VietNam Expo 2016 ນະຄອນໂຮ່ຈິມີນ: ກາລະໂອກາດພົບປະແລກປ່ຽນຂອງ ບັນດາວິສາຫະກິດ

(vovworld)- ດ້ວຍ​ຜົນ​ສຳ​ເລັດ​ກ່ຽວ​ກັບ​ປະ​ສິດ​ທິ​ຜົນ ແລະ ຄຸນ​ນະ​ພາບ​ໃນ​ການ​ພົວ​ພັນແລກ​ປ່ຽນ​ດ້ານ​ການ​ຄ້າ​ໃນ​ຕະ​ຫລອດ 13 ປີ​ຜ່ານ​ມາ, ງານ​ຕະ​ຫລາດ​ນັດ​ການ​ຄ້າ​ສາ​ກົນ​ນະ​ຄອນ ໂຮ່​ຈິ​ມີນ ຄັ້ງ​ທີ 14 (VietNam Expo 2016 – Hochiminh City) ສືບ​ຕໍ່​ແມ່ນ​ຈຸດ​ນັດ​ພົບ​ສຳ​ຄັນ, ແມ່ນ​ຂົວ​ເຊື່ອມ​ຕໍ່​ດ້ານ​ການ​ຄ້າ​ທີ່​ສະ​ຫງວນ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ສາ​ກົນ ​ເພື່ອພົບ​ປະ​, ແລກ​ປ່ຽນ​ການ​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ. ມີ ວິ​ສາ​ຫະ​ກິດ 520 ກວ່າແຫ່ງ​ທີ່ ເຂົ້າ​ຮ່ວມ​ງານ​ຕະ​ຫລາດ​ນັດຄັ້ງ​ນີ້ ໄດ້​ມີ​ກາ​ລະ​ໂອ​ກາດ​ຊຸກ​ຍູ້​ການ​ພັດ​ທະ​ນາ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ຢູ່​ຕະ​ຫລາດ​ຫວຽດ​ນາມ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ. ບົດ​ຂຽນ​ຂອງ​ນັກ​ຂ່າວ ເຮືອງ​ຈາ.

VietNam Expo 2016 ນະຄອນໂຮ່ຈິມີນ: ກາລະໂອກາດພົບປະແລກປ່ຽນຂອງ ບັນດາວິສາຫະກິດ - ảnh 1


ໃນ​ເນື້ອ​ທີ່​ເກືອບ 10.000 ຕາ​ແມັດ, ມີ​ຮ້ານ​ວາງ​ສະ​ແດງກວ່າ 600 ຮ້ານ​ຂອງກວ່າ 20 ປະ​ເທດ ແລະ ເຂດ​ແຄ້ວນ​ໄດ້​ຮັບ​ການ​ຈັດ​ວາງ​​ຢ່າງ​ມີ​ວິ​ທະ​ຍາ​ສາດ ແລະ ຈັບອົກ​ຈັບ​ໃຈ. ຢູ່​ທາງ​ເຂົ້າ​ເຂດ​ວາງ​ສະ​ແດງ​ແມ່ນ​ສະ​ຫງວນ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ໂດຍ​ວາງ​ສະ​ແດ​ງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ເປັນ​ມູນ​ເຊື້ອ​ຄື: ເຄື່ອງສິ​ລະ​ປະ​ຫັດ​ຖະ​ກຳ, ອາ​ຫານ, ເຄື່ອງ​ດືມ, ອຸດ​ສາ​ຫະ​ກຳ​ຫ​ນູນ​ຊ່ວຍ, ໂທ​ລະ​ຄົມ​ມະ​ນາ​ຄົມ… ໃນ​ນັ້ນ ມີ​ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ມີ​ຊື່​ສຽງ​ຢູ່​ຕະ​ຫລາດ​ຫວຽດ​ນາມ ຄື: ເຂົ້າ         ​ຫ​ນົມຖົ່ວ​ຂຽວ​ຫາຍ​ເຢືອງ , ບໍ​ລິ​ສັດ​ໂທ​ລະ​ຄົມ​ມະ​ນາ​ຄົມ Mobifone, ເຄື່ອງ​ເຟີ​ນີ​ເຈີ ດົງ​ກີ້ ຕະ​ຫລອດ​ຮອດ​ບັນ​ດາ​ບໍ​ລິ​ສັດ​ໃຫ​ມ່​ໃນ​ຕະ​ຫລາດ​ຄື: ທູບ​ຫວຽດ, ຫົວ​ທຽມ​ດຳ​ ລີງ​ດານ ລ້ວນ​ແຕ່​ເຂົ້າ​ຮ່ວມ​ງານ​ຕະ​ຫລາດ​ນັດ ແລະ ປາດ​ຖະ​ຫນາ​ຢາກ​ຊອກ​ຫາ​ຄູ່​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ​ຫລາຍ​ແຫ່ງ​ຕື່ມ​ອີກ.

VietNam Expo 2016 ນະຄອນໂຮ່ຈິມີນ: ກາລະໂອກາດພົບປະແລກປ່ຽນຂອງ ບັນດາວິສາຫະກິດ - ảnh 2
ຮ້ານ​ຂາຍ​ຜ້າ batick ຂອງ​ອິນ​ໂດ​ເນ​ເຊຍ


ໃນ​ງານ​ຕະ​ຫລາດ​ນັດ​ປີນີ້, ອິນ​ໂດ​ເນ​ເຊຍ ໄດ້​ຮັບ​ເລືອກ​ເຟັ້ນ​ແມ່ນ​ປະ​ເທດ​ກິ​ຕິ​ມະ​ສັກ ຍ້ອນ​ມີຈຳ​ນວນ​ວິ​ສາ​ຫະ​ກິດ​ເຂົ້າ​ຮ່ວມ​ຫລາຍ​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ. 66 ຮ້ານ​ວາງ​ສະ​ແດງ​ຂອງ ອິນ​ໂດ​ເນ​ເຊຍ ​ຖືກຕັ້ງ​ຢູ່​ເຂດ​ໃຈ​ກາງ ແລະ ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ດ້ວຍ​ສີ​ແດງ​ທີ່​ສວຍ​ງາມ, ໃນ​ນັ້ນ​​ມີ​ບັນ​ດາ​ຂະ​ແຫນງ​ສິນ​ຄ້າ​ຄື: ວັດ​ສະ​ດຸກໍ່​ສ້າງ, ເຄື່ອງ​ກິນ​ດື່ມ, ຫົວ​ອາ​ຫານ​ສັດ, ຜ້າ batik, ອາ​ສັງ​ຫາ​ລິ​ມະ​ຊັບ… ທ່ານ Ridwan Hassan, ຜູ້​ໃຫ້​ຄຳ​ປຶກ​ສາ​ຂັ້ນ​ສູງ​ກ່ຽວ​ກັບ​ເສດ​ຖະ​ກິດ ແລະ ການ​ທູດ, ກະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ໂດ​ເນ​ເຊຍ ແບ່ງ​ປັນ​ວ່າ:

“ອິນ​ໂດ​ເນ​ເຊຍ ແລະ ຫວຽດ​ນາມ ແມ່ນ​ສອງ​ປະ​ເທດ​ສະ​ມາ​ຊິກ​ຂອງ​ອາ​ຊຽນ ​ທີ່ມີ​ຕະ​ຫລາດ​ໃຫຍ່ ແລະ ມີ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ເປັນ​ຢ່າງ​ດີ. ຫວຽດ​ນາມ ແມ່ນ​ຕະ​ຫລາດ​ມີ​ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ​ຢູ່​ພາກ​ພື້ນ. ສະ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ເຂົ້າ​ຮ່ວມ VietNam Expo ​ຄື​ດັ່ງປ​ະ​ເທດ​ກິ​ຕິ​ມະ​ສັກ. ຈຳ​ນວນວິ​ສາ​ຫະ​ກິດ ອິນ​ໂດ​ເນ​ເຊຍ 66 ແຫ່ງ​ເຂົ້າ​ຮ່ວມ​ງານ​ຕະ​ຫລາດ​ນັດ ເປັນ​ການ​ສະ​ແດງ​ໃຫ້​ເຫັນວ່າ ອິນ​ໂດ​ເນ​ເຊຍ ມີ​ຄວາມ​ສົນ​ໃຈເຖິງ​ຕະ​ຫລາດ​ຫວຽດ​ນາມ. ວົງ​ເງິນ​ການ​ຄ້າ ອິນ​ໂດ​ເນ​ເຊຍ - ຫວຽດ​ນາມ ບັນ​ລຸກວ່າ 4 ຕື້​ໂດ​ລາ​ສະ​ຫະ​ລັດ, ພວກ​ເຮົາ​ຫວັງ​ວ່າ ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ຈະ​ນັບ​ມື້​ນັບ​ເຕີບ​ໂຕ, ພິ​ເສດ​ແມ່ນ​ຂະ​ແຫນງ​ສິນ​ໃນ​ນ້ຳ.”

ທ່ານ​ນາງ Hartini, ບໍ​ລິ​ສັດ Uni atik ມາ​ຈາກ​ນະ​ຄອນ Solo ປະ​ເທດ​ອິນ​ໂດ​ເນ​ເຊຍ ໄດ້​ນຳ​ເອົາ​ຜະ​ລິ​ດ​ຈະ​ພັນ​ຫລາຍ​ຢ່າງ​ຈາກ ຜ້າ batik ຄື: ໂສ້ງ​ເສື້ອ, ຜ້າ​ພັນ​ຄໍ, ຜ້າ​ປູ​ໂຕະ, ເຄື່ອງ​ປະ​ດັບ​ປະ​ດາ ມາ​ແນະ​ນຳ​ໃນ​ງານ​ຕ​ະ​ຫລາດນີ້. ກົງ​ກັ​ນ​ຂ້າມ​ກັບ​ຄວາມ​ຄິດ​ໃນ​ເບື້ອງ​ຕົ້ນ​ວ່າ ຜ້າ batik ຍາກ​ທີ່​ຈະ​ຂາຍ​ໄດ້​ຢູ່​ຫວຽດ​ນາມ ຍ້ອນ​ມີ​ລວດ​ລາຍ​ຫລາຍ, ແຕ່​ເມື່ອ​ເຂົ້າ​ຮ່ວມ​ງານ​ຕະ​ຫລາດນັ້​ນ​ຄັ້ງ​ນີ້ ທ່ານ​ນາງ​ເຫັນ​ໄດ້​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ຕະ​ຫລາດ​ຫວຽດ​ນາມ.

        “ນີ້​ເປັນ​ຄັ້ງ​ທຳ​ອິດ​ຂ້າ​ພະ​ເຈົ້າ​ເຂົ້າ​ຮ່ວມ​ງານ​ຕະ​ຫລາດ​ນັດ​ຢູ່​ຫວຽດ​ນາມ. ໂຊ​ກ​ດີ​ຫລາຍ ຜະ​ລິດ​ຕະ​ພັນ​ຜ້າ batik ຊື່ງ​ຂ້າ​ພະ​ເຈົ້າ​ນຳ​ມາ​ຫວຽດ​ນາມ ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ປະ​ຊາ​ຊົນ​ຫວຽດ​ນາມເປັນ​ຈຳ​ນວນ​ຫລວງ​ຫລາຍ. ສະ​ນັ້ນ ໄລ​ຍະ​ຈະ​ມາ​ເຖິງ ຂ້າ​ພະ​ເຈົ້າຈະ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ຜ້າ batik ມາ​ຫວຽດ​ນາມ ຫລາຍກວ່າ. ຕະ​ຫລາດ​ຫວຽດາມ ແມ່ນ​ຕະ​ຫລາດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ທີ່​ສຸດ.”

ຄຽງ​ຂ້າງ​ເຂດ​ວາງ​ສະ​ແດງ​ຂອງ​ອິນ​ໂດ​ເນ​ເຊຍ ແມ່ນ​ບັນ​ດາ​ຮ້ານ​ວາງ​ສະ​ແດງ​ຂອງ​ໄຕ້​ຫວັນ(ຈີນ), ເນ​ປານ ແລະ ສ​ເກົາ​ຫລີ. ເປັນ​ຫນ້າ​ສົນ​ໃຈ ແມ່ນ​ບັນ​ດາ​ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ​ຂອງ ສ​ເກົາ​ຫລີ ຍາມ​ໃດ​ກໍ​ດຶງ​ດູດ​ຜູ້​ມາ​ຊົມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ດ້ວຍ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຄື: ເຄື່ອງ​ສຳ​ອາງ, ອາ​ຫານ​ເສີມ, ເຄື່ອງ​ຈັກ​ຜະ​ລິດ​ແກຼມ.. ທ່ານ Ki Choon Lee, ຜູ້​ອຳ​ນວຍ​ການ ບໍ​ລິ​ສັດ Bars Korea ຜະ​ລິດ​ສະ​ເພາະ​ບັນ​ດາອ​ຸ​ປະ​ກອນ​ຜະ​ລິດ​ແກຼມ ໄດ້​ແບ່ງ​ປັນ​ວ່າ:

        “ປະ​ຈຸ​ບັນ ຢູ່ ໄຊ​ງ່ອນ ມີ​ເຄື່ອງ​ຈັກ​ຜະ​ລິດ​ແກຼມ 7 ເຄື່ອງ ໂດຍ​ພວກ​ຂ້າ​ພະ​ເຈົ້າ​ຜະ​ລິດ ພວມ​ໄດ້​ນຳ​ໃຊ້​ຢູ່​ບັນ​ດາ​ຮ້ານ​ກາ​ເຟ. ຜ່ານ​ງານ​ຕະ​ຫລາດນັດ​ຄັ້ງ​ນີ້ ຂ້າ​ພະ​ເຈົ້າ​ຢາກ​ຊອກ​ຫາ​ລູກ​ຄ້າ ແລະ ໂຄ​ສະ​ນາ​ຢ່າງກວ້າງ​ຂວາງ​ໃຫ້​ແກ່​ປະ​ຊາ​ຊົນ​ກ່ຽວ​ກັບ​ຜະ​ລິ​ດ​ຕະ​ພັນ​ຈາກ​ເຄື່ອງ​ຈັກ​ຜະ​ລິດ​ແກຼມນີ້. ຜະ​ລິດ​ຕະ​ພັນ​ຂອງ​ພວກ​ຂ້າ​ພະ​ເຈົ້າ ປະ​ຢັດ​ໄຟ​ຟ້າ ແລະ ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ. ເມື່ອ​ທຽບ​ໃສ່​ງານ​ຕະ​ຫລາດ​ນັດ​ໃນ​ປີ​ກາຍ, ຈຳ​ນວນ​ລູກ​ຄ້າ​ຊື້​ຜະ​ລິດ​ຕະ​ພັນ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ເພີ່ມ​ຂຶ້ນ 200% ແລະ ຍັງ​ມີ​ໃບ​ສັ່ງ​ຊື້​ສິ​ນ​ຄ້າ​ຫລາຍ​ສະ​ບັບ​ຍັງ​ບໍ່​ທັນ​ຕອບ​ສະ​ຫນອງ​ໄດ້.”

ຈຸດ​ພົ້ນ​ເດັ່ນ​ຂອງ VietNam Expo 2016 ຢູ່ ນະ​ຄອນ ໂຮ່​ຈິ​ມີນ ແມ່ນ​ເຂດ​ວາງ​ສະ​ແດງ​ຫົວ​ເລື່ອງ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ. ໃນ​ນັ້ນ ວາງ​ສະ​ແດງ​ເຕັກ​ໂນ​ໂລ​ຊີ​ມີ​ທ່າ​ແຮງ​ຂອງ​ໄຕ້​ຫວັນ​ຄື: ພະ​ລັງ​ງານ​ຜະ​ລິດ​ຄືນ​ໃຫມ່, ​ກຳ​ຈັດ​ນ້ຳ, ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ, ວັດ​ສະ​ດຸກໍ່​ສ້າງ​ຂຽວ, ຜະ​ລິດ​ແກ້ວ​ຄືນ​ໃຫມ່. ຄຽງ​ຄູ່​ກັນ​ນັ້ນ, ບັນ​ດາ​ຜົນ​ງານ​ດ້ານ​ເຕັກ​ໂນ​ໂລ​ຊີ​ຂອງ​ຫວຽດ​ນາມ ແລະ ເຕັກ​ໂນ​ໂລ​ຊີ​ພົ້ນ​ເດັ່ນ​ຂອງ ສ​ເຊັກ​ໂກ ຈຳ​ນວນ​ຫນຶ່ງ ກໍ​ໄດ້​ຮັບ​ການ​ແນະ​ນຳ​ໃນ​ງານ​ຕະ​ຫລາດ​ນັດຄັ້ງ​ນີ້. ທ່ານ ຫງວຽນ​ຄັກ​ລ້ວນ, ຜູ້​ອຳ​ນວຍ​ການ​ໃຫຍ່ Vinexad, ຫົວ​ຫນ່ວຍ​ຈັດ​ຕັ້ງ VietNam Expo 2016 ຢູ່ ນະ​ຄອນ ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ:

        “ໃນ​ສະ​ພາບ​ປະ​ຈຸ​ບັນ, ການ​ເຕີບ​ໂຕ​ຂຽວ ແມ່ນ​ຮູບ​ແບບ​ພັດ​ທະ​ນາ​ໃຫມ່ ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ, ປ່ຽນ​ແປງ​ອົງ​ປະ​ກອບ​ການ​ຜະ​ລິດ ແລະ ການ​ໃຊ້​ສອຍ​ຕາມ​ທິດ​ໝັ້ນ​ຄົງ ກໍ​ຄື​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ຫລຸດ​ຜ່ອນ​ອາຍ​ແກ​ສ​ເຮືອນ​ແກ້ວ ພ້ອມ​ທັງ​ຍົກ​ສູງ​ຄວາມ​ສາ​ມາດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ນີ້​ແມ່ນ​ສາຍ​ເຫດ​ເຂດ​ຫົວ​ເລື່ອງ​ສະ​ເພາ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​ໄດ​້​ດຶງ​ດູດ​ແຂກ​ເຂົ້າ​ຊົມ​ເປັນ​ຈຳ​ນວ​ນ​ຫລວງ​ຫລາຍ. ສິ່ງ​ດັ່ງ​ກ່າວ​ໄດ້​ຕອບ​ສະ​ຫນອງ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ເຕີບ​ໂຕ​ຂຽວ ແລະ ແຜນ​ການ​ດຳ​ເນີນ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ເຕີບ​ໂຕ​ຂຽວ, ແມ່ນ​ຂົວ​ຕໍ່​​ການ​ຄົ້ນ​ຄ້​ວາ ແລະ ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີລະ​ຫວ່າງ​ຕະ​ຫລາດ​ພາຍ​ໃນ​ປະ​ເທດ ແລະ ໂລກ.”

ໃນ​ຂອບ​ເຂດ​ງານ​ຕະ​ຫລາດ​ນັດ​ຍັງ​ມີ​ເຂດ​ວາງ​ສະ​ແດງ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ເປັນ​ມິ​ດ​ກັບ​ສິ່ງ​ແວດ​ລ້ອມ ປີ 2016 ແລະ ງານ​ວາງ​ສະ​ແດງ ​ໂລ​ຫະ​ທາດ​ເພື່ອ​ຜະ​ລິດ​ເຄື່ອງ​ໃຊ້ ແລະ ອຸ​ປະ​ກອນ​ມື​ຖື.

ໂດຍ​ໄດ້​ຮັບ​ການ​ຈັດ​ຕັ້ງ ຈາກ VINEXAD ຊື່ງ​ແມ່ນ​ຫົວ​ຫນ່ວຍ ທີ່​ມີ ​ປະ​ສົບ​ການໃນ​ຂົງ​ເຂດ​ງານ​ຕະ​ຫລາດ​ນັດ-  ງານ​ວາງ​ສະ​ແດງ - ຈັດ​ຕັ້ງ​ເຫດ​ການ ຢູ່​ຫວຽດ​ນາມ ກວ່າ 40 ປີ, ດ້ວຍ​ຄຳ​ໝັ້ນ​ສັນ​ຍາ “ ມາ​ນະ​ພະ​ຍາ​ຍາມ​ຢ່າງບໍ່​ຢຸດຢັ້ງ​ເພື່ອ​ສ້າງ​ຄຸນ​ຄ່າ​ແທ້​ຈິງ​ໃຫ້​ແກ່​ວິ​ສ​າ​ຫະ​ກິດ”, VietNam Expo 2016 ຢູ່ ນະ​ຄອນ ໂຮ່​ຈິ​ມີນ ແນ່ນອນ​ວ່າຈະ​ແມ່ນ​ຊ່ອງ​ພົວ​ພັນ​ແລກ​ປ່ຽນ​ການ​ຄ້າ​​ຢ່າງມີ​ປະ​ສິດ​ທິ​ຜົນທີ່​ຂາດບໍ່​ໄດ້​ສຳ​ລັບ​ວິ​ສາ​ຫະ​ກິດ.


ຕອບກັບ

ຂ່າວ/ບົດ​ອື່ນ