50 ປີແຫ່ງອາຊຽນ - ກາລະໂອກາດຊຸກຍູ້ດ້ານການຄ້າສຳລັບຫວຽດນາມ

(VOVWORLD) -ປີ 2017, ອາຊຽນ ມີອາຍຸຄົບຮອບ 50 ປີ ແລະ 22 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກຂອງອົງການຈັດຕັ້ງໃຫຍ່ກວ່າໝູ່ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ນີ້. ນັບແຕ່ມື້ເຂົ້າເປັນສະມາຊິກຂອງອາຊຽນ ເມື່ອປີ 1995, ວົງເງິນແລກປ່ຽນການຄ້າບລະຫວ່າງຫວຽດນາມ ກັບບັນດາປະເທດອາຊຽນ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ.

50 ປີແຫ່ງອາຊຽນ - ກາລະໂອກາດຊຸກຍູ້ດ້ານການຄ້າສຳລັບຫວຽດນາມ - ảnh 1 ບັນດາການນຳອາຊຽນ

(ພາບປະກອບ: Reuters)

ປີ 1994, ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງອາຊຽນ ກວມເອົາ 22%. ພາຍຫຼັງ 1 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກຂອງອາຊຽນ (1995), ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງອາຊຽນ ໄດ້ເພີ່ມຂຶ້ນ 24,6%, ລື່ນກາຍຄາດໝາຍ 1 ຕື້ USD.

        ໂຄງປະກອບການສົ່ງອອກຂອງຫວຽດນາມ ໄປຍັງອາຊຽນ ນັບມື້ນັບໄດ້ຫັນປ່ຽນຕາມທິດຕັ້ງໜ້າ, ໄດ້ຮັບການຍົກສູງນັບທັງທາງດ້ານຄຸນນະພາບ ແລະ ມູນຄ່າ. ຈາກບັນດາປະເພດສິນຄ້າຜະລິດຕະພັນກະເສດປຸງແຕ່ງຂັ້ນຕົ້ນ ແລະ ວັດຖຸດິບຄື: ເຂົ້າສານ, ກາເຟ, ຢາງພາລາ… ຫວຽດນາມໄດ້ສົ່ງອອກບັນດາປະເພດສິນຄ້າໃຊ້ສອຍຫຼາຍຢ່າງ, ສິນຄ້າອຸດສາຫະກຳຄື: ເຄື່ອງໄຫຼ່ຄອມພິວເຕີ, ເຄື່ອງຕໍ່າແຜ່ນຕັດຫຍິບ, ຜະລິດຕະພັນກະເສດໄດ້ຮັບການປຸງແຕ່ງ ດ້ວຍມູນຄ່າສູງ ແລະ ມີສະຖຽນລະພາບ. ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ, ຫວຽດນາມ ແລະ ບັນດາປະເທດອາຊຽນ ໄດ້ຮັບຮອງເອົາສັນຍາ, ຂໍ້ຕົກລົງຫຼາຍສະບັບ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການແລກປ່ຽນການຄ້າ, ການລົງທຶນ ແລະ ເຊື່ອມໂຍງເຂົ້າກັບສາກົນ. ທ່ານ ຫງວຽນກ໋ວກຢຸງ, ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ຂັ້ນສູງຫວຽດນາມ ຢູ່ອາຊຽນ ຖືວ່າ.

        “ຫວຽດນາມ ໄດ້ເຂົ້າຮ່ວມວິວັດທະນາການເຊື່ອມໂຍງດ້ານເສດຖະກິດກັບອາຊຽນ ນັບແຕ່ມື້ທຳອິດທີ່ເຂດການຄ້າເສລີອາຊຽນ AFTA ຫາກໍ່ໄດ້ຮັບການສ້າງຕັ້ງ. ອາຊຽນແມ່ນຮ່ວມມືດ້ານການຄ້າສະໜອງແຫຼ່ງສິນຄ້າໃຫຍ່ອັນດັບ 3 ໃຫ້ບັນດາວິສາຫະກິດຫວຽດນາມ ແລະ ແມ່ນແຫຼ່ງສະໜອງທຶນ FDI ສຳຄັນ ດ້ວຍຍອດຈຳນວນເງິນຈົດທະບຽນປະມານ 64 ຕື້ USD. ຫວຽດນາມ ແມ່ນຂົວເຊື່ອມຕໍ່ໃຫ້ບັນດາຂົງເຂດລົງທຶນຂອງບັນດາບໍລິສັດນາໆຊາດ ທີ່ມີສຳນັກງານຕັ້ງຢູ່ອາຊຽນ. ອາຊຽນ ໄດ້ກາຍເປັນ 1 ໃນບັນດາກຳລັງໜູນສຳຄັນຊ່ວຍໃຫ້ຫວຽດນາມ ຮັກສາລະດັບເຕີບໂຕເສດຖະກິດຢ່າງໝັ້ນຄົງໃນໄລຍະຜ່ານມາ”.

        ເມື່ອຫວຽດນາມ ກາຍເປັນສະມາຊິກຂອງອາຊຽນ, ແຫຼ່ງເງິນລົງທຶນຈາກອາຊຽນ ແລະ ວົງເງິນການຄ້າພາຍໃນກຸ່ມຂອງຫວຽດນາມ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ພິເສດ, ພາຍຫຼັງທີ່ AEC ໄດ້ຮັບການສ້າງຕັ້ງ ເມື່ອທ້າຍປີ 2015. ສິ່ງທີ່ໜ້າສົນໃຈແມ່ນຂົງເຂດຮົ້ວພາສີ, ບັນດາປະເທດອາຊຽນ ໄດ້ສ້າງກຳນົດທິດລົບລ້າງພາສີ ແລະ ປອດພາສີລະຫວ່າງບັນດາປະເທດສະມາຊິກຢູ່ໃນລະດັບແຕ່ 0 – 5% ຜ່ານເຂດການຄ້າເສລີອາຊຽນ (AFTA) ແລະ ສັນຍາການຄ້າສິນຄ້າອາຊຽນ (ATIGA). ທ່ານເອກອັກຄະລັດຖະທູດໄທ ປະຈຳຫວຽດນາມ ມະນົບໄຊ ວົງພັກດີ, ໃຫ້ຮູ້ວ່າ.

        “ກ່ຽວກັບດ້ານເສດຖະກິດ, ນັບແຕ່ເມື່ອ AEC ໄດ້ຮັບການສ້າງຕັ້ງ, ຖ້າຫາກຫວນຄືນສະຖິຕິດ້ານການຄ້າ ແລະ ການລົງທຶນ, ພວກເຮົາເຫັນໄດ້ວ່າ ດ້ານການຄ້າ ແລະ ການລົງທຶນລະຫວ່າງບັນດາປະເທດອາຊຽນ ໄດ້ເພີ່ມຂຶ້ນຫຼາຍ. ພິເສດຢູ່ຫວຽດນາມ, ການລົງທຶນຈາກບັນດາປະເທດອາຊຽນ ຍາມໃດກໍ່ຢືນໃນ top, ລວມທັງບັນດາປະເທດອື່ນໆຄື: ສິງກະໂປ, ມາເລເຊຍ ແລະ ໄທ. ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ການເຊື່ອມໂຍງຂອງພວກເຮົາໃນລະບົບການຜະລິດຂອງອາຊຽນ. ປະຈຸບັນ,ການພົວພັນດ້ານການຄ້າລະຫວ່າງຫວຽດນາມ ແລະ ໄທ ແມ່ນບໍ່ຄືກັນກັບ 30 ປີກ່ອນນີ້. ປະຈຸບັນມີການລົງທຶນ, ບຳລຸງສ້າງຊັບພະຍາກອນມະນຸດຢູ່ທັງ 2 ຝ່າຍ. ຝ່າຍຫວຽດນາມ ກໍເລີ່ມລົງທຶນໄປຍັງໄທ ຄື: ບໍລິສັດການບິນ Vietjet ດ້ວຍທຶນຈົດທະບຽນເຄື່ອນໄຫວຢູ່ໄທ ຂຶ້ນເຖິງ 50 ຕື້ USD ແລະ ໄດ້ຈ້າງວິຊາການທີ່ເປັນຄົນໄທ 300 ຄົນ. ນີ້ແມ່ນບາດກ້າວທີ່ເປັນໜ້າສົນໃຈ, ຍ້ອນໃນຮອບເວລາ 20 ປີຜ່ານມາ, ພວກເຮົາເຫັນວ່າ ມີພຽງບໍລິສັດຂອງໄທ ເຂົ້າມາລົງທຶນຢູ່ຫວຽດນາມ, ແຕ່ປະຈຸບັນການລົງທຶນແມ່ນມາຈາກທັງ 2 ຝ່າຍ”.

        ດ້ວຍຖານະເປັນສະມາຊິກຂອງອາຊຽນ, ຫວຽດນາມ ມີກາລະໂອກາດໄດ້ຮັບບຸລິມະສິດຫຼາຍຢ່າງດ້ານລະບຽບການບໍລິຫານ, ການລົງທຶນ, ພາສີອາກອນຢູ່ບັນດາປະເທດອາຊຽນ. ສະນັ້ນ, ບັນດາວິສາຫະກິດຫວຽດນາມ ມີຄວາມສະດວກຫຼາຍຢ່າງເມື່ອເປີດກວ້າງການລົງທຶນໄປຍັງບັນດາປະເທດສະມາຊິກ, ໃນນັ້ນມີ ສິງກະໂປ, ລາວ, ກຳປູເຈຍ ແລະ ມຽນມາ. ຢູ່ສິງກະໂປ, ເຊິ່ງເປັນຄູ່ຄ້າໃຫຍ່ອັນດັບ 2 ຂອງຫວຽດນາມ ໃນອາຊຽນ, ຖັດຈາກໄທ, ປະຈຸບັນ FPT ແມ່ນນັກລົງທຶນຫວຽດນາມ ໃຫຍ່ກວ່າໝູ່ ດ້ວຍຈຳນວນເງິນລົງທຶນແມ່ນ 4,5 ລ້ານ USD ແລະ ກໍ່ແມ່ນບໍລິສັດເຕັກໂນໂລຊີຂໍ້ມູນຂ່າວສານຫວຽດນາມ ໃຫຍ່ກວ່າໝູ່ຢູ່ສິງກະໂປ. ນອກນັ້ນ, ຫວຽດນາມ ກໍນອນໃນ top 5 ປະເທດມີມູນຄ່າລົງທຶນຢືນອັນດັບໜຶ່ງຢູ່ກຳປູເຈຍ ປະມານ 200 ໂຄງການ. ທະນາຄານລົງທຶນ ແລະ ພັດທະນາກຳປູເຈຍ (BIDC) ຂຶ້ນກັບທະນາຄານລົງທຶນ ແລະ ພັດທະນາຫວຽດນາມ (BIDV) ແມ່ນໜຶ່ງໃນບັນດາວິສາຫະກິດຫວຽດນາມ ທີ່ມີການລົງທຶນຢ່າງໃຫຍ່ຫຼວງເຂົ້າກຳປູເຈຍ, ດ້ວຍ 9 ສາຂາພວມເຄື່ອນໄຫວ. ທ່ານ ໂດ້ຫວຽດຮຸ່ງ, ຮອງຜູ້ອຳນວຍການໃຫຍ່ BIDC, ໃຫ້ຮູ້ວ່າ.

        “ໄລ່ມາຮອດຈຸດເວລານີ້, BIDC ມີຍອດຊັບສິນ 760 ລ້ານ USD ແລະ ນອນໃນ top 10 ທະນາຄານໃຫຍ່ກວ່າໝູ່ຢູ່ກຳປູເຈຍ. ການເຄື່ອນໄຫວດຳເນີນທຸລະກິດຂອງ BIDC ໃນໄລຍະກວ່າ 7 ປີຜ່ານມາ ໄດ້ມີການໜູນຊ່ວຍຢ່າງໃຫຍ່ຫຼວງຈາກລັດຖະບານຂອງ 2 ປະເທດ, ພິເສດແມ່ນການໜູນຊ່ວຍຂອງສະຖານທູດຫວຽດນາມ ແລະ ອົງການການຄ້າປະຈຳ ກຳປູເຈຍ”.

        ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ປີ 2018 ເມື່ອຫວຽດນາມ ຍົກເລີກພາສີນຳເຂົ້າຈາກອາຊຽນ ລົງ 0%, ວົງເງິນແລກປ່ຽນການຄ້າໄດ້ຮັບການຄາດຄະເນວ່າຈະເພີ່ມຂຶ້ນຫຼາຍພໍສົມຄວນ. ສຳລັບຜູ້ບໍລິໂພກ, ອຸປະໂພກ, ເຂົາເຈົ້າຈະມີໂອກາດເພື່ອສຳພັດກັບບັນດາຜະລິດຕະພັນຢູ່ພາຍໃນກຸ່ມທີ່ມີລາຄາຖືກກວ່າ ຍ້ອນບໍ່ໄດ້ເສຍພາສີ, ຕົວຢ່າງຄື: ບັນດາລົດໂອໂຕທີ່ນຳເຂົ້າຈາກໄທ, ອິນໂດເນເຊຍ. ທ່ານ Suryana Sastradiredja, ທູດການຄ້າ, ສະຖານທູດອິນໂດເນເຊຍ ປະຈຳຫວຽດນາມ, ໃຫ້ຮູ້ວ່າ.

        “ປີ 2017, ຄວາມຕ້ອງການດ້ານອຸດສາຫະກຳລົດໂອໂຕຂອງຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ, ໂດຍສະເພາະແມ່ນບັນດາຜະລິດຕະພັນເຄື່ອງອາໄຫຼ່ລົດໂອໂຕ, ລົດຈັກຂອງອິນໂດເນເຊຍ. ໃນໄຕມາດທີ 1 ປີ 2017, ບັນລຸກວ່າ 1 ຕື້ USD. ສິ່ງດັ່ງກ່າວແມ່ນມີປະໂຫຍດໃຫ້ທັງຫວຽດນາມ ແລະ ອິນໂດເນເຊຍ ໃນຂົງເຂດດັ່ງກ່າວ. ໂດຍສະເພາະແມ່ນໃນຂອບເຂດປະຊາຄົມອາຊຽນໄດ້ຮັບການສ້າງຕັ້ງ, ກັບເຂດການຄ້າເສລີ, ການເສຍພາສີສຳລັບບັນດາພາຫະນະລົດໂອໂຕ, ລົດຈັກຈະຫຼຸດລົງ 0% ໃນປີຈະມາເຖິງ”.

        ຕາມການຕີລາຄາຂອງທ່ານເລເລືອງມິງ, ເລຂາທິການໃຫຍ່ອາຊຽນ ແລ້ວ: ມູນຄ່າແລກປ່ຽນການຄ້າພາຍໃນກຸ່ມນັບແຕ່ປີ 2006 ຫາ 2016 ລະຫວ່າງຫວຽດນາມ ແລະ ບັນດາປະເທດສະມາຊິກອື່ນ ໄດ້ເພີ່ມຂຶ້ນ 120%, ກວມເອົາ 16% ຍອດວົງເງິນການຄ້າຂອງຫວຽດນາມ. ຄຽງຂ້າງນັ້ນ, FDI ຈາກອາຊຽນ ເຂົ້າຫວຽດນາມ ໃນປີ 2016 ກໍເພີ່ມຂຶ້ນ 16% ຂຶ້ນເຖິງ 2,3 ຕື້ USD ເມື່ອທຽບໃສ່ປີ 2006. ສິ່ງດັ່ງກ່າວໄດ້ພິສູດໃຫ້ເຫັນຜົນສຳເລັດໃນການເຊື່ອມໂຍງ ແລະ ຮ່ວມສຳພັນເສດຖະກິດສະມາຊິກຂອງຫວຽດນາມ. ຜ່ານນັ້ນ, ຫວຽດນາມ ໄດ້ປະກອບສ່ວນພ້ອມກັບບັນດາປະເທດອາຊຽນ ສ້າງປະຊາຄົມອາຊຽນ ໃຫ້ນັບມື້ນັບເຂັ້ມແຂງ, ພ້ອມກັນມຸ່ງໄປເຖິງການປະຕິບັດວິໄສທັດອາຊຽນ 2025, ໃນນັ້ນໄດ້ສ້າງເຂດເສດຖະກິດອາຊຽນ ມີສະຖຽນລະພາບ, ວັດທະນາຖາວອນ, ມີຄວາມສາມາດແກ່ງແຍ້ງສູງ, ຄວາມທຸກຍາກ ອຶດຫິວ, ການແບ່ງເຂດເສດຖະກິດ, ສັງຄົມຖືກຫຼຸດລົງ ຈະປະກົດຜົນເປັນ ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ