ເຂດທົ່ງພຽງແມ່ນນ້ຳຂອງທາງພາກໃຕ້ຫວຽດນາມໃນຍາມນ້ຳຂຶ້ນ

(VOVWORLD) -ປະຈຸບັນ, ບັນດາແຂວງເຂດທົ່ງພຽງແມ່ນນ້ຳຂອງທາງພາກໃຕ້ຫວຽດນາມ ພວມຢູ່ໃນໄລຍະນ້ຳຂຶ້ນ ເມື່ອນ້ຳແກ່ງຈາກຍອດແມ່ນ້ຳໄຫຼລົງພ້ອມກັບດິນນ້ຳຖ້ວມ, ສັດນ້ຳມາສູ່ເຂດດິນທີ່ອຸດົມສົມບູນນີ້. ໃນທຸກວັນນີ້, ຊາວປະມົງຢູ່ແຫ່ງນີ້ພວມເກັບກູ້ພືດຜັກຫຼືຂ້ອງຄາກັບວຽກງານຫາປາຢູ່ແມ່ນ້ຳຂອງ
ເຂດທົ່ງພຽງແມ່ນນ້ຳຂອງທາງພາກໃຕ້ຫວຽດນາມໃນຍາມນ້ຳຂຶ້ນ - ảnh 1 ການຈັບຫາປາຍາມນ້ຳຂຶ້ນ

ຊຸມມື້ນີ້, ປະຊາຊົນຢູ່ເຂດທົ່ງພຽງແມ່ນນ້ຳຂອງທາງພາກໃຕ້ຫວຽດນາມ ພວມຂ້ອງຄາກັບວຽກງານຈັບຫາປາໃນຍາມນ້ຳຂຶ້ນ, ຊຶ່ງຈັບຫາໄດ້ກຸ້ງ, ປາບໍ່ຈັກວ່າເທົ່າໃດຈາກຍອດແມ່ນ້ຳຂອງເດີນຕາມລຳແມ່ນ້ຳມາ. ປີນີ້ ເກີດມີນ້ຳຖ້ວມໄວກວ່າ ແລະ ລະດັບນ້ຳສູງກວ່າເມື່ອທຽບໃສ່ທຸກປີກ່ອນນີ້, ອັນໄດ້ເຮັດໃຫ້ບັນດາເນື້ອທີ່ນາທີ່ກ້ວາງໃຫຍ່ຖືກນ້ຳຖ້ວມ.ຍາມເຊົ້າໃນແຕ່ວັນ, ເຮືອຫາປານ້ອຍໃຫຍ່ນັບຮອ້ຍລຳຈາກທຸກບ່ອນໄດ້ມາເຕົ້າໂຮມຢູ່ນີ້ເພື່ອຊື້ຂາຍກຸ້ງ, ປາທີ່ຈັບຫາມາໄດ້ໃນຕອນກາງຄືນ.

    ຢູ່ ເຂດທົ່ງພຽງແມ່ນນ້ຳຂອງທາງພາກໃຕ້ຫວຽດນາມໃນຍາມນ້ຳຂຶ້ນ, ມີສິນໃນນ້ຳພິເສດ ນັ້ນແມ່ນປາຊອຍ. ປາຊອຍເຖິງວ່າເປັນໂຕນ້ອຍກໍຕາມ, ແຕ່ມັນແຊບ ແລະ ຫອມ, ສາມາດປຸງແຕ່ງອາຫານໄດ້ຫຼາຍເຍື່ອງ ຄື: ຕົ້ມແກງສົ້ມ, ຕົ້ມເຄັມຫຼືເຮັດຢໍປາ… ຢູ່ນະຄອນເກີນເທີ, ມີບາງໄລຍະ, ປາຊອຍຖືກຂາຍດ້ວຍລາຄາເຖິງ 2 ແສນດົງ/ໂລ. ຖ້າຫາກບໍ່ໄປຕະຫຼາດແຕ່ເຊົ້າ ກໍຈະບໍ່ເຫຼືອປາຊອຍຈັກໂຕເພື່ອຊື້ເລີຍ.  ປ້າ ຫງວຽນທິຫງອດ ຢູ່ຕາແສງວິ້ງຈິງ, ເມືອງວິ້ງແທກ ແບ່ງປັນວ່າ : 

    “ ປາຊອຍໃນປະຈຸບັນ, ມີຫຼາຍຄົນຊື້, ດັ່ງນັ້ນ ລາຄາກໍແພງຂຶ້ນ. ເມື່ອກ່ອນນີ້, ປາຊອຍ, ຂາຍຖືກທີ່ສຸດ. ລາຄາປາຊອຍໃນປະຈຸບັນ ສູງກວ່າຊີ້ນໝູ ແລະ ປາຊະນິດອື່ນໆ. ໃນຍາມຕົ້ນລະດູນ້ຳຖ້ວມ, ປາຊອຍຖືກຂາຍດ້ວຍລາຄາ 1 ແສນດົງຕໍ່ໂລ.”

   ບໍ່ພຽງແຕ່ຊາວປະມົງທີ່ຂ້ອງຄາກັບວຽກງານຈັບຫາສິນໃນນ້ຳເທົ່ານັ້ນ, ທັງໝູ່ບ້ານຜະລິດແຫ ເທີມເຣີມ ເມືອງທົດນົດ, ນະຄອນເກີນເທີ ກໍຄຶກຄື້ນໄປດ້ວຍບັນຍາກາດຊື້ຂາຍແຫຫາປາ ໃນຍາມນ້ຳຖ້ວມອີກດ້ວຍ. ຄິດສະເລ່ຍໃນແຕ່ວັນ, ຮາກຖານຜະລິດແຫສາມາດຂາຍແຫຊະນິດຕ່າງໆໄດ້ກວ່າ 200 ດາງ. ຕາມບັນດາເຈົ້າຂອງຜະລິດແຫຢູ່ບ້ານ ເທີມເຣີມແລ້ວ, ແຮງຊື້ແຫໃນ 2-3 ມື້ທີ່ຜ່ານມາໄດ້ເພີ່ມຂຶ້ນແຕ່ 10 ຫາ 20% ເມື່ອທຽບໃສ່ປີກາຍ.      ລຸງ ຫງວຽນວັນລີ ເຈົ້າຂອງຮາກຖານຜະລິດແຫ ໃຫ້ຮູ້ວ່າ :  

  “ ປີນີ້, ຈຳນວນລູກຄ້າມາຊື້ເຄື່ອງຫຼາຍກວ່າເມື່ອທໜຽບໃສ່ທຸກປີ, ຄວາມຕ້ອງການໄດ້ເພີ່ມຂຶ້ນສູງ. ປີນີ້ ພວກຂ້າພະເຈົ້າຂາຍຜະລິດຕະພັນເພີ່ມຂຶ້ນກວ່າ 30%, ລາຄາກໍບໍ່ເຄື່ອນເໜັງຫຼາຍ, ນ້ຳຖ້ວມໄດ້ມາໄວ, ດັ່ງນັ້ນຈຳນວນລູກຄ້າປີນີ້ ກໍຫຼາຍຂຶ້ນ ”

   ຍາມນ້ຳຂຶ້ນ ກໍ ແມ່ນຊ່ວງເວລາສ້າງວຽກເຮັດງານທຳບໍ່ຈັກວ່າເທົ່າໃດໃຫ້ແກ່ປະຊາຊົນ. ມີຫຼາຍຄອບຄົວສາມາດສ້າງຄວາມຮັ່ງມີຍ້ອນເກີດມີນ້ຳຖ້ວມ.     ລຸງຫງວຽນວັນເຕືອງ ຊາວປະມົງຢູ່ຕາແສງ ເທີ້ຍຮຶງ, ເມືອງເກີໂດ, ນະຄອນເກີນເທີ ແບ່ງປັນວ່າ : 

    “ ປີນີ້, ລະດັບນ້ຳຂຶ້ນສູງກວ່າທຸກປີ, ແຕ່ຊາວປະມົງກໍພະຍາຍາມຈັບຫາສິນໃນນ້ຳ. ຍາມນ້ຳຂຶ້ນ ກໍແມ່ນໂອກາດເພື່ອໃຫ້ປະຊາຊົນຫາລາຍໄດ້ຕື່ມອີກ. ປີນີ້ ປາຊອຍກໍມາຫຼາຍ, ປີໃດກໍເຊັ່ນດຽວກັນ, ຖ້າຫາກນ້ຳແກ່ງຖ້ວມໄວ, ກຸ້ງປາກໍລ້ວນແຕ່ຫຼາຍກ່ວາ ”

      ປີນີ້, ປະຊາຊົນຢູ່ ເຂດທົ່ງພຽງແມ່ນນ້ຳຂອງທາງພາກໃຕ້ຫວຽດນາມ ມີຄວາມພາກພູມໃຈທີ່ສຸດຍ້ອນເກີດນ້ຳຖ້ວມໄວກວ່າ, ອັນໄດ້ນຳມາເຊິງປະລິມານສິນໃນນ້ຳຢ່າງຫຼວງຫຼາຍ. ແຕ່ເຖິງຢ່າງໃດກໍດີ, ເພື່ອຮັກສາແຫຼ່ງປະໂຫຍດທຳມະຊາດນີ້, ບັນດາແຂວງ ເຂດທົ່ງພຽງແມ່ນນ້ຳຂອງທາງພາກໃຕ້ຫວຽດນາມ ໄດ້ໂຄສະນາເຜີຍແຜ່ບັນດາມາດຕະການຂຸດຄົ້ນສິນໃນນ້ຳທີ່ເໝາະສົມໃຫ້ແກ່ຊາວປະມົງ, ບໍ່ນຳໃຊ້ອຸປະກອນຫາປາແບບມີລັກສະນະດັບສູນ. 2 ແຂວງເຂດທົ່ງພຽງແມ່ນນ້ຳຂອງທາງພາກໃຕ້ຫວຽດນາມ ນັ້ນແມ່ນອານຢາງ ແລະ ດົງທາບ ກໍໄດ້ເກືອດຫ້າມການຈັບຫາປານ້ອຍຫຼືພວມຢູ່ໃນໄລຍະວາງໄຂ່.

       ຍາມນ້ຳຂຶ້ນ ບໍ່ພຽງນຳມາເຊິ່ງແຫຼ່ງສິນໃນນ້ຳທີ່ອຸດົມສົມບູນໃຫ້ແກ່ ເຂດທົ່ງພຽງແມ່ນນ້ຳຂອງທາງພາກໃຕ້ຫວຽດນາມເທົ່ານັ້ນ, ຫາກຍັງນຳມາເຊິ່ງດິນນ້ຳຖ້ວມທີ່ອຸດົມສົມບູນໃຫ້ແກ່ທົ່ງໄຮ່ທົ່ງນາ, ສວນໝາກໄມ້ຢູ່ແຫ່ງນີ້ອີກດ້ວຍ. ນີ້ກໍແມ່ນຈຸດເວລາ ທີ່ບັນດາທ້ອງຖິ່ນໃນເຂດທົ່ງພຽງແມ່ນນ້ຳຂອງທາງພາກໃຕ້ຫວຽດນາມໄດ້ຕ້ອນຮັບແຂກທ່ອງທ່ຽວເຂົ້າມາທ່ອງທ່ຽວ, ຄົ້ນຫາຢ່າງຫຼວງຫຼາຍ. ຍ້ອນເຫດນີ້ເອງ, ບັນດາທ້ອງຖິ່ນກໍພວມຕັ້ງໜ້າພັດທະນາການທ່ອງທ່ຽວ, ອັນໄດ້ນຳບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ, ເຂັ້ມຂົ້ນສີສັນວັດທະນະທຳເຂດສວນ, ແມ່ນ້ຳລຳເຊຢູ່ທົ່ງພຽງແມ່ນນ້ຳຂອງທາງພາກໃຕ້ຫວຽດນາມມາສູ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ