ອຽນບາຍ ຕອບສະໜອງວັນບຸນປູກຕົ້ນໄມ້

(VOVWORLD) -ແຕ່ລະປີເມື່ອລະດູບານໃໝ່ວຽນມາໃນທ່າມກາງບັນຍາກາດທີ່ຟົດຟື້ນມ່ວນຊື່ນ ໃນຊຸມວັນຕົ້ນປີໃໝ່, ປະຊາຊົນຢູ່ທຸກແຖບຖິ່ນຂອງປະເທດຊາດກໍ່ລ້ວນແຕ່ຈື່ຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ ທີ່ວ່າ “ລະດູບານໃໝ່ແມ່ນລະດູປູກຕົ້ນໄມ້, ເຮັດໃຫ້ປະເທດຊາດນັບມື້ນັບເພີ່ມພະລັງຊີວິດ”. ໃນຊຸມວັນຕົ້ນປີໃໝ່,  ແຂວງ ອຽນບາຍ ເຂດພູດອຍທາງພາກເໜືອ ຫວຽດນາມ ກໍໄດ້ຈັດພິທີປຸກລະດົມ “ວັນບຸນປູກຕົ້ນໄມ້ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ລຸງໂຮ່” ລະດູບານໃໝ່ປີກຸນ ແລະ ອອກເຄື່ອນພົນເພື່ອປູກຕົ້ນໄມ້ເປັນປ່າໃນປີ 2019
ອຽນບາຍ ຕອບສະໜອງວັນບຸນປູກຕົ້ນໄມ້ - ảnh 1 ບັນດາການນຳແຂວງອຽນບ້າຍເຂົ້າຮ່ວມວັນບຸນປູກຕົ້ນໄມ້

 ໃນຊຸມປີທີ່ຜ່ານມາເນື້ອທີ່ປ່າຢູ່ແຂວງ ອຽນບາຍສືບຕໍ່ເພີ່ມຂຶ້ນ, ມາຮອດປັດຈຸບັນເນື້ອທີ່ປ່າແມ່ນຫຼາຍກວ່າ 461.000 ເຮັກຕາ; ລະດັບການປົກຄຸມຂອງປ່າບັນລຸ 63%; ເຊິ່ງແມ່ນລະດັບສູງສຸດໃນທົ່ວປະເທດ, ນອກຈາກຄວາມມານະພະຍາຍາມຂອງບັນດາທ້ອງຖິ່ນ, ໃນວຽກງານພັດນາປ່າຢູ່ແຂວງ ອຽນບາຍ ກໍ່ຍັງມີການເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຊົນໃນການປູກຕົ້ນໄມ້ເປັນປ່າ. ຕົ້ນແຄແມ່ນຕົ້ນໄມ້ຖືກປູກຢູ່ຫຼາຍທ້ອງຖິ່ນໃນແຂວງ ອຽນບາຍ ແລະ ໄດ້ກາຍເປັນຕົ້ນໄມ້ເປັນປາຍແຫຼມໃນການປູກປ່າ. ສະເພາະເມືອງ ວັນອຽນ, ແຕ່ລະປີກໍ່ປູກປ່າໃນເນື້ອທີ່ປະມານ 2.000 ເຮັກຕາ, ກວມເອົາເກືອບ 80% ເນື້ອທີ່ປູກໃໝ່. ສະເພາະປີນີ້ເມືອງ ວັນເຈິນ ກໍ່ໄດ້ຂຶ້ນແຜນການປູກຕົ້ນໄມ້ເປັນປ່າໃນເນື້ອທີ່ 3.800 ເຮັກຕາ ເຊິ່ງໄດ້ເລັ່ງໃສ່ຕົ້ນຕໍຢູ່ບັນດາຕາແສງເຂດອ້ອມຂ້າງ. ທ່ານ ມາຍມົ້ງຕວນ ປະທານຄະນະກຳມະການປະຊາຊົນເມືອງ ວັນເຈິນ ໃຫ້ຮູ້ວ່າ:

     “ເພື່ອຍົກສູງປະສິດທິຜົນຂອງການປູກປ່ານັ້ນ, ນັບຕັ້ງແຕ່ຕົ້ນປີ, ພວກຂ້າພະເຈົ້າກໍ່ໄດ້ຂຶ້ນແຜນລະອຽດໃຫ້ແກ່ບັນດາຕາແສງ ເທດສະບານເມືອງ; ມອບໃຫ້ບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງລົງສູ່ຮາກຖານເພື່ອແນະນຳໃຫ້ແກ່ປະຊາຊົນໂດຍກົງ. ພວກຂ້າພະເຈົ້າກໍ່ໄດ້ຜັນຂະຫຍາຍປະຕິບັດໃນສອງລະດູການຕົ້ນຕໍ່ນັ້ນແມ່ນ ລະດູການຍາມລະດູບານໃໝ່ ແລະ ລະດູການການຍາມລະດູໃບໄມ້ຫຼົ່ນ. ພວກຂ້ພະເຈົ້າຍູ້ແຮງການປູກຕົ້ນແຄ່, ປີໃດກໍ່ເຊັ່ນດຽວກັນ, ພວກຂ້າພະເຈົ້າກໍ່ໄດ້ປູກຫຼາຍກວ່າ 1.000 ເຮັກຕາ ແລະ ໃນປີນີ້ພະຍາຍາມສູ້ຊົນໃຫ້ໄດ້ 1.200 ເຮັກຕາ.”

      ສະເລ່ຍໃນແຕ່ລະປີທົ່ວແຂວງ ອຽນບາຍ ປູກປ່າໃນເນື້ອທີ່ໃໝ່ ຫຼາຍກວ່າ 15.000 ເຮັກຕາ ອັນໄດ້ຍົກລະດັບການປົກຄຸມຂອງປ່າຂຶ້ນເຖິງ 63%. ສະເພາະປີ 2019 ນີ້, ທາງແຂວງຈະປູກປ່າໃນເນື້ອທີ່ໃໝ່ ປະມານ 16.000 ເຮັກຕາຕົ້ນຕໍ່ແມ່ນຕົ້ນແຄ ແລະ ອື່ນໆ. ເພື່ອສຳເລັດແຜນປູກປ່ານັ້ນ, ບັນດາທ້ອງຖິ່ນກໍ່ໄດ້ເປັນເຈົ້າການກຳນົດສະຖານທີ່ປູກຕົ້ນໄມ້, ເລືອກເອົາແນວປູກໃຫ້ແທດເໝາະກັບເງື່ອນໄຂຊີວະພາບຕາມທິດປູກນາໆພັນ, ໃຫ້ບຸລິມະສິດໃຫ້ແກ່ແນວປູກຕົ້ນໄມ້ໃຫຍ່ ທີ່ໃຫ້ມູນຄ່າເສດຖະກິດສູງ. ທ່ານ ຫງວຽນຖາຍບິ່ງ ຫົວໜ້າກົມກວດກາປ່າໄມ້ແຂວງ ອຽນບາຍ ໃຫ້ຮູ້ວ່າ:

    “ພວກຂ້າພະເຈົ້າກໍ່ໄດ້ຊີ້ນຳບັນດາກຳລັງກວດກາປ່າໄມ້ຢູ່ບັນດາເມືອງ, ເທດສະບານ, ນະຄອນລົງກວດກາ, ເຮັດອະນາໄມປ່າເພື່ອກະກຽມປູກປ່າໃໝ່. ໜ້າທີ່ທີສອງແມ່ນ ກວດກາຮາກຖານຜະລິດແນວພັນ, ກວດກາຕົ້ນກຳເນີດແນວພັນ ເພື່ອຮັບປະກັນຄຸນນະພາບໃຫ້ຖືກກັບຄວາມຕ້ອງການທາງດ້ານເຕັກນິກ. ທີ່ສາມແມ່ນສົມທົບກັບອຳນາດການປົກຄອງ ທ້ອງຖິ່ນຕ່າງໆ ກໍ່ຄືບັນດາເຈົ້າຂອງປ່າໃນບໍລິເວນແຂວງ ເພື່ອດຳເນີນການກວດກາເນື້ອທີ່ດິນ ເພື່ອສ້າງແຜນການ, ຜັນຂະຫຍາຍການປູກຕົ້ນໄມ້ເປັນປ່າ. ທີສີ່ສືບຕໍ່ວຽກງານໂຄສະນາ ແນະນຳໃຫ້ປະຊາຊົນທຳການປູກຕົ້ນໄມ້ເປັນປ່າ ເພື່ອຮັບປະກັນໃຫ້ແຜນການສຳເລັດ”.

       ປີນີ້ແຂວງ ອຽນບາຍ ໄດ້ສົມທົບກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດຈັດຕັ້ງວັນບຸນປູກຕົ້ນໄມ້“ຮູ້ບຸນຄຸນຕໍ່ລຸງໂຮ່ ຕະຫຼອດການ” ດ້ວຍຂອບຂະໜາດລະດັບຊາດ ນັບແຕ່ວັນທີ 10 ກຸມພາ ປີ 2019 ເປັນຕົ້ນໄປ. ໃນວັນອອກເຄື່ອນພົນທົ່ວແຂວງ ອຽນບາຍ ສູ້ຊົນປູກຕົ້ນໄມ້ໃນເນື້ອທີ່ 20 ເຮັກຕາໃນເດືອນຈຽງ ຂອງວັນບຸນປູກຕົ້ນໄມ້, ທາງແຂວງສູ້ຊົນປູກຕົ້ນໄມ້ເປັນປ່າ ໃນເນື້ອທີ່3.500 ເຮັກຕາ.ວັນບຸນປູກຕົ້ນໄມ້ກໍ່ແມ່ນໜ່ຶງໃນບັນດາການເຄື່ອນໄຫວ ປະຈຳປີທີີ່ມີຄວາມໝາຍ ໄດ້ຮັບການປະຕິບັດໃນຍາມບຸນເຕັດລະດູບານໃໝ່ວຽນມາ. ວຽກງານນີ້ບໍ່ພຽງແຕ່ປະກອບສ່ວນປັບປຸງສະພາບແວດລ້ອມແຫ່ງການດຳລົງຊີວິດ, ເຮັດໃຫ້ທັດຊະນີຍະພາບໃນບໍລິເວນນັບມື້ນັບຂຽວສະອາດ ແລະ ສວຍງາມເທົ່ານັ້ນຫາກຍັງປະກອບສວ່ນປົກປັກຮັກສາສິ່ງແວດລ້ອມຊີວະພາບ ແລະ ສ້າງບັນຍາກາດອອກແຮງແຂ່ງຂັນຢ່າງຟົດຟື້ນໃນຊຸມວັນຕົ້ນລະດູບານໃໝ່ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ