VASEAN ປ່ຽນແປງໃໝ່, ເພີ່ມທະວີການຮ່ວມມືເພື່ອພັດທະນາ

(VOVWORLD) - ສະມາຄົມພັດທະນາຮ່ວມມືເສດຖະກິດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ສ້າງຕັ້ງແຕ່ປີ 2008, ມີຂອບເຂດການເຄື່ອນໄຫວໃນທົ່ວປະເທດ, ພາຍໃຕ້ການຄຸ້ມຄອງ ລັດຂອງກະຊວງແຜນການ ແລະ ການລົງທຶນ ຫວຽດນາມ.

VASEAN ແມ່ນອົງການຈັດຕັ້ງສັງຄົມ - ອາຊີບ, ທຳອິດແມ່ນສະມາຄົມພັດທະນາການຮ່ວມມືເສດຖະກິດ ຫວຽດນາມ - ລາວ - ກຳປູເຈຍ, ໂດຍໄດ້ຮັບການສ້າງຕັ້ງຫ່າງຈາກນີ້ມາເປັນເວລາ 10 ປີ. ຫວ່າງແລ້ວນີ້, ສະມາຄົມດັ່ງກ່າວໄດ້ປ່ຽນຊື່ກາຍເປັນສະມາຄົມພັດທະນາການຮ່ວມມືເສດຖະກິດ ຫວຽດນາມ - ອາຊຽນ (VASEAN). ນີ້ແມ່ນບາດກ້າວໃໝ່ ເພື່ອແນໃສ່ຢັ້ງຢືນບົດບາດຂອງສະມາຄົມກ່ຽວກັບການຮ່ວມມືເສດຖະກິດໃນປະຊາຄົມ ອາຊຽນ ແລະ ໃນໂລກກ່ວາອີກ.

VASEAN ປ່ຽນແປງໃໝ່, ເພີ່ມທະວີການຮ່ວມມືເພື່ອພັດທະນາ - ảnh 1 ພິທີເປີດຕົວສະມາຄົມພັດທະນາຮ່ວມມືເສດຖະກິດ ຫວຽດນາມ - ອາຊຽນ 

ສະມາຄົມພັດທະນາຮ່ວມມືເສດຖະກິດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ສ້າງຕັ້ງແຕ່ປີ 2008, ມີຂອບເຂດການເຄື່ອນໄຫວໃນທົ່ວປະເທດ, ພາຍໃຕ້ການຄຸ້ມຄອງ ລັດຂອງກະຊວງແຜນການ ແລະ ການລົງທຶນ ຫວຽດນາມ. ປັດຈຸບັນ, ສະມາຄົມມີສະມາຊິກກ່ວາ 1.100 ສະມາຊິກ, ເຊິ່ງລວມມີບັນດາຄະນະ ແລະ ບັນດາສະຖາບັນຄົ້ນຄວ້າ, ນອກນັ້ນ ຍັງມີວາລະສານ, ໜັງສືພິມ…ມີຫ້ອງການຕາງໜ້າປະຈຳ ລາວ, ກຳປູເຈຍ, ນະຄອນ ໂຮ່ຈີມິນ, ມີບັນດາສະມາຄົມທ້ອງຖິ່ນຢູ່ ເງະອານ, ຮ່າຕິງ…ທີ່ກອງປະຊຸມໃຫຍ່ອາຍຸການ 2017 – 2022, ສະມາຄົມໄດ້ເຫັນດີເປັນເອກະພາບປ່ຽນຊື່ກາຍເປັນສະມາຄົມພັດທະນາການຮ່ວມມືເສດຖະກິດ ຫວຽດນາມ - ອາຊຽນ (VASEAN). ຕີລາຄາກ່ຽວກັບບາດກ້າວປ່ຽນແປງໃໝ່ນີ້, ທ່ານ ຫງວຽນເທ໊ເຟືອງ, ອະດີດຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ປະທານ VASEAN ໃຫ້ຮູ້ວ່າ:

ເລື່ອງສະມາຄົມພັດທະນາການຮ່ວມມືເສດຖະກິດ ຫວຽດນາມ - ລາວ - ກຳປູເຈຍ ປ່ຽນຊື່ນັ້ນ ໄດ້ສະແດງໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງສະມາຄົມ, ເປີດກ້ວາງຂອບຂະໜາດການເຄື່ອນໄຫວ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເຊື່ອມໂຍງ ແລະ ພັດທະນາເສດຖະກິດໃນປະຊາຄົມເສດຖະກິດ ອາຊຽນ ແລະ ໃນໂລກ. ແນໃສ່ປະກອບສ່ວນເຂົ້າໃນການພັດທະນາ ແລະ ຍົກສູງການຮ່ວມມືລົງທຶນ, ການຄ້າ, ການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ບັນດາປະເທດສະມາຊິກ ອາຊຽນ ຢ່າງມີປະສິດທິຜົນ.

ນອກນັ້ນ, ໃນວິວັດແຫ່ງການເຄື່ອນໄຫວມາເປັນເວລາ 10 ປີຜ່ານມາ, ສະມາຄົມໄດ້ໜູນຊ່ວຍ, ເຊື່ອມຕໍ່, ໃຫ້ຄຳປຶກສາ, ສົ່ງເສີມການຄ້າ, ການລົງທຶນໃຫ້ແກ່ບັນດາສະມາຊິກ ແລະ ຄູ່ຮ່ວມມືທີ່ກ່ຽວຂ້ອງ, ກາຍເປັນຂົວເຊື່ອມຕໍ່ລະຫວ່າງບັນດາອົງການແຫ່ງລັດ ຫວຽດນາມ - ລາວ - ກຳປູເຈຍ. ດັ່ງນັ້ນ, ເລື່ອງປ່ຽນຊື່ຂອງສະມາຄົມໄດ້ຍູ້ແຮງບັນດາການເຄື່ອນໄຫວທຸກດ້ານຕາມລາຍການ, ໜ້າທີ່ໃໝ່: ພັດທະນາການຮ່ວມມື, ການລົງທຶນ, ການຄ້າ, ການທ່ອງທ່ຽວລະຫວ່າງວິສາຫະກິດ ຫວຽດນາມ ກັບແຕ່ລະປະເທດໃນກຸ່ມ ອາຊຽນ; ເປັນຈຸດສຸມການພົວພັນແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານ, ໃຫ້ຄຳປຶກສາ, ໂດຍຜ່ານບັນດາກອງປະຊຸມ, ກອງປະຊຸມສຳມະນາ, ການທ່ອງທ່ຽວ, ສົ່ງເສີມການຄ້າ, ການລົງທຶນ, ເປັນຂົວເຊື່ອມຕໍ່ການເຄື່ອນໄຫວດ້ານເສດຖະກິດຂອງບັນດາວິສາຫະກິດ, ບັນດາປະເທດ ອາຊຽນ…ໃນປີ 2019, ສະມາຄົມໄດ້ວາງຄາດໝາຍວ່າ ຍາດແຍ່ງເອົາການສະໜັບສະໜູນ, ການໜູນຊ່ວຍຂອງບັນດາລັດຖະບານ, ບັນດາອົງການບໍ່ຂຶ້ນກັບລັດຖະບານໃນພາກພື້ນ ແນໃສ່ຍົກສູງປະສິດທິຜົນແຫ່ງການເຄື່ອນໄຫວ ແລະ ຕອບສະໜອງຄວາມຕ້ອງການຂອງສະມາຊິກ, ຍົກສູງອິດທິພົນຊື່ສຽງສາກົນຂອງສະມາຄົມ ເຮັດໃຫ້ສະມາຄົມກາຍເປັນອົງການຕົວແທນທີ່ສົມໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ໃນການເຊື່ອມໂຍງເສດຖະກິດ ອາຊຽນ ຢ່າງແທ້ຈິງ. ທ່ານ ເລກວາງແມ້ງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຢືນຢັນວ່າ:

ຂ້າພະເຈົ້າຕີລາຄາສູງການຫັນປ່ຽນຂອງສະມາຄົມທີ່ກາຍເປັນສະມາຄົມຮ່ວມມືເສດຖະກິດ ຫວຽດນາມ - ອາຊຽນ. ນີ້ແມ່ນບາດກ້າວທີ່ເໝາະສົມຢ່າງສິ້ນເຊີງ ເມື່ອຕະຫລາດບັນດາປະເທດ ອາຊຽນ ນັບມື້ນັບເປີດປະຕູ ແລະ ເຊື່ອມໂຍງ. ບັນດາຂໍ້ກຳນົດກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງພາກພື້ນກໍ່ສະດວກດີກ່ວາສຳລັບບັນດາການເຄື່ອນໄຫວລົງທຶນຕ່າງປະເທດ, ຈາກນັ້ນ ຈະນຳມາເຊິ່ງຜົນປະໂຫຍດໃຫ້ບັນດາຝ່າຍທັງໝົດ. ພວກເຮົາໄດ້ຮູ້ວ່າ 10 ປະເທດສະມາຊິກ ອາຊຽນ ມີຄວາມສາມາດບົ່ມຊ້ອນໃຫຍ່ຫລວງຢູ່ ແຕ່ຢາກຂຸດຄົ້ນຄວາມສາມາດບົ່ມຊ້ອນໃຫ້ໄດ້ຫລາຍທີ່ສຸດນັ້ນ  ຍັງອີງໃສ່ເລື່ອງບັນດາປະເທດຈະເລືອກເຟັ້ນການເຊື່ອມໂຍງຄືແນວໃດ, ພິເສດແມ່ນໃນສະພາວະກົນໄກຫລາຍຝ່າຍໃນໂລກ ຖືກນາບຂູ່ຍ້ອນກຳລັງກົດດັນຈາກການເມືອງຄືໃນປັດຈຸບັນ.

ເລື່ອງປ່ຽນຊື່ເປັນສະມາຄົມພັດທະນາການຮ່ວມມືເສດຖະກິດ ຫວຽດນາມ - ອາຊຽນ ຈະປະກອບສ່ວນຊຸກຍູ້ການຮ່ວມມືບັນດາການພົວພັນຮ່ວມມືຕ່າງປະເທດກ່ວາອີກ. ປັດຈຸບັນ, ສະມາຄົມໄດ້ສ້າງ ແລະ ເປີດກ້ວາງການພົວພັນຮ່ວມມືກັບບັນດາອົງການ, ຄະນະກຳມະການຮ່ວມມື ແລະ ບັນດາສະມາຄົມມິດຕະພາບບັນດາປະເທດ ອາຊຽນ ພ້ອມກັບເລື່ອງລົງນາມໃນບັນດາຂໍ້ຕົກລົງຮ່ວມມືກັບບັນດາສະມາຄົມ, ສະຫະສະມາຄົມອື່ນໆໃນພາກພື້ນ. ສະມາຄົມກໍ່ຮັກສາການພົວພັນກັບສະຖານທູດບັນດາປະເທດ ອາຊຽນ ຢ່າງເປັນປະຈຳ ຄື: ລາວ, ກຳປູເຈຍ, ມຽນມາ ແລະ ອິນໂດເນເຊຍ ປະຈຳ ຫວຽດນາມ ແລະ ສະຖານທູດ ຫວຽດນາມ ປະຈຳບັນດາປະເທດ ອາຊຽນ ເພື່ອປະກາດກ່ຽວກັບການສ້າງຕັ້ງ ແລະ ທິດທາງການເຄື່ອນໄຫວຂອງສະມາຄົມ, ສ້າງພື້ນຖານເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວ. ເມື່ອຕີລາຄາກ່ຽວກັບບົດບາດເປັນຂົວເຊື່ອມຕໍ່ຂອງສະມາຄົມລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ອາຊຽນ, ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ Ibnu Hadi ໃຫ້ຮູ້ວ່າ:

ຂ້າພະເຈົ້າຄິດວ່າ ເລື່ອງເປີດຕົວສະມາຄົມພັດທະນາຮ່ວມມືເສດຖະກິດ ຫວຽດນາມ - ອາຊຽນ ແມ່ນເຫດການສຳຄັນ. ຂ້າພະເຈົ້າກໍ່ຫວັງວ່າ ຈະໄດ້ເຫັນການຮ່ວມມືດ້ານເສດຖະກິດຢ່າງແຮງລະຫວ່າງ ຫວຽດນາມ ກັບບັນດາປະເທດໃນກຸ່ມ ອາຊຽນ. ສະມາຄົມຈະມີບັນດາລາຍການເຄື່ອນໄຫວທີ່ແທດຈິງ, ມີປະສິດທິຜົນໃນຊຸມປີຈະມາເຖິງ. ກ່ຽວກັບຝ່າຍລັດຖະບານ ອິນໂດເນເຊຍ ກໍ່ຈະເພີ່ມທະວີການຮ່ວມມືກັບ ຫວຽດນາມ, ຍ້ອນສິ່ງດັ່ງກ່າວ ບໍ່ພຽງແຕ່ມີຜົນປະໂຫຍດໃຫ້ ຫວຽດນາມ ເທົ່ານັ້ນ ຫາກຍັງມີຜົນປະໂຫຍດສຳລັບປະເທດ ອິນໂດເນເຊຍ ຂອງພວກຂ້າພະເຈົ້າອີກດ້ວຍ.

ດ້ວຍທິດທາງປ່ຽນແປງໃໝ່ ແລະ ພັດທະນາຮອບດ້ານ, ປີ 2019 ໝັ້ນໝາຍວ່າ ຈະແມ່ນປີດີເດັ່ນຂອງ VASEAN ໃນເລື່ອງເປີດກ້ວາງການຮ່ວມມືພາຍໃນກຸ່ມ ອາຊຽນ ແລະ ສ້າງການຮ່ວມມືກັບບັນດາປະເທດຄູ່ຮ່ວມມືຄື: ຍີ່ປຸ່ນ, ອິນເດຍ, ສ.ເກົາຫຼີ, ປະກອບສ່ວນເຂົ້າໃນພາລະກິດພັດທະນາເສດຖະກິດຂອງ ຫວຽດນາມ ແລະ ບັນດາປະເທດສະມາຊິກໃນກຸ່ມ ອາຊຽນ ກ່ວາອີກ ./.

ຕອບກັບ

ຂ່າວ/ບົດ​ອື່ນ