Batavia - ລົດຊາດອາຫານ ອິນໂດເນເຊຍ ຢູ່ ຮ່າໂນ້ຍ, ເຊື່ອມຕໍ່ພື້ນຖານວັດທະນະທຳ ຫວຽດນາມ ແລະ ອິນໂດເນເຊຍ

(VOVWORLD) - Batavia Restaurant & Café ແມ່ນຮ້ານອາຫານ ອິນໂດເນເຊຍ ທຳອິດ ແລະ ມີພຽງແຕ່ດຽວຢູ່ ຮ່າໂນ້ຍ ໂດຍຊາວ ອິນໂດເນເຊຍ ເປັນເຈົ້າຂອງຮ້ານ. ເພື່ອຮັບໃຊ້ແຂກທ່ອງທ່ຽວທີ່ຢາກຊິມລົດຊາດບັນດາເຍື່ອງອາຫານ Halal (ແມ່ນເຍື່ອງອາຫານຂອງຊາວມຸດສະລິມ) ທີ່ເຂັ້ມຂຸ້ນໄປດ້ວຍລົດຊາດອາຫານ ອິນໂດເນເຊຍ. 

ເກືອບ 3 ປີມານີ້, Batavia ໄດ້ຄ່ອຍໆຢັ້ງຢືນທີ່ຕັ້ງຂອງຕົນໃນໃຈຂອງຜູ້ບໍລິໂພກ ຮ່າໂນ້ຍ. ຂໍເຊີນທ່ານຜູ້ຟັງພ້ອມກັບນັກຂ່າວ ເຮືອງຈາ ຄົ້ນຫາຮ້ານອາຫານພິເສດແຫ່ງນີ້.

Batavia - ລົດຊາດອາຫານ ອິນໂດເນເຊຍ ຢູ່ ຮ່າໂນ້ຍ, ເຊື່ອມຕໍ່ພື້ນຖານວັດທະນະທຳ ຫວຽດນາມ ແລະ ອິນໂດເນເຊຍ - ảnh 1 ຮ້ານອາຫານ Batavia

ຂ້າພະເຈົ້າຮູ້ສຶກວ່າ ເຍື່ອງອາຫານ ອິນໂດເນເຊຍ ເປັນໜ້າຈັບໃຈ ຍ້ອນມັນມີລົດຊາດພິເສດ ແລະ ແຕກຕ່າງກັບເຍື່ອງອາຫານ ຫວຽດນາມ, ພິເສດແມ່ນເຍື່ອງອາຫານທີ່ປຸງແຕ່ງຈາກຊີ້ນງົວ. ມີກິ່ນຫອມຈາກແປ້ງແຄ່ ແລະ ເຂັ້ມຂຸ້ນໄປດ້ວຍລົດຊາດພິເສດຂອງນ້ຳກະທິໝາກພ້າວ. ນອກນັ້ນ, ຂ້າພະເຈົ້າຍັງມັກເຂົ້າໜົມຊະນິດໜຶ່ງທີ່ມີໄສ້ເຮັດດ້ວຍຊີ້ນຄືກັນກັບເຂົ້າໜົມໝາກແປບຂອງ ຫວຽດນາມ ແຕ່ມັນມີລົດຊາດແຕກຕ່າງກັນ.

ນີ້ແມ່ນໂອກາດດີທີ່ສຸດ ເມື່ອໄດ້ຮັບປະທານອາຫານ ອິນໂດເນເຊຍ ທີ່ຮ້ານອາຫານ ອິນໂດເນເຊຍ ຢູ່ໃຈກາງນະຄອນຫລວງ ຮ່າໂນ້ຍ. ບັນດາເຍື່ອງອາຫານຢູ່ທີ່ນີ້ ໄດ້ປຸງແຕ່ງຄືລົດຊາດຂອງຊາວ ອິນໂດເນເຊຍ. ເຍື່ອງອາຫານ ອິນໂດເນເຊຍ ຕ້ອງນຳໃຊ້ເຄື່ອງປຸງແຕ່ງຫລາຍຊະນິດ ແຕ່ຢູ່ ຫວຽດນາມ ບໍ່ມີ. ຂ້າພະເຈົ້າມີຄວາມນິຍົມຊົມຊອບທີ່ສຸດເມື່ອໄດ້ຮັບປະທານອາຫານ ອິນໂດເນເຊຍ ຢູ່ທີ່ນີ້.

ປີ 2016, ອ້າຍ Azhar Rizal, ເຈົ້າຂອງຮ້ານອາຫານ, ເມື່ອມາ ຫວຽດນາມ ເຮັດວຽກອ້າຍຮູ້ສຶກວ່າ: ແຂກທ່ອງທ່ຽວຊາວມຸດສະລິມເວົ້າລວມ ແລະ ແຂກທ່ອງທ່ຽວ ອິນໂດເນເຊຍ ເວົ້າສະເພາະ ເມື່ອມາ ຮ່າໂນ້ຍ, ແມ່ນຊອກກິນບັນດາເຍື່ອງອາຫານ Halal ຍາກຫລາຍ. ດັ່ງນັ້ນ, ອ້າຍ  Rizal ແລະ ເມຍຂອງຕົນຈຶ່ງໄດ້ເປີດຮ້ານອາຫານນີ້ ດ້ວຍຄວາມຫວັງວ່າ ຢາກຮັບໃຊ້ບັນດາແຂກທີ່ມີຄວາມຕ້ອງການຮັບປະທານເຍື່ອງອາຫານ halal ໃນບັນຍາກາດອັນສະອາດສົດໃສ, ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ ອິນໂດເນເຊຍ.

Batavia ແມ່ນຊື່ຂອງນະຄອນຫລວງ ຈາກາກຕາ ໃນສະໄໝກ່ອນ. ພວກຂ້າພະເຈົ້າຢາກເອົາຊື່ນີ້ ເພື່ອໃຫ້ແຂກເຂົ້າມາກິນສາມາດຈື່ ແລະ ຊອກໄດ້ງ່າຍ. ທຳອິດຮ້ານອາຫານໄດ້ເປີດຢູ່ຖະໜົນ ຊວນຢ້ຽວ, ແຕ່ມາຮອດປັດຈຸບັນ, ຍ້ອນຈຳນວນແຂກເພີ່ມຂຶ້ນຢ່າງຫລວງຫລາຍ ດັ່ງນັ້ນ ພວກຂ້າພະເຈົ້າຈຶ່ງເປີດຮ້ານໃຫຍ່ກ່ວາ ໃນບໍລະເວນທ່ອງທ່ຽວລືຊື່ຂອງນະຄອນຫລວງ - ຢູ່ໃກ້ສຸສານປະທານໂຮ່ຈີມິນ. ທິດນຳຂອງຮ້ານອາຫານແມ່ນໂຄສະນາອາຫານການກິນ ແລະ ວັດທະນະທຳ ອິນໂດເນເຊຍ ໃຫ້ຊາວ ຮ່າໂນ້ຍ ແລະ ແຂກທ່ອງທ່ຽວທີ່ມາຈາກທົ່ວທຸກສາລະທິດ.

ພໍ່ຄົວຂອງຮ້ານແມ່ນລຸງ Setya Purwanto, ໂດຍອ້າຍ Rizal  ເຊີນມາຈາກ ອິນໂດເນເຊຍ ເຊິ່ງແມ່ນຜູ້ທີ່ມີປະສົບການໃນການປຸງແຕ່ງອາຫານກ່ວາ 10 ປີ. ຫ້ອງແຕ່ງກິນຂອງ ລຸງ Setya Purwanto ມີເນື້ອທີ່ກ້ວາງປະມານ 20 ຕາແມັດ, ວັດຖຸດິບປຸງແຕ່ງໄດ້ມ້ຽນມັດໄວ້ຕ່າງຫາກຢ່າງເປັນລະບຽບ. ລຸງ Setya Purwanto ກຳລັງປຸງແຕ່ງເຍື່ອງອາຫານຊີ້ນງົວ Rendang ໃຫ້ຮູ້ວ່າ:

ເພື່ອແຕ່ງເຍື່ອງອາຫານ Halal, ຂ້າພະເຈົ້າຕ້ອງປະຕິບັດຕາມຫຼັກການຢ່າງເຂັ້ມງວດຄື: ຜູ້ຂ້າສັດຕ້ອງເປັນຊາວມຸດສະລິມ, ກ່ອນທີ່ຈະຂ້າຕ້ອງສວດມົນພາວະນາໃຫ້ສັດໂຕນັ້ນ. ເມື່ອແຕ່ງຕ້ອງປະຕິບັດຕາມຫຼັກການສຸຂະອະນາໄມຂອງອາຫານຢ່າງເຂັ້ມງວດ, ນັງທັງວັດຖຸດິບຕະຫລອດເຖິງວິທີການປຸງແຕ່ງ. ເພື່ອໃຫ້ມີເຍື່ອງອາຫານແຊບ, ຂ້າພະເຈົ້າຍາມໃດກໍ່ປຸງແຕ່ງອາຫານດ້ວຍສະພາບຈິດໃຈມ່ວນຊື່ນ, ມີຄວາມຜາສຸກ.

ຂ້າພະເຈົ້າເຫັນວ່າ ເຍື່ອງອາຫານ ອິນໂດເນເຊຍ ໃສ່ນ້ຳມັນຫລາຍແມ່ນບໍ່? ຄືເຍື່ອງອາຫານຊີ້ ງົວ Rendang ນີ້ເປັນຕົ້ນ.

Batavia - ລົດຊາດອາຫານ ອິນໂດເນເຊຍ ຢູ່ ຮ່າໂນ້ຍ, ເຊື່ອມຕໍ່ພື້ນຖານວັດທະນະທຳ ຫວຽດນາມ ແລະ ອິນໂດເນເຊຍ - ảnh 2 ອາຫານອິນໂດເນເຊຍ

ມີຫລາຍຄົນຄິດວ່າ ເຍື່ອງອາຫານ ອິນໂດເນເຊຍ ໃສ່ນ້ຳມັນຫລາຍ. ແຕ່ຄວາມຈິງບໍ່ແມ່ນແນວນັ້ນ, ແຕ່ແມ່ນຍ້ອນພວກຂ້າພະເຈົ້າໃສ່ນ້ຳກະທິໝາກພ້າວຫລາຍໃນການປຸງແຕ່ງເຍື່ອງອາຫານ.

ຮ້ານ Batavia ມີ 2 ຊັ້ນ. ຢູ່ຕາມຝາ ແລະ ທັງຢູ່ທາງຂັ້ນໄດຂຶ້ນຊັ້ນສອງ, ອ້າຍ Rizal ໄດ້ແຂວນຮູບແຕ້ມຫລາຍແຜ່ນກ່ຽວກັບທິວທັດທຳມະຊາດ ແລະ ເຍື່ອງອາຫານຂອງ ອິນໂດເນເຊຍ. ບັນດາຮູບແຕ້ມທີ່ມີລວດລາຍຫລາກຫລາຍສີໄດ້ແຕ້ມດ້ວຍຜ້າ batik (ແພໄໝບູຮານຂອງ ອິນໂດເນເຊຍ) ເຊິ່ງເຈົ້າຂອງຮ້ານໄດ້ແຂວນໄວ້ຢູ່ຝາໃຫຍ່, ສ້າງຄວາມຮູ້ສຶກຄືພວມນັ່ງຢູ່ເຮືອນຂອງຊາວ ອິນໂດເນເຊຍ.

ຮ້ານອາຫານຂອງພວກຂ້າພະເຈົ້າ ຮັບໃຊ້ບັນດາເຍື່ອງອາຫານທີ່ເໝາະສົມກັບລົດຊາດຂອງຊາວ ຫວຽດນາມ ຄື: ປີ້ງປາ, ປີ້ງໄກ່, rendang, ເຂົ້າຜັດພິເສດ ອິນໂດເນເຊຍ…ແມ່ນບັນດາເຍື່ອງອາຫານທີີ່ CNN ໄດ້ຄັດເລືອກແມ່ນ Top 10 ໃນເຍື່ອງອາຫານແຊບທີ່ສຸດໃນໂລກ. ທຳອິດ ເຍື່ອງອາຫານ ອິນໂດເນເຊຍ ແມ່ນແປກສຳລັບ ຫວຽດນາມ. ຈຳນວນແຂກ ຫວຽດນາມ ເຂົ້າຮ້ານອາຫານກໍ່ບໍ່ປານໃດ. ເຖິງຢ່າງໃດກໍ່ຕາມ, ດ້ວຍຄວາມມານະພະຍາຍາມໂຄສະນາ, ປັດຈຸບັນ, ເຍື່ອງອາຫານ ອິນໂດເນເຊຍ ແລະ ຮ້ານອາຫານ batavia ກໍ່ໄດ້ຮັບຄວາມນິຍົມຈາກຊາວ ຫວຽດນາມ ເທື່ອລະກ້າວ.

ໃນບັນດາງານຕະຫລາດນັດ ໂດຍສະຖານທູດ ອິນໂດເນເຊຍ ຈັດຕັ້ງ, ໃນບັນດາງານລ້ຽງ, ໃນບັນດາງານແນະນຳວັດທະນະທຳ, Batavia ລ້ວນແຕ່ເຂົ້າຮ່ວມ ແລະ ແນະນຳບັນດາເຍື່ອງອາຫານພື້ນເມືອງ ອິນໂດເນເຊຍ, ບັນດາເຍື່ອງອາຫານ halal ທີ່ຫອມຫວານ, ບຳລຸງສຸຂະພາບ. ໃນໄລຍະຈະມາເຖິງ, Batavia ຈະພ້ອມກັບກົມໃຫຍ່ທ່ອງທ່ຽວ ຫວຽດນາມ ຄົ້ນຄວ້າເປີດ tour ອາຫານການກິນ halal ທີ່ສະຫງວນໃຫ້ແຂກທ່ອງທ່ຽວຊາວມຸດສະລິມເພື່ອມາຢ້ຽມຢາມ ຫວຽດນາມ. ຖ້າຫາກມີໂອກາດມາຢ້ຽມຢາມ ຮ່າໂນ້ຍ, ພວກເພື່ອນຢ່າລືມສະຖານທີ່ເຮືອນເລກທີ 116 ຖະໜົນ ງອັກຮ່າ, ຮ່າໂນ້ຍ ເພື່ອຮັບປະທານເຍື່ອງອາຫານ halal  ລົດຊາດ ອິນໂດເນເຊຍ ຂອງ Batavia ແດ່ເດີ້!

ຕອບກັບ

ຂ່າວ/ບົດ​ອື່ນ