ແຂວງ ບັກນິງ ຊ່ວຍໜູນແມ່ຍິງເລີ່ມຕົ້ນທຸລະກິດຢ່າງມີປະສິດທິຜົນ

(VOVWORLD) -ປີ 2017 ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຊັນອະນຸມັດແຜນຊ່ວຍໜູນແມ່ຍິງເລີ່ມຕົ້ນທຸລະກິດໄລຍະ 2017-2025 ແລະ ມອບໝາຍໜ້າທີ່ໃຫ້ສູນກາງສະຫະພັນແມ່ຍິງ ຫວຽດນາມ ຮັບຜິດຊອບດ້ວຍເປົ້າໝາຍຫັນບັນດາແນວຄວາມຄິດເລີ່ມຕົ້ນທຸລະກິດ ຂອງແມ່ຍິງໃຫ້ປະກົດຜົນເປັນຈິງ, ປະກອບສ່ວນພັດທະນາເສດຖະກິດຂອງເທດຊາດ ແລະ ປະຕິບັດຍຸທະສາດແຫ່ງຊາດ ກ່ຽວກັບຄວາມສະເໜີພາບລະຫວ່າງຍິງຊາຍ. ຢູ່ແຂວງ ບັກນິງ, ພາຍຫຼັງທີ່ໄດ້ຜັນຂະຫຍາຍແຜນດັ່ງກ່າວມາໄດ້ເປັນເວລາກວ່າໜຶ່ງປີ, ໃນເບື້ອງຕົ້ນກໍ່ໄດ້ເສີມຂະຫຍາຍປະສິດທິຜົນ, ປຸກລຸກຄວາມສາມາດບົ່ມຊອ້ນຂອງແມ່ຍິງ ເພື່ອຢັ້ງຢືນແມ່ຍິ່ງ ອາດສາມາດສ້າງເສດຖະກິດເກັ່ງໄດ້
ແຂວງ ບັກນິງ ຊ່ວຍໜູນແມ່ຍິງເລີ່ມຕົ້ນທຸລະກິດຢ່າງມີປະສິດທິຜົນ  - ảnh 1ຮູບແບບປູກຜັກສະອາດຂອງແມ່ຍິງເມືອງ ຢາບີງ 

ໂດຍແມ່ນຊ່າງຕັດຫຍິບເຮັດຮັບຈ້າງຄົນໜຶ່ງ. ນາງ ຫງວຽນທິແທັ່ງ ຢູ່ຕາແສງ ດ້າຍລາຍ, ເມືອງ ຢາບິ່ງ ແຂວງ ບັກນິງ, ເຖິງວ່າມີຄວາມລຳບາກກໍ່ຕາມ ແຕ່ລາຍຮັບໃຊ້ຈ່າຍກໍ່ບໍ່ພໍໃຊ້ຈ່າຍໃນການລ້ຽງລູກໄປໂຮງຮຽນ. ປີ 2018 ນາງແມ່ນໜຶ່ງໃນບັນດາຜູ້ຄົນທຳອິດທີ່ໄດ້ຊົມໃຊ້ຈາກແຫຼ່ງທຶນຊ່ວຍໜູນ ຈາກກອງທຶນຊ່ວຍໜູນແມ່ຍິງເລີ່ມຕົ້ນທຸລະກິດ ຂອງສະຫະພັນແມ່ຍິງແຂວງ ບັກນິງ. ເວລານັ້ນ ນາງ ແທັ່ງ ກໍ່ໄດ້ຕັດສິນໄປຮຽນຕັດຫຍິບເສື້ອຍາວ. ພາຍຫຼັງທີ່ໄດ້ຮຽນວິຊາຊີບແລ້ວ, ນາງໄດ້ເປີດຮ້ານຕັດຫຍິບເສື້ອຍາວ. ຮອດປັດຈຸບັນ ພາຍຫຼັງເຄື່ອນໄຫວເປັນເວລາກວ່າໜຶ່ງປີ, ໂຮງຕັດຫຍິບຂອງນາງກໍ່ມີຈັກຕັດຫຍິບ 20 ເຄື່ອງ ແລະ ແຮງງານຍິງ 15 ຄົນ. ນາງຍັງສາມາດສ້າງເງື່ອນໄຂສະດວກ ໃຫ້ແກ່ເອື້ອຍນ້ອງແມ່ຍິງຫຼາຍຄົນ ທີ່ມີສະພາບຄອບຄົວຫຍຸ້ງຍາກ ແລະ ຄົນພິການໄດ້ຮຽນວິຊາຊີບ. ຜະລິດຕະພັນ ແລະ ເຄື່ອງໝາຍການຄ້າເສື້ອຍາວຂອງນາງ ແທັ່ງ ໃນປັດຈຸບັນບໍ່ພຽງແຕ່ຮັບໃຊ້ຄວາມຕ້ອງການຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງຮັບໃຊ້ໃຫ້ແກ່ເພື່ອນມິດສາກົນອີກດ້ວຍ.  ນາງ ຫງວຽນທິແທັ່ງ ເວົ້າວ່າ:

      “ໃນເບື້ອງຕົ້ນ, ຂ້າພະເຈົ້າໄດ້ກູ້ຢືມເງິນ 350 ລ້ານດົ່ງ ເພື່ອກໍ່ສ້າງໂຮງຕັດຫຍິບ ແລະ ຊື່ຈັກຕັດຫຍິບ. ຂ້າພະເຈົ້າຕ້ອງຮັບໃຊ້ຄວາມຕ້ອງການຕັດຫຍິບດ້ວຍຄຸນນະພາບສູງ, ດັ່ງນັ້ນກໍ່ຕ້ອງການທຶນຮອນເພື່ອພັດທະນາ ເຮົາຂາຍເຄື່ອງດ້ວຍວິທີແນະນຳຜ່ານສື່ສັງຄົມ ກໍ່ໄດ້ຮັບຄວາມສົນໃຈຈາກລູກຄ້າຢ່າງຫຼວງຫຼາຍ”.

     ສ່ວນນາງ ຫງວຽນທິລານ ເຊິ່ງເຄີຍແມ່ນປະທານສະຫະພັນແມ່ຍິງຕາແສງ ແກັ໋ງຮຶງ, ເມືອງ ຕຽນຢູ, ຈາກຄວາມຈິງທີ່ຫຼາຍຄອບຄົວໃນບ້ານ ໃນຕາແສງໄດ້ປະລະໄຮ່ນາຮົ້ວສວນຍ້ອນປູກສາລີລຳບາກ, ປະສິດທິຜົນເສດຖະກິດພັດບໍ່ສູງ, ນາງ ລານ ໄດ້ກ້າຫານກູ້ຢືມເງິນ 900 ລ້ານດົ່ງ ຈາກກອງທຶນແມ່ຍິງເລີ່ມຕົ້ນທຸລະກິດຂອງເມືອງ ຕຽນຢູ ເພື່ອຮັບເໝົາເນື້ອທີ່ດິນ 3,5 ເຮັກຕາ ເພື່ອປູກໜໍ່ໄມ້ຝະລັ່ງ. ແຜນການນີ້ກໍ່ຊ່ວຍໃຫ້ນາງສາມາດສ້າງລາຍຮັບສູງແຕ່ 80.000 ຫາ 100.000 ດົ່ງຕໍ່ກິໂລກາມ. ນາງ ຫງວຽນທິລານ ໃຫ້ຮູ້ວ່າ:

     “ຂ້າພະເຈົ້າເອງກໍ່ມີຄວາມຫວັງວ່າເຮົາຈະເຮັດກ່ອນ, ຫຼັງຈາກນັ້ນມີປະສົບການ, ມີແຫຼ່ງລາຍຮັບທີ່ດີ ຈຶ່ງຈະຜັນຂະຫຍາຍໃຫ້ແກ່ສະມາຊິກໃນສະມາຄົມພ້ອມກັນເຮັດ, ຂ້າພະເຈົ້າຢາກຫັນປ່ຽນແນວປູກທີ່ມີສະມັດຕະພາບຕ່ຳ ແລະ ປະສິດທິຜົນບໍ່ສູງ ເພື່ອໃຫ້ເຂົາເຈົ້າເພີ່ມລາຍຮັບ, ສ້າງການພັດທະນາເສດຖະກິດ”.

     ການຕົກລົງຂອງນາຍົກລັດທະມົນຕີ ຫວຽດນາມ ກ່ຽວກັບການຜັນຂະຫຍາຍປະຕິບັດແຜນຊ່ວຍໜູນ ແມ່ຍິງເລີ່ມຕົ້ນເສດຖະກິດໄລຍະ 2017-2025 ໄດ້ຖືກແຂວງ ບັກນິງ ມອບໝາຍໃຫ້ສະຫະພັນແມ່ຍິງແຂວງ ບັກນິງ ເປັນເຈົ້າການສົມທົບກັບບັນດາພະແນກ, ຂະແໜງການ ແລະ ທະນາຄານນະໂຍບາຍສັງຄົມແຂວງ  ຜັນຂະຫຍາຍປະຕິບັດນັບແຕ່ຊຸມເດືອນຕົ້ນປີ 2018. ດ້ວຍຄວາມພະຍາຍາມແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງຄ້າງຄາ, ພາຍຫຼັງຜັນຂະຫຍາຍເປັນເວລາກວ່າໜຶ່ງປີ, ແຂວງ ບັກນິງ ໄດ້ຊ່ວຍໜູນປ່ອຍເງິນກູ້ຢືມໃຫ້ແກ່ 29 ກໍລະນີ. ມາຮອດປັດຈຸບັນບັນດາແນວຄວາມຄິດກໍ່ລ້ວນແຕ່ປະສົບຜົນສຳເລັດ. ນາງ ຫງວຽນທິຮັ່ງ ຮອງປະທານສະຫະພັນແມ່ຍິງແຂວງ ບັກນິງ ໃຫ້ຮູ້ວ່າ:

     “ທ້າຍປີ 2018, ພວກຂ້າພະເຈົ້າໄດ້ເປັນເສນາທິການນຳສະເໜີຕໍ່ຄະນະກຳມະການປະຊຳຊົນແຂວງ ແລະ ທາງແຂວງໄດ້ສະໜອງເງິນ 30 ຕື້ດົ່ງຈາກແຫຼ່ງທຶນຂອງທ້ອງຖິ່ນ ເພື່ອຍົກຈຳນວນທຶນທັງໝົດຂອງພວກຂ້າພະເຈົ້າ ຂຶ້ນເປັນ 50 ຕື້ດົ່ງ ໂດຍຜ່ານທະນາຄານນະໂຍບາຍສັງຄົມ ເພື່ອຊ່ວຍໜູນເອື້ອຍນ້ອງແມ່ຍິງເລີ່ມຕົ້ນທຸລະກິດ, ຈະສົມທົບກັບທະນາຄານເພື່ອກວດກາ ແລະ ປ່ອຍເງິນ ເພື່ອສ້າງເງື່ອນໄຂໃຫ້ແກ່ເອື້ອຍນ້ອງແມ່ຍິງສ້າງເສດຖະກິດ”.

     ບັນດາໝາກຜົນທີ່ແມ່ຍິງແຂວງ ບັກນິງ ເວົ້າສະເພາະ ແລະ ແມ່ຍິງຂອງບັນດາແຂວງ, ນະຄອນໃນທົ່ວປະເທດພວມຜັນຂະຫຍາຍ ການເຄື່ອນໄຫວຊ່ວຍໜູນແມ່ຍິງເລີ່ມຕົ້ນທຸລະກິດ ກໍ່ແມ່ນພື້ນຖານເພື່ອຢັ້ງຢືນຄວາມສາມາດບົ່ມຊ້ອນ, ກຳລັງແຮງໃນການປະດິດຄິດສ້າງ ແລະ ພິເສດແມ່ນຄວາມດຸໝັ່ນຂະຫຍັນພຽນ ຮັກອອກແຮງງານຂອງແມ່ຍິງ ຫວຽດນາມ. ຈາກບັນດາຮູບແບບທີ່ດີ, ວິທີການປະຕິບັດທີ່ດີ, ອາດຈະເຫັນວ່າແມ່ຍິງເລີ່ມຕົ້ນທຸລະກິດບໍ່ຍາກ ແລະ ສາມາດປະກອບສ່ວນຫຼາຍກວ່າອີກເຂົ້າໃນການພັດທະນາເສດຖະກິດຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ