James Freddy Sundah- ນັກດົນຕີ ອິນໂດເນເຊຍ ດ້ວຍບັນດາບົດເພງ ນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈຕໍ່ຊີວິດ

(VOVWORLD) -ສຳລັບຜູ້ນິຍົມດົນຕີ ອິນໂດເນເຊຍ ເວົ້າລວມ ແລະ ໄວຫນຸ່ມ ອິນໂດເນເຊຍ ເວົ້າສະເພາະ, ເມື່ອເວົ້າເຖິງນັກດົນຕີ James Freddy Sundah, ເຂົາເຈົ້າລ້ວນແຕ່ມີຂໍ້ສັງເກດລວມວ່າ ບັນດາບົດປະພັນດົນຕີຂອງທ່ານ James ນັ້ນ, ຍາມໃດກໍ່ສ້າງແຫລ່ງອາລົມຈິດໃຫ້ຜູ້ຟັງພະລັງຊີວິດໃຫມ່, ຄວາມໄວ້ເນື້ອເຊື່ອໃຈ.. ດ້ວຍບົດເພງກວ່າ 100 ບົດ ໃນນັ້ນສ່ວນຫລາຍແມ່ນໄດ້ຮັບຄວາມນິຍົມ ຢູ່ ພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍຫລາຍໂຄງການດົນຕີສະຫງວນໃຫ້ແກ່ວົງຄະນາຍາດ, ທ່ານ James Freddy Sundah, ແມ່ນນັກດົນຕີໄດ້ຮັບການຕີລາຄາສູງໃນວົງດົນຕີອິນໂດເນເຊຍ.
James Freddy Sundah- ນັກດົນຕີ ອິນໂດເນເຊຍ ດ້ວຍບັນດາບົດເພງ ນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈຕໍ່ຊີວິດ - ảnh 1 ນັກຂ່າວ VOV5 ສຳພາດນັກດົນຕີ James Freddy Sundah

ໃນຊຸມມື້ທ້າຍເດືອນສິງຫາ ເມື່ອງານປະກວດສຽງເພງ ອາຊຽນ + 3 ໂດຍ ວິທະຍຸກະຈາຍສຽງຫວຽດນາມຈັດຕັ້ງ ຢູ່ ເຊີ່ມເຊີນ ແຂວງ ແທງຮວາ ທາງພາກກາງຫວຽດນາມ, ພວກຂ້າພະເຈົ້າມີຄວາມເປັນກຽດໄດ້ພົບປະກັບນັກດົນຕີ James Freddy Sundah, ເພາະທ່ານແມ່ນຫນຶ່ງໃນສະມາຊິກຄະນະກຳມະການ 5 ຄົນຂອງງານປະກວດສຽງເພງ ອາຊຽນ +3.

        ຜູ້ນິຍົມດົນຕີ ໄດ້ຮັບການຮູ້ຈັກເຖິງ ນັກດົນຕີ James Freddy Sundah, ມາເປັນເວລາ 40 ປີແລ້ວ. ໃນຄາວນັ້ນ ທ່ານມີ ອາຍຸ 20 ປີ ໄດ້ຊະນະການແຂ່ງຂັນປະດິດແຕ່ງບົດເພງ ໂດຍວິທະຍຸກະຈາຍສຽງສັງຄົມ Niaga ປຸກລະດົມທີ່ສະຫງວນໃຫ້ແກ່ຊາວຫນຸ່ມອະນຸຊົນ ເຂດ Prambors ດ້ວຍບົດເພງ Lilin lilin kecil (ທຽນນ້ອຍ). ໄລ່ມາຮອດປະຈຸບັນ, ບົດເພງນີ້ ໄດ້ອັດເປັນ 64  cover ດ້ວຍຫລາຍພາສາຄື: ຈີນ, ອັງກິດ, ອີຕາລີ, ມາເລເຊຍ, ໂຮນລັງ, ຟີລີບປີນ…

        “ບົດເພງນີ້ຂ້າພະເຈົ້າປະດິດແຕ່ງນັບແຕ່ຄາວຍັງຮຽນຢູ່ໂຮງຮຽນມັດທະຍົມຕອນປາຍ. ເນື້ອໃນຂອງບົດເພງໄດ້ເວົ້າເຖິງເລື່ອງ ເຖິງວ່າພວກເຮົາດຳລົງຊີວິດໃນເງື່ອນໄຂທີ່ແຕກຕ່າງກັນກໍຕາມ, ແຕ່ພວກເຮົາໄດ້ຢູ່ຮ່ວມກັນ, ຍາມໃດກໍ່ຕ້ອງຊ່ວຍເຫລືອເຊິ່ງກັນ ແລະກັນ ປຽບເຫມືອນທຽນນ້ອຍເຫລັ້ມນັ້ນ. ເຖິງວ່າທຽນຈະນ້ອຍ ແຕ່ກໍ່ສາມາດສົ່ງແສງສະຫວ່າງໃຫ້ທຸກສິ່ງທຸກຢ່າງ, ທຸກບ່ອນ. ນັ້ນແມ່ນສັນຍາລັກຂອງຄວາມສາມັກຄີ. ບົດເພງນີ້ ເຄີຍໄດ້ສະແດງໃນບັນດາເຫດການໃຫຍ່.”

        Lathysia, ນັກຮ້ອງຫນຸ່ມ ຂອງອິນໂດເນເຊຍ ໄດ້ເລືອກເຟັ້ນບົດເພງ Lilin lilin kecil ເພື່ອສະແດງຮອບຮອງຊີງຊະນະເລີດ ໃນງານແຂ່ງຂັນ X Factor Indonesia ແລະ ໄດ້ຄັດເລືອກເຂົ້າ top 10 ຄົນໃນຮອບຊີງຊະນະເລີດ. ນັກຮ້ອງ Lathysia ແມ່ນຫນຶ່ງໃນບັນດານັກຮ້ອງໄດ້ເລືອກເຟັ້ນບັນດາບົດເພງຂອງນັກດົນຕີ James Freddy Sundah ປະດິດແຕ່ງເພື່ອສະແດງ. ນາງໃຫ້ຮູ້ວ່າ: ຕົນເອງຊອກໄດ້ສິ່ງທີ່ປະເອີບໃຈໃນບັນດາບົດເພງຂອງທ່ານ.

        ປີ 1986 ເປັນຄັ້ງທຳອິດ ນັກຮ້ອງ 75 ຄົນຂອງອິນໂດເນເຊຍ ພ້ອມກັນຂັບຮ້ອງບົດເພງ “Anak anak Terang (ເຍົາໄວ) ໃນໂຄງການດົນຕີ ເພື່ອວົງຄະນາຍາດທຳອິດຢູ່ ອິນໂດເນເຊຍໃນຄາວນັ້ນ ໂດຍ ນັກດົນຕີ James Freddy Sundah ປະດິດແຕ່ງ. ໂຄງການນີ້ ໄດ້ຮັບລາງວັນອຸທິດສ່ວນຈາກວາລະສານ Rolling Stones ຂອງອາເມລິກາ.

James Freddy Sundah- ນັກດົນຕີ ອິນໂດເນເຊຍ ດ້ວຍບັນດາບົດເພງ ນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈຕໍ່ຊີວິດ - ảnh 2 ນັກດົນຕີ James Freddy Sundah ເປັນສະມາຊິກຄະນະກຳມະການງານປະກວດສຽງເພງອາຊຽນ +3

        ປີ 2015, ໃນບົດບາດເປັນຜູ້ຜະລິດດົນຕີ, ນັກດົນຕີ Jemes Freddy Sundah ຍັງຜະລິດ album “Bubble loves”, ເຕົ້າໂຮມບັນດາບົດເພງສະຫງວນໃຫ້ແກ່ເດັກນ້ອຍ ໂດຍນັກດົນຕີ Lili Dawis ປະດິດແຕ່ງ. ນີ້ແມ່ນ album ທຳອິດຂອງ ອິນໂດເນເຊຍ ສະຫງວນໃຫ້ແກ່ເດັກນ້ອຍ ດ້ວຍລິຂະສິດປະດິດແຕ່ງ ຈົດທະບຽນ ຢູ່ ວໍຊີງຕັນ ດີຊີ ແລະ ໄດ້ຈຳຫນ່າຍໃນທົ່ວໂລກ.

        “ເຕັກໂນໂລຊີຂໍ້ມູນຂ່າວສານປະຈຸບັນແມ່ນພັດທະນາທີ່ສຸດ, ເດັກນ້ອຍ ຮັບຟັງ ແລະ ຮ້ອງເພງບັນດາບົດເພງຂອງຜູ້ໃຫຍ່, ສິ່ງນັ້ນແມ່ນບໍ່ດີຕໍ່ການພັດທະນາຈິດຕະສາດຂອງເດັກ. ຂ້າພະເຈົ້າຢາກຜະລິດ album ຕາມເກນອາຍຸຂອງພວກນ້ອງ.”

        ດ້ວຍຄວາມເກັ່ງກ້າສາມາດດ້ານດົນຕີ, ດ້ວຍຄວາມສຸດຈິດສຸດໃຈສະຫງວນໃຫ້ຊີວິດ, ນັກດົນຕີ James Freddy Sundah ຖືກເຊີນເປັນສະມາຊິກຄະນະກຳມະການຂອງງານປະກວດຫລາຍຄັ້ງຢູ່ພາຍໃນ ແລະ ຕ່າງປະເທດ. ນັບແຕ່ປີ 2000 ມາຮອດປະຈຸບັນ ທ່ານ James Freddy Sundah ເປັນປະທານຄະນະກຳມະການງານປະກວດ “ດວງດາວກະຈາຍສຽງ RRI” ລະດັບຊາດ, ສັບປະດາ ສິລະປະນັກສຶກສາແຫ່ງຊາດ ແລະ ກ່ອນຫນ້ານັ້ນ ທ່ານເຄີຍຖືກແຕ່ງຕັ້ງເປັນສະມາຊິກຂອງຄະນະກຳມະການຄັດເລືອກລາງວັນ AMI.

ແລະ ຄັ້ງນີ້ມາຫວຽດນາມ ດ້ວຍຖານະເປັນສະມາຊິກຄະນະກຳມະການງານປະກວດສຽງເພງ ອາຊຽນ +3, ດ້ວຍກິລິຍາທ່າທາງຂອງນັກສິລະປີນມີທີ່ມີຫົວຄິດປະດິດສ້າງແລະຢາກຊອກຮູ້, ທ່ານ James Freddy Sundah ໄດ້ຍາດກາລະໂອກາດນີ້ເພື່ອສຳຜັດ ແລະ ແບ່ງປັນກັບນັກສິລະປິນ ອາຊຽນ ກ່ຽວກັບໂຄງການດົນຕີຊື່ງທ່ານພວມມີແນວຄວາມຄິດສ້າງຂຶ້ນ ແລະ ລໍຖ້າມື້ໄດ້ຮັບການປະຕິບັດ.

ດ້ວຍບັນດາການອຸທິດສ່ວນໃນຊີວິດຂອງນັກສິລະປິນ, ທ່ານຍາດໄດ້ຫລາຍລາງວັນກ່ຽວກັບດ້ານດົນຕີ. ໃນນັ້ນມີລາງວັນອັນສູງສົ່ງ BASF (ລາງວັນດົນຕີ AMI Indonesia) ປຽບເຫມືອນ ເປັນການຮັບຮູ້ບັນດາການປະກອບສ່ວນຂອງທ່ານໃຫ້ແກ່ພື້ນຖານດົນຕີຂອງຊາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ