ແບ່ງເບົາຄວາມຫຍຸ້ງຍາກຜ່ານຄາບເຂົ້າກຸສົນ

(VOVWORLD) -ເກືອບ 7 ປີມານີ້, ຮອດວັນສຸກປະຈຳອາທິດ, ປ້າໂຮ່ທິຮົ່ງຮວາ ພ້ອມກັບກຸ່ມເຄື່ອນໄຫວກຸສົນທີ່ຂຶ້ນກັບສະມາຄົມ 1C, ຕາແສງອານຫາຍດົງ, ເມືອງເຊີນຈ່າ, ນະຄອນດ່າໜັງ, ພັດຫຸງເຂົ້າ, ແຕ່ງອາຫານເພື່ອຊ່ວຍຄົນເຈັບຢູ່ຕາມໂຮງໝໍໃນນະຄອນດ່າໜັງ. ເຂົ້າກິນ, ຂອງກິນແຕ່ລະພູດແຫ່ງສາຍຈິດສາຍໃຈນັ້ນໄດ້ແບ່ງເບົາຄວາມຫຍຸ້ງຍາກກັບບັນດາຄອບຄົວຄົນເຈັບສ່ວນໃດສ່ວນໜຶ່ງ, ທັງເປັນການລະດົມໃຈແກ່ຄົນເຈັບຜ່ານຜ່າຄວາມເຈັບປວດຍ້ອນຖືກຕິດພະຍາດ
ແບ່ງເບົາຄວາມຫຍຸ້ງຍາກຜ່ານຄາບເຂົ້າກຸສົນ - ảnh 1ແບ່ງເບົາຄວາມຫຍຸ້ງຍາກຜ່ານຄາບເຂົ້າກຸສົນ 

ເວລາ 11 ໂມງຕອນທ່ຽງ, ເມື່ອອຸນຫະພູມຢູ່ຕາມຖະໜົນຫົນທາງຂຶ້ນເຖິງ 38 ອົງສາ, ກໍ່ແມ່ນຈຸດເວລາທີ່ເຮືອນຄົວຂອງ ປ້າໂຮ່ທິຮົ່ງຮວາ ເລີ່ມເປົ່າໄຟເພື່ອກະກຽມຄາບເຂົ້າກິນຍາມແລງ. ປ້າຮວາໃຫ້ຮູ້ວ່າ, ໃນເບື້ອງຕົ້ນ, ປ້າໄດ້ໃຊ້ເງິນຂອງຕົນເອງເພື່ອຊື້ເຂົ້າຈ້າວ ແລະ ອາຫານເພື່ອຫຸງເຂົ້າ ແລະ ແຕ່ງຂອງກິນ 100 ພູດເພື່ອຊ່ວຍຄົນເຈັບຢູ່ໂຮງໝໍ. ໄລຍະຕໍ່ມາ, ປ້າໄດ້ຂົນຂວາຍປະຊາຊົນໃນເຂດຊຸມຊົນເຂົ້າຮ່ວມນຳ. ໃນປັດຈຸບັນ, ໃນແຕ່ລະອາທິດ, ປ້າຮວາໄດ້ຫຸງເຂົ້າ ແລະ ແຕ່ງຂອງກິນ 400 ພູດເພື່ອຊ່ວຍບັນດາຄົນເຈັບທີ່ພວມປິ່ນປົວຢູ່ໂຮງໝໍດ່າໜັງ.   ປ້າຮວາ ເປີດເຜີຍວ່າ: ກ່ອນນີ້ 7 ປີ, ປ້າໄດ້ເຂົ້າໂຮງໝໍເພື່ອຢ້ຽມຢາມຍາດຕິພີ່ນ້ອງທີ່ພວມປິ່ນປົວພະຍາດຢູ່ໂຮງໝໍດ່າໜັງ, ຢູ່ທີ່ນີ້ປ້າໄດ້ພົບກັບຄົນເຈັບຫຼາຍຄົນທີ່ພວມປິ່ນປົວໝາກໄຂ່ຫຼັງດ້ວຍສະພາບຄອບຄົວທີ່ຫຍຸ້ງຍາກທີ່ສຸດ. ຈາກນັ້ນປ້າໄດ້ມີຄວາມຕັດສິນໃຈແຕ່ງຂອງກິນ, ຫຸງເຂົ້າເພື່ອຊ່ວຍບັນດາຄົນເຈັບທີ່ປະສົບຄວາມຫຍຸ້ງຍາກ. ປ້າຮວາເລົ່າສູ່ຟັງວ່າ: 

     “ຂ້າພະເຈົ້າກໍ່ໄດ້ໄປຢ້ຽມຢາມຄົນເຈັບບາງຄົນຢູ່ໂຮງໝໍ, ເມື່ອເຂົ້າໄປຫັນກໍ່ເຫັນຄົນເຈັບຫຼາຍຄົນທີ່ທຸກຍາກລຳບາກທີ່ສຸດ, ເຂົາເຈົ້າກໍ່ຖືກຕິດພະຍາດມາຫຼາຍປີຈຳເປັນຕ້ອງນອນປິ່ນປົວຢູ່ໂຮງໝໍ. ນັບແຕ່ນັ້ນເປັນຕົ້ນມາ, ຮອດເວລາ 10 ໂມງ ຫາ 11 ໂມງໃນແຕ່ລະວັນ, ຂ້າພະເຈົ້າກໍ່ໄດ້ໄປຂົນຂວາຍຄົນຄ້າຊາວຂາຍເພື່ອເກັບເງິນແຜ່ບໍລິຈາກ. ແຕ່ລະຄົນກໍ່ແຜ່ບໍລິຈາກ 1000 ດົ່ງ, ຜູ້ໃດຫຼາຍກວ່າກໍ່ແມ່ນ 2000 ດົ່ງ. ຈາກນັ້ນຂ້າພະເຈົ້າກໍ່ໄດ້ຫຸງເຂົ້າ, ແຕ່ງຂອງກິນ, ບາງຄັ້ງຂ້າພະເຈົ້າກໍ່ໄດ້ແຕ່ງຂອງກິນອາທິດລະ 6 ຄາບ”.

       ຮອດເວລາປະມານ 16 ໂມງຕອນແລງຂອງທຸກໆວັນສຸກໃນອາທິດ, ເຂົ້າຈ້າວ ແລະ ຂອງກິນກວ່າ 400 ພູດໄດ້ຖືກສົ່ງໄປໂຮງໝໍດ່າໜັງ. ບັນດາການເຄື່ອນໄຫວເພື່ອການກຸສົນໂດຍສະໝັກໃຈຂອງປ້າຮວາ ພ້ອມກັບກຸ່ມຜູ້ອາສາສະໝັກນີ້ ນັບມື້ນັບດຶງດູດການເຂົ້າຮ່ວມຂອງບັນດາຜູ້ໃຈບຸນໃຈກຸສົນ. ມີຫົວໜ້າບໍລິສັດຄົນໜຶ່ງບັງເອີນໄດ້ຍິນເລື່ອງນີ້, ລາວໄດ້ສະໝັກໃຈແຜ່ບໍລິຈາກເງິນເດືອນລະ 2.000.000 ດົ່ງເພື່ອປະກອບສ່ວນເຂົ້າໃນການແຕ່ງຂອງກິນ. ແລ້ວກໍ່ຮອດເລື່ອງແມ່ຍິງຄົນໜຶ່ງພ້ອມກັບລູກຊາຍຖືກຕິດພະຍາດ, ແລະ ໄດ້ຮັບການອຸປະຖຳຈາກຕ່າງປະເທດເດືອນລະ 300 USD, ກໍ່ໄດ້ສະໝັກໃຈປະກອບສ່ວນ 100 USD ຕໍ່ເດືອນເພື່ອແບ່ງເບົາຄວາມຫຍຸ້ງຍາກກັບບັນດາຄົນເຈັບຄືຕົນເອງ. ລຸງຫວງຽນກວາງ, ອາຍຸ 65 ປີຊຶ່ງແມ່ນສະມາຊິກໃນກຸ່ມເຄື່ອນໄຫວກຸສົນດັ່ງກ່າວໃຫ້ຮູ້ວ່າ: 

     “ປັດຈຸບັນເຮົາຍັງມີສຸຂະພາບແຂງແຮງ, ເຮົາເຮັດໄດ້ສິ່ງໃດເພື່ອມະນຸດກໍ່ເປັນການດີ. ເຮົາຮູ້ສຶກວ່າເຮົາເຮັດແບບນີ້ກໍ່ນຳຄວາມຜາສຸກມາສູ່ທຸກໆຄົນ, ເຮົາເຫັນວ່ານີ້ແມ່ນຄວາມມ່ວນຊື່ນຂອງຕົນເອງ”.

      ນອກຈາກການຫຸງເຂົ້າ, ແຕ່ງຂອງກິນເພື່ອຊ່ວຍເຫຼືອຄົນເຈັບ, ກຸ່ມເຄື່ອນໄຫວກຸສົນທີ່ຂຶ້ນກັບສະມາຄົມ 1C ຍັງໄປມອບຂອງຂວັນຊ່ວຍເຫຼືອຜູ້ທຸກຍາກ, ຄົນພິການ, ພໍ່ແມ່ປະຊາຊົນຜູ້ປະສົບຄວາມຫຍຸ້ງຍາກຢູ່ບັນດາເຂດຫ່າງໄກສອກຫຼີກຢູ່ບັນດາແຂວງກວາງຈິ, ເທື່ອທຽນເຫ້ວ, ກວາງນາມ. ທ່ານ ຫງວຽນກວາງຮຸຍ ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຕາແສງອານຫາຍດົງ, ເມືອງເຊີນຈ່າ, ນະຄອນດ່າໜັງ ໃຫ້ຮູ້ວ່າ, ໃນແຕ່ລະປີ, ທາງແນວໂຮມກໍ່ໄດ້ຮຽກຮ້ອງໃຫ້ບັນດາຜູ້ໃຈບຸນໃຈກຸສົນຈົ່ງໃຫ້ການສະໜັບສະໜູນກຸ່ມເຄື່ອນໄຫວກຸສົນດັ່ງກ່າວດ້ວຍເງິນແຕ່ 10.000.000 ຫາ 20.000.000 ດົ່ງ.  ທ່ານໃຫ້ຮູ້ວ່າ: 

    “ວຽກງານທີ່ສອງຜົວເມຍປ້າຮວາໄດ້ເຮັດໃນຊຸມປີທີ່ຜ່ານມາ, ຄະນະປະຈຳແນວໂຮມປະເທດຊາດ  ຕາແສງອານຫາຍດົງ ຕີລາຄາສູງທີ່ສຸດ. ພວກຂ້າພະເຈົ້າກໍ່ໄດ້ລາຍງານຕໍ່ຄະນະພັກ, ອຳນາດການປົກຄອງ, ບັນດາອົງການຈັດຕັ້ງມະຫາຊົນ, ເຮັດແນວໃດຈະສືບຕໍ່ທະວີຄູນຮູບແບບນີ້ເພື່ອຈະແຜ່ຂະຫຍາຍອອກສູ່ບໍ່ພຽງແຕ່ໃນເຂດຊຸມຊົນທີ່ຕາແສງເທົ່ານັ້ນ, ຫາກຍັງແຜ່ຂະຫາຍໄປຍັງບັນດາເມືອງ, ນະຄອນ ແລະ ໃນຂອບເຂດທົ່ວປະເທດອີກດ້ວຍ”.

    ຄວາມເບີກບານມ່ວນຊື່ນຂອງຄົນເຈັບເມື່ອໄດ້ຮັບເຂົ້າຈ້າວ, ຂອງກິນທີ່ແຊບນົວນັ້ນ, ກໍ່ແມ່ນຄວາມເບີກບານມ່ວນຊື່ນຮ່ວມຂອງກຸ່ມເຄື່ອນໄຫວກຸສົນທີ່ຂຶ້ນກັບສະມາຄົມ 1C, ຕາແສງອານຫາຍດົງ, ເມືອງເຊີນຈ່າ, ນະຄອນດ່າໜັງ. ຈິດໃຈໂອບອ້ອມອາລີຂອງ ປ້າໂຮ່ທິຮົ່ງຮວາ ແລະ ກຸ່ມເຄື່ອນໄຫວກຸສົນທີ່ຂຶ້ນກັບສະມາຄົມ 1C ໄດ້ສ້າງເປັນເລື່ອງລາວທີ່ມີຄວາມໝາຍອັນສູງສົ່ງຕໍ່ຊີວິດມະນຸດ. 

ຕອບກັບ

ຂ່າວ/ບົດ​ອື່ນ