ພາບພົດນະຄອນໄຊງ່ອນເມື່ອກ່ອນນີ້ ໃນຄວາມຊົງຈຳຂອງທຸກໆຄົນ

(VOVWORLD) -ສັບປະດາປຶ້ມອ່ານສະເຫຼີມສະຫຼອງ 320 ປີ ແຫ່ງວັນສ້າງຕັ້ງໄຊງ່ອນ - ເຈິເຫຼີນ - ຢາດິ້ງ - ນະຄອນໂຮ່ຈີມິນ ຫາກໍຖືກຈັດຂຶ້ນຢູ່ນະຄອນໂຮ່ຈີມິນ ຫວ່າງແລ້ວນີ້ ອັນໄດ້ສ້າງຄວາມປະທັບໃຈອັນດີງາມ ໃນຈິດໃຈຂອງປະຊາຊົນ ແລະ ແຂກທ່ອງທ່ຽວທັງຫຼາຍ. ທີ່ເຫດການນີ້, ຫຼາຍຄົນຮູ້ສຶກຄືໄດ້ກັບຄືນດຳລົງຊີວິດ ໃນບັນຍາກາດວັດທະນະທຳຂອງໄຊງ່ອນ - ເຈິເຫຼີນ - ຢາດິ້ງ ເມື່ອກ່ອນນີ້ ພ້ອມທັງເພີ່ມຄວາມເຂົ້າໃຈ ກ່ຽວກັບຂະບວນວິວັດແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວຂອງນະຄອນທີ່ຂະຫຍັນຂັນເຄື່ອນອີກດ້ວຍ
ພາບພົດນະຄອນໄຊງ່ອນເມື່ອກ່ອນນີ້ ໃນຄວາມຊົງຈຳຂອງທຸກໆຄົນ - ảnh 1ນະຄອນໄຊງ່ອນເມື່ອກ່ອນນີ້ 

ໂດຍຖືກຈັດຂຶ້ນນັບແຕ່ວັນທີ 30 ພະຈິກ ຫາ ວັນທີ 9 ທັນວາ, ສັບປະດາປຶ້ມອ່ານສະເຫຼີມສະຫຼອງ 320 ປີ ແຫ່ງວັນສ້າງຕັ້ງໄຊງ່ອນ - ເຈິເຫຼີນ - ຢາດິ້ງ - ນະຄອນໂຮ່ຈີມິນ ແມ່ນນອນໃນບັນດາການເຄື່ອນໄຫວວາງສະແດງ ພ້ອມກັບບັນດາເຫດການວັດທະນະທຳ ກ່ຽວກັບຂະບວນວິວັດແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວຂອງໄຊງ່ອນເມື່ອກ່ອນນີ້ ແລະ ນະຄອນໂຮ່ຈີມິນ ໃນປັດຈຸບັນ. ຢູ່ທີ່ນີ້, ປະຊາຊົນ ແລະ ແຂກທ່ອງທ່ຽວຈະໄດ້ຮັບຊົມຊຸດແຜນທີ່ເກົ່າທີ່ຫາຍາກ ກ່ຽວກັບໄຊງ່ອນເມື່ອກ່ອນນີ້. ພິເສດມີແຜນທີ່ຕົ້ນສະບັບ 5 ແຜ່ນ ກ່ຽວກັບບັ້ນຮົບຂອງຝລັ່ງ ທີ່ບຸກໂຈມຕີເຂົ້າໄຊງ່ອນ ແຕ່ປີ 1859 ຫາ 1863. ພ້ອມກັນນັ້ນຢູ່ທີ່ນີ້ກໍ່ຍັງວາງສະແດງຮູບຖ່າຍ ປາໂນຣາມາ 19 ແຜ່ນ ກ່ຽວກັບໄຊງ່ອນ ທີ່ຖືກສະເໜີຕົວຕໍ່ຜູ້ຊົມເປັນຄັ້ງທຳອິດ. ໃນຫ້ອງວາງສະແດງຮູບພາບກ່ຽວກັບໄຊງ່ອນເມື່ອກ່ອນນີ້, ປ້າ ເລງອັກຖ້ວນ ຢູ່ເມືອງ ໜຶ່ງ ພວມຢືນຊົມຮູບຖ່າຍກ່ຽວກັບໂຮງໄປສະນີຢູ່ໃຈກາງໄຊງ່ອນ ທີ່ໄດ້ເກົ່າແກ່ໄປຕາມການເວລາ. ຫວນຄືນພາບພົດນະຄອນໄຊງ່ອນ ໃນຄາວ ນັ້ນ, ປ້າ ຖ້ວນ ໄດ້ເລົ່າສູ່ຟັງວ່າ: ໄຊງ່ອນເມື່ອກ່ອນນີ້ງາມຫຼາຍ. ທາງຫຼວງ  ບູເລວາດ, ໂຮງໄປສະນີໃຈກາງນະຄອນໄຊງ່ອນ, ຖະໜົນ ກາຕີນາດ ຫຼື ຕະຫຼາດເບນແທັງ, ໂບດໃຫ່ຍ… ກໍ່ລ້ວນແຕ່ແມ່ນສະຖານທີ່ລືຊື່ ໄດ້ຕິດພັນກັບຄາວໄວໜຸ່ມຂອງປ້າ ເຊິ່ງແມ່ນຜູ້ໄດ້ກຳເນີດ ແລະ ເຕີບໃຫ່ຍຂຶ້ນຢູ່ດິນແດນໄຊງ່ອນ. ພາຍຫຼັງດຳລົງຊີວິດຢູ່ຫ່າງໄກຈາກບ້ານເກີດເມືອງນອນເປັນໄລຍະຍາວນານ, ແຕ່ປ້າ ຖ້ວນ ຍັງຈື່ດີກ່ຽວກັບວິຖີຊີວິດ, ວັດທະນະທຳການນຸ່ງຖືຂອງຊາວໄຊງ່ອນ. ປ້າ ຖ້ວນ ເວົ້າວ່າ:

       “ຂ້າພະເຈົ້າໄດ້ກຳເນີດຂຶ້ນຢູ່ນະຄອນໂຮ່ຈີມິນ ດັ່ງນັ້ນເມື່ອໄດ້ຮັບຊົມຮູບພາບເຫຼົ່ານີ້,  ຂ້າພະເຈົ້າໄດ້ຄິດເຖິງນະຄອນໄຊງ່ອນ ເມື່ອກ່ອນນີ້. ປັດຈຸບັນນະຄອນທັງຂະຫຍາຍຕົວ ແຕ່ຍັງຄົງສາມາດຮັກສາບັນດາຈຸດຄວາມງາມທີ່ເກົ່າແກ່. ສິ່ງນີ້ກໍ່ເປັນໜ້າຖະຫນຸຖະໝອມທີ່ສຸດ”.

     ອ້າຍ ຫງວຽນເລແທັງລອງ ຢູ່ເມືອງ ບິ່ງແທັ້ງ ໄດ້ເຫັນຢ່າງຈະແຈ້ງກ່ຽວກັບການຫັນປ່ຽນຂອງນະຄອນໂຮ່ຈີມິນ ຂະນະທີ່ສົມທຽບຮູບພາບໄຊງ່ອນເມື່ອກ່ອນນີ້ ແລະ ໃນປັດຈຸບັນ. ຮູບຖ່າຍແຕ່ລະແຜ່ນ ຕ່າງກໍ່ສະໜອງຂໍ້ມູນຂ່າວສານປະຫວັດສາດຢ່າງພຽງພໍ, ຜ່ານນັ້ນ ກໍ່ຊ່ວຍໃຫ້ອ້າຍ ລອງ ສາມາດວາດພາບໄດ້ເຖິງຂະບວນວິວັດແຫ່ງການຂະຫຍາຍຕົວ ຢ່າງກ້າວກະໂດດຂັ້ນຂອງນະຄອນ. ອ້າຍ ລອງ ເວົ້າວ່າ:

     “ສິ່ງທີ່ຂ້າພະເຈົ້າຊົມຊອບທີ່ສຸດແມ່ນຮູບຖ່າຍທ່າກ່ຳປັ່ນ ຍ່າຣົງ ເຊິ່ງເປັນບ່ອນທີ່ຜູ້ນຳ ຫງວຽນອາຍກວກ ໝາຍເຖິງປະທານ ໂຮ່ຈີມິນ ໃນປັດຈຸບັນ ໄດ້ອອກເດີນທາງໄປຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດເມື່ອປີ 1991 ແລະ ຖະໜົນຫົນທາງສາຍຕ່າງໆເມື່ອກ່ອນນີ້ ກໍ່ມີຫຼາຍຈຸດທີ່ແຕກຕ່າງກັນເມື່ອທຽບກັບປັດຈຸບັນ. ນະຄອນໃນປັດຈຸບັນໄດ້ມີການປ່ຽນແປງ ຫຼາຍຢ່າງ. ຜ່ານຮູບຖ່າຍເຫຼົ່ານີ້ ຊາວນະຄອນສາມາດເຫັນໄດ້ຮູບພາບສັງລວມ ຂອງໄຊງ່ອນເມື່ອກ່ອນນີ້ຈົນຮອດປັດຈຸບັນ”.

     ຈຸດທີ່ພົ້ນເດັ່ນຂອງສັບປະດາປຶ້ມອ່ານສະເຫຼີມສະຫຼອງ 320 ປີ ແຫ່ງວັນສ້າງຕັ້ງໄຊງ່ອນ - ເຈິເຫຼີນ - ຢາດິ້ງ - ນະຄອນໂຮ່ຈີມິນ ແມ່ນເຂດວາດພາບເຖິງດ້ານອາຫານການກິນ ຂອງຊາວໄຊງ່ອນເມື່ອກ່ອນນີ້ ໂດຍຜ່ານວິທີຈັດສັນຮ້ານຂາຍເຄື່ອງ, ບັນດາເຍື່ອງອາຫານທີ່ລຽບງ່າຍ ຕິດພັນກັບຊາວນະຄອນຫຼາຍລຸ້ນຄົນ. ຕາມທ່ານ ເລຮວ່າງ ຮອງປະທານສະມາຄົມພິມຈຳໜ່າຍ ຫວຽດນາມ, ຜົນສຳເລັດອັນໃຫ່ຍຫຼວງທີ່ສຸດຂອງບັນດາການເຄື່ອນໄຫວນີ້, ບໍ່ແມ່ນຂອບຂະໜາດການຈັດຕັ້ງ ຫຼື ຈຳນວນວັດຖຸພັນທີ່ນຳມາສະແດງເທົ່ານັ້ນ ຫາກຍັງຢູ່ໃນຄວາມດຶງດູດສຳລັບວົງຄະນະຍາດ, ພິເສດແມ່ນໄວໜຸ່ມ. ທ່ານ ເລຮວ່າງ ເວົ້າວ່າ:

       “ການວາງສະແດງບັນດາແຜນທີ່, ຮູບຖ່າຍ ພ້ອມກັບບັນດາການວາດພາບເຖິງການເຄື່ອນໄຫວ, ດຳເນີນຊີວິດຂອງຊາວໄຊງ່ອນເມື່ອກ່ອນນີ້ ແມ່ນເພື່ອແນໃສ່ຊ່ວຍໃຫ້ຊາວນະຄອນໂຮ່ຈີມິນ ເຫັນໄດ້ແຈ້ງເຖິງຂະບວນວິວັດແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວຂອງນະຄອນ. ຜ່ານນັ້ນກໍ່ສາມາດເຫັນໄດ້ວ່າ ນະຄອນໄດ້ຜ່ານຜ່າບັນດາໄລຍະຄືແນວໃດ ແລະ ຂະຫຍາຍຕົວຄືແນວໃດ”.

       ມາຮ່ວມເຫດການສັບປະດາປຶ້ມອ່ານ, ສິ່ງທີ່ປະຊາຊົນ ແລະ ແຂກທ່ອງທ່ຽວຮູ້ສຶກຢ່າງຈະແຈ້ງທີ່ສຸດ ນັ້ນແມ່ນຂະບວນວິວັດແຫ່ງການປ່ຽນແປງໃໝ່ຂອງໄຊງ່ອນ - ນະຄອນໂຮ່ຈີມິນ ດ້ວຍຄວາມງາມທີ່ເປັນເອກະລັກສະເພາະ ຜ່ານແຕ່ລະໄລຍະພັດທະນາ. ມີສິ່ງໜຶ່ງທີ່ແນ່ນອນວ່າ,  ເຖິງວ່າໄຊງ່ອນເມື່ອກ່ອນນີ້ ຫຼື ນະຄອນໂຮ່ຈີມິນ ທີ່ທັນສະໄໝ ແລະ ຟົດຟື້ນໃນປັດຈຸບັນ ກໍ່ລ້ວນແຕ່ມີບັນດາຄວາມງາມັເປັນເອກະລັກສະເພາະ ເຊິ່ງເປັນການສ້າງຄວາມປະທັບໃຈໃຫ້ແກ່ທຸກໆຄົນ ເມື່ອມີໂອກາດມາຢ້ຽມ ແລະ ດຳລົງຊີວິດຢູ່ນະຄອນທີ່ເປັນໜ້າຮັກນີ້.

ຕອບກັບ

ຂ່າວ/ບົດ​ອື່ນ