ໂຄງການສ້າງວຽກເຮັດງານທຳກັບການປະຕິວັດອຸດສະຫະກຳ 4.0

(VOVWORLD) -ໃນໄລຍະທີ່ຈະມາເຖິງ, ບັນດານະໂຍບາຍ ກ່ຽວກັບແຮງງານ, ວຽກເຮັດງານທຳ  ຕ້ອງຖືກສ້າງຂຶ້ນໃຫ້ແທດເໝາະ ກັບສະພາບເສດຖະກິດຂອງປະເທດຊາດ, ເປັນຕົ້ນແມ່ນໃນຂະນະທີ່ຫວຽດນາມ ເຊື່ອມໂຍງເລິກກ່ວາ ເຂົ້າໃນການປະຕິວັດ ອຸດສະຫະກຳ 4.0 ນັ້ນ, ບັນຫາຄຸ້ມຄອງຕະຫຼາດແຮງງານ, ບັນຫາສ້າງວຽກເຮັດງານທຳ ໃຫ້ແກ່ຄົນງານໃຫ້ດີກວ່າເກົ່າໄດ້ຮັບຖືເປັນສຳຄັນ. ນີ້ແມ່ນເນື້ອໃນຖືກຍົກອອກມາ ທີ່ກອງປະຊຸມຕີລາຄາ 10 ປີແຫ່ງການປະຕິບັດ ການຄຸ້ມຄອງລັດກ່ຽວກັບຂົງເຂດສ້າງວຽກເຮັດງານທຳ ໂດຍກົມວຽກເຮັດງານທຳ, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຫາກໍ່ຈັດຂຶ້ນຢູ່ ຮ່າໂນ້ຍ.
ໂຄງການສ້າງວຽກເຮັດງານທຳກັບການປະຕິວັດອຸດສະຫະກຳ 4.0  - ảnh 1 ພາບປະກອບ

ໃນ 10 ປີທີ່ຜ່ານມາ, ກົມວຽກເຮັດງານທຳ (ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ) ໄດ້ເປັນເຈົ້າການຄົ້ນຄ້ວາ, ສ້າງ, ເປັນເສນາທິການໃຫ້ແກ່ຂັ້ນຕ່າງໆທີ່ມີສິດອຳນາດ ປະກາດໃຊ້ບັນດານະໂຍບາຍ, ປະກອບສ່ວນສ້າງລະບົບກົດໝາຍ ກ່ຽວກັບວຽກເຮັດງານທຳ, ຕະຫຼາດແຮງງານ, ການປະກັນໄພວ່າງ ງານ ແລະ ຄຸ້ມຄອງແຮງງານ ໃຫ້ສົມບູນແບບ, ອັນໄດ້ສ້າງກອບນິຕິກຳ ເພື່ອດັດປັບບັນດາບັນຫາ ກ່ຽວກັບວຽກເຮັດງານທຳ ຕາມກົດເກນຂອງພື້ນຖານ ເສດຖະກິດຕະຫຼາດ, ຊຸກຍູ້ ແລະ ຮັບປະກັນທາງດ້ານວຽກເຮັດງານທຳໃຫ້ຄົນງານໃຫ້ດີກ່ວາເກົ່າ. ໃນນັ້ນ ກົດໝາຍວ່າດ້ວຍວຽກເຮັດງານທຳ ພ້ອມກັບບັນດາໂຄງການ, ແຜນການທີ່ຂຶ້ນກັບໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບວຽກເຮັດງານທຳ ໄດ້ເຂົ້າສູ່ຊີວິດຕົວຈິງ, ປະກອບສ່ວນແກ້ໄຂ ສ້າງວຽກເຮັດງານທຳໃຫ້ແກ່ 1,5 ຫາ 1,6 ລ້ານຄົນໃນແຕ່ລະປີ, ອັນໄດ້ສ້າງວຽກເຮັດງານທຳ ເປັນປົກກະຕິ ໃຫ້ແກ່ແຮງງານກວ່າ 55 ລ້ານຄົນໃນທົ່ວປະເທດ ໃນປັດຈຸບັນ. ເມື່ອທຽບໃສ່ ປີ 2008, ຈຳນວນຜູ້ມີວຽກເຮັດງານທຳ ໄດ້ເພີ່ມຂຶ້ນຕື່ມອີກກວ່າ 6 ລ້ານຄົນ.  ພ້ອມກັບການແກ້ໄຂວຽກເຮັດງານທຳ ໃຫ້ແກ່ແຮງງານຢູ່ພາຍໃນປະເທດ, ວຽກງານຄຸ້ມຄອງ, ຕິດຕາມກວດກາແຮງງານຊາວຕ່າງປະເທດ ທີ່ເຮັດວຽກຢູ່ຫວຽດນາມ ກໍ່ໄດ້ຮັບຄວາມເອົາໃຈໃສ່ຜັນຂະຫຍາຍປະຕິບັດ. ປັດຈຸບັນ ທົ່ວປະເທດມີແຮງງານກວ່າ 80.000 ຄົນທີ່ມາຈາກ 110 ປະເທດ ແລະ ເຂດແຄ້ວນໃນໂລກ, ໃນນັ້ນ ຫຼາຍກວ່າ 95% ຈຳນວນແຮງງານ ແມ່ນໄດ້ຮັບໜັງສືອະນຸຍາດ. ໃນໄລຍະ 10 ປີຜ່ານມາ, ຂະແໜງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຍັງເປັນເຈົ້າການຜັນຂະຫຍາຍ ປະຕິບັດບັນດາການເຄື່ອນໄຫວຮ່ວມມືສາກົນ ແນໃສ່ແກ້ໄຂວຽກເຮັດງານທຳ ໃຫ້ແກ່ຄົນງານ, ໂດຍຜ່ານໂຄງການຕະຫຼາດແຮງງານໂດຍ EU ອຸປະຖຳໄລຍະ (2008-2011) ຫຼື ໂຄງການຮ່ວມມື ILO - ຍີ່ປຸ່ນ ຊຸກຍູ້ນະໂຍບາຍ ປະກັນໄພວ່າງງານ ແລະ ການບໍລິການຈັດຫາງານ ໃນອາຊ່ຽນ (2011-2014). ທ່ານ ເລກວາງຈຸງ ຮອງຫົວໜ້າກົມ ວຽກເຮັດງານທຳ, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ: 

     “ໃນໄລຍະ 2008 – 2017, ມີສູນບໍລິການຈັດຫາງານ  63 ແຫ່ງ ທີ່ຂຶ້ນກັບຂະແໜງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ໄດ້ໃຫ້ຄຳປຶກສາ, ແນະນຳວຽກເຮັດງານທຳ ໃຫ້ແກ່ແຮງງານກວ່າ 18 ລ້ານຄົນ. 96% ຈຳນວນແຮງງານ ໄດ້ຮັບເງິນອຸດໜູນວ່າງງານ ໄດ້ຮັບຄຳປຶກສາ, ແນະນຳກ່ຽວກັບວຽກເຮັດງານທຳ ແລະ ຫຼາຍກວ່າ 123.000 ຄົນ ພວມໄດ້ຮັບເງິນອຸດໜູນວ່າງງານ”.

     ຫວຽດນາມໄດ້ຮັບຖືວ່າ ແມ່ນປະເທດທີ່ມີແຫຼ່ງແຮງງານຫຼວງຫຼາຍ, ດ້ວຍຈຳນວນແຮງງານກວ່າ 55 ລ້ານຄົນ. ເພາະສະນັ້ນ ຢາກສ້າງວຽກເຮັດງານທຳແບບຍືນຍົງ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງ ຜູ້ອອກແຮງງານເປັນປົກກະຕິ, ເປັນຕົ້ນແມ່ນ ຢູ່ຕໍ່ໜ້າການປະຕິບັດອຸດສະຫະກຳ 4.0, ວຽກງານຄຸ້ມຄອງລັດ ກ່ຽວກັບຂົງເຂດວຽກເຮັດງານທຳ ແມ່ນຕ້ອງສອດຄ່ອງກັບພຶດຕິກຳຕົວຈິງ ແລະ ການເຊື່ອມໂຍງສາກົນ. ທ່ານຮອງລັດຖະມົນຕີ ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຢວນເມົ້າຢຽບ ຖືວ່າ: 

    “ໃນໄລຍະທີ່ຈະເຖິງ, ຄວາມຮັບຜິດຊອບຢ່າງໜັກໜາຂອງກະຊວງແມ່ນສ້າງລະບົບນະໂຍບາຍ ກ່ຽວກັບແຮງງານ, ວຽກເຮັດງານທຳໃຫ້ສົມບູນແບບ ແລະ ແທດເໝາະກັບພຶດຕິກຳຕົວຈິງ ແລະ ທຳນຽມສາກົນ, ປະກອບສວ່ນຫັນປ່ຽນ ໂຄງປະກອບແຮງງານ, ຫັນແຮງງານທີ່ເຮັດວຽກໃນຂົງເຂດບໍ່ເປັນລະບົບ ໄປສູ່ຂົງເຂດເປັນລະບົບເພື່ອປົວແປງ ວຽກເຮັດງານທຳ”.

      ໃນ 10 ທີ່ຜ່ານມາ ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບວຽກເຮັດງານທຳ ໄດ້ຜັນຂະຫຍາຍ ແລະ ໄດ້ບັນລຸບັນດາຄາດໝາຍທີ່ດີ, ໂຄງການກ່ຽວກັບວຽກເຮັດງານທຳ ແລະ ພັດທະນາຕະຫຼາດແຮງງານ. ແຕ່ເຖິງຢ່າງໃດກໍ່ຕາມ, ຂະນະທີ່ຫວຽດນາມ ເຂົ້າຮ່ວມ ບັນດາສັນຍາເສດຖະກິດສາກົນ ສອງຝ່າຍ ແລະ ຫຼາຍຝ່າຍ: ພິເສດແມ່ນເຂົ້າຮ່ວມ ໃນປະຊາຄົມເສດຖະກິດອາຊຽນໄດ້ ແລະ ພວມວາງອອກບັນດາສິ່ງທ້າທາຍ ຫຼາຍຢ່າງທີ່ມີຕໍ່ບັນຫາແຮງງານ - ວຽກເຮັດງານທຳ. ດັ່ງນັ້ນ, ຮຽກຮ້ອງໃຫ້ມີຄວາມມານະພະຍາຍາມ ຢ່າງໃຫ່ຍຫຼວງ ໃນບັນດາການເຄື່ອນໄຫວ ກ່ຽວກັບວຽກເຮັດງານທຳ, ຕະຫຼາດແຮງງານ ເພື່ອປະກອບສ່ວນຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການສ້າງສາ, ພັດທະນາປະເທດຊາດ ແລະ ເຊື່ອມໂຍງເຂົ້າກັບ ເສດຖະກິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ