ແຂວງຊອກຈັງປະຕິບັດນະໂຍບາຍ ຕອບບຸນແທນຄຸນ ຕໍ່ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ

(VOVWORLD) -ແຂວງຊອກຈັງປະຕິບັດນະໂຍບາຍ ຕອບບຸນແທນຄຸນ ຕໍ່ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ. ການເອົາໃຈໃສ່ເບິ່ງແຍງດູແລ,   ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງ ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນັກຮົບ ເສຍສະຫຼະຊີວິດເພື່ອປະເທດຊາດ ແລະ ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ແມ່ນນະໂຍບາຍສະເໝີຕົ້ນ ສະເໝີປາຍຂອງພັກ ແລະ  ລັດຫວຽດນາມ ສະແດງໃຫ້ເຫັນຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ”. ແຜນນະໂຍບາຍນີ້ ປະກອບສ່ວນຮັບປະກັນການຊ່ວຍໜູນສັງຄົມ ແລະ ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈ ໃຫ້ແກ່ບັນດາຜູ້ທີ່ມີຄຸນງາມຄວາມດີ ຕໍ່ປະເທດຊາດເທື່ອລະກ້າວ ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ
ແຂວງຊອກຈັງປະຕິບັດນະໂຍບາຍ ຕອບບຸນແທນຄຸນ  ຕໍ່ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ  - ảnh 1ການຢ້ຽມຢາມຖາມຂ່າວຄອບຄົວຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດໄດ້ປະຕິບັດຢ່າງເປັນປະຈຳ 

ໃນມື້ຮັບເຮືອນໃໝ່ຂອງທ່ານ ໂງຫຽວ ສະມາຊິກ ສະມາຄົມນັກຮົບປະຕິວັດ ຢູ່ນະຄອນ ຊອກຈັງ ມີຄວາມພາກພູມໃຈທີ່ສຸດ. ທ່ານ ຫຽວ ໄດ້ເຂົ້າຮ່ວມການປະຕິວັດນັບແຕ່ຊຸມປີ 1960 ແລະ ໄດ້ຖືກສັດຕູຈັບກຸມຄຸມຂັງ ເມື່ອປີ 1968. ເນື່ອງຈາກສະພາບຄອບຄົວປະສົບກັບຄວາມຫຍຸ້ງຍາກ, ເປັນຕົ້ນແມ່ນກ່ຽວກັບເຮືອນຢູ່. ເມື່ອບໍ່ດົນມານີ້, ທ່ານໄດ້ຮັບເຮືອນແຫ່ງມະຫາສາມັກຄີ ທີ່ມີມູນຄ່າ 40 ລ້ານດົ່ງ ຈາກຄະນະຂົນຂວາຍກອງທຶນ “ເພື່ອຄົນທຸກຍາກແຂວງ ຊອກຈັງ” . ທ່ານ ຫຽວ ເວົ້າຄວາມໃນໃຈສູ່ຟັງວ່າ:

       “ໄດ້ຮັບເຮືອນໃໝ່ຫຼັງນີ້ ທັງຄອບຄົວຂອງພວກຂ້າພະເຈົ້າດີໃຈ ແລະ ມີຄວາມຜາສຸກທີ່ສຸດ. ຂ້າພະເຈົ້າຂອບໃຈ ບັນດາສະມາຊິກໃນສະມາຄົມນັກຮົບ ຖືກສັດຕູຈັບກຸມຄຸມຂັງ ເຊິ່ງໄດ້ມີຄວາມເອົາໃຈໃສ່ຊ່ວຍເຫຼືອ ຄອບຄົວຂອງພວກຂ້າພະເຈົ້າໃນຊຸມປີທີ່ຜ່ານມາ”.

     ໂດຍມີຄວາມເຂົ້າໃຈເລິກເຊິ່ງ ກ່ຽວກັບຄຸນຄ່າ ຂອງການເສຍສະຫຼະ, ການອຸທິດສ່ວນຢ່າງໃຫ່ຍຫຼວງ ຂອງບັນດານັກຮົບວິລະຊົນ ທີ່ໄດ້ເສຍສະຫຼະຊີວິດເພື່ອປະເທດຊາດ, ທະຫານເສຍອົງຄະ, ແຂວງ ຊອກຈັງ ໄດ້ມີຄວາມເອົາໃຈໃສ່ເຖິງວຽກງານເບິ່ງແຍງດູແລ ແລະ ໄດ້ມີບັນດານະໂຍບາຍຢ່າງທັນການ. ໃນໄລຍະທີ່ຜ່ານມາ ແຂວງ ຊອກຈັງ ກໍ່ໄດ້ປຸກເຮືອນໃໝ່ກວ່າ 4.300 ຫຼັງ, ສ້ອມແປງເກືອບ 3000 ຫຼັງ ໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ ລວມມູນຄ່າ 233 ຕື້ກວ່າດົ່ງ.  ແລະ ໃນມໍ່ໆມານີ້ ກອງບັນຊາການທະຫານແຂວງ ຊອກຈັງ ກໍ່ໄດ້ຈັດຕັ້ງພິທີ ມອບເງິນຊ່ວຍເຫຼືອຂອງລັດ ເພື່ອແນໃສ່ຈົດຈຳ ແລະ ເຊີດຊູບັນດາຜູ້ທີ່ມີຄຸນງາມຄວາມດີ ຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາປະເທດຊາດ ແລະ ປະຕິບັດໜ້າທີ່ສາກົນ. ປ້າ ຫງວຽນທິຕຽນ ຢູ່ເທດສະບານ ເມືອງ ຟູລົກ, ເມືອງ ແທັກຈິ ແຂວງ ຊອກຈັງ ເວົ້າວ່າ:

     “ຄາວນັ້ນແມ່ນສະໄໝຕໍ່ສູ້ກູ້ຊາດ, ເວລານັ້ນເຮົາກໍ່ຍັງໄປໂຮງຮຽນຢູ່. ແຕ່ເມື່ອເຫັນປະຈັກຕາ ພວກສັດຕູເຂົ້າມາຮຸກຮານຢຽບຢ່ຳ ບ້ານເກີດເມືອງນອນເຮົາ,    ດັ່ງນັ້ນ ເຮົາຄິດວ່າຕ້ອງລຸກຂຶ້ນ ແລະ ຕັດສິນໃຈຕີສັດຕູ. ປັດຈຸບັນ ລັດຫວຽດນາມ ໄດ້ມີລະບອບອຸດໜູນໃຫ້ແກ່ເຮົາ, ເຮົາດີໃຈຫຼາຍ. ດ້ວຍເງິນຈຳນວນນີ້ເຮົາກໍ່ສາມາດລົງທຶນ ເຂົ້າໃນການລ້ຽງໝູ, ປະກອບສ່ວນປົວແປງຊີວິດການເປັນຢູ່ໃຫ້ດີຂຶ້ນ”.

    ໃນຊຸມປີທີ່ຜ່ານມາ, ແຂວງ ຊອກຈັງ  ຍັງຍູ້ແຮງບັນດາການເຄື່ອນໄຫວ ເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ແກ່ທະຫານເສຍອົງຄະ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ດ້ວຍຄວາມເອົາໃຈໃສ່ໜູນຊ່ວຍທາງດ້ານທຶນຮອນ, ແນະນຳທາງດ້ານເຕັກນິກ ແລະ ສະໜອງແນວປູກ ສັດລ້ຽງເພື່ອຮັບໃຊ້ການຜະລິດ, ສ້າງວຽກເຮັດງານທຳ ຊ່ວຍໃຫ້ບັນດາຄອບຄົວບືນຕົວຂຶ້ນ. ລຸງ ເລວັນໂອ ຢູ່ບ້ານ ອານຟູ ເທດສະບານເມືອງ ເກ໋ແຊັກ, ເມືອງ ເກ໋ແຊັກ ເວົ້າວ່າ: 

      “ ຈາກແຫຼ່ງເງິນຂອງລະບອບນະໂຍບາຍ ທີ່ຂ້າພະເຈົ້ໄດ້ຮັບ, ຂ້າພະເຈົ້າໄດ້ຊື້ເອົາແນວພັນໝາກກ້ຽງມາປູກ ເພື່ອປົວແປງຊີວິດການເປັນຢູ່ໃຫ້ແກ່ຄອບຄົວ, ອັນທີສອງແມ່ນໄດ້ຮັບການໜູນຊ່ວຍ ຈາກບັນດາຄະນະ, ຂະແໜງການຂອງລັດ, ພິເສດ ຄະນະກຳມະການປະຊາຊົນ ເທດສະບານເມືອງ ເກ໋ແຊັກ ຍັງໜູນຊ່ວຍແນວພັນເຫັດ ໃຫ້ແກ່ຄອບຄົວຂ້າພະເຈົ້າ. ມາຮອດປັດຈຸບັນ ກໍ່ພວມແມ່ນໄລຍະເກັບກູ້ເຫັດ, ຜ່ານນັ້ນໄດ້ຊ່ວຍປົວແປງຊີວິດການເປັນຢູ່ ໃຫ້ແກ່ຄອບຄົວ ໃຫ້ນັບມື້ນັບດີຂຶ້ນ”.

     ພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ແຂວງ ຊອກຈັງ ໃຫ້ຮູ້ວ່າ ໃນໄລຍະທີ່ຈະມາເຖິງ ທາງທ້ອງຖິ່ນສືບຕໍ່ປະຕິບັດ, ຍູ້ແຮງບັນດາການເຄື່ອນໄຫວ ຕອບບຸນແທນຄຸນ, ເບິ່ງແຍງດູແລ ແລະ ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ຄອບຄົວ ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ  ແລະ ຜູ້ທີ່ມີຄຸນງາມຄວາມດີ ຕໍ່ປະເທດຊາດ ໃຫ້ນັບມື້ນັບດີກວ່າເກົ່າ. ດ້ານອື່ນກໍ່ດຳເນີນການສຳຫຼວດ ກວດກາສຳລັບບັນດາຜູ້ເຖົ້າຜູ້ແກ່ຢູ່ປ່ຽວ, ຖືກເຈັບເປັນເພື່ອຈະມີມາດຕະການຊ່ວຍເຫຼືອຢ່າງແທດຈິງ ທັງນີ້ກໍ່ເພື່ອໃຫ້ບັນດາຄອບຄົວທີ່ມີຄຸນງາມຄວາມດີ ຕໍ່ປະເທດຊາດ ສາມາດຜ່ານຜ່າຄວາມຫຍຸ້ງຍາກ ບືນຕົວຂຶ້ນໃນການດຳລົງຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ