ແຂວງແຄ໋ງຮ່ວາແນະນຳຄວາມງາມດ້ານວັດທະນະທຳເຖິງບັນດາຜູ້ແທນເຂົ້າຮ່ວມ APEC

(vovworld) ​​​ເປັນ​ຄັ້ງ​ທຳ​ອິດ, ທີ່ນະ​ຄອນ ຍາ​ຈ​າງ, ແຂວງ​ແຄ໋ງ​ຮ່​ວາ ​ຖືກ​ຄັດ​ເລືອກ​ເຟັ້​ນ​ເປັນ​ສະ​ຖານ​ທີ່​ຈັດ​ຕັ້ງ​ກອງ​ປະ​ຊ​ຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ APEC ຄັ້ງ​ທີ 1 (SOM 1) ໃນ​ຂອບ​ເຂດ​ປີ APEC 2017. ນີ້ບໍ່​ພຽງ​ແຕ່​ແມ່ນ​ເຫດ​ການ​ສາ​ກົນ​​​ທີ່​ມີ​ຂອບຂະ​ໜາດໃຫຍ່​ເທົ່າ​ນັ້ນ ຫາ​ກ​ຍັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ນະ​ຄອນ​ທ່ອງ​ທ່ຽວ​ຍາ​ຈາງ ​ໄດ້ແນະ​ນຳ​ເຖິງ​ບັ​ນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ APEC ແລະ ແຂກ​ທ່ອງ​ທ່ຽວ​ສາ​ກົນ​ກ່ຽວ​ກັບ​ຄວາມ​ງາມ​ທຳ​ມະ​ຊາດ, ວັດ​ທະ​ນະ​ທຳ ແລະ ປະ​ຊາ​ຊົນ​ຂອງ​ດິນ​ແດນ​ແຫ່ງນີ້ອ​ີກ​ດ້ວຍ. ບົດ​ຂຽນ​ຂອງ ທ໋າຍ​ບີ່ງ, ນັກ​ຂ່າວ VOV.

ແຂວງແຄ໋ງຮ່ວາແນະນຳຄວາມງາມດ້ານວັດທະນະທຳເຖິງບັນດາຜູ້ແທນເຂົ້າຮ່ວມ APEC - ảnh 1
ວີ​ເຮັດ​ດ້ວຍ​ເກດ​ສະ​ໜາ​ມອບ​ໃຫ້​ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ APEC

        ໂດ​ຍ​ເປັນ​ນະ​ຄອນ​ທ່ອງ​ທ່ຽວ​ເຂດແຄມ​ທະ​ເລ ແລະ ເປັນ​ເຂດ​ໃຈ​ກາງ​ຂອງ​ແຂວງ ແຄ໋ງ​ຮ່ວາ, ນະ​ຄອນ ຍາ​ຈາງ ລື​ຊື່ດ້ວຍ​ບັນ​ດາ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມ, ທິດ​ທັດ​ທຳ​ມະ​ຊາດ​ທີ່​ດູດດື່ມ. ຍາ​ຈາງ ຍັງ​ໄດ້​ຮັບ​ຖື​ວ່າເປັນ​ຈຸດ​ນັດ​ພົບ​​ດູດດື່ມ​ໃຫ້​ແກ່​ບັນ​ດາ​ຜູ້​ນິ​ຍົມ​ຊົມ​ຊອບ ແລະ ຢາ​ກ​ມ​າຊອກ​ຮູ້​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​​ ແລະ ປະ​ຊາ​ຊົນ​ຢູ່​ທີ່ນີ້. ດ້ວຍ​ບັນ​ດາ​ທ່າ​ແຮງນັ້ນ, ​ລັດ​ຖະ​ບານ ຫວຽດ​ນາມ ​ຈຶ່ງໄດ້​​ຄັດເລືອກ​ເອົານະ​ຄອນ ຍາ​ຈາງ ​ແມ່ນ​ສະ​ຖານ​ທີ່​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ 1 ເຈົ້າ​ໜ້າ​ທ​ີ່​ອາ​ວຸ​ໂສ APEC – SOM 1 ເຊິ່ງ​​ດຳ​ເນີນ​ແຕ່​ວັນ​ທີ 18/2 ຫາ​ວັນ​ທີ 3/3. ນີ້​​ແມ່ນ​ການ​ເຄື່ອນ​ໄຫວ​ທຳ​ອິດ​ໃນ​ປີ APEC 2017 ຢູ່ ຫວຽດ​ນາມ. SOM 1 ລວມ​ມີ​ກອງ​ປະ​ຊຸມ, ກອງ​ປະ​ຊຸມ​ສຳ​ມະ​ນາ, ການ​ເຈ​ລະ​ຈາສຳ​ຄັນ​ລວມ 56 ຄັ້ງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນເກືອບ 2.500 ທ່ານ​ທີ່​ມາ​ຈາກ 21 ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ. ໂດຍ​ກຳ​ນົດ​ໄດ້​ວ່ານີ້​ແມ່ນ​ເຫດ​ການ​ລະ​ດັບ​ສາ​ກົນ, ມີ​ຄວາມ​ໝາຍ​ອັນ​ໃຫຍ່ຫຼວງ​ດ້ານ​ວັດ​ທະ​ນະ​ທຳ, ເສດ​ຖະ​ກິດ, ​ການ​ທູດ, ນັບ​ແຕ່ຫຼາຍ​ເດືອນ​ມານີ້, ແຂວງ​ແຄ໋ງ​ຮ່​ວາ ໄດ້​ຜັນ​ຂະ​ຫ​ຍາຍ​​ທຸກວຽກ​ງານ​ກະ​ກຽມ​ບັນ​ດາ​ພື້ນ​ຖານ​ໂຄງ​ລ່າງ, ການ​ບໍ​ລິ​ການ… ເພື່ອ​ຮັບ​ປະ​ກັນ​ໃຫ້​ບັນ​ດາກອງ​ປະ​ຊຸ​ມ​ໃນ​ຂອບ​ເຂດ APEC ​ປະ​ສົບ​ຜົນສຳ​ເລັດ. ເຫດ​ການກໍ່​ໄດ້​ຮັບ​ຄວາມ​ຫວັງວ່າ​ຈະ​ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ​ການ​ເຊື່ອມ​ຕໍ່, ການ​ຮ່ວມມ​າ​ໃຫ້​ບັນ​ດາ​ເພື່ອນ​ມິດ​ຢູ່​ປະ​ເທ​ດ​ຕ່າງໆ​​ໃນ​ພາກ​ພື້ນ ແລະ ຢູ່​ໃນ​ໂລກ. ທ່ານ ຫງວຽນ​ຢູຍ​ບັກ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂ​ວງ​ແຄ໋ງ​ຮ່​ວາ, ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໂຄ​ສະ​ນາ​ຮັບພາບ​ກ່ຽວ​ກັບ​ປະ​ເທດ​ຊາດ, ປະ​ຊາ​ຊົນ, ບັນ​ດາ​ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂ​ອງ​ແຂວງ​ແຄ໋ງ​ຮ່​ວາ ສຳ​ລັບ 21 ພື້ນ​ຖານ​ເສດ​ຖະ​ກິດ​ໃຫ​ຍ່​ໃນ​ໂລກ ແລະ ກັບ​ເພື່ອນ​ມິດ​ສາ​ກົນ. ແ​ຂວງ ກໍ່​ໄດ້​ສະ​ເໜີ​ໃຫ້​ຄະ​ນະ​ເລ​ຂາ APEC ຊ່ວຍ​ການ​ນຳ​ແຂວງ ຈັດ​ຕັ້ງ​ບັນ​ດາ​ການ​ພົບ​ປະ 2 ຝ່າຍ​ກັບ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ​ໃນ​ໂອ​ກາດ​ຈັດ​ກອງ​ປະ​ຊຸມນີ້.”

        ​ໃນ​ເວ​ລາດຳ​ເນີນ​ກອງ​ປະ​ຊຸມ, ແຂວງ​ແຄ໋ງ​ຮ່​ວາ ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ແນ​ໃສ່​ແນະ​ນຳ​ຄວາມ​ງາມ​ດ້ານ​ວັດ​ທະ​ນ​ະ​ທຳ, ທຳ​ມະ​ຊາດ​ຂອງ​ແຂວງ​ກໍ​່​ຄື​ຂອງ​ບັນ​ດາ​ແຂວງ​​ທາງທິດ​ໃຕ້​ພາກ​ກາງ. ງານ​ວາງ​ສະ​ແດງ​ຮູບ​ຖ່າຍ​ສີ​ລະ​ປະ​ດ້ວຍ​ຫົວ​ຂ​ໍ​້​ວ່າ: “ຄວາມ​ງາມ​ຂອງ​ເຂດ​ດິ​ນ​ແດນ, ຊາວ​ແຄ໋ງ​ຮ່​ວາ ແລະ ບັນ​ດາ​​ແຂວງ​ທາງ​ທິດ​ໃຕ້​ພາກ​ກາງ” ໄດ້​ຈັດ​ຕັ້ງ​ຢູ່​ໂຮງ​ແຮມ 5 ​ແຫ່ງ, ເຊິ່ງ​ເປັນ​ສະ​ຖານ​ທີ່​ຈັດ​ຕັ້ງ​ບັນ​ດາ​ໂຄງ​ການ​ດຳ​ເນີນ​ງານກອງ​ປະ​ຊຸມ SOM 1 ຄຽງ​ຂ້າງນັ້ນ​ທີ່​ບັນ​ດາ​ງານ​ລ້ຽງ​ເຈົ້າ​ໜ້າ​ທີ່ ຂັ້ນ​ສູງ​ເຂົ້າ​ຮ່ວມກອງ​ປະ​ຊຸມ ຄະ​ນະ​ຟ້ອນ​ລຳ​ທຳ​ເພງ ຫາຍ​ດັງ ຂອງ​ແຂວງ ແຄ໋ງ​ຮ່​ວາ ​ໄດ້ສະ​ແດງ​ບັນ​ດາ​ລາຍ​ການ​ສິ​ລະ​ປະ,  ສະ​ແດງ​ບັນ​ດາ​ດົນ​ຕີ​ພື້ນ​ເມືອງ​ຄື: ພິນ​ຫີນ, ​ພິນ​ສາຍ​ດຽວ, ເປົ່າ​ປີ… ສະ​ແດງ ບັນ​ດາ​ທຳ​ນອງ​ເພງ​ພື້ນ​ເມືອງ​ຂອງ 3 ພາກ: ພາກ​ເໜືອ - ພາກ​ກາງ - ພາກ​ໃຕ້, ບັນ​ດາ​ລາຍ​ການ​ຟ້ອນ​ທີ່​​ເປັນຂອງ​ບັນ​ດາ​ເຜົ່າ​ເຂດ​ໄຕ​ງວຽນ ແລະ ຊົນ​ເຜົ່າ​ຈຳ ຢູ່​ແຄມ​ທະ​ເລ​ພາກ​ກາງ ຫວຽດ​ນາມ. ໃນ​ຊຸມ​ວັນ​ຈັດ​ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ, ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຍັງ​ມີ​ໂອ​ກາ​ດ​ໄດ້​ໄປ​ຢ້ຽມ​ຊົມ​ທັດ​ສະ​ນີ​ຍະ​​ພາບ, ທິດ​ທັດ​ທຳ​ມະ​ຊາດ​ຂອງ​ອ່າວ ຍາ​ຈາງ, ເຊິ່ງ​ເປັນ​ໜຶ່ງ ໃນ​ຈຳ​ນວນ​ອ່າວ​ທະ​ເລ​ທີ່​ສວຍ​ງາມ​ທີ່​ສຸດ​ໃນ​ໂລກ 20 ແຫ່ງ, ຢ້ຽມ​ຢາມ​ບັນ​ດາ​ໝູ່​ບ້ານ​ຫັດ​ຖະ​ກຳ, ຊື້​​ເຄື່ອງ​ຂອງ, ບັນ​ດາ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ແຂວງ​ແຄ໋ງ​ຮ່​ວາ. ໃນ​ປະ​ຫວັດ​ສາດ, ຍາ​ຈາງ - ແຄ໋ງ​ຮ່​ວາ ແມ່ນ​ເຂດ​ດິນ​​ປູກ​ຕົ້ນໄມ້​ເກດ​ສ​ະ​ໜາ​ທີ່​ລື​ຊື່, ຍ້ອນ​ເຫດນັ້ນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ແຄ໋ງ​ຮ່​ວາ ໄດ້​​ຄັດເລືອກ​ເອົາ​ຂອງ​ຂວັນ​ທ​ີ່​ລະ​ນຶກ​ເພື່ອມອບ​ໃຫ້​ບັນ​ດ​າ​ຜູ້​ແທນ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ເຂົ້າ​ຮ່ວມກອງ​ປະ​ຊຸມ, ນັ້ນ​ແມ່ນວ​ີ​ເຮັດ​ດ້ວຍ​ໄມ້​ເກດ​ສະ​ໜາທີ່​ໄດ້​ຮັບ​ການ​ຜະ​ລິດ​ຢ່າງ​​ສວຍ​ງາມ. ທ່ານ ຫງວຽນ​ວັນ​ເຕື໋ອງ​ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດໄມ້​ເກດ​ສະ​ໜາແຄ໋ງ​ຮ່​ວາ, ໃຫ້​ຮູ້​ວ່າ:

        “​ດ້ວຍ​ສີ​ມື​ອັນ​ຄ່ອງ​ແຄ​້ວ, ບັນ​ດາ​ນາຍ​ຊ່າງ​ຂອງ​ພວກ​ເຮົາ​ໄດ້​ຜະ​ລິດ​ວີ​ດ້ວຍ​ໄມ້​ເກດ​ສະ​ໜາ. ນ​ີ້ບໍ່​ພຽງ​ແມ່ນ​ແມ່ນ​ເຄື່ອງ​ໃຊ້​ສອຍ​ອັນ​ສະ​ໜິດ​ກັບ​ຊາວ ຫວຽດ​ນາມ ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ຜະ​ລິດ​ຕະ​ພັນ​ສ​ີ​ລະ​ປະ​ເພື່ອ​ສົ່ງ​ເຖິງ​ບັນ​ດາຜູ້​ແທນ ເພື່ອ​ສະ​ແດງ​​ໃຫ້​ເຫັນຄວາ​ມ​ຮັກ​ແພງ​ແຂກ​ຄົນ, ນຳ​້​ໃຈ​ມະ​ນຸດ​ຢູ່​ສະ​ຖານ​ທີ່​​ໂດຍ​ທຳ​ມະ​ຊາດ​​ໄດ້ດົນ​ບັນ​ດານ​ໃຫ້​ຄວາມ​ງາມ​ແບບ​ມະ​ຫັດ​ສະ​ຈັນ​ນີ້.”

ແຂວງແຄ໋ງຮ່ວາແນະນຳຄວາມງາມດ້ານວັດທະນະທຳເຖິງບັນດາຜູ້ແທນເຂົ້າຮ່ວມ APEC - ảnh 2
ທະ​ເລ​ຍາ​ຈາງ


       
ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ສ​ິ​ລະ​ປະ​ທີ່​ໄດ້​ຈັດ​ຕັ້ງໃນ​ໂອ​ກາດ​ດຳ​ເນີນກອງ​ປະ​ຊຸມ APEC ຍັງ​ໄດ້​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ໄປ​ມາ​ຢ້ຽມ​ຢາມ ຍາ​ຈາງ - ແຄ໋ງ​ຮ່​ວາ ໃນ​ໂອ​ກາດນີ້​ເປັນ​ຈຳ​ນວນຫຼວງຫຼາຍ. ເອື້ອຍ ທູ​ເຮືອງ, ຜູ້​ນຳ​ທ່ຽວ​ຢູ່​ຍາ​ຈາງ, ໃຫ້​ຮູ້​ວ່າ:       

        “ນີ້​ແມ່ນ​ໂອ​ກາດ​ດຶງ​ດູດ​ແຂກ​ທ່ອງ​ທ່ຽ​ຍວ​ມາ​ຢ້ຽມ​ຢາມດ້ວຍ​ບັນ​ດາ​ທ່າ​ແຮງ​ກ່ຽວ​ກັບ​ບັນ​ດາ​​ຄວາມ​ງາມ​ຕາມ​ທຳ​ມະ​ຊາດ, ການ​ທ່ອງ​ທ່ຽວ​ທະ​ເລ​ທີ່​ຈັບ​ອົບ​ຈັບ​ໃຈແຂກ​ທ່ອງ​ທ່ຽວ​​ທຸກໆ​ຄົນ​ຢູ່ໃນ​ໂລກ​ຢ່າງ​ແທ​້​ຈິງ. ແຂກ​ທ່ອງ​ທ່ຽວ​ທັງ​ໄດ້​ໄປ​​ຢ້​ຽ​ມ​ຊົມທ່ອງ​ທ່ຽວ ທັງ​ໄດ້​ຊອກ​ຮູ້​ສິ່ງ​ທີ່​ປະ​ທັບ​ໃຈ​ກ່ຽວ​ກັບ​ວັດ​ທະ​ນ​ະ​ທຳ ຫວຽດ​ນາມ ອີກ​ດ້ວຍ.”

        ຍາ​ຈາງ ແມ່ນ​ສະ​ຖານ​ທີ່ດ​ຶງ​ດູດ​ແຂກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ຫຼາຍ​ປະ​ເທດ​ໃນ​ໂລກ​ເປັນ​ຈຳ​ນວນຫຼວງຫຼາຍ. ການ​ຈັດ​ຕັ້ງ​ບັນ​ດາ​ເຫດ​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ຍູ້​ແຮງ​ສົ່ງ​ເສ​ີມ​ການ​ລົງ​ທຶນ, ບັນ​ດາ​ລາຍ​ການ​ວັດ​ທະ​ນະ​ທຳ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ດຳ​ເນ​ີນກອງ​ປະ​ຊຸ​ມ APEC ຄັ້ງນີ້​​ແນ່ນ​ແນ​ວ່າ​ຈະໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດ​ີ​ງາມ​ໃຫ້​​ບັນ​ດາຜູ້​ແທນ ແລະ ​ແຂກ​ທ່ອງ​ທ່ຽວ​ກ່ຽວ​ກັບຮູບ​ພາບ​ປະ​ເທດ​ຊາດ, ​ປະ​ຊາ​ຊົນຊາວ ຫວຽດ​ນາມ, ກ່ຽວ​ກັບ​ເຂດ​ດິນ​ແດນ ແຄ໋ງ​ຮ່​ວາ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ແຫ່ງ​ການ​ພັດ​ທະ​ນາ ແລະ ຮັກ​ແພງ​ແຂກ​ຄ​ົນ.

             


ຂ່າວ/ບົດ​ອື່ນ