ກອງປະຊຸມຄັ້ງທີ 5 ສະພາ​ປະ​ທານສານບັນດາປະເທດອາຊຽນ

ກອງປະຊຸມຄັ້ງທີ 5 ສະພາ​ປະ​ທານສານບັນດາປະເທດອາຊຽນ - ảnh 1
ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:TTXVN

(vovworld)- ວັນ​ທີ 24/3, ກອງ​ປະ​ຊຸມ​ສະ​ພາ​ປະ​ທານ​ສານ​ບັນ​ດາ​ປະ​ເທດ ອາ​ຊຽນ (CACJ) ຄັ້ງ​ທີ 5 ໄດ້​ຈັດ​ຂຶ້ນ​ຢູ່ ນະ​ຄອນ​ຫລວງ Badar Seri Begawan ປ​ະ​ເທດ ບ​ຣູ​ໄນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ປ​ະ​ທານ​ສານບັນ​ດາ​ປະ​ເທດ ອາ​ຊຽນ.  ທ່ານ ຫງວຽນ​ຮ່​ວາ​ບີງ, ປະ​ທ​ານ​ສານ​ປະ​ຊາ​ຊົນ​ສູ​ງ​ສຸດ ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ແຕ່​ວັນ​ທີ 22-25/3. ທີ່ກອງ​ປະ​ຊຸມ, ທ່ານ ຫງວຽນ​ຮ​ວ່າ​ບີງ ໄດ້​ແຈ້ງ​ໃຫ້​ກອ​ງ​ປະ​ຊຸມ​ຊາບ​ກ່ຽວ​ກັບ​ເລື​ອ່ງ ສະ​ພາ​ປະ​ທານ​ສານ ອາ​ຊຽນ ໄດ້​ຮັບ​ຮູ້​ແມ່ນ​ອົງ​ການ​ຮ່ວມ​ສຳ​ພັນ​ຂອງ​ອາ​ຊຽນ, ມີບັນ​ດາ​ສິດ ແລະ ພັນ​ທະ​ຄື​ອົງ​ການ​ຮ່ວມ​ສຳ​ພັນ​ຢ່າງ​ເປັນ​ທາງ​ການ ນັບ​ແຕ່​ວັນ​ທີ 19/1/2017. ທ່ານ​ຫວັງ​ວ່າ: ສະ​ພາ​ປະ​ທານ​ສານ ອາ​ຊຽນ ຈະ​ເປັນ​ເຈົ້າ​ການ, ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ ອາ​ຊຽນ ເພື່ອ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ເປົ້າ​ໝາຍ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ຂະ​ຫຍັນ​ຂັນ​ເຄື່ອນ, ມີ​ຄວາມ​ກົມ​ກຽວ, ອີງ​ໃສ່​ກົດ​ໝາຍ, ມູ່ງ​ໄປ​ເຖິງ​ປະ​ຊາ​ຊົນ ແລະ ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ. ໃນ​ບັນ​ດາ​ວາ​ລະ​ປຶກ​ສາ​ຫາ​ລື, ຫວຽດ​ນາມ ໄດ້​ປະ​ກອບ​ຄຳ​ເຫັນ​ຫລາຍ​ຢ່າງ​ມີ​ລັກ​ສະ​ນະ​ສ້າງ​ສັນ​ກ່ຽວ​ກັບ​ຫລາຍ​ບັນ​ຫາ​ສ​ຳ​ຄັນ. ສິ້ນ​ສຸດກອງ​ປະ​ຊຸ​ມ, ບັນ​ດາ​ປະ​ທານ​ສານ ອາ​ຊຽນ ໄດ້​ລົງ​ນາມ​ໃນ​ຖະ​ແຫລງ​ການ​ຮ່ວມ. 


ຕອບກັບ

ຂ່າວ/ບົດ​ອື່ນ