້ອມຂ້າງ, ດັ່ງນັ້ນ ລຸງເຍີນບໍ່ຕ້ອງສົ່ງໄປໂຮງໝໍຂັ້ນສູນກາງ ຢູ່ນະຄອນໂຮ່ຈີມິນ. ລຸງເຍີນ ຖືກຜ່າຕັດໂດຍຕັ້ງສະແຕນເສັ້ນເລືອດແດງລ້ຽງຫົວໃຈ ຢູ່ໂຮງໝໍເລິມດົ່ງ ແລະ ໄດ້ພົ້ນຈາກອາການເປັນອັນຕະລາຍ. ລຸງເຍີນເວົ້າວ່າ:

      “ຂ້າພະເຈົ້າໄດ້ຮູ້ວ່າ ບັນດາທ່ານໝໍຢູ່ທີ່ນີ້ ໄດ້ຮັບການມອບໂອນເຕັກນິກຜ່າຕັດຕັ້ງສະແຕນ. ມີຄົນເຈັບຫຼາຍຄົນໄດ້ຮັບການຜ່າຕັດຕັ້ງສະແຕນຢ່າງສຳເລັດຜົນ ຢູ່ໂຮງໝໍແຫ່ງນີ້. ກໍລະນີຂອງຂ້າພະເຈົ້າ ຖ້າຫາກວ່າສົ່ງໄປໂຮງໝໍ ໄຊງອ່ນ ແມ່ນບໍ່ອາດສາມາດໄປໄດ້ ເພາະວ່າອາການເຈັບຂອງຂ້າພະເຈົ້າໜັກແລ້ວ ແລະ ຄອບຄົວກໍ່ບໍ່ມີຜູ້ສົ່ງໄປໂຮງໝໍ”

    ໂດຍແມ່ນໂຮງໝໍອ້ອມຂ້າງຂອງໂຮງໝໍຢາດິ້ງ ແລະ ສະຖາບັນຫົວໃຈນະຄອນໂຮ່ຈີມິນ, ມາຮອດປັດຈຸບັນໂຮງໝໍຫຼາຍຂະແໜງຂອງແຂວງ ເລິມດົ່ງ ໄດ້ຮັບການມອບໂອນ ແລະ ເປັນເຈົ້າການທາງດ້ານເຕັກນິກທີ່ທັນສະໄໝຫຼາຍຢ່າງໃນຂົງເຂດຫົວໃຈຊີບພະຈອນ. ໃນກວ່າໜຶ່ງປີທີ່ຜ່ານມາ, ບັນດາທ່ານໝໍ ໄດ້ຜ່າຕັດແຊກແຊງຫົວໃຈໃຫ້ແກ່ຄົນເຈັບເກືອບ 400 ກໍລະນີ, ສາມາດປິ່ນປົວສຸກເສີນຢ່າງສຳເລັດຜົນ ໃຫ້ແກ່ຄົນເຈັບກວ່າ 300 ຄົນ. ທ່ານໝໍ ຫວຽນຫາຍເກືອງ ຫົວໜ້າພະແນກຜ່າຕັດແຊກແຊງຫົວໃຈ, ໂຮງໝໍຫຼາຍຂະແໜງເລິມດົ່ງ ໃຫ້ຮູ້ວ່າ:

       “ແຜນກໍ່ສ້າງໂຮງໝໍອ້ອມຂ້າງ ແລະ ພະແນກຜ່າຕັດແຊກແຊງຫົວໃຈໄດ້ຮັບການສ້າງຕັ້ງຂຶ້ນ, ສາມາດແກ້ໄຂ ແລະ ປິ່ນປົວບັນດາກໍລະນີຄົນເຈັບຖືກຂາດເລືອດລ້ຽງຫົວໃຈ, ນອກຈາກການປິ່ນປົວໃຫ້ແກ່ຄົນເຈັບຢູ່ທ້ອງຖິ່ນ, ພວກຂ້າພະເຈົ້າຍັງປິ່ນປົວໃຫ້ແກ່ຄົນເຈັບຢູ່ທ້ອງຖິ່ນອື່ນໆ ແລະ ຊາວຕ່າງປະເທດທີ່ຖືກເຈັບເປັນເມື່ອມາທ່ອງທ່ຽວຢູ່ດາລາດ”.

      ກໍ່ເຂົ້າຮ່ວມແຜນຮ່າງໂຮງໝໍອ້ອມຂ້າງ, ໂຮງໝໍຫຼາຍຂະແໜງແຂວງ ກວ໋າງນິງ ກໍ່ໄດ້ຮັບການມອບໂອນເຕັກນິກທີ່ທັນສະໄໝຫຼາຍຢ່າງ ຈາກບັນດາໂຮງໝໍທີ່ມີຊື່ສຽງຂັ້ນສູນກາງ. ມາຮອດປັດຈຸບັນ ທາງໂຮງໝໍໄດ້ປະຕິບັດບັນດາເຕັກນິກຂອງໂຮງໝໍລະດັບໜຶ່ງ ແລະ ເຕັກນິກເກືອບ 1.500 ຢ່າງຂອງໂຮງໝໍພິເສດຂັ້ນສູນກາງ. ອັດຕາຄົນເຈັບຢູ່ໂຮງໝໍ ກວ໋າງນິງ ທີ່ຕ້ອງສົ່ງໄປປິ່ນປົວຢູ່ໂຮງໝໍຂັ້ນສູນກາງໄດ້ຫຼຸດລົງເຫຼືອພຽງ ຕ່ຳກວ່າ 1%. ທ່ານ ຈິ້ງວັນແມັ້ງ ຜູ້ອຳນວຍການໂຮງໝໍຫຼາຍຂະແໜງແຂວງ ກວ໋າງນິງ ໃຫ້ຮູ້ວ່າ:

       “ຄວາມຫຍຸ້ງຍາກທີ່ສຸດ ແມ່ນບັນດາໂຮງໝໍອ້ອມຂ້າງຕ້ອງມີແຫຼ່ງກຳລັງຢ່າງຄົບຖ້ວນ, ເລືອກເຟັ້ນເອົາບຸກຄະລາກອນ ເພື່ອສາມາດປະຕິບັດເຕັກນິກການແພດ. ວຽກງານນີ້ກໍ່ມີບົດບາດຕັດສິນໃຫ້ແກ່ຜົນສຳເລັດ ເພາະວ່າໄດ້ມີເຕັກນິກທີ່ດີ ແລະ ທັນສະໄໝແລ້ວ, ແຕ່ຜູ້ທີ່ມີລະດັບຢ່າງພຽງພໍເພື່ອ ຮັບເອົາ ແລະ ຜັນຂະຫຍາຍປະຕິບັດໄດ້ຫຼືບໍ່ ກໍ່ແມ່ນບັນຫາໜຶ່ງ. ຂະນະທີ່ພວກຂ້າພະເຈົ້າໄດ້ຜັນຂະຫຍາຍປະຕິບັດເຕັກນິກການແພດນີ້ ກໍ່ຕ້ອງມີເສັ້ນທາງປະຕິບັດຈາກຂອດການກະກຽມບຸກຄະລາກອນ ຕະຫຼອດຮອດບັນດາເງື່ອນໄຂທາງດ້ານພາຫະນະອຸປະກອນ ແລະ ພື້ນຖານໂຄງລ່າງ”.

    ໃນຂະນະທີ່ ບຸກຄະລາກອນທີ່ມີລະດັບວິຊາສະເພາະຖືກຂາດແຄນ, ຊ້ຳພັດຕ້ອງແຕ່ງຕັ້ງທ່ານໝໍທີ່ມີຄວາມສາມາດໄປຍັງໂຮງໝໍຂັ້ນສູນກາງ ເພື່ອຮັບເອົາການມອບໂອນເຕັກນິກໃໝ່ອີກ, ກໍ່ແມ່ນຄວາມຫຍຸ້ງຍາກຢ່າງໃຫ່ຍຫຼວງ ສຳລັບໂຮງໝໍຂັ້ນແຂວງ, ຂັ້ນເມືອງເມື່ອປະຕິບັດແຜນຮ່າງໂຮງໝໍອ້ອມຂ້າງ. ທ່ານ ເລືອງ ງອັກ ເຄວ ຫົວໜ້າກົມຄຸ້ມຄອງການກວດ ແລະ ປິ່ນປົວພະຍາດ, ກະຊວງສະທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ:

     “ບໍ່ພຽງແຕ່ຮາກຖານການແພດເທົ່ານັ້ນ ຫາກຍັງຕ້ອງມີການເຂົ້າຮ່ວມຂອງບັນດາຂະແໜງການຂັ້ນຕ່າງໆ ແລະ ພິເສດແມ່ນບົດບາດຂອງຄະນະກຳມະການປະຊາຊົນຂັ້ນຕ່າງໆ. ຖ້າຫາກປະຕິບັດໄດ້ເຊັ່ນນັ້ນ ຈຶ່ງຈະມີບຸກຄະລາກອນທີ່ມີຄຸນນະພາບຢ່າງພຽງພໍ ເພື່ອສາມາດຮັບເອົາເຕັກນິກຈາກໂຮງໝໍຂັ້ນສູນກາງ. ເຮັດໄດ້ເຊັ່ນນັ້ນ ຈຶ່ງຈະສາມາດລົງທຶນທາງດ້າພື້ນຖານວັດຖຸໃຫ້ແກ່ໂຮງໝໍຂັ້ນແຂວງ, ຂັ້ນເມືອງເພື່ອຮັບເອົາເຕັກນິກຈາກຂັ້ນສູນກາງ. ສິ່ງນີ້ກໍ່ມີຄວາມໝາຍເຊັ່ນດຽວກັນກັບການປຸກລະດົມ ຮາກຖານການແພດຢູ່ທ້ອງຖິ່ນມີຄວາມໝັ້ນໃຈກວ່າເກົ່າ ເພື່ອຮັບໃຊ້ປະຊາຊົນຢູ່ທ້ອງຖິ່ນຂອງຕົນ”.

     ເກືອບ 15% ຈຳນວນໂຮງໝໍອ້ອມຂ້າງຍັງບໍ່ທັນໄດ້ຫຼຸດຜ່ອນອັດຕາຄົນເຈັບທີ່ຕ້ອງສົ່ງໄປປິ່ນປົວຢູ່ໂຮງໝໍຂັ້ນສູນກາງ. ໃນໄລຍະທີ່ຈະມາເຖິງ, ຂະແໜງສາທາລະນະສຸກຈາກຂັ້ນສູນກາງລົງຮອດທ້ອງຖິ່ນ ຈະສືບຕໍ່ມານະພະຍາຍາມ ເພື່ອບັນລຸເປົ້າໝາຍຂອງແຜນຮ່າງ ນັ້ນແມ່ນເຖິງ ປີ 2020 ຈະບໍ່ມີສະພາບຄົນເຈັບຕ້ອງນອນປິ່ນປົວນຳກັນໃນຕຽງດຽວ.

ຕອບກັບ

ຂ່າວ/ບົດ​ອື່ນ