“ເຮືອນແພຄ້ອງຄໍແດງ” ແຫ່ງຄວາມອົບອຸ່ນ

(VOVWORLD) -   “ເຮືອນແພຄ້ອງຄໍແດງ” ແມ່ນການໂຄງການທີ່ມີຄວາມໝາຍຂອງກອງເຍົາວະຊົນນຳໜ້າໂຮ່ຈິມິນ ເພື່ອແນໃສ່ຊ່ວຍໃຫ້ພວກນ້ອງເຍົາວະຊົນບືນຕົວຂຶ້ນປະຕິບັດໂຄງການນີ້. ສະພາກອງເຍົາວະຊົນເມືອງ ອູມິນເຖື້ອງ ໄດ້ມອບເຮືອນຫຼາຍຫຼັງໃຫ້ແກ່ບັນດາຄອບຄົວສະມາຊິກໃນກອງ ເພື່ອແບ່ງປັນຄວາມຫຍຸ້ງຍາກ ແລະ ຊ່ວຍພວກນ້ອງນັກຮຽນມີຄວາມໝັ້ນໃຈໄປໂຮງຮຽນ
“ເຮືອນແພຄ້ອງຄໍແດງ”  ແຫ່ງຄວາມອົບອຸ່ນ - ảnh 1ພິທີມອບຮັບ“ເຮືອນແພຄ້ອງຄໍແດງ” ໃຫ້ນັກຮຽນທຸກຍາກ 

ນ້ອງແຢງຖາວງວຽນ ນັກຮຽນຫ້ອງ ປ3 ໂຮງຮຽນປະຖົມ ວໍ້ເຈືອງຕວານ ທີ່ຕາແສງແຄ້ງເລີມ, ເມືອງອູມິນ, ແຂວງກາເມົາ ແມ່ນເອື້ອຍກົກໃນຄອບຄົວທີ່ມີເອື້ອຍນ້ອງນຳກັນທັງໝົດ 3 ຄົນ. ຖາວງວຽນ ແມ່ນເດັກກຳພ້າພໍ່, ດັ່ງນັ້ນ ພາລະແບກຫາບໃນຄອບຄົວ ກໍ ລ້ວນແຕ່ໂດຍແມ່ນແມ່ຂອງຖາວງວຽນ ເປັນຜູ້ແບກຫາບ. ແມ່ໝ້າຍຄົນນີ້ ຕ້ອງໄປເຮັດຮັບຈ້າງວຽກງານທຸກຢ່າງ ເພື່ອຫາເງິນລ້ຽງຄອບຄົວ, ແຕ່ກໍພໍ່ກິນ.

    ຖາວງວຽນ ໄດ້ເຂົ້າໃຈເຖິງຄວາມຫຍຸ້ງຍາກລຳບາກຂອງແມ່, ດັ່ງນັ້ນ ນ້ອງໄດ້ພະຍາຍາມຮ່ຳຮຽນ ແລະ ໄດ້ຮັບນາມມະຍົດນັກຮຽນເກັ່ງໃນ 2 ປີລຽນຕິດ. ຕາມສະພາບຄອບຄົວເຊັ່ນນັ້ນ, ສະພາກອງເຍົາວະຊົນເມືອງ ອູມິນ ໄດ້ຕົກລົງມອບ “ເຮືອນແພຄ້ອງຄໍແດງ” ທີ່ມີຄູນຄ່າ 35 ລ້ານດົງໃຫ້ນ້ອງ. ນີ້ແມ່ນຈຳນວນເງິນໂດຍ ສະພາກອງເຍົາວະຊົນເມືອງ ອູມິນເຖື້ອງ ຂົນຂວາຍການແຜ່ບໍລິຈາກຂອງ ບັນດາ ຄູອາຈານ, ພວກນ້ອງນັກຮຽນ, ບັນດາຜູ້ໃຈບຸນໃຈກຸສົນ. ໂດຍມີຄວາມຕື້ນຕັນໃຈເມື່ອຍ້າຍມາຢູ່ເຮືອນຫຼັງໃໝ່, ປ້າຫຼີທິຮຽນ ຊຶ່ງແມ່ນແມ່ຍາຍຂອງ ຖາວງວຽນ ເວົ້າວ່າ :

    “   ພວກອ່າວ, ພວກລຸງໄດ້ມອບເຮືອນໃຫ້ຫຼານຂ້າພະເຈົ້າ, ຂ້າພະເຈົ້າຂອບໃຈຫຼາຍຫຼາຍ. ຂ້າພະເຈົ້າດີໃຈຫຼາຍ. ສະພາບຄອບຄົວປະສົບກັບຄວາມຫຍຸ້ງຍາກ. ຖາວງວຽນແມ່ນເດັກກຳພ້າພໍ່.  ພໍ່ແມ່ພີນ້ອງ, ຄູອາຈານໄດ້ຊ່ວຍເຫຼືອໃຫ້ມັນ ມີບ່ອນຢູ່ທີ່ດີເພື່ອຮ່ຳເພື່ອຮຽນ. ຂ້າພະເຈົ້າສະແດງຄວາມຂອບໃຈ”

   ຄອບຄົວນ້ອງຝ້າມເລີມຢາລິງ ນັກຮຽນຫ້ອງ ປ4 ໂຮງຮຽນປະຖົມ ເວືອງຍິຈີທີ່ຕາແສງ ຫງວຽນຟິກ, ເມືອງອູມິນ ກໍມີສະບຄອບຄົວເຊັ່ນດຽວກັນ. ໃນຄວາມຫຍຸ້ງຍາກລຳບາກ, ແຕ່ນ້ອງຍັງພະຍາຍາມເພື່ອບັນລຸນາມມະຍົດນັກຮຽນເກັ່ງໃນຫຼາຍປີລຽນຕິດ. ຫວ່າງແລ້ວນິີ້, ສະພາກອງເຍົາວະຊົນເມືອງ ອູມິນ ໄດ້ຕົກລົງໃຫ້ກໍ່ສ້າງ “ເຮືອນແພຄ້ອງຄໍແດງ” ເພື່ອມອບໃຫ້ນັກຮຽນທຸກຍາກຄົນນີ້.      ນ້ອງຝ້າມເລິມຢາລິງ ເວົ້າວ່າ :

  “ ເຮືອນຂອງລູກເມື່ອກ່ອນນີ້, ເມື່ອເກີດຝົນຕົກໜັກ,  ລູກກໍຢ້ານມັນພັງຖະຫຼົ່ມ. ລູກພ້ອມກັບແມ່ ແລະ ນ້ອງຂອງລູກ ກໍຕ້ອງໄປຂໍຢູ່ເຮືອນໃກ້ຄຽງ. ເມື່ອໄດ້ຮັບເຮືອນໃໝ່, ລູກດີໃຈຫຼາຍ. ລູກໝັ້ນໝາຍວ່າ ຈະຮຽນໃຫ້ເກັ່ງເພື່ອສົມກັບບຸນຄຸນຂອງຄູອາຈານ, ຂອງທຸກໆຄົນທີ່ໄດ້ສະຫງວນໃຫ້ລູກ”

     ທ່ານນາງ ຫງວຽນຫວຽດຈິງ, ເລຂາຄະນະຊາວໜຸ່ມເມືອງ, ປະທານ ສະພາກອງເຍົາວະຊົນເມືອງ ອູມິນ ໃຫ້ຮູ້ວ່າ : ໄລຍະທີີ່ຜ່ານມາ, ສະພາກອງເຍົາວະຊົນເມືອງ ອູມິນ ໄດ້ໃຫ້ກໍ່ສ້າງ “ເຮືອນແພຄ້ອງຄໍແດງ” 11 ຫຼັງ ແລະ ໄດ້ຈັດພິທີມອບຮັບ ແລະ ນຳເຂົ້ານຳໃຊ້ແລ້ວ. ວຽກງານນີ້ ບໍ່ພຽງແຕ່ຊ່ວຍບັນດານັກຮຽນທຸກຍາກມີເປັນຢູ່ແບບຖາວອນ, ແມ່ນກຳລັງໜູນຊຸກຍູ້ພວກນ້ອງນັກຮຽນທຸກຍາກບືນຕົວຂຶ້ນ ເທົ່ານັ້ນ, ຫາກຍັງເປັນເປັນສຶກສາອົບຮົມມູນເຊື້ອ  ອຸ້ມຊູຊ່ວຍເຫຼືອຊຶ່ງກັນແລະກັນອີກດ້ວຍ.    ທ່ານນາງຫງວຽນຫວຽດຈິງ, ເລຂາຄະນະຊາວໜຸ່ມເມືອງ, ປະທານ ສະພາກອງເຍົາວະຊົນເມືອງ ອູມິນ ໃຫ້ຮູ້ວ່າ :

    “ ການກໍ່ສ້າງ “ເຮືອນແພຄ້ອງຄໍແດງ” ແມ່ນເພື່ອແນໃສ່ຈຸດປະສົງຊ່ວຍເຫຼືອພວກນ້ອງເຍົາວະຊົນທີ່ມີ ສະພາບຄອບຄົວປະສົບກັບຄວາມຫຍຸ້ງຍາກ. ເຮັດແນວໃດເພື່ອໃຫ້ພວກນ້ອງມີເຮືອນຢູ່ແບບຖາວອນ, ເພື່ອສືບຕໍ່ສູ້ຊົນຮ່ຳຮຽນໃຫ້ດີ. ໄລຍະທີ່ຜ່ານມາ, ສະພາກອງເຍົາວະຊົນເມືອງ ອູມິນເຖື້ອງ ໄດ້ເພີ່ມລະດັບການໜູນຊ່ວຍເຖິງ 35 ລ້ານດົງ. ເຮັດແນວໃດ ເມື່ອຄອບຄົວໄດ້ຮັບການໜູຊ່ວຍເຊັ່ນນັ້ນ, ກໍສາມາດປຸກໄດ້ເຮືອນທີ່ໃຫຍ່ກວ່າ ແລະ ສາມາດນຳໃຊ້ໄດ້ຍາວນານ ແລະ ມີປະສິດທິຜົນ ”

     “ເຮືອນແພຄ້ອງຄໍແດງ” ແມ່ນໜຶ່ງໃນບັນດາໂຄງການທີ່ມີລັກສະນະວັດທະນະທຳມະນຸດ. ບັນດາເຮືອນຫຼັງນີ້ໄດ້ຮັບການປຸກສ້າງຂຶ້ນບົນເນື້ອທີ່ດິນຂອງປ່າ ອູມິນຫ້າ ອັນໄດ້ປະກອບສ່ວນຊ່ວຍບັນດາສະມາຊິກກອງເຍົາວະຊົນຢູ່ແຫ່ງນີ້ ມີຄວາມໝັ້ນໃຈຮ່ຳຮຽນໃຫ້ດີ.  ນີ້ແມ່ນວຽກງານທີ່ມີຄວາມໝາຍທີ່ສຸດ ຊຶ່ງ ສະພາກອງເຍົາວະຊົນເມືອງ ອູມິນ , ແຂວງກາເມົາ ໄດ້ ແລະ ພວມຜັນຂະຫຍາຍປະຕິບັດ ເພື່ອຊ່ວຍໃຫ້ພວກນ້ອງນັກຮຽນທຸກຍາກມີເຮືອນຢູ່ແບບຖາວອນ,  ແລະ ມີຄວາມອຸ່ນອຽນໃຈສືບຕໍ່ສູ້ຊົນຮ່ຳຮຽນໃຫ້ດີ.

ຕອບກັບ

ຂ່າວ/ບົດ​ອື່ນ