ກຸ່ມບໍລິສັດ CP ຫວຽດນາມ ຮ່ວມເດີນທາງ ແລະ ພັດທະນາພ້ອມກັບ ຫວຽດນາມ

(VOVWORLD) - ກຸ່ມບໍລິສັດ ຈະເລີນ ປົກຄະພັນ (CP) ແມ່ນກຸ່ມບໍລິສັດເອກະຊົນໃຫຍ່ສຸດໃນປະເທດ ໄທ ດ້ວຍບໍລິສັດລູກ 250 ແຫ່ງຕັ້ງຢູ່ 16 ປະເທດ ລວມມີ: ຈີນ, ອາເມລິກາ, ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ແລະ ເອີຣົບ, ດຳເນີນທຸລະກິດໃນ 3 ເສົາຄ້ຳຕົ້ນຕໍແມ່ນ ລະບົບຮ້ານຊັບພະສິນຄ້າ, ກະສິກຳ ແລະ ການຄ້າເອເລັກໂຕນິກ.

 ຢູ່ ຫວຽດນາມ, CP ຫວຽດນາມ (CPV) ແມ່ນໜຶ່ງໃນສອງວິສາຫະກິດຕ່າງປະເທດມີການລົງທຶນໄວທີ່ສຸດເຂົ້າໃນຂົງເຂດລ້ຽງສັດຂອງ ຫວຽດນາມ, ນັບແຕ່ຊຸມປີທຳອິດຂອງໄລຍະປ່ຽນແປງໃໝ່ - ປີ 1993 - ໂດຍຜ່ານການລົງທຶນເຂົ້າໂຄງງານຜະລິດຫົວອາຫານສັດແຫ່ງທຳອິດຢູ່ນະຄອນ ບຽນຮ່ວາ, ແຂວງ ດົງນາຍ.

ກຸ່ມບໍລິສັດ CP ຫວຽດນາມ ຮ່ວມເດີນທາງ ແລະ ພັດທະນາພ້ອມກັບ ຫວຽດນາມ - ảnh 1 ບໍລິສັດ CP ຫວຽດນາມ ຮ່ວມເດີນທາງ ແລະ ພັດທະນາພ້ອມກັບ ຫວຽດນາມ

ໃນ 25 ປີຜ່ານມາ, CP ຫວຽດນາມ ໄດ້ປະກອບເງິນກ່ວາ 8.300 ຕື້ດົ່ງເຂົ້າໃນງົບປະມານແຫ່ງລັດ. ສ້າງວຽກເຮັດງານທຳໂດຍກົງ ແລະ ທາງອ້ອມໃຫ້ແກ່ຊາວຜູ້ອອກແຮງງານ ຫວຽດນາມ ກ່ວາ 400.000 ຄົນ. ເມື່ອຕີລາຄາກ່ຽວກັບຄວາມມານະພະຍາຍາມຂອງບໍລິສັດ, ທ່ານ ຫງວຽນຊວນເຢືອງ - ຜູ້ຮັກສາການຫົວໜ້າກົມລ້ຽງສັດ - ຕາງໜ້າກະຊວງກະສິກຳ ແລະ ພັດທະນາຊົນນະບົດໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຕີລາຄາສູງສຸດບັນດາການປະກອບສ່ວນຂອງບໍລິສັດ CPV ໃນ 25 ປີຜ່ານມາໃຫ້ຂະແໜງລ້ຽງສັດ ແລະ ສິນໃນນ້ຳ ຫວຽດນາມ. ດ້ວຍບັນດາມາດຕະການ, ບັນດາວຽກງານທັນການ, ມີປະສິດທິຜົນ, ເປັນຕົ້ນແມ່ນຕອບສະໜອງບັນດາແຜນນະໂຍບາຍ, ນະໂຍບາຍຂອງລັດຖະບານ, ຂອງກະຊວງ, ຂະແໜງການ ຫວຽດນາມ ໃນການບໍລິຫານການຕະຫລາດ, ບໍລິຫານລາຄາຊື້ສິນຄ້າ, ຮູບການຜະລິດ…ປະກອບສ່ວນນຳ ຫວຽດນາມ ກາຍເປັນປະເທດຢືນອັນດັບ 1 ໃນຈຳນວນບັນດາປະເທດ ອາຊຽນ ແລະ ຢືນອັບດັບທີ 12 ໃນໂລກ ກ່ຽວກັບເຕັກໂນໂລຊີປຸງແຕ່ງຫົວອາຫານສັດ.

ບັນດາການປະກອບສ່ວນກ່ຽວກັບເສດຖະກິດໄດ້ຊ່ວຍໃຫ້ CPV ຍາດໄດ້ຫລາຍລາງວັນໃນຊຸມປີຜ່ານມາຄື: ລາງວັນຄຳຄຸນນະພາບແຫ່ງຊາດ 2013, ລາງວັນວິສາຫະກິດດີເດັ່ນ ອາຊຽນ Award 2014 – 2015, ໃບຍ້ອງຍໍຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດປະກອບສ່ວນເຂົ້າໃນການພັດທະນາຂອງຂະແໜງລ້ຽງສັດ, ລາງວັນວິສາຫະກິດເພື່ອຊາວກະສິກອນ 2017…ທີ່ພິທີຕ້ອນຮັບຫຼຽນໄຊແຮງງານຊັ້ນ 3 ຂອງປະທານປະເທດແຫ່ງ ສສ ຫວຽດນາມ ແລະ ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງບໍລິສັດ, ທ່ານ Montri Suwanposri – ຜູ້ອຳນວຍການໃຫຍ່ CPV ໃຫ້ຮູ້ວ່າ:

ໃນຕະຫລອດ 25 ປີແຫ່ງການປະຕິບັດນະໂຍບາຍ 3 ປະໂຫຍດ, ໃນນັ້ນ ຖືຜົນປະໂຫຍດຂອງປະເທດປະຈຳຖິ່ນເໜືອກ່ວາສິ່ງໃດໝົດ, ຜົນປະໂຫຍດຂອງປະຊາຊົນ, ພິເສດແມ່ນຊາວກະສິກອນຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ແລະ ສຸດທ້າຍຈຶ່ງແມ່ນຜົນປະໂຫຍດຂອງບໍລິສັດ, ໝູ່ຄະນະພະນັກງານ CPV ໄດ້ພະຍາຍາມຈົນສຸດຄວາມສາມາດຂອງຕົນ ແລະ ມື້ນີ້ມີຄວາມເປັນກຽດໄດ້ຮັບລາງວັນອັນສູງສົ່ງຈາກລັດ: ຫຼຽນໄຊແຮງງານຊັ້ນ 3 ຄືແມ່ນຄວາມຮັບຮູ້ບັນດາຜົນງານ ແລະ ການປະກອບສ່ວນຂອງພວກຂ້າພະເຈົ້າໃນໄລຍະທາງ 25 ປີຜ່ານມາ.

ພວກເພື່ອນກຳລັງຟັງບົດສາລະຄະດີກ່ຽວກັບບັນດາການເຄື່ອນໄຫວສັງຄົມຂອງ CPV, ໃນນັ້ນມີກໍລະນີຂອງນ້ອງສາວ ຫງວຽນງອັກຮ່ວຽນ - ເຊິ່ງແມ່ນລູກສາວຂອງອ້າຍ ຫງວຽນແອັງຕ໊ວນ, ພາລະກອນຂອງ CPV. ນ້ອງ ຫງວຽນງອັກຮ່ວຽນ ຖືກຕິດໂລກມະເຮັງ, ພິເສດມີອາການເຈັບຮຸນແຮງ. ແມ່ຂອງນ້ອງ ຮ່ວຽນ ເລົ່າສູ່ຟັງວ່າ:

ກ່ອນທີ່ສົ່ງເລືອກ, ລູກຂອງຂ້ອຍຕ້ອງສົ່ງທາດເຄມີ, ແລ້ວຖືກຂາດເລືອດທີ່ສຸດແມ່ນອາການອັນຕະລາຍ. ຂ້າພະເຈົ້າໄດ້ຮັບຮູ້ວ່າ: ໃນບໍລິສັດ CP ມີສະມາຄົມບໍລິຈາກເລືອດ ດັ່ງນັ້ນ ຂ້າພະເຈົ້າຈຶ່ງຂໍການຊ່ວຍເຫຼືອ ແລະ ມີອ້າຍເອຶ້ອຍນ້ອງໃນບໍລິສັດຫລາຍຄົນໄດ້ມາບໍລິຈາກເລືອດເພື່ອກູ້ເອົາຊີວິດຂອງລູກຂ້າພະເຈົ້າ

ກຸ່ມບໍລິສັດ CP ຫວຽດນາມ ຮ່ວມເດີນທາງ ແລະ ພັດທະນາພ້ອມກັບ ຫວຽດນາມ - ảnh 2 ໃນ 25 ປີຜ່ານມາ, CP ຫວຽດນາມ ໄດ້ປະກອບເງິນກ່ວາ 8.300 ຕື້ດົ່ງເຂົ້າໃນງົບປະມານແຫ່ງລັດ. 

       ນີ້ພຽງແຕ່ແມ່ນໜຶ່ງໃນບັນດາຕົວຢ່າງພົ້ນເດັ່ນໃນບັນດາການເຄື່ອນໄຫວສັງຄົມ ເຊິ່ງ CPV ໄດ້ປະຕິບັດຢູ່ ຫວຽດນາມ ເທົ່ານັ້ນ. ດ້ວຍສານທີ່ວ່າ “ຕອບບຸນແທນຄຸນປະເທດ ຫວຽດນາມ”, ໃນຕະຫລອດ 25 ປີຜ່ານມາ, CPV ຍາມໃດກໍ່ຮ່ວມເດີນທາງພ້ອມກັບບັນດາໂຄງການອາສາສະໝັກທຳການກຸສົນທີ່ມີຄວາມໝາຍຄື: ການເຄື່ອນໄຫວບໍລິຈາກເລືອດ, ໜູນຊ່ວຍສະມາຄົມທ່ານໝໍໜຸ່ມ ຫວຽດນາມ ຜ່າຕັດຫົວໃຈ ແລະ ສົບແວງປາກວີກໃຫ້ເດັກນ້ອຍ; ສົມທົບກັບສະພາກາແດງຈັດຕັ້ງການກວດປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ ແລະ ມອບຂອງຂວັນໃຫ້ຄົນທຸກຍາກ, ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ຜູ້ມີອາຍຸສູງ ແລະ ຄອບຄົວເປົ້າໝາຍນະໂຍບາຍທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບັນດາຕາແສງເຂດຫ່າງໄກສອກຫຼີກ…ທ່ານ Montri, ຜູ້ອຳນວຍການໃຫຍ່ CPV ໃຫ້ຮູ້ວ່າ:

ຫລາຍປີຜ່ານມາ, ບໍລິສັດ CP ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງ ແລະ ໜູນຊ່ວຍຈົນສຸດຄວາມສາມາດຂອງຕົນໃຫ້ແກ່ບັນດາການເຄື່ອນໄຫວເພື່ອປະຊາຄົມຢູ່ບັນດາຂົງເຂດຄື: ສາທາລະນະສຸກ, ການສຶກສາ ພິເສດແມ່ນກະສິກຳ.

ບັນດາການເຄື່ອນໄຫວສັງຄົມຂອງບໍລິສັດ, ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງບໍລິສັດຕໍ່ສັງຄົມເທົ່ານັ້ນ ຫາກຍັງສ້າງຄວາມໄວ້ເນື້ອເຊື່ອໃຈໃນຖັນແຖວພາລະກອນຊາວ ຫວຽດນາມ ຂອງຕົນອີກດ້ວຍ. ອ້າຍ ຮ່ວາງກວັກຫວຽດ, ເຮັດວຽກຢູ່ບໍລິສັດໄດ້ກ່ວາ 10 ປີແບ່ງປັນວ່າ:

ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈເມື່ອເຮັດວຽກຢູ່ບໍລິສັດຕ່າງປະເທດ, ເຖິງວ່າບໍລິສັດ CP ແມ່ນຂອງ ໄທ ກໍ່ຕາມ, ແຕ່ຍາມໃດກໍ່ເອົາໃຈໃສ່ຕໍ່ປະເທດ, ປະຊາຊົນ ຫວຽດນາມ. ນີ້ແມ່ນກຳລັງໜູນ ເພື່ອໃຫ້ຂ້າພະເຈົ້າກໍ່ຄືບັນດາພາລະກອນ ຫວຽດນາມ ຄົນອື່ນໆຜູກພັນກັບບໍລິສັດຍາວນານກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ