ສ້າງໂອກາດໄດ້ຮັບການສຶກສາໃຫ້ແກ່ນັກສຶກສາຄົນພິການ

(VOVWORLD) -     ເຖິງວ່າ ຫາກໍຜັນຂະຫຍາຍທົດລອງກໍຕາມ, ແຕ່ມາຮອດປະຈຸບັນ, ໂຄງການ “ ສຶກສາທີ່ສະຫງວນໃຫ້ແກ່ນັກສຶກສາຄົນພິການ ” ໂດຍສູນຄົນພິການ ແລະ ພັດທະນາ DRD ເປັນຜູ້ລິເລີ່ມ ໄດ້ສ້າງບັນດາການຫັນປ່ຽນຢ່າງຕັ້ງໜ້າສຳລັບກຸ່ມນັກສຶກສາທີ່ດ້ອຍໂອກາດ

ບັນດາການໜູນຊ່ວຍທີ່ແທດຈິງຈາກໂຄງການທີ່ເຕັມໄປດ້ວຍລັກສະນະວັດທະນະທຳມະນຸດນີ້ໄດ້ ແລະ ພວມນັບມື້ນັບຊ່ວຍສ້າງມານະຈິດໃຫ້ແກ່ນັກສຶກສາຄົນພິການຫຼາຍຄົນມີຄວາມເຊື່ອໝັ້ນຕົນເອງເຊື່ອມຕົວເຂົ້າກັບວົງຄະນະຍາດ ກໍຄືສະແດງໃຫ້ເຫັນກຳລັງຄວາມສາມາດຂອງຕົນເອງ.

ສ້າງໂອກາດໄດ້ຮັບການສຶກສາໃຫ້ແກ່ນັກສຶກສາຄົນພິການ - ảnh 1ສ້າງໂອກາດໄດ້ຮັບການສຶກສາໃຫ້ແກ່ນັກສຶກສາຄົນພິການ  

            ໂຄງການ “ ສຶກສາທີ່ສະຫງວນໃຫ້ແກ່ນັກສຶກສາຄົນພິການ ” ໄດ້ຮັບການຜັນຂະຫຍາຍທົດລອງຢູ່ມະຫາວິທະຍາໄລສ້າງຄູ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດນະຄອນໂຮ່ຈິມິນໃນໄລຍະ 2 ປີທີ່ຜ່ານມາຊຶ່ງມີນັກສຶກສາ 57 ຄົນເຂົ້າຮ່ວມ. ໃນເບື້ອງຕົ້ນ, ໂຄງການ “ ສຶກສາທີ່ສະຫງວນໃຫ້ແກ່ນັກສຶກສາຄົນພິການ ” ໄດ້ສາມາດປ່ຽນແປງຄວາມນຶກຄິດ ແລະ ວິທີການຫນູນຊ່ວຍຄົນພິການຢູ່ບັນດາຮາກຖານການສຶກສາ. ໂດຍຜ່ານຄຳໝັ້ນສັນຍາກັບຄະນະຄຸ້ມຄອງ, ບັນດາໂຮງຮຽນໄດ້ເປັນເຈົ້າການສ້າງສະພາບແວດລ້ອມການຮຽນ ແລະ ດຳເນີນຊີວິດຢ່າງສະດວກສະບາຍໃຫ້ແກ່ ນັກສຶກສາຄົນພິການ.       ທ່ານ ເລຮິ້ວເຟືອງ ຜູ້ປະສານງານໂຄງການ “ ສຶກສາທີ່ສະຫງວນໃຫ້ແກ່ນັກສຶກສາຄົນພິການ ” ໃຫ້ຮູ້ວ່າ : 

    “ ບັນດາ ນັກສຶກສາຄົນພິການເອງ ໄດ້ມີການປ່ຽນແປງ. ພວກນ້ອງມີຄວາມເຊື່ອໝັ້ນຕົນເອງກວ່າໃນການເຊື່ອມຕົວເຂົ້າກັບສະພາບແວດລ້ອມຢູ່ມະຫາວິທະຍາໄລກໍຄື ເຊື່ອມຕົວເຂົ້າກັບວົງຄະນະຍາດ. ບັນຫາຄວາມຮັບຮູ້ຂອງພະນັກງານ, ຄູອາຈານຢູ່ບັນດາມະຫາວິທະຍາໄລກໍຄ່ອຍໆປ່ຽນແປງໄປ. ຈາກນັ້ນ, ບັນດາ ພະນັກງານ, ຄູອາຈານ ໄດ້ມີການດັດປັບທີ່ເໝາະສົມເພື່ອຊ່ວຍບັນດານັກສຶກສາຄົນພິການໄດ້ຮັບຄວາມຮູ້ຈາກບັນດາຫຼັກສູດການສອນຄືກັບນັກສຶກສາຄົນທຳມະດາ ”.

     ໂດຍໄດ້ສະຫງວນເວລາເພື່ອພົບປະໂອ້ລົມ, ຮັບຟັງຄຳເຫັນ, ຄວາມຕ້ອງການຕົວຈິງຂອງ ນັກສຶກສາຄົນພິການ, ແລ້ວກໍພ້ອມກັນຂຶ້ນແຜນຫນູນຊ່ວຍ, ນີ້ແມ່ນວິທີຊຶ່ງບັນດາໂຮງຮຽນທີ່ເຂົ້າຮ່ວມ ໂຄງການໄດ້ປະຕິບັດ. ດ້ວຍຈຳນວນຄູອາຈານ, ນັກວິຊາການ 16 ຄົນສັງກັດມະຫາວິທະຍາໄລໃຫຍ່ 2 ແຫ່ງ, ໂຄງການໄດ້ກາຍເປັນບ່ອນອີງໃຫ້ແກ່ນັກສຶກສາຄົນພິການໃນຕະຫຼອດໄລຍະຮຽນຢູ່ໂຮງຮຽນ.ທ່ານ ປະລິນຍາໂທຮີ່ງກົງບາ ຫົວໜ້າພະແນກວຽກງານການເມືອງນັກຮຽນ, ນັກສຶກສາ, ມະຫາວິທະຍາໄລສ້າງຄູນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ : 

    “ ສິ່ງທີ່ດີສຳລັບໂຄງການນີ້ ແມ່ນເພື່ອຊ່ວຍເຫຼືອເປົ້າໝາຍ ຄົນພິການ. ພວກນ້ອງ ນັກສຶກສາຄົນພິການໄດ້ຮັບຄວາມຮູ້ຈາກໂຄງການນີ້ ບໍ່ພຽງແຕ່ໃນໄລຍະຮ່ຳຮຽນເທົ່ານັ້ນ, ຫາກຍັງໄດ້ຮັບການປະກອບສຳພາລະ, ເພີ່ມມານະຈິດເພື່ອຜູກຮັດວົງຄະນະຍາດຫຼາຍກ່ວາ. ພ້ອມກັນນັ້ນ, ໂຄງການນີ້ ຍັງຊ່ວຍໃຫ້ນັກສຶກສາຄົນພິການມີເງື່ອນໄຂຮ່ຳຮຽນທີ່ດີຄືກັບ ນັກສຶກສາຄົນທຳມະດາ”

      ໂດຍໄດ້ເຂົ້າຮ່ວມໂຄງການ ພ້ອມກັບນັກສຶກສາຄົນພິການ 17 ຄົນຢູ່ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດນະຄອນໂຮ່ຈິມິນ, ມາຮອດປະຈຸບັນ, ນັກສຶກສາ ຟານທິກິມເວີນ ໄດ້ເຫັນວ່າ ຕົນເອງໄດ້ປ່ຽນແປງຢ່າງຕັ້ງໜ້າ. ມາຮອດປະຈຸບັນ,  ຟານທິກິມເວີນ ສາມາດເຂົ້າໃຈຄວາມຮູ້ຈາດບົດສອນໄວກ່ວາ, ເຂົ້າຮ່ວມການເຄື່ອນໄຫວວົງຄະນະຍາດຫຼາຍກ່ວາ, ເປັນເຈົ້າການສະແດງແນວຄວາມຄິດໃນວິວັດການຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມດ້ານທັກສະ. ແລະ ເວີນໄດ້ຮັບຜົນງານໃນການຮ່ຳຮຽນຫຼາຍຂຶ້ນ.   ນັກສຶກສາ ຟານທິກິມເວີນ ເວົ້າວ່າ : 

    “ ນ້ອງຫວັງວ່າ ໂຄງການນີ້ຈະຊ່ວຍ ນັກສຶກສາຄົນພິການຫຼາຍຄົນກ່ວາອີກ, ຊຶ່ງບໍ່ພຽງແຕ່ນັກສຶກສາຢູ່ ມະຫາວິທະຍາໄລສ້າງຄູ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດເທົ່ານັ້ນ. ໂຄງການນີ້ແມ່ນດີຫຼາຍ, ແຕ່ຈຳນວນນັກສຶກສາໄດ້ຊົມໃຊ້ຈາກໂຄງການນີ້ແມ່ນຖືກຈຳກັດຢູ່ ”

     ໂຄງການ “ ສຶກສາທີ່ສະຫງວນໃຫ້ແກ່ນັກສຶກສາຄົນພິການ ” ໄດ້ເປັນການສົ່ງຜົນກະທົບທີ່ດີໃນໄລຍະເບື້ອງຕົ້ນ. ສູນຄົນພິການ ແລະ ພັດທະນາ DRD ໃຫ້ຮູ້ວ່າ ໄລຍະທີ່ຈະມາເຖິງ, ຈະຮຽກຮ້ອງໃຫ້ມີແຫຼ່ງກຳລັງຕື່ມອີກເພື່ອທະວີຄູນຮູບແບບນີ້ອອກສູ່ມະຫາວິທະຍາໄລຕ່າງໆໃນບໍລິເວນນະຄອນໂຮ່ຈິມິນ. ຄວາມຕັດສິນໃຈຂອງບັນດາຜູ້ຈັດຕັ້ງປະຕິບັດໂຄງການນີ້ ແມ່ນເຮັດແນວໃດຊ່ວຍນັກສຶກສາຄົນພິການ ເສີມຂະຫຍາຍຈົນສຸດຄວາມສາມາດຂອງຕົນ, ມີຄວາມເຊື່ອໝັ້ນຕົນເອງເພື່ອເຊື່ອມຕົວເຂົ້າກັບວົງຄະນະຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ