ແຂວງບີງຖ້ວນປູກຕົ້ນໝາກມັງກອນປອດສານພິດ ເພື່ອຂາຍອອກສູ່ຕະຫຼາດສິນຄ້າຄຸນນະພາບສູງ

(VOVWORLD) -ປະຈຸບັນ, ຊາວກະສີກອນຫຼາຍຄົນໃນແຂວງບີງຖ້ວນ ມີຄວາມກ້າຫານລົງທຶນປູກຕົ້ນໝາກມັງກອນຕາມມາດຕະຖານ  Global GAP . ຂະແໜງກະສີກຳ ແຂວງບີງຖ້ວນໄດ້ກຳນົດວ່າ ນີ້ແມ່ນທິດກ້າວເດີນຈຳເປັນຕ້ອງເປັນໄປເພື່ອຍົກສູງຄຸນນະພາບ ແລະ ຄຸນຄ່າຜະລິດຕະພັນກະເສດທີ່ມີທ່າໄດ້ປຽບນີ້ຂອງທ້ອງຖິ່ນ
ແຂວງບີງຖ້ວນປູກຕົ້ນໝາກມັງກອນປອດສານພິດ ເພື່ອຂາຍອອກສູ່ຕະຫຼາດສິນຄ້າຄຸນນະພາບສູງ  - ảnh 1 ສວນໝາກມັງກອນຕາມມາດຕະຖານ  Global GAP

ຄອບຄົວທ່ານ ຫງວຽນກ໋ວກງວຽນວູ້ຢູ່ຕາແສງຮ່າມມິນ ເມືອງ ຮ່າມຖ້ວນນາມ ມີຄວາມຜູກພັນກັບອາຊີບປູກຕົ້ນໝາກມັງກອນແຕ່ 20 ປີມານີ້. ເມື່ອສັງເກດເຫັນລາຄາໝາກມັງກອນຊຶ່ງປູກຕາມວິທີມາແຕ່ດົນນານ ຍາມຂຶ້ນຍາມລົງ ບໍ່ເປັນປົກກະຕິ, ກ່ອນນີ້ 3 ປີ, ທ່ານ ຫງວຽນກ໋ວກງວຽນວູ້ໄດ້ຕັດສິນຫັນປ່ຽນສູ່ການປູກຕົ້ນໝາກມັງກອນຕາມມາດຕະຖານ  Global GAP. ຟາມປູກຕົ້ນໝາກມັງກອນຂອງ ທ່ານ ຫງວຽນກ໋ວກງວຽນວູ້ ໃນປະຈຸບັນມີເນື້ອທີ່ 25 ເຮັກຕາ ໄດ້ດຳເນີນການເກັບກູ້ແລ້ວເພື່ອສົ່ງອອກຂາຍໃຫ້ນິວຊີແລນ, ສ. ເກົາຫຼີ ແລະ ການາດາ. ດ້ວຍຜົນສຳເລັດຈາກລະດູການເກັບກູ້ໝາກມັງກອນປີກ່ອນໆນັ້ນ, ທ່ານວູ້ໄດ້ຕັດສິນເປີດກ້ວາງເນື້ອທີ່ດິນປູກຝັງຕື່ມອີກ 20 ເຮັກຕາເພື່ອ ປູກຕົ້ນໝາກມັງກອນໄດ້ມາດຕະຖານ.      ທ່ານ ຫງວຽນກ໋ວກງວຽນວູ້ ຖືວ່າ : 

   “ ຊາວກະສີກອນຄວນເປັນເຈົ້າການເພື່ອໃຫ້ໝາກມັງກອນຂອງຕົນລັນລຸຄຸນນະພາບສູງກວ່າ ເພື່ອຍົກລາຄາຜະລິດຕະພັນສູງຂຶ້ນດ້ວຍວິທີຜະລິດຕາມ      ມາດຕະຖານ  Global GAP  ເພື່ອບໍ່ອາໄສຕະຫຼາດມູນເຊື້ອເປັນສ່ວນຫຼາຍ”

      ບັນດາຂັ້ນຕອນຜະລິດຕາມມາດຕະຖານ  Global GAP ແມ່ນຕ້ອງການມີເຕັກນິກສູງ ແລະ ມີການຄຸ້ມຄອງຢ່າງເຄັ່ງຄັດ ຈາກຂອດບົວລະບັດ, ການເກັບກູ້ຕະຫຼອດຮອດການຫຸ້ມຫໍ່ ແລະ ສົ່ງອອກ. ຢູ່ຟາມເຊີນຈາ, ເມືອງຮ່າມຖ້ວນນາມ, ດ້ວຍເນື້ອທີ່ມັງກອນກວ່າ 20 ເຮັກຕາ, ໄດ້ຮັບການບົວລະບັດຕາມແຜນການລະອຽດຈາກບັນດາກຳມະກອນ.     ອ້າຍ ຫງວຽນຮີ້ວເຟືອງ ຜູ້ຄຸ້ມຄອງທາງດ້ານເຕັກນິກຢູ່ຟາມເຊີນຮ່າ ໃຫ້ຮູ້ວ່າ : 

  “ໝາກມັງກອນປອດສານພິດແມ່ນໝາກມັງກອນທີ່ປູກຍາກ ແລະ ຂາຍໃຫ້ຕະຫຼາດທີ່ນຳເຂົ້າສິນຄ້າໄດ້ມາດຕະຖານ. ຕະຫຼາດເຫຼົ່ານັ້ນ ມີຄວາມຮຽກຮ້ອງຕ້ອງການຢ່າງເຄັ່ງຄັດຈາກຂັ້ນຕອນຜະລິດຕະຫຼອດຮອດຂອດການຮັກສາໝາກມັງກອນ, ການປຸງແຕ່ງ, ຂົນສົ່ງເປັນຕົ້ນ. ກໍຍ້ອນເຫດນີ້ເອງ, ໝາກມັງກອນຈຶ່ງໄດ້ຂາຍດ້ວຍລາຄາສູງກວ່າ”

        ພະແນກກະສີກຳ ແລະ ພັດທະນາຊົນນະບົດແຂວງ ບີງຖ້ວນແລ້ວ, ທົ່ວແຂວງໃນປະຈຸບັນ, ມີເນື້ອທີ່ມັງກອນ 220 ເຮັກຕາ ຕາມມາດຕະຖານ  Global GAP. ຂະແໜງກະສີກຳທ້ອງຖິ່ນ ກຳນັດທິດແຕ່ນີ້ຫາປີ 2020 ຕ້ອງສຸມໃສ່ຜະລິດໝາກມັງກອນໄດ້ມາດຕະຖານຮັບປະກັນຄວາມປອດໄພດ້ານສະບຽງອາຫານເພື່ອເປີດກ້ວາງການສົ່ງອອກໄປຍັງປະເທດຕ່າງໆໃນໂລກ. ທ່ານຝ້າມຮິ້ວຖູ, ຫົວໜ້າຫ້ອງການພະແນກກະສີກຳ ແລະ ພັດທະນາຊົນນະບົດແຂວງບີງຖ້ວນໃຫ້ຮູ້ວ່າ : 

    “ ເພື່ອສົ່ງໝາກມັງກອນປອດສານພິດໄປຂາຍໃຫ້ຕະຫຼາດອົດສະຕາລີ, ແມ່ນຕ້ອງມີຕົ້ນກຳເນີດຂອງສິນຄ້າຢ່າງຈະແຈ້ງ, ພິເສດແມ່ນວຽກງານຮັບປະກັນສຸຂະອະນາໄມ ຄວາມປອດໄພດ້ານສະບຽງອາຫານ, ວຽກງານກວດກາໂລກລະບາດ, ຄວບຄຸມແມງໄມ້, ດັ່ງນັ້ນ ພວກຂ້າພະເຈົ້າຂົນຂວາຍພໍ່ແມ່ພີນ້ອງຊາວກະສີກອນປູກຕົ້ນໝາກມັງກອນໃນບໍລິເວນແຂວງຕາມບັນດາຂັ້ນຕອນ GAPແລະ ມາດຕະຖານ  Global GAP ”

    ໃນທ່າອຽງເຊື່ອມໂນງເຂົ້າກັບສາກົນ ແລະ ເປີດກ້ວາງຕະຫຼາດ, ການປູກຕົ້ນໝາກມັງກອນຕາມມາດຕະຖານ  Global GAP ແມ່ນທິດກ້າວເດີນຢ່າງໜັກແໜ້ນ ຊ່ວຍປະຊາຊົນຍົກສູງຄຸນນະພາບຜະລິດຕະພັນ ກໍຄືຊອກຫາຕະຫຼາດຈຳໜ່າຍເປັນປົກກະຕິໃຫ້ແກ່ໝາກມັງກອນ. ບັນດາຜູ້ຄົນຊາວກະສີກອນທີ່ໄດ້ນຳໜ້າປ່ຽນແປງປະເພນີ, ກ້າຫານລົງທຶນເພື່ອປູກຝັງຕາມທິດກະສີກຳປອດສານພິດນັ້ນ, ພວມເປີດທິດກ້າວເດີນໃໝ່ໃຫ້ແກ່ຜະລິດຕະພັນກະສີກຳທີ່ມີທ່າໄດ້ປຽບນີ້ຂອງແຂວງບີງຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ