ພາເຂົ້າບູຊາໃນຕົ້ນປີຂອງຊາວເຜົ່າເມື່ອງວາງ

(VOVWORLD) -ກໍ່ເຊັ່ນດຽວກັນກັບບັນດາເຜົ່າອື່ນ, ບຸນປີໃໝ່ປະຈຳຊາດ ຫຼື ເອີ້ນວ່າບຸນເຕັດ ແມ່ນໜຶ່ງໃນບັນດາວັນບຸນໃຫຍ່ທີ່ສຸດ ໃນປີຂອງຊາວເຜົ່າເມື່ອງ, ໃນນັ້ນ ມີຊົນເຜົ່າເມື່ອງວາງ ຢູ່ເມືອງ ລາກເຊີນ ແຂວງ ຮ່ວາບິ່ງ.  ຍ້ອນເຫດນີ້ເອງ, ໃນມື້ຕົ້ນປີໃໝ່, ເຂົາເຈົ້າກໍ່ມີບັນດາພິທີໄຫວ້ບູຊາບັນພະບູລຸດ ທີ່ເປັນເອກະລັກສະເພາະຂອງຕົນ. 
ພາເຂົ້າບູຊາໃນຕົ້ນປີຂອງຊາວເຜົ່າເມື່ອງວາງ - ảnh 1

ພາເຂົ້າບູຊາໃນຕົ້ນປີຂອງຊາວເຜົ່າເມື່ອງວາງ

ສຳລັບຊາວເຜົ່າເມື່ອງເວົ້າລວມ, ເວົ້າສະເພາະແມ່ນຊາວເຜົ່າເມື່ອງວາງແລ້ວ, ບຸນປີໃໝ່ປະຈຳຊາດກໍ່ແມ່ນວັນບຸນທີ່ສຳຄັນທີ່ສຸດ ແລະ ຖືກຈັດຂຶ້ນຢ່າງໃຫຍ່ທີ່ສຸດໃນໂອກາດບຸນປີໃໝ່ປະຈຳຊາດ ຫຼື ເອີ້ນວ່າບຸນເຕັດ, ແຕ່ລະຄອບຄົວກໍ່ລ້ວນແຕ່ແຕ່ງພາເຂົ້າ ເພື່ອຖວາຍບູຊາບັນພະບູລຸດ  ແລະ ເທວະດາຟ້າແຖນ. ເພື່ອແຕ່ງພາເຂົ້ານັ້ນ, ໃນປີໜຶ່ງເຖິງວ່າຄອບຄົວມີຄວາມຫຍຸ້ງຍາກຄືແນວໃດກໍ່ຕາມ, ແຕ່ກໍ່ຕ້ອງປະຢັດເງິນຊື້ໝູໂຕໜຶ່ງເພື່ອແຕ່ງອາຫານ, ເຮັດພາເຂົ້າບຸນເຕັດເພື່ອຖວາຍບູຊາບັນພະບູລຸດ. ອ້າຍ ບຸ່ຍວັນລວນ ຢູ່ບ້ານ ຈຽງ 4 ຕາແສງ ເຕິນເລິບ, ເມືອງ ລາກເຊີນ ແຂວງ ຮວ່າບິ່ງ ໃຫ້ຮູ້ວ່າ:

       “ໃນວັນທີ 27 ຂອງບຸນເຕັດ, ລູກຫຼານທຸກໆຄົນກໍ່ໄດ້ມາເຕົ້າໂຮມກັນໃນຄອບຄົວ, ທຸກຄົນກໍ່ພາກັນເຮັດອະນາໄມ, ທຳຄວາມສະອາດ ຢູ່ບໍລິເວນສຸສານປູ່ຍ່າຕາຍາຍ ເພື່ອເຊື້ອເຊີນບັນພະບູລຸດ, ປູ່ຍ່າຕາຍາຍກັບຄືນເຂົ້າຮ່ວມບຸນເຕັດກັບຄອບຄົວໃນວັນທີ 30 ຂອງບຸນເຕັດ. ໃນວັນທີ 29 ບຸນເຕັດ ກົງກັບວັນທີ 8 ໄລ່ຕາມປະຕິທິນຂອງຊາວເຜົ່າເມື່ອງ, ກໍ່ເລີ່ມຂ້າໝູເພື່ອປຸງແຕ່ງບັນດາເຍື່ອງອາຫານ, ແລ້ວກໍ່ແຂວນຢູ່ອອ້ມເຮືອນ. ຮອດຕອນຄ່ຳກໍ່ຫໍ່ເຂົ້າຕົ້ມ, ຮອດຕອນເຊົ້າວັນທີ 30 ຂອງບຸນເຕັດ, ແຕ່ເວລາ 3 ຫາ 4 ໂມງເຊົ້າ, ທັງຄອບຄົວກໍ່ຕື່ນນອນ ເພື່ອກຽມພາເຂົ້າຖວາຍບູຊາບັນພະບູລຸດ, ປູ່ຍ່າຕາຍາຍ ເພື່ອໃຫ້ພວກເພິ່ນມາຮ່ວມພາເຂົ້ານຳຄອບຄົວ ແລະ ຊ່ວຍເຫຼືອລູກຫຼານທຳມາຫາກິນໄດ້ຮັບຜົນດີ ມີໂຊກມີລາບໃນປີໃໝ່”

        ພາຍຫຼັງຂ້າໝູແລ້ວ ການປຸງແຕ່ງບັນດາເຍື່ອງອາຫານ ເພື່ອກະກຽມພາເຂົ້າບູຊາໃນຕົ້ນປີໃໝ່ກໍ່ໄດ້ຮັບຖືເປັນສຳຄັນທີ່ສຸດ,  ຊີ້ນໝູຖືກຕັດເປັນຕ່ອນ, ແລ້ວກໍ່ສອດດ້ວຍເຊືອກ ແລະ ແຂວນຂຶ້ນ. ເມື່ອແຂກມາຫຼິ້ນເຮືອນ, ກໍ່ເຫັນຊີ້ນຖືກແຂວນນັ້ນ ກໍ່ຮູ້ໂລດວ່າຄອບຄົວນັ້ນ ໄດ້ແຕ່ງກິນຕ້ອນຮັບບຸນເຕັດດ້ວຍຊີ້ນໝູໂຕໃຫຍ່ ຫຼື ໂຕນ້ອຍ, ຜ່ານນັ້ນກໍ່ສາມາດຮູ້ໄດ້ວ່າ ຄອບຄົວນັ້ນໃນປີທີ່ຜ່ານມາທຳມາຫາກິນໄດ້ຄືແນວໃນ. ນອກຈາກນັ້ນ, ເຄື່ອງໃນຕ່າງໆຂອງໝູ ພາຍຫຼັງຕົ້ມໃຫ້ສຸກແລ້ວ ກໍ່ຖືກສອດດ້ວຍເຊືອກ ແລະ ແຂວນຂຶ້ນ. ສຳລັບຊາວເຜົ່າເມື່ອງວາງຢູ່ຫຼ້າງເຊີນນັ້ນ, ໃນພາເຂົ້າບູຊາຍາມຕົ້ນປີແມ່ນບໍ່ພຽງແຕ່ມີຊີ້ນໝູຕົ້ນ, ເຄື່ອງໃນຕົ້ມເທົ່ານັ້ນ, ຫາກຍັງຈຳເປັນຕ້ອງປຸງແຕ່ງອາຫານອີກບາງເຍື່ອງ ເຊັ່ນ ຢໍ່ໝູເຮັດດ້ວຍຊີ້ນ, ຢໍ່ໝູເຮັດດ້ວຍ ຊີ້ນ ແລະ ກະດູກ … ຮອດຕອນເຊົ້າວັນທີ 1 ຂອງບຸນເຕັດ, ບັນດາລູກຫຼານໃນຄອບຄົວກໍ່ໄດ້ຕື່ນນອນແຕ່ເຊົ້າ ເພື່ອກະກຽມພາເຂົ້າຖວາຍບູຊາບັນພະບູລຸດ. ເມື່ອພາເຂົ້າໄດ້ຖືກກະກຽມເປັນທີ່ຮຽບຮ້ອຍແລ້ວ, ກໍ່ເລີ່ມທຳການບູຊາ. ປະເພນີການໄຫ້ວບູຊາໃນວັນບຸນເຕັດ ແມ່ນຂຶ້ນກັບແຕ່ລະວົງຕະກຸນ, ແຕ່ລະຄອບຄົວ, ແຕ່ສຳລັບຄອບຄົວໃດທີ່ເປັນສາມັນຊົນ ກໍ່ເຄີຍທຳການບູຊາດ້ວຍ 7 ພາເຂົ້າ ແລະ ເປົ້າໝາຍບູຊາໃນວັນບຸນເຕັດຂອງຊາວເຜົ່າເມື່ອງວາງ ແມ່ນບູຊາບັນພະບູລຸດ, ບູຊາພໍ່ຕາແມ່ຍາຍ, ບູຊາເຈົ້າເຕົາ… ທ່ານ ບຸ່ຍວັນບ່ຽນ ໝໍພອນຢູ່ຕາແສງ ເຕິນເລິບ ເມືອງ ລາກເຊີນ ແຂວງ ຮວ່າບິ່ງ ເປີດເຜີຍວ່າ: ເຖິງວ່າຈະຮັ່ງມີ ຫຼື ທຸກຍາກກໍ່ຕາມ, ຄອບຄົວຜູ້ມີຍົດສັກຕຳແໜ່ງ ຫຼື ສາມັນຊົນກໍ່ລ້ວນແຕ່ແຕ່ງພາເຂົ້າຄ້າຍຄືກັນ ເພື່ອໄຫວ້ບູຊາໃນຍາມຕົ້ນປີ. ລຸງ ບ່ຽນ ເວົ້າວ່າ:

    “ພາເຂົ້າບູຊາຂອງຄອບຄົວຜູ້ມີຍົດສັກຕຳແໜ່ງ ແລະ ຄອບຄົວສາມັນຊົນ ແມ່ນບໍ່ມີຄວາມແຕກຕ່າງກັນຫຼາຍ. ສຳລັບພາເຂົ້າຂອງຄອບຄົວຜູ້ມີຍົດສັກຕຳແໜ່ງກໍ່ມີໝາກໄມ້ຕື່ມອີກ. ການຈັດວາງໃນພາເຂົ້າບູຊາກໍ່ຄ້າຍຄືກັນ. ແຕ່ສຳລັບພາເຂົ້າບູຊາຂອງຜູ້ມີຍົດສັກຕຳແໜ່ງແມ່ນມີພາເຂົ້າຫຼາຍກວ່າ ເພາະວ່າເຂົາເຈົ້າບູຊາທັງເຈົ້າຊີວິດ, ພະອໍລະຫັນຜູ້ກໍ່ຕັ້ງໝູ່ບ້ານອີກນຳ. ເວລາໄຫວ້ບູຊາຂອງຄອບຄົວຜູ້ມີຍົດສັກຕຳແໜ່ງ ກໍ່ເຄີຍແກ່ຍາວນານກວ່າເມື່ອທຽບໃສ່ຄອບຄົວສາມັນຊົນ”.

      ໃນພາເຂົ້າບູຊາຍາມຕົ້ນປີຂອງຊາວເຜົ່າເມື່ອງວາງ ກໍ່ຍັງມີຂອງບູຊາອື່ນໆເຊັ່ນ: ເຂົ້າຕົ້ມໝູ, ເຫຼົ້າ, ເຂົ້າໜຽວ, ແກງ, ເງິນສົດ, ໝາກ, ໃບພູ, ນ້ຳບໍລິສຸດ, ນ້ຳປາ ແລະ ເກືອ. ພິເສດໃນການບູຊາກໍ່ຕ້ອງມີແຜ່ນແພພື້ນເມືອງ, ເຄື່ອງນຸ່ງ, ສາຍເງິນ… ພາຍຫຼັງພາເຂົ້າ ແລະ ເຄື່ອງຂອງບູຊາຖືກຈັດວາງເປັນທີ່ຮຽບຮ້ອຍແລ້ວ, ກໍແມ່ນເລີ່ມທຳການໄຫວ້ບູຊາ. ເພື່ອເຮັດວຽກງານນີ້, ເຂົາເຈົ້າກໍ່ເຄີຍເຊື້ອເຊີນໝໍພອນໃນເຂດມາຮັບຜິດຊອບ.  ລຸງ ບຸ່ຍແທັງເວືອນ ຢູ່ບ້ານ ຈຽງ, ເຕິນເລິບ, ລາກເຊີນ ແຂວງ ຮວ່າບິ່ງ ໃຫ້ຮູ້ວ່າ:

     “ແຕ່ລະພາເຂົ້າບູຊາກໍ່ມີຄວາມໝາຍແຕກຕ່າງກັນ. ມີບາງຄອບຄົວບູຊາທັງພໍ່ປູ່ແມ່ຍ່າ ແລະ ພໍ່ຕາແມ່ຍາຍ ດັ່ງນັ້ນພາເຂົ້າກໍ່ຕ້ອງມີຄວາມແຕກຕ່າງກັນ. ຈຸດທີ່ແຕກຕ່າງອີກອັນໜຶ່ງ, ນັ້ນແມ່ນຢູ່ໃນພາເຂົ້າໄຫວ້ບູຊາເຈົ້າຖິ່ນເຈົ້າຖານນັ້ນ, ມີບາງເຂດ ກໍ່ວາງໄມ້ທູ່ 5 ຄູ່, ແຕ່ກໍ່ມີບາງເຂດວາງ 7 ຄູ່, 3 ຄູ່…”

      ພາຍຫຼັງທຳພິທີໄຫວບູຊາບັນພະບູລຸດປູ່ຍ່າຕາຍາຍສຳເລັດແລ້ວ, ກໍ່ຮອດເວລາທີ່ບັນດາລູກຫຼານ, ທຸກໆຄົນໃນຄອບຄົວ ກໍ່ນົບໄຫວ້ຂໍນຳເຈົ້າຖິ່ນເຈົ້າຖານເທວະດາຟ້າແຖນ ເພື່ອໄດ້ກິນອາຫານ. ທຸກໆຄົນໃນຄອບຄົວກໍ່ນັ່ງອ້ອມພາເຂົ້າ, ພ້ອມກັນຍົກຈອກອວຍພອນໃສ່ອັນປະເສີດແກ່ກັນ. ສຽງຫົວສຽງເວົ້ານົວຫົວມ່ວນໄດ້ດັງຂຶ້ນຢ່າງເບີກບານມ່ວນຊື່ນ ໃນວັນບຸນເຕັດ ເພື່ອພ້ອມກັນຕ້ອນຮັບປີໃໝ່ທີ່ມີໂຊກມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ