ຫໍສະໝຸດ Bfree - ຊຸກຍູ້ວັດທະນະທຳການອ່ານ

(VOVWORLD) -    ກວ່າ 3 ປີທີ່ຜ່ານມາ, ຫໍສະໝຸດ Bfree ບໍ່ຄິດຄ່າຢູ່ຖະໜົນຊວນລາ, ຊວນດິງ, ຮ່າໂນ້ຍ, ໄດ້ກາຍເປັນສະຖານທີ່ລຶ້ງເຄີຍຂອງບັນດາຜູ້ມັກອ່ານປຶ້ມ. ໂດຍໄດ້ຮັບການກໍ່ສ້າງຈາກອ້າຍບາວໜຸ່ມ ຫງວຽນເຈື່ອງຢາງ , ຫໍສະໝຸດ Bfree ແມ່ນແຫ່ງທີ່ຜູ້ອ່ານສາມາດຢືມປຶ້ມໄປອ່ານຢູ່ບ້ານຫຼືອ່ານຢູ່ກັບທີ່ໂດຍບໍ່ຕ້ອງການຈ່າຍເງິນຈັກດົງ
ຫໍສະໝຸດ Bfree - ຊຸກຍູ້ວັດທະນະທຳການອ່ານ  - ảnh 1ຫງວຽນເຈື່ອງຢາງ , ຜູ້ສ້າງຕັ້ງຫໍສະໝຸດ Bfree   

ກວ່າ 1 ປີທີ່ຜ່ານມາ, ອາທິດໃດກໍເຊັ່ນດຽວກັນ, ນັກຮຽນ ຫງວຽນທິຮ່ວຽນ ສັງກັດໂຮງຮຽນມັດທະຍົມຕອນຕົ້ນ ດານເຝື້ອງ ໄດ້ຂີ່ລົດຜ່ານໄລຍະທາງກວ່າ 20 ກມເພື່ອມີໜ້າຢູ່ ຫໍສະໝຸດ Bfree ເພື່ອອ່ານປຶ້ມ. ສຳລັບຮ່ວຽນແລ້ວ, ນີ້ໄດ້ກາຍເປັນເຮືອນຫຼັງທີ 2 ເພາະຢູ່ນີ້ ນ້ອງສາມາດຊອກຫາໄດ້ປຶ້ມອ່ານມ່ວນ ແລະ ຢືມໄດ້ປຶ້ມທີ່ມີຄ່າຫາຍາກເພື່ອເພີ່ມຄວາມຮູ້ ຮັບໃຊ້ການຮ່ຳຮຽນ. ນັກຮຽນ ຫງວຽນທິຮ່ວຽນ ສັງກັດໂຮງຮຽນມັດທະຍົມຕອນຕົ້ນ ດານເຝື້ອງ ແບ່ງປັນວ່າ : 

    “ ເຖິງວ່າຫໍສະໝຸດ Bfree ຕັ້ງຢູ່ໄກ ແລະ ເນື້ອທີ່ບໍ່ກ້ວາງກໍຕາມ, ແຕ່ຈຳນວນປຶ້ມອ່ານຢູ່ນີ້ແມ່ນອຸດົມສົມບູນ ແລະ ຫຼາຍຮູບຫຼາຍສີ. ຢູ່ນີ້ມີປຶ້ມອ່ານຫຼາຍຫົວ ບໍ່ໄດ້ຂາຍຢູ່ທ້ອງຕະຫຼາດ ແລະ ບໍ່ໄດ້ພິມຈຳໜ່າຍອີກ. ດັ່ງນັ້ນ ນີ້ແມ່ນສະຖານທີທີ່ດີສຳລັບເຮົາ ”

     ກໍເຊັ່ນດຽວກັນກັບຮວ່ຽນ, ຮອດໂອກາດທ້າຍອາທິດ, ນາງ ຫງວຽນທິຕຽດຮົ່ງ ນັກສຶກສາສັງກັດມະຫາວິທະຍາໄລສ້າງຄູຮ່າໂນ້ຍ ກໍໄດ້ແວ່ຢາມ ຫໍສະໝຸດ Bfree ເພື່ອອ່ານປຶ້ມ. ຢູ່ ຫໍສະໝຸດແຫ່ງນີ້, ນອກຈາກໄດ້ອ່ານປຶ້ມວັນນະຄະດີຂອງຫວຽດນາມ ແລະ ຕ່າງປະເທດແລ້ວ, ຮົ່ງຍັງໄດ້ອ່ານປຶ້ມລົງເລິກວິຊາສະເພາະ, ຈິດຕະສັງຄົມ, ວິທະຍາສາດອີກດ້ວຍ. ນີ້ແມ່ນບັນດາປຶ້ມອ່ານທີ່ສາມາດຮັບໃຊ້ຢ່າງໄດ້ການໄດ້ງານໃຫ້ແກ່ຂະແໜງສ້າງຄູທີ່ນາງພວມເດີນຕາມ.  ນັກສຶກສາ ຫງວຽນທິຕຽດຮົ່ງ ເວົ້າວ່າ : 

    “ ໄລຍະມໍ່ມານີ້, ເປັນຕົ້ນແມ່ນຍາມພັກແລ້ງ, ເຮົາມັກມານີ້. ທຳມະດາແລ້ວ, ຂ້າພະເຈົ້າມາຫໍສະໝຸດອາທິດລະເທື່ອ. ເມື່ອໄປໃສ, ຊື້ໄດ້ປຶ້ມອ່ານມ່ວນ, ເຮົາກໍຊື້ຕື່ມອີກຫົວໜຶ່ງເພື່ອມອບໃຫ້ຫໍສະໝຸດເປັນຂອງຂວັນ ”         

    ຫໍສະໝຸດ Bfree ເມື່ອກ່ອນນີ້ ຍັງຖືກເອີ້ນວ່າ ຫໍສະໝຸດ “ ປຶ້ມອ່ານ ແລະ ເພື່ອນ” ໂດຍຫງວຽນເຈືອງຢາງສ້າງຕັ້ງເມື່ອເດືອນກໍລະກົດປີ 2014. ມາຮອດເດືອນກໍລະກົດປີ 2016 ເມື່ອຖືກປ່ຽນຊື່ເປັນ Bfree ແລະ ຕັ້ງຢູ່ສະຖານທີ່ໃໝ່, ຫໍສະໝຸດໂດຍບໍ່ຄິດຄ່າຂອງນັກສຶກສາຫງວຽນເຈືອງຢາງ ຈຶ່ງກາຍເປັນທີ່ຮູ້ຈັກດີຂອງເພື່ອນຜູ້ອ່ານຢ່າງຫຼວງຫຼາຍ. ປະຈຸບັນ, ຫໍສະໝຸດ Bfree ມີປຶ້ມອ່ານກວ່າ 1800 ຫົວ, ໃນນັ້ນ 80% ຈຳນວນປຶ້ມຢູ່ຫໍສະໝຸດ ໂດຍແມ່ນເພື່ອນຜູ້ອ່ານມອບໃຫ້ຫໍສະໝຸດເປັນຂອງຂວັນ. ໂດຍແມ່ນຜູ້ສ້າງຕັ້ງຮ່ວມຂອງ ຫໍສະໝຸດ Bfree, ທ້າວ ຫງວຽນກ໋ວກຈ້ຽນ ແບ່ງປັນວ່າ : ຢູ່ຝາເຮືອນຂອງ ຫໍສະໝຸດ Bfree ແມ່ນມີແຖວຕົວໜັງສື : “ ບໍ່ປະໃຫ້ປຶ້ມຕາຍໃນຕູ້ ” ເພື່ອເປັນການທົດແທນຄຳຮຽກຮ້ອງໃຫ້ບັນດາເພື່ອນໜຸ່ມຈົ່ງອ່ານປຶ້ມຫຼາຍກ່ວາ. ຫງວຽນກ໋ວກຈ້ຽນ ເວົ້າວ່າ : 

   “ ໂຄງການທີ່ພວກຂ້າພະເຈົ້າສ້າງຂຶ້ນນັ້ນ, ບໍ່ພຽງແຕ່ແມ່ນປຶ້ມອ່ານບໍ່ຄິດຄ່າຫຼືອ່ານປຶ້ມໂດຍບໍ່ຄິດຄ່າ, ແຕ່ໂຄງການໄດ້ມຸ່ງໄປສູ່ຈຸດໝາຍ, ນັ້ນແມ່ນສ້າງແຫຼ່ງອາລົມລະດົມກຳລັງເພື່ອປະຕິບັດໂຄງການອື່ນໆ. ຈຸດທີ່ແຕກຕ່າງກັບໂຄງການອື່ນໆ ແມ່ນຢູ່ບ່ອນວ່າ ຫໍສະໝຸດ Bfree ແມ່ນຫໍສະໝຸດເຄື່ອນໄຫວແບບຄຸ້ມຄອງເອງ. ຖ້າຫາກບັນດາເພື່ອນມາອ່ານປຶ້ມຢູ່ຫໍສະໝຸດ, ຂະນະທີ່ບໍ່ມີບັນດາເພື່ອນອາສາສະໝັກ ແລະ ຜູ້ປະຈຳການຢູ່ ຫໍສະໝຸດ, ເພື່ອນຜູ້ອ່ານອາດຈະຮັບໃຊ້ດ້ວຍຕົນເອງ  ”

    ນອກຈາກສະຖານທີ່ຕັ້ງຢູ່ຖະໜົນ ຊວນລາ, ຫໍສະໝຸດ Bfree ຍັງມີສາຂາແຫ່ງທີ 2 ຕັ້ງຢູ່ບໍລິເວນບໍລິສັດໄຟຟ້າເມືອງ ຮາຍບາຈຶງ , ຮ່າໂນ້ຍ. ຈຸດໝາຍສຳຄັນທີ່ສຸດທີ່ຫໍສະໝຸດ Bfree ມຸ່ງໄປສູ່ນັ້ນ, ແມ່ນສ້າງສະພາບແວດລ້ອມການອ່ານປຶ້ມໃຫ້ແກ່ບັນດາຜູ້ນິຍົມອ່ານປຶ້ມ, ພ້ອມທັງສ້າງຄວາມຊີ້ນເຄີຍອ່ານປຶ້ມໃຫ້ແກ່ໄວໜຸ່ມ. ນອກຈາກໄດ້ອ່ານປຶ້ມເພື່ອເພີ່ມຄວາມຮູ້, ບັນດາເພື່ອຜູ້ອ່ານມາຫໍສະໝຸດ Bfree ຍັງມີໂອກາດໄດ້ພົບປະ ແລກປ່ຽນນຳກັນກ່ຽວກັບທຸກສິ່ງທຸກຢ່າງໃນການດຳລົງຊີວິດອີກດ້ວຍ. 

ຕອບກັບ

ຂ່າວ/ບົດ​ອື່ນ