ເລື່ອງລາວກ່ຽວກັບບັນດາທ່ານໝໍເສນາລັກທີ່ເມືອງເກາະເຈື່ອງຊາ

ໃນ​ທຸກວັນ​ນີ້, ບັນ​ດາ​ພະ​ນັກ​ງານ​ແພດ​ໝໍ​ເສ​ນາ​ລັກ​ຢູ່​ເມືອງ​ເກາະ​ເຈື່ອງ​ຊາ, ແຂວງ​ແຄ້ງ​ຮ່​ວາພວມ​ປະ​ຕິ​ບັດ​ 2 ໜ້າ​ທີ່ໄປ​ພ້ອມ​ກັນ ນັ້ນ​ແມ່ນ​ເບິ່ງ​ແຍງ​ສຸ​ຂະ​ພາບ, ກວ​ດ, ປິ່ນ​ປົວ​ພະ​ຍາດ​ໃຫ້​ແກ່​ທະ​ຫານ ແລະ ປະ​ຊາ​ຊົນ​ໃນ​ເກາະ​ຕ່າງໆ ແລະ ປິ່ນ​ປົວ​ສຸກ​ເສີນ​ໃຫ້​ແກ່​ຊາວ​ປະ​ມົງ​ຖືກ​ຮັບ​ເຄາະ​ຮ້າຍ​ເມື່​ອ​ພວມ​ຈັບ​ຫາ​ປາ​ຢູ່​ທະ​ເລ. ຢູ່​ເຂດ​ຫມູ່​ເກາະ​ທີ່​ຫ່າງ​ໄກ, ບັນ​ດາ​ພະ​ນັກ​ງານ​ແພດ​ໝໍ​ເສ​ນາ​ລັກ​ຍາມ​ໃດ​ກໍ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ, ຂາດ​ເຂີນ​ເພື່ອ​ເຮັດຫຼ້ອນ​ໜ້າ​ທີ່ໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ.

 

ເລື່ອງລາວກ່ຽວກັບບັນດາທ່ານໝໍເສນາລັກທີ່ເມືອງເກາະເຈື່ອງຊາ - ảnh 1
ບັນ​ດາ​ພະ​ນັກ​ງານ​ແພດ​ໝໍ​ເສ​ນາ​ລັກ​ຢູ່​ເມືອງ​ເກາະ​ເຈື່ອງ​ຊາ

       ສຸກ​ສາລາເກາະນາມ​ອຽດໃນ​ຊຸ​ມ​ວັນ​ຕົ້ນ​ປີ 2017 ໄດ້​ຮັບ​ຂ່າວ​ວ່າ ອ້າຍຝ້າມ​ຮ່​ວາ ຊາວ​ປະ​ມົງ ​ພວມ​ເຮັດ​ວຽກ​ໃນ​ກຳ​ປັ່ນ​ຫ່​ປາຖືກ​ອຸ​ປະ​ຕິ​ເຫດ, ໃນ​ທັນ​ທີ່, ຫົວ​ໜ້າສຸກ​ສາລາເກາະນາມ​ອຽດ​ພ້ອມ​ກັບ​ບັນ​ດາ​ພະ​ນັກ​ງານນກ​ຮົບ​ໄດ້​ໃຊ້​ເຮືອ​ຈັກ​ແລ່ນ​ໄປ​ຮອດ​ບ່ອນ​​ຜູ້​ຖືກ​ອຸ​ປະ​ຕິ​ເຫດເພື່ອ​ປິ່ນ​ປົວ​ແບບ​ປະ​ຖົມ​ພະ​ຍາບ​ານ, ແລ້ວ​ກໍ​ສົ່ງ​ຄົນ​ເຈັບ​ໄປ​ຍັງ​ເກາະ​ເພື່ອ​ດຳ​ເນີນ​ການ​ຜ່າ​ຕັດ ແລະ ປິ່ນ​ປົວ. ອ້າຍຝ້າມ​ຮ່​ວາ ໃຫ້​ຮູ້​ວ່າ ພວມ​ເກັບ​ມ້ຽນ​ແຫ, ຍ້ອນ​ມີ​ຄວາມ​ປະ​ໝາດ, ດັ່ງ​ນັ້ນ​ຖືກ​ປາ​ໄຫຼກັດດ້ວຍ​ບາດ​ແຜ​ໜັກ​ພໍ​ສົມ​ຄວນ. ແລະ ໂຊກ​ດີ​ທີ່​ສຸດ​ເມື່ອ​ໄດ້​ຮັບ​ການ​ປິ່ນ​ປົວ​ຈາກ​ແພດ​ໝໍ​ໃນ​ເກາະ​ນາມ​ອຽດ​ຢ່າງທັນ​ການ. ອ້າຍຝ້າມ​ຮ່​ວາເວົ້າ​ວ່າ :

     “ ປະ​ຈຸ​ບັນ, ຂ້າ​ພະ​ເຈົ້າ​ໄດ້​ໄຄ​ແດ່​ແລ້ວ. ເມື່ອ​ເຂົ້າ​ສຸກ​ສາ​ລາ​, ໄດ້​ຮັບ​ການປິ່ນ​ປົວຈາກ​ແພດ​ໝໍ​ຢ່າງ​ສຸດ​ໃຈ, ດັ່ງ​ນັ້ນ​ບໍ່​ເປັນ​ຫ່ວງ​ອີກ​ແລ້ວ. ໄລ​ຍະ​ຜ່ານ​ມາ, ເມື່ອ​ເດີນ​ເຮືອ​ໄປ​ຫາ​ປາ, ຖ້າ​ຫາກຊາວ​ປະ​ມົງຖືກ​ອຸ​ປະ​ຕິ​ເຫດ, ເຈັບ​ເປັນ​ຢ່າງ​ກະ​ທັນ​ຫັນ ກໍ​ເຂົ້າ​ປິ່ນ​ປົວ​ໃນ​ເກາະ​ເລີຍ ແລະ ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລ, ຊ່ວຍ​ເຫຼືອ​ຈາກ​ແພດ​ໝໍ​ຢ່າງ​ສຸດ​ໃຈ. ຂ້າ​ພະ​ເຈົ້າ​ຕື້ນ​ຕັນ​ໃຈ​ຕໍ່​ໜ້າ​ນ້ຳ​ໃຈ​ຂອງ​ບັນ​ດາ​ແພດ​ໝໍ​ໃນ​ເກາະ​ເຈື່ອງ​ຊາ ແລະ ເກາະນາມ​ອຽດ. ເຖິງວ່າ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ, ແຕ່​ບັນ​ດາ​ພະ​ນັກ​ງານແພດ​ໝໍເສ​ນາ​ລັກ ຍາມ​ໃດ​ກໍ​ເປັນ​ຫ່ວ​ງ​ເປັນ​ໄຍ​ໃຫ້​ຊາວ​ປະ​ມົງ​ເມື່ອ​ເດີນ​ເຮືອ​ໄປ​ຫາ​ປາ​ຢູ່​ເກາະ​ເຈື່ອງ​ຊາ, ເມື່ອ​ຖືກ​ອຸ​ປະ​ຕິ​ເຫດ, ເຂົາ​ເຈົ້າ​ກໍ​ໄດ້​ແລ່ນ​ເຮືອ​ໄປ​ຮອດ​ບ່ອນ​ເພື່ອ​ຮັບສົ່ງ​ໄປ​ເກາະ ແລະ ປິ່ນ​ປົວ​ສຸກ​ເສີນ  ”

    ພາຍຫຼັງ​ດຳ​ເນີນ​ການ​ຜ່າ​ຕັດ​ເປັນ​ເວ​ລາ​ເກືອບ 2 ຊົ່ວໂມງ, ທ່ານ​ໝໍ ຫງວຽນ​ດີງ​ແທງ​ໄດ້​ປະ​ກ​າດ​ດ້ວຍ​ຄວາມ​ພູມ​ໃຈ​ວ່າ ກໍ​ລະ​ນີ​ຜ່າ​ຕັດ​ໄດ້​ສຳ​ເລັດ​ຜົນ. ທ່ານ​ໝໍ ຫງວຽນ​ດີງ​ແທງ​ ແບ່ງ​ປັນ​ວ່າ ພໍ່​ແມ່​ພີ​ຍ້ອງ​ຊາວ​ປະ​ມົງຫຼາຍ​ຄົນ​ເມື່ອ​ເດີນ​ທະ​ເລ​ໄປ​ຈັບ​ຫາ​ປາ, ຖ້າ​ຫ​າກ​ຖືກ​ບາດ​ເຈັບ​ຢູ່​ກ້າມ​ຊີ້ນ, ໂດຍ​ທົ່ວ​ໄປ​ແລ້ວ ກໍ​ປິ່ນ​ປົວ​ແບບ​ປະ​ຖົມ​ພະ​ຍາ​ບານ, ແລ້ວ​ກໍ​ສືບ​ຕໍ່​ເຮັດ​ວຽກ, ດັ່ງ​ນັ້ນ ບາດ​ແຜ​ອາດ​ຈະ​ຖືກ​ໃຄ່​ບວມ, ຊຶມ​ເຊື້ອ​ຄື ກໍ​ລະ​ນີ​ອ້າຍຝ້າມ​ຮ່​ວາເປັນ​ຕົ້ນ. ທ່ານ​ໝໍ ຫງວຽນ​ດີງ​ແທງ​ ເວົ້າ​ວ່າ :    

     “ ຢູ່​ສຸກ​ສາ​ລາ​ແຫ່ງນີ້, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ປະ​ກອບ​ພາ​ຫະ​ນະ​ອຸ​ປະ​ກອນ​ການ​ແພດ​ຮັບ​ໃຊ້​ການ​ຜ່າ​ຕັດ, ຈາກ​ກໍ​ລະ​ນີ​ຜ່າ​ຕັດ​ທຳ​ມະ​ດາ​ຕະຫຼອດ​ຮອດ​ກໍ​ລະ​ນີ​ຜ່າ​ຕັດ​ສັບ​ສົນ​ຄື: ຜ່າ​ຕັດ​ກະ​ດູດ​ຂາ, ທ້ອງ, ໜ້າ​ເອິກ…ທາງ​ດ້ານ​ວິ​ຊາ​ຊີບ, ສຸກ​ສາ​ລາ​ມີ​ທ່ານ​ໝໍ​ປິ່ນ​ປົວ​ເຂດນອ​ກ​ 1 ທ່ານ, ເຂດ​ໃນ 1 ທ່ານ ພ້ອມ​ກັບ​ພະ​ນັກ​ງານ​ແພດ​ຢູ່​ຂະ​ແໜງ​ຕ່າງໆ  ”

      ຕາ​ແສງ​ເກາະ ຊອງ​ຕື​ໄຕ ແມ່ນນອນ​ໃນ​ກຸ່ມ​ເກາະ​ທາງທິດເໜືອ​ຂອງ​ມູ່​ເກາະ​ເຈື່ອງ​ຊາ. ສຸກ​ສາ​ລາ ຊອງ​ຕື​ໄຕ ໄດ້​ຮັບ​ການ​ລົງ​ທຶນກໍ່​ສ້າງ​ຢ່າງ​ຄົບ​ຊຸດ ແລະ ທັນ​ສະ​ໄໝ​ຊຶ່ງ​ປະ​ກອບ​ດ້ວຍ​ບັນ​ດາ​ຫ້ອງກວດ​ເຂດນອກ, ເຂດ​ໃນ ແລະ ລະ​ບົບ​ເຄື່ອງ​ສ່ອງ​ລັງສີ. ໃນ​ປີ 2016 ທີ່​ຜ່ານ​ມາ, ສຸກ​ສາ​ລາ​ໄດ້​ກວດ ແລະ ປິ່ນ​ປົວ​ໃຫ້​ຄົນ​ເຈັບ​ກວ່າ 1.300 ເທື່ອ​ຄົນ. ແພດ​ຊັ້ນ​ສູງ ຮ່​ວາງ​ຈີ້​ຈຸງ ສັງ​ກັດ ສຸກ​ສາ​ລາ ຊອງ​ຕື​ໄຕ ໃຫ້​ຮູ້​ວ່າ : ຜ່ານ​ໄລ​ຍະ​ປະ​ຕິ​ບັດ​ງານ​ຢູ່​ເກາະ​ເປັນ​ເວ​ລາ 4 ເດືອນ, ລາວ​ຈື​ດີ​ທີ່​ສຸດ​ກ່ຽວ​ກັບ​ກໍ​ລະ​ນີ​ປິ່ນ​ປົວສຸກ​ເສີນໃຫ້​ຄົນ​ເຈັບ​ຖືກ​ອຸ​ປະ​ຕິ​ເຫດ​ໃນ​ການ​ອອກ​ແຮ​ງງານຊຶ່ງ​ທັງ​ທິມ​ງານ​ແພດ​ໝໍ​ພັດ​ປ່ຽນ​ກັນ​ເບິ່ງ​ແຍງ, ປິ່ນ​ປົວໃນ​ຕະຫຼອດ​ຄືນ. 

    “ ກໍ​ລະ​ນີ​ຄົນ​ເຈັບ​ນີ້, ຖ​້າ​ຫາກ​ຢູ່​ດິນ​ຕໍ່​ແຜ່ນ ອາດ​ຈະ​ໃຊ້​ເຄື່ອງ​ຈັກ​ກະ​ຕຸ້ນ​ລະ​ບົບ​ຫາຍ​ໃຈ​ສຸກ​ເສີນ​ໃຫ້​ຄົນ​ເຈັບ​ຢ່າງວ່ອງ​ໄວ. ແຕ່​ຢູ່​ສຸກ​ສາ​ລາບໍ່​ມີເຄື່ອງ​ຈັກ, ດັ່ງ​ນັ້ນ​ພວກ​ຂ້າ​ພະ​ເຈົ້າຕ້ອງ​ໃຊ້​ມື​ເພື່ອ​ກະ​ຕຸ້ນ​ລະ​ບົບ​ຫາຍ​ໃຈ​ໃຫ້​ຄົນ​ເຈັບ, ຮອດ​ຕອນ​ທ່ຽງ​ຈຶ່ງ​ມີ​ເຮືອ​ບິນ​ເອ​ລີ​ກອບ​ເຕີ​ມາ​ຮັບ​ໄປ​ປິ່ນ​ປົວ​ຢູ່​ດິນ​ຕໍ່​ແຜ່ນ ”

       ທ່ານ​ໝໍ​ຈິ້ງ​ດີງ​ຢຸ້ງ ຫົວ​ໜ້າ​ສຸກ​ສາ​ລາ ຊອງ​ຕື​ໄຕ​ໃຫ້​ຮູ້​ວ່າ ວຽກ​ງານ​ຢູ່​ເກາະ​ແມ່ນ​ແຕກ​ຕ່າງ​ກັບ​ວຽກ​ງານ​ຢູ່​ດິນ​ຕໍ່​ແຜ່ນ, ບັນ​ດາ​ແພດ​ໝໍ​ຢູ່ນີ້ຕ້ອງກວດ ແລະ ປິ່ນ​ປົວ​ໃຫ້​ບັນ​ດາຄົນ​ເຈັບດ້ວຍ​ອາ​ການ​ຕ່າງໆ​ເຊັ່ນ: ເປັນ​ໄຂ້, ອຸ​ປະ​ຕິ​ເຫດ, ອັກ​ເສບ​ໄສ້​ຕີງ….ເຖິງວ່າ​ມີ​ຄວາມ​ລຳ​ບາກ​ກໍ​ຕາມ, ແຕ່ທ່ານ​ໝໍ​ຈິ້ງ​ດີງ​ຢຸ້ງແບ່ງ​ປັນ​ວ່າ : ຈາກ​ບັນ​ດາ​ກໍ​ລະ​ນີ​ປິ່ນ​ປົວ​ສຸກ​ເສີນນັ້ນ, ລະ​ດັບ​ວິ​ຊ​າ​ສະ​ເພາະ​ຂອງ​ຖັນ​ແຖວ​ແພດ​ໝໍ​ຢູ່ນີ້​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ທ່ານ​ໝໍ​ຈິ້ງ​ດີງ​ຢຸ້ງເວົ້າ​ວ່າ : 

    “ ໄປ​ປະ​ຕິ​ບັດ​ງານ​ຢູ່​ເກາະ, ພວກ​ຂ້າ​ພະ​ເຈົ້າ​ຕ່າງ​ກໍ​ຕັດ​ສິນ​ໃຈ, ພະ​ຍາຍາມເຮັດຫຼ້ອນ​ໜ້າ​ທີ່​ວຽກ​ງານ​ໃນ​ເກາະ. ເຖິງວ່າ​ຢູ່​ຫ່າງ​ໄກ​ຈາກ​ຄອບ​ຄົວ​ກໍ​ຕາມ, ແຕ່​ບັນ​ດາອ​້າຍ​ນ້ອງ​ໃນ​ເກາະ ກໍ​ລ້ວນ​ແຕ່ລະ​ດົມ​ໃຈກັນ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ເຮັດຫຼ້ອນ​ໜ້​າ​ທີ່ ”

     ດ້ວຍ​ໜ້າ​ທີ່ ແລະ ລະ​ດັບ​ວິ​ຊາ​ຊີບ​ຂອງ​ຕົນ, ບັນ​ດາ​ແພດ​ໝໍ​ເສ​ນາ​ລັກ​ຢູ່​ເມືອງ​ເກາະ​ເຈື່ອງ​ຊາ​ຍັງ​ຄົງ​ເບິ່ງ​ແຍງ​ດູ​ແລ​ເພື່ອ​ຮັບ​ປະ​ກັນ​ສຸ​ຂະ​ພາບ​ໃຫ້​ແກ່​ພະ​ນັກ​ງານ, ນັກ​ຮົບ, ປະ​ຊາ​ຊົນ ແລະ ຊາວ​ປະ​ມົງ​ໃນ​ແຕ່​ລະ​ວັນ, ແຕ່​ລະ​ຊົ່ວ​ໂມງ ເພື່ອ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ໝັ້ນ​ໃຈປະ​ຕີ​ບັດ​ວຽກ​ງານ​ໃນ​ເກາະ, ເດີນ​ເຮືອ​ໄປ​ຫາ​ປາ, ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທີ່​ສັກ​ກະຫຼະ​ບູ​ຊາ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ