ຟູ້ອຽນຊ່ວຍປະຊາຊົນສ້ອມແປງ, ປຸກສ້າງເຮືອນເພື່ອຕ້ອນຮັບບຸນເຕັດ

(VOVWORLD) -ພາຍຸລູກທີ 12 ທີ່ມີຊື່ສາກົນວ່າ Damrey ແລະ ລົມແຮງພາຍຫຼັງພາຍຸໄດ້ເກີດຂຶ້ນເມື່ອເດືອນພະຈິກປີ 2017, ໄດ້ເຮັດໃຫ້ເຮືອນ 7.700 ຫຼັງຂອງປະຊາຊົນຖືກນ້ຳຖ້ວມ, ເຮືອນເກືອບ 180 ຫຼັງຖືກເພພັງ, ເກືອບໝື່ນຫຼັງຖືກເລີກຫຼັງຄາ

ໃນຂຊຸມມື້ທີ່ຜ່ານມາ, ອຳນາດການປົກຄອງຂັ້ນຕ່າງໆໃນແຂວງຟູ້ອຽນໄດ້ລະດົມແຫຼ່ງກຳລັງ, ບັນດາວິສາຫະກິດ, ຜູ້ໃຈບຸນໃຈກຸສົນໄດ້ຊ່ວຍເຫຼືອພໍ່ແມ່ປະຊາຊົນສ້ອມແປງ, ປຸກສ້າງເຮືອນໃໝ່ນັບຮ້ອຍຫຼັງເພື່ອຕ້ອນຮັບບຸນເຕັດ ອັນໄດ້ເປັນການບັນເທົ່າຄວາມເປັນຫ່ວງໄຍໃຫ້ແກ່ປະຊາຊົນຢູ່ແຫ່ງນີ້.

ຟູ້ອຽນຊ່ວຍປະຊາຊົນສ້ອມແປງ, ປຸກສ້າງເຮືອນເພື່ອຕ້ອນຮັບບຸນເຕັດ - ảnh 1 ການສ້ອມແປງເຮືອນພາຍຫຼັງພາຍຸ

        ຕາແສງຮ່ວາຊວນນາມ, ເມືອງດົງຮ່ວາ, ແຂວງຟູ້ອຽນນອນຢູ່ບໍລິເວນຕິດກັບແຂວງແຄ້ງຮ່ວາ, ເຂດສູນກາງຂອງ ພາຍຸລູກທີ 12. ປະຈຸບັນ, ພໍ່ແມ່ປະຊາຊົນພວມສ້າງການດຳລົງຊີວິດໃຫ້ກັບຄືນສູ່ປົກກະຕິ. ບັນດາເຮືອນຫຼັງໃໝ່ຖືກປຸກສ້າງສະຫຼັບກັບບັນດາເຮືອນເກົ່າໃນເຂດຊຸມຊົນແຄມທະເລ. ເຂດຕັ້ງຖິ່ນຖານຄົງທີ່ໃນບໍລິເວນທາງອຸໂມງພູກາ ໄດ້ຮັບການສ້າງກ່ອນນີ້ 3 ປີ, ແຫ່ງທີ່ມີ 300 ຄອບຄົວພວມດຳລົງຊີວິດ ກໍໄດ້ກັບຄືນສູ່ປົກກະຕິພາຍຫຼັງພາຍຸລົມແຮງ. ບັນດາເຮືອນຖືກເລີກຫຼັງຄາໄດ້ຮັບການສ້ອມແປງຄືນຈາກອຳນາດການປົກຄອງທ້ອງຖິ່ນ, ຄອບຄົວໃດທີ່ນອນໃນເປົ້າໝາຍທຸກຍາກ ກໍໄດ້ຮັບການໜູນຊ່ວຍເຂົ້າສານ, ເງິນສົດເພື່ອໃຫ້ພໍ່ແມ່ພີນ້ອງຕ້ອນຮັບບຸນເຕັດ. ອ້າຍ ຫງວຽນບ້າທຽນ ເວົ້າວ່າ : 

    “ ເຮືອນຂອງຂ້າພະເຈົ້າຖືກເພພັງ. ໂດຍໄດ້ຮັບການໜູນຊ່ວຍຈາກອຳນາດການປົກຄອງທ້ອງຖິ່ນ, ພວກຂ້າພະເຈົ້າພະຍາຍາມປຸ້ງສ້າງເຮືອນໃໝ່, ພ້ອມທັງໄດ້ຮັບການໜູຊ່ວຍເຂົ້າສານ, ໝີ່ສຳເລັດຮູບ, ເງິນສົດເພື່ອຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ”

     ເມືອງດົງຮ່ວາ, ແຂວງຟູ້ອຽນ ມີເຮືອນນັບ 10 ຫຼັງຖືກພັງຖະຫຼົ່ມ, ກວ່າ 9.500 ຫຼັງຖືກເລີກຫຼັງຄາ, ເນື້ອທີ່ປ່ານັບພັນເຮັກຕາຖືກທຳລາຍ. ໂດຍປະຕິບັດຕາມຄຳຊີ້ນຳຂອງນາຍົກລັດຖະມົນຕີ : “ ບໍ່ປະໃຫ້ຜູ້ໃດຖືກອຶດຫິວ ແລະ ບໍ່ມີເຮືອນຢູ່ ໃນໂອກາດຕ້ອນຮັບບຸນເຕັດຂອງຊາດ”, ອຳນາດການປົກຄອງ, ແນວໂຮມປະເທດຊາດຂັ້ນຕ່າງໆ, ບັນດາອົງການຈັດຕັ້ງມະຫາຊົນໃນແຂວງ ແລະ ເມືອງ ໄດ້ຂົນຂວາຍດ້ວຍຫຼາຍຮູບແບບເຊັ່ນ : ຊ່ວຍເຫຼືອເງິນສົດ, ຂອງຂວັນເພື່ອຊ່ວຍພໍ່ແມ່ປະຊາຊົນສ້າງການດຳລົງຊີວິດເປັນປົກກະຕິ.   ທ່ານ ບຸຍແທງຕວານ ເລຂາພັກເມືອງໆດົງຮ່ວາ, ແຂວງຟູ້ອຽນ ໃຫ້ຮູ້ວ່າ : 

    “ ທັງຊ່ວຍປະຊາຊົນກັບຄືນສູ່ການຜະລິດ ແລະ ການດຳລົງຊີວິດເປັນປົກກະຕິ ທັງຕັ້ງໜ້າລະດົມບັນດາແຫຼ່ງກຳລັງຈາກສູນກາງ, ແຂວງ ຕະຫຼອດຮອດບັນດາຜູ້ມີຈິດໃຈໂອບອ້ອມອາລີ, ຜູ້ໃຈບຸນໃຈກຸສົນທັງຢູ່ພາຍໃນແຂວງ ແລະ ຕ່າງແຂວງ, ທັງຢູ່ພາຍໃນ ແລະ ຕ່າງປະເທດເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນ. ມາຮອດປະຈຸບັນ, ຜົນຮ້າຍຢ່ອນຫຼັງຈາກ ພາຍຸລູກທີ 12 ໄດ້ຮັບການແກ້ໄຂໂດຍພື້ນຖານແລ້ວ. ບັນດາເຮືອນຂອງປະຊາຊົນຖືກເພພັງ, ກໍໄດ້ຮັບການປຸກສ້າງໃໝ່ດ້ວຍແຫຼ່ງທຶນຂອງລັດ, ບັນດາຜູ້ມີຈິດໃຈໂອບອ້ອມອາລີ, ຜູ້ໃຈບຸນໃຈກຸສົນ ເພື່ອໃຫ້ປະຊາຊົນກັບຄືນສູ່ການຜະລິດ ແລະ ການດຳລົງຊີວິດເປັນປົກກະຕິ , ແລະ ຕ້ອນຮັບບຸນເຕັດ ປີຈໍ 2018  ຢ່າງອົບອຸ່ນ ແລະ ເບີກບານມ່ວນຊື່ນ ”

     ທ່ານ ຮີ່ງເຕີ້ນຫວຽດ, ເລຂາພັກແຂວງໆຟູ້ອຽນ ໃຫ້ຮູ້ວ່າ : ດ້ວຍແຫຼ່ງທຶນຊ່ວຍເຫຼືອຈາກລັດ, ບັນດາອົງການເຄື່ອນໄຫວເພື່ອການກຸສົນ, ການຮ່ວມແຮງຮ່ວມໃຈຂອງສັງຄົມນັ້ນ, ໄດ້ຊ່ວຍໃຫ້ນັບຮ້ອຍຄອບຄົວໃນບໍລິເວນແຂວງມີເຮືອນຫຼັງໃໝ່. ຜ່ານນັ້ນ ກໍໄດ້ສ້າງບ່ອນອີງຢ່າງໜັກແໜ້ນໃຫ້ແກ່ບັນດາຜູ້ທີ່ປະສົບກັບຄວາມຫຍຸ້ງຍາກສ້າງການດຳລົງຊີວິດເປັນປົກກະຕິພາຍຫຼັງພາຍຸ. ທ່ານ ຮີ່ງເຕີ້ນຫວຽດ, ເລຂາພັກແຂວງໆຟູ້ອຽນ ໃຫ້ຮູ້ວ່າ : 

     “ ເງິນຊ່ວຍເຫຼືອທັງໝົດແມ່ນໄດ້ມາຈາກປະຊາຊົນຢູ່ທຸກຫົນແຫ່ງ ແລະ ງົບປະມານແຫ່ງລັດ. ພວກຂ້າພະເຈົ້າໄດ້ສົ່ງຮອດຂັ້ນເມືອງແລ້ວ. ຄວາມສຳນຶກຂອງຊາວຫວຽດນາມ ແມ່ນຕ້ອງເລືອກເອົາມື້ສັນວັນດີ ແລະ ປີທີ່ເໝາະກັບອາຍຸຂອງຕົນຈຶ່ງປຸກເຮືອນໃໝ່, ສຳລັບບັນຫານີ້ ເຮົາກໍຕ້ອງເຄົາລົບຕາມປະເພນີ. ອີງຕາມແຕ່ລະກໍລະນີລະອຽດ, ອຳນາດການປົກຄອງທ້ອງຖິ່ນ ຈະສົມທົບກັບປະຊາຊົນເພື່ອແກ້ໄຂ  ”

     ໃນຊຸມມື້ທີ່ຜ່ານມາ, ສະພາບນ້ຳທະເລຂຶ້ນສູງສືບຕໍ່ນາບຂູ່ຄວາມປອດໄພຢູ່ເຂດຊຸມຊົນແຄມທະເລໃນແຂວງຟູ້ອຽນ. ອຳນາດການປົກຄອງ ແລະ ຊາວທ້ອງຖິ່ນພວມຜັນຂະຫຍາຍບັນດາມາດຕະການແກ້ໄຂຢ່າງຮີບດ່ວນເພື່ອປ້ອງກັນຝັ່ງທະເລ. ປະຈຸບັນ ບັນດາກຳລັງກອງທັບ, ອຳນາດການປົກຄອງ ແລະ ຊາວທ້ອງຖິ່ນພວມຂົນຂີ້ຊາຍ 1 ໝື່ນກ່ວາຖົງເພື່ອປ້ານຄັນຄູ່ກັນຄື້ນທະເລ. ຄະນະກຳມະການປະຊາຊົນນະຄອນ ຕຸຍຮ່ວາ, ແຂວງ ຟູ້ອຽນໄດ້ດຳເນີນກໍ່ສ້າງຝັ່ງມີລວມຍາວ 600 ແມັດເພື່ອປ້ອງກັນເຂດຊຸມຊົນໃນເງື່ອນໄຂຄື້ນຍັກ, ລົມແຮງ. ທີ່ບໍລິເວນ ບ້ານເຣີ້, ຕາແສງຟູ້ດົງ, ນະຄອນ ຕຸຍຮ່ວາ, ແຂວງ ຟູ້ອຽນ ກໍໄດ້ລົງທຶນໄລຍະທີ 2 ຈາກແຫຼ່ງງົບປະມານດ້ວຍຈຳນວນເງິນກວ່າ 400 ຕື້ດົງ ເພື່ອແນໃສ່ປ້ອງກັນຝັ່ງທະເລ. ທັງນີ້ກໍເປັນການຊ່ວຍປະຊາຊົນມີຄວາມອຸ່ນອຽນໃຈຕ້ອນຮັບບຸນເຕັດ

ຕອບກັບ

ຂ່າວ/ບົດ​ອື່ນ