ເທດສະການຣາມາດານຂອງຊາວເຜົ່າຈຳເຕັມໄປດ້ວຍຄວາມອົບອຸ່ນ

(VOVWORLD) -ວັນທີ 16 ພຶດສະພາ, ມີຊາວເຜົ່າຈຳມຸດສະລີມເກືອບຫົກໝື່ນຄົນຢູ່ພາກໃຕ້ຫວຽດນາມໄດ້ກ້າວເຂົ້າສູ່ເທດສະການເດືອນຣາມາດານ. ນີ້ແມ່ນພິທີກຳທີ່ສຳຄັນຖືກດຳເນີນໃນແຕ່ລະປີຂອງຊາວເຜົ່າຈຳມຸດສະລີມທີ່ມີຄວາມໝາຍສັກກະລະບູຊາເປັນພິເສດຕໍ່ສາສະນິກະຊົນແຕ່ລະຄົນ.
ເທດສະການຣາມາດານຂອງຊາວເຜົ່າຈຳເຕັມໄປດ້ວຍຄວາມອົບອຸ່ນ  - ảnh 1ໂບດຂອງຊາວເຜົ່າຈຳມຸດສະລີມທີ່ບ້ານ 4, ຕາແສງຊວນຮຶງ, ເມືອງຊວນຫຼົກ, ແຂວງດົ່ງນາຍ 

ມາຢ້ຽມບັນດາໜູ່ບ້ານເຜົ່າຈຳຢູ່ເຂດພາກໃຕ້ນີ້, ໃຜກໍ່ລ້ວນແຕ່ຮູ້ສຶກໄດ້ເຖິງບັນຍາກາດທີ່ຄຶກຄື້ນມ່ວນຊື່ນໃນເທດສະ ການຣາມາດານ. ລົງໄປຢ້ຽມຢາມບ້ານຈຳຢູ່ຄຸ້ມບ້ານສີ່, ຕາແສງຊວນຮຶງ, ເມືອງຊວນຫຼົກ, ແຂວງດົ່ງນາຍ, ໃນຊຸມວັນນີ້ພໍ່ແມ່ພີນ້ອງຊາວເຜົ່າຈຳພ້ອມກັນຕ້ອນຮັບເທດສະການເດືອນຣາມາດານທີ່ສັກ ກາລະບູຊາ. ນີ້ແມ່ນໂອກາດເພື່ອໃຫ້ພໍ່ແມ່ພີ່ນ້ອງ, ທັງຊາຍ ແລະ ຍິ່ງຜູ້ມີອາຍຸຈາກ 15 ປີຂຶ້ນໄປກໍ່ຕ້ອງສຳຫຼວດກວດຄືນບັນດາການກະທຳຖືກຕ້ອງຫຼືຜິດພາດຂອງຕົນໃນແຕ່ລະວັນ, ແຕ່ລະເດືອນຂອງປີທີ່ຜ່ານມາ, ເພື່ອແກ້ໄຂບັນດາການກະທຳທີ່ຜິດພາດ ແລະ ເຮັດວຽກສຸດຈະລິດ. ທ່ານມູຮາມັດໂຣຮີມແມ່ນຜູ້ຮັບຜິດຊອບວຽກງານຄຸ້ມຄອງໂບດມູຣູນແອນຊານຄຸ້ມບ້ານສີ່, ຕາແສງຊວນຮຶງ, ເມືອງຊວນຫຼົກ, ແຂວງດົ່ງນາຍແບ່ງປັນວ່າ:

   “ວັນທີ 16 ພຶດສະພານີ້ ກໍ່ແມ່ນຊ່ວງເວລາດຳເນີນເທດສະການເດືອນຣາມາດານ, ພໍ່ແມ່ພີ່ນ້ອງຢູ່ແຫ່ງນີ້ກໍໍ່ໄດ້ພາກັນໄປຊື້ນ້ຳຕານ, ເຂົ້າສານ, ນ້ຳປາ,ເກືອເປັນສ່ວນແຮ່ໄວ້, ພ້ອມທັງກະກຽມເງິນທອງເພື່ອກ້າວເຂົ້າສູ່ເດືອນກິນເຈຣາມາດານ”.

     ກ່ອນນີ້ຄຸ້ມບ້ານສີ່ແມ່ນຄຸ້ມທີ່ປະສົບຄວາມຫຍຸ້ງຍາກເປັນພິເສດຂອງຕາແສງຊວນຮຶງ, ຍ້ອນມີການປ່ຽນແປງວິທີນຶກຄິດ, ວິທີທຳມາຫາກິນ ແລະ ໄດ້ຮັບການຊ່ວຍເຫຼືອຈາກລັດດ້ວຍບັນດານະໂຍບາຍທີ່ດີ, ດັ່ງນັ້ນຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງພໍ່ແມ່ພີ່ນ້ອງເຜົ່າຈຳໄດ້ຖືກຍົກສູງຂື້ນຢ່າງບໍ່ຢຸດຢັ້ງ. ເມື່ອເວົ້າເຖິງບັນດາການປ່ຽນແປງໃໝ່ຢູ່ບ້ານເຜົ່າຈຳຂອງຕົນ, ລຸງມູຮາມັດອາມີນຜູ້ຮັບຜິດຊອບໂບດມູ ຣູນແອນຊານໃຫ້ຮູ້ວ່າ, ປັດຈຸບັນບັນດາເສັ້ນທາງໃນໜູ່ບ້ານໄດ້ຖືກກໍ່ສ້າງດ້ວຍເບຕົງແບບຖາວອນ, ເຮືອນຊານປະຊາຊົນໄດ້ຮັບການປຸກສ້າງຢ່າງໃຫ່ຍໂຕໂອຖົງເພື່ອທົດແທນໃຫ້ແກ່ເຮືອນຮ້ານເຮັດດ້ວຍໄມ້. ທັງຄຸ້ມບ້ານມີ 439 ຄອບຄົວດ້ວຍພົນລະເມືອງກວ່າ 2.200 ຄົນ. ຊາວບ້ານເກືອບທັງໝົດກໍ່ພວມຢູ່ໃນເກນອາຍຸອອກແຮງງານ ແລະ ລ້ວນແຕ່ມີວຽກເຮັດງານທຳປົກກະຕິ. ມີລາຍຮັບດີ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ, ດັ່ງນັ້ນເດືອນຣາມາດານປີນີ້ພໍ່ແມ່ພີນ້ອງໄດ້ມີການກະ ກຽມຢ່າງຮອບຄອບຖີ່ຖ້ວນກວ່າທຸກໆປີ. ລຸງມູຮາມັດອາມີນໃຫ້ຮູ້ວ່າ:

     “ແຕ່ລະປີ, ຮອດເດືອນຣາມາ ດານ, ອຳນາດການປົກຄອງແຂວງ, ເມືອງ, ຕາແສງກໍ່ລ້ວນແຕ່ລົງຢ້ຽມຢາມ, ມອບຂອງຂວັນເພື່ອໃຫ້ພໍ່ແມ່ພີ່ນ້ອງຕ້ອນຮັບເດືອນຣາມາດານຢ່າງເບີກບານມ່ວນຊື່ນ. ເວົ້າລວມແລ້ວ, ອຳນາດການປົກຄອງຢູ່ທີ່ນີ້ມີຄວາມເອົາໃຈໃສ່ເຖິງພໍ່ແມ່ພີ່ນ້ອງເຜົ່າຈຳທີ່ສຸດ”.

     ກໍ່ເຊັ່ນດຽວກັນກັບກຸ່ມພີ່ນ້ອງເຜົ່າຈຳຢູ່ບ້ານສີ່, ແຂວງດົ່ງນາຍ, ເພື່ອກະກຽມກ້າວເຂົ້າສູ່ເດືອນຣາມາດານ, ມີຊາວເຜົ່າຈຳມຸດສະລີມກວ່າ 7.000 ຄົນທີ່ພວມດຳລົງຊີວິດຢູ່ 21 ເຂດທີ່ນະຄອນໂຮ່ຈີມິນກໍ່ໄດ້ພາກັນໄປຊື້ວັດຖຸເຄື່ອງຂອງອາຫານເພື່ອໄປດຳເນີນຊີວິດຢູ່ໂບດ. ພ້ອມກັບການກະກຽມຢ່າງຖີ່ຖ້ວນຂອງພໍ່ແມ່ພີ່ນ້ອງ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມນະຄອນໂຮ່ຈີມິນກໍ່ໄດ້ແຕ່ງຕັ້ງຄະນະຜູ້ແທນລົງຢ້ຽມ ຢາມ, ອວຍພອນ ແລະ ມອບຂອງຂວັນໃຫ້ແກ່ຄະນະຜູ້ຕາງໜ້າປະຊາຄົມອິດສະລາມນະຄອນໂຮ່ຈີມິນ ແລະ ຄະນະຄຸ້ມຄອງຢູ່ໂບດຕ່າງໆ, ສະໜັບສະໜູນຊ່ວຍເຫຼືອພໍ່ແມ່ພີ່ນ້ອງຜູ້ທຸກຍາກຢູ່ນະຄອນ. ນາງອາຟີນາແມ່ນເປົ້າໝາຍຄອບຄົວທຸກຍາກຢູ່ຕາແສງເກົ່າຄໍ, ເມືອງນຶງ, ນະຄອນໂຮ່ຈີມິນໃຫ້ຮູ້ວ່າ:

     “ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກອຳນາດການປົກຄອງ, ໄດ້ຮັບຂອງຂວັນເນື່ອງໃນໂອກາດເດືອນຣາມາດານ, ພວກຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ”.

       ສ່ວນທ່ານຫຼີຢູໂຊຫົວໜ້າຄະນະຜູ້ຕາງໜ້າປະຊາຄົມຊາວມຸດສະລີມນະຄອນໂຮ່ຈີມິນໃຫ້ຮູ້ວ່າ:

     “ໃນຊຸມປີທີ່ຜ່ານມາ, ອຳນາດການປົກຄອງນະຄອນໂຮ່ຈີມິນໄດ້ວາງບັນດານະໂຍບາຍສຳລັບຊາວເຜົ່າຈຳເຊັ່ນ ໃຫ້ກູ້ຢືມທຶນເພື່ອທຳມາຄ້າຂາຍ, ມອບບັດປະກັນສຸຂະພາບ, ປຸກສ້າງເຮືອນໃຫ້ຜູ້ທຸກຍາກ, ຍົກເວັ້ນຄ່າຮຽນໃຫ້ແກ່ນັກຮຽນຊາວເຜົ່າຈຳ. ທັງໝົດເຫຼົ່ານັ້ນກໍ່ແມ່ນວຽກງານທີ່ມີຄວາມໝາຍສຳລັບພໍ່ແມ່ພີນ້ອງຊາວເຜົ່າຈຳ”

     ເທດສະການເດືອນ ຣາມາດານໄດ້ໝູນວຽນມາສູ່ພໍ່ແມ່ພີ່ນ້ອງຊາວເຜົ່າຈຳມຸດສະລີມ. ດ້ວຍທິດນຳ “ສ້າງການດຳລົງຊີ ວິດ, ສາສະໜາໃຫ້ດີງາມ”,     ພໍ່ແມ່ພີ່ນ້ອງຊາວເຜົ່າຈຳມຸດສະລີມໄດ້ອອກແຮງແຂ່ງຂັນສ້າງວຽກງານທີ່ດີເດັ່ນຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງສາບ້ານເກີດເມືອງນອນ, ປະເທດຊາດໃຫ້ນັບມື້ນັບຮັ່ງມີ ແລະ ສວຍງາມ.

ຕອບກັບ

ຂ່າວ/ບົດ​ອື່ນ