ໂບດອິດສະລາມ-ສູນສາມັກຄີຊາວເຜົ່າຈຳຢູ່ແຂວງໄຕນິງ

ແຂວງ​ໄຕ​ນິງ​ມີ​ຊາວ​ເຜົ່າ​ຈຳ​ກວ່າ 3000 ຄົ​ນ​ພວມ​ດຳ​ລົງ​ຊີ​ວິດ​ຢູ່. ພໍ່​ແມ່​ພີ​ນ້ອງ​ຊາວ​ເຜົ່າ​ຈຳ​ຢູ່​ທີ່ນີ້​ຖື​ສາ​ສະ​ໜາອິດ​ສະ​ລາມ ແລະ ໂບດ​ຂອງສາ​ສະ​ໜາອິດ​ສະ​ລາມແມ່ນ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ສິ​ລະ​ປະ ແລະ ແມ່ນ​ສູນ​ວັດ​ທະ​ນະ​ທຳ, ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ສາ​ມັກ​ຄີ​ຂອງ​ໝູ່​ບ້ານ ຈຳ​ຊາ​ຟີ​ຢາ.

 

ໂບດອິດສະລາມ-ສູນສາມັກຄີຊາວເຜົ່າຈຳຢູ່ແຂວງໄຕນິງ - ảnh 1
ໂບດ​ອິດ​ສະ​ລາມ Darul Naim ​ທີ່ຕາ​ແສງ 1 ເທດ​ສະ​ບານ​ ໄຕ​ນິງ

       ໃນ​ເຂດ​ພໍ່​ແມ່​ພີ​ນ້ອງ​ຊາວ​ເຜົ່າ​ຈຳ​ຢ​ູ່​ແຂວງ​ໄຕ​ນິງ ແມ່ນ​ມີ​ໂບດຫຼາຍ​ແຫ່ງ​ໄດ້​ຮັບ​ການກໍ່​ສ້າງ​ເພື່ອ​ແນ​ໃສ່​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ດຳ​ເນີນ​ຊີ​ວິດ​ວັດ​ທະ​ນະ​ທຳ​ການ​ເຫຼື້ອມ​ໃສ​ຂອງ ພໍ່​ແມ່​ພີ​ນ້ອງ​ຊາວ​ເຜົ່າ​ຈຳ​. ໜຶ່ງ​ໃນ​ບັນ​ດາ​ກິດ​ຈະ​ກຳ​ທີ່​ພົ້ນ​ເດັ່ນ​ທີ່​ສຸດ​ແມ່ນ ໂບດ​ອິດ​ສະ​ລາມ Darul Naim ​ທີ່ຕາ​ແສງ 1 ເທດ​ສະ​ບານ​ ໄຕ​ນິງ, ແຂວ​ງ​ໄຕ​ນິງ. ຢູ່​ແຫ່ງນີ້, ໂບດ​ໄດ້​ຮັບ​ຖື​ວ່າ ແມ່ນ​ສູນ ດຳ​ເນີນ​ຊີ​ວິດ​ວັດ​ທະ​ນະ​ທຳ​, ແມ່ນ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ສິ​ລະ​ປະອັນ​ເປັນ​ເອ​ກະ​ລັກ ດ້ວຍ​ສີ​ສັນ​ສະ​ເພາະ ແລະ ເຕັມ​ໄປ​ດ້ວຍ​ລັກ​ສະ​ນະ​ສາ​ສະ​ໜາ​ຂອງ​ເຜົ່າ​ຈຳ. ໂບດ​ອິດ​ສະ​ລາມ Darul Naim ​ໄດ້ຮັບ​ການກໍ່​ສ້າງ​ເມື່ອ​ປີ 1957ດ້ວຍ​ເນື້ອ​ທີ່ 100 ຕາ​ແມັດ​ຢູ່​ກາງ​ບ້ານ. ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ນີ້​ແມ່ນ​ຜະ​ລິດ​ຕະ​ພັນ​ແຫ່ງ​ພູມ​ປັນ​ຍາ ບໍ່​ພຽງ​ແຕ່​ແມ່ນ​ຂອງ​ບັນ​ດາ​ຜູ້​ມີ​ຍົດ​ສັກ​ຕຳ​ແໜ່ງ​ໃນ​ໝູ່​ບ້ານ​ຈຳ​ເທົ່າ​ນັ້ນ, ຫາ​ກ​ຍັງ​ແມ່ນ​ຈິດ​ໃຈ, ຄວາມ​ມຸ່ງ​ຫວັງ ແລະ ການ​ປະ​ກອບ​ສ່ວນ​ຂອງ​ທັງ​ໝູ່​ບ້ານ​ຈຳອີກ​ດ້ວຍ. ໂບດ​ຂອງ​ຊາວ​ເຜົ່າ​ຈຳ​ຢູ່​ແຫ່ງນີ້ ກໍ​ມີ​ຮູບ​ຮ່າງ​ຄື​ກັບ​ໂບດ​ອິດ​ສະ​ລາມ ຕ່າງໆໃນ​ໂລກ. ກິດ​ຈະ​ກຳ​ຖືກ​ອອກ​ແບບກໍ່​ສ້າງ​ຕາມ​ການ​ກຳ​ນົດ​ທາງ​ດ້ານ​​ສະ​ຖາ​ປັດ​ຕະ​ຍະ​ກຳ​ກໍ​ຄື​ວິ​ທີ​ຈັດ​ວາງ​ຢູ່​ພາຍ​ໃນ​ຂອງ​ຊ​າວ​ມຸດ​ສະ​ລິ​ມ. ໂບດ​ຖືກກໍ່​ສ້າງ​ຕາມ​ທິດ​ຕາ​ເວັນອອກ-ຕາ​ເວັນ​ຕົກ. ຍ້ອນ​ໂບດ​ແຫ່ງນີ້​ແມ່ນ​ບ່ອນ​ເຕົ້າ​ໂຮມ​ຊາວ​ເຜົ່າ​ຈຳ​ມາ​ພາ​ວະ​ນາ​ຢ່າງຫຼວງຫຼາຍ, ດັ່ງ​ນັ້ນ, ໂບດ​ກໍ​ມີຫຼາຍ​ປະ​ຕູ​ເຂົ້າ-ອອກ. ບັນ​ດາ​ເສົາ​ໂບດ​ຖືກກໍ່​ສ້າງ​ຕາມ​ແບບ​ເສົາ​ມົນ​ໃຫຍ່ ແລະ ສະ​ໝ່ຳສະ​ເໝີ​ .

      ແຕ່​ລະ​ປີ, ຢູ່​ໂບດ​ແຫ່ງນີ້, ຍັງ​ຈັດ​ຕັ້ງ​ບັນ​ດາ​ງານ​ບຸນ​ໃຫຍ່​ຕື: ເທດ​ສະ​ການ​ນະ​ມັດ​ສະ​ການ Haji( ໃນ​ວັນ​ທີ 10 ຫາ​ວັນ​ທີ 12 ໂດຍ​ໄລ່​ຕາມ​ປະ​ຕິ​ທິນ​ອິດ​ສະ​ລາມ ກົງ​ກັບ ວັນ​ທີ 3 ກໍ​ລະ​ກົດ). ເທດ​ສະ​ການ Ramada  ( ໃນ​ເດືອນ 9 ໂດຍ​ໄລ່​ຕາມ​ປະ​ຕິ​ທິນ​ອິດ​ສະ​ລາມ ກົງ​ກັບ ວັນ​ທີ 27ເມ​ສາ). ເທດ​ສະ​ການ Ramada ຂອງ​ຊາວ​ມຸດ​ສະ​ລິມ​ຖືກ​ເອີ້ນ​ວ່າ ແມ່ນ “ເດືອນ​ກິນ​ເຈ” ຫຼື “ ເດືອນ​ອົດ​ອາ​ຫານ” ຖືກ​ຈັດ​ຂຶ້ນ​ຢ່າງ​ສະ​ເໝີ. ໃນ​ໂອ​ກາດນີ້​, ສາ​ສະ​ນິກ​ກະ​ຊົນ​ເຊື່ອ​ຖ​ື​ສາ​ສະ​ໜາອິດ​ສະ​ລາມຕ້ອງ​ອົດ​ອາ​ຫານ​, ອົດ​ດື່ມ​ນ້ຳ​ໃນ​ຈຸດ​ເວ​ລາ​ດວງ​ຕາ​ເວັນ​ອອກ​ຈົນ​ຮອດດວງ​ຕາ​ເວັນ​ຕົກ​ດິນ. ນອກ​ຈາກນັ້ນ, ກໍ​ຍັງ​ຈັດ​ໃຫ້​ມີ​ພິ​ທີ​ສວດ​ມົນ​ພາ​ວະ​ນາ​ໃຫ້​ມີ​ຄວາມ​ຢູ່​ເຢັນ​ເປັນ​ສຸກ, ພິ​ທີ​ສົມ​ມະ​ນາ​ຄຸນ…ໃນ​ບັນ​ດາ​ວັນ​ບຸນ​ໃຫຍ່, ພໍ່​ແມ່​ພີ​ນ້ອງ​ຊາວ​ເຜົ່າ​ຈຳ​ ແລະ ພໍ່​ແມ່​ພີ​ນ້ອງ​ຊາວ​ເຜົ່າ​ອື່ນໆ​ຢູ່​ອ້ອມ​ເຂດ ຕ່າງ​ກໍ​ພາ​ກັນ​ມາ​ດຳ​ເນີນ​ຊີ​ວິດ​ຢູ່ນີ້​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ. ລຸງ​ຈຳ​ຊາ ຢູ່​ຕາ​ແສງ 1, ເທດ​ສະ​ບານ ໄຕ​ນິງ, ແຂວງ ໄຕ​ນິງ ໃຫ້​ຮູ້​ວ່າ :

     “ ພາຍຫຼັງ​ເຂົ້າ​ຮ່ວມ​ພິ​ທີ​ກຳ​ທາງ​ສາສະ​​ໜາ, ທຸກໆ​ຄົນ​ກໍ​ຢູ່​ຕໍ່​ໃນ​ໂບດ​ເພື່ອ​ພ້ອມ​ກັນ​ແລກ​ປ່ຽນ​ລະ​ດັບ​ຄວາມ​ຮູ້​ດ້ານ​ວັດ​ທະ​ນະ​ທຳ, ຕ້ອງ​ສາ​ມັກ​ຄີ​ກັນ, ບໍ່​ປະ​ໃຫ້​ເກີດ​ສະ​ພາບ​ຂາດ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ໝູ່​ບ້ານ, ພ້ອມ​ກັນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບາງ​ບັນ​ຫາ​ທີ່​ເຮັດ​ແນວ​ໃດ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ຄອບ​ຄົ​ວ ”

      ໂດຍ​ຫ່າງ​ຈາກ​ນະ​ຄອນ​ໄຕ​ນິງ​ປະ​ມານ 30 ກມ, ໂບດ Almu Barak ຢູ່​ຕາ​ແສງ​ແທ້ງ​ບີງ, ເມືອງ​ເຕີນ​ບຽນ​ໄດ້​ຮັບ​ການກໍ່​ສ້າງ​ຢ່າງ​ໃຫຍ່​ໂຕ​ໂອ​ຖົງ. ປະ​ຕູ​ໂຂງ​ມີ​ຮູບ​ໂຄ້ງ, ຢູ່​ເທິ່ງທາດ​ມີ​ຮູບ​ໄຂ່, ຢູ່​ຕີນ​ທາດ​ມີ​ຮູບ​ຊິກວົງ​ເດືອນ ແລະ ດວງດາວຊຶ່ງ​ເປັນ​ສັນ​ຍາ​ລັກ​ໃຫ້​ແກ່​ສາ​ສະ​ໜາ​ອິດ​ສະ​ລາມ. ຫຼຽວ​ເບິ່ງ​ຈາກ​ທາງ​ໄກ, ໂບດ Almu Barak ກໍ​ເຫັນຄ້າຍຄື​ສະ​ຖາ​ປັດ​ຕະ​ຍະ​ກຳ​ຢູ່​ອາ​ຣັບ ຊຶ່ງ​ພົ້ນ​ເດັ່ນ​ດ້ວຍສະ​ຖາ​ປັດ​ຕະ​ຍະ​ກຳ​ສິ​ລະ​ປະອັນ​ເປັນ​ເອ​ກະ​ລັກ, ຄື​ທາງ​ດ້ານ​ຈິດ​ຕະ​ກຳ​ກໍ​ແປກ​ປະຫຼາດ. ໂບດ Almu Barak ຖືກ​ອອກ​ແບບກໍ່​ສ້າງ​ເປັນ​ຕຶກ​ອາ​ຄານ​ກ້​ວາງ, ມີ​ລະບຽງ​ຍາວ​ຢຽດ. ຢູ່​ທາງ​ໃນ ແລະ ທາງນອກ​ຂອງ​ໂບດ​ມີ​ພຽງ​ແຕ່​ສັນ​ຍາ​ລັກ​ຮູບ​ຊິກວົງ​ເດືອນ ແລະ ດວງ​ດາວ, ບໍ່​ບູ​ຊາ​ເທວະ​ດາ​ຟ້າ​ແຖນ. ສາ​ສະ​ນິກ​ກະ​ຊົນ​ເຊື່ອ​ຖ​ື​ສາ​ສະ​ໜາອິດ​ສະ​ລາມ ນັບ​ຖື​ພະ​ເຈົ້າ ອາ​ນລາ ແມ່ນພະ​ເຈົ້າ​ສູງ​ສຸດ. ອ້າຍ ຊາ​ຟີ​ອີ ຊຶ່ງ​ແມ່ນ​ອ້າຍ​ຄູ​ສອນ​ໜັງ​ສື​ຈຳ ຢູ່​ຕາ​ແສງ​ເຕີນ​ຮຶງ, ເມືອງ​ເຕີນ​ເຈົາ, ແຂວງ ໄຕ​ນິງ ໃຫ້​ຮູ້​ວ່າ :

    “ ຂ້າ​ພະ​ເຈົ້າ​ມີ​ຄວາມ​ເອກ​ອ້າງທະ​ນົງ​ໃຈ​ຕໍ່​ໂບດ​ຂອງ​ຊາວ​ເຜົ່າ​ຈຳ​ໃນ​ບ້ານ​ພວກ​ຂ້າ​ພະ​ເຈົ້າເພາະ​ໂບດ​ແມ່ນ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ເປັນ​ເອ​ກະ​ລັກ. ນີ້​ແມ່ນ​ບ່ອນ​ເພື່ອ​ໃຫ້ພໍ່​ແມ່​ພີ​ນ້ອງ​ຊາວ​ເຜົ່າ​ຈຳ​​ມາ​ທຳ​ພິ​ທີກຳ​ໃນ​ແຕ່​ລະ​ວັນ ”

     ໂບດບໍ່​ພຽງ​ແຕ່​ເພື່ອ​ໃຫ້​ຊາວ​ມຸດ​ສະ​ລິມ​ມາ​ພາ​ວະ​ນາ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ບ່ອນ​ເພື່ອ​ໃຫ້​ຊາວ​ເຜົ່າ​ຈຳ ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ເຜົ່າ​ຕົນ​ອີກ​ດ້ວຍ. ລະ​ດູ​ບານ​ໃໝ່​ວຽນ​ມາ ຄື​ເປັນ​ການ​ໝັ້ນ​ໝາຍ​ທຸກ​ສິ່ງ​ທີ່​ດີ​ງາມ​ຈະ​ມາ​ສູ່​ກັບພໍ່​ແມ່​ພີ​ນ້ອງ​ຊາວ​ເຜົ່າ​ຈຳ​​ຢູ່​ແຫ່ງນີ້. ເຂົາ​ເຈົ້າ​ຍາມ​ໃດ​ກໍ​ລະ​ດົມ​ກຳ​ລັງ​​ໃຈ ແກ່​ກັນ ແລະ ຊ່ວຍ​ເຫຼືອ​ກັນ​ເພື່ອ​ພ້ອມ​ກັນ​ບືນ​ຕົວ​ຂຶ້ນ​ໃນ​ການ​ຜະ​ລິດ, ທຳ​ມາ​ຫາ​ກິນ​ເພື່ອ​ໃຫ້ຊີ​ວິດ​ການ​ເປັນ​ຢູ່​ນັບ​ມື້​ນັບ​ດີ​ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ