ກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດອາຊຽນ

ກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດອາຊຽນ - ảnh 1
ທ່ານ​ນາງ Aung San Suu Kyiລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ມຽນ​ມາ
ພາບ:internet

(vovworld)- ວັນ​ທີ 19/12 ຢູ່ Yangon ໄດ້​ດຳ​ເນີນກອງ​ປະ​ຊຸມ​ວົງ​ແຄບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ເພື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ການ​ລັດ Rakhine ປະ​ເທດ ມຽນ​ມາ. ກອງ​ປະ​ຊຸມ​ດັ່ງ​ກ່າວ​ໂດຍ ມຽ​ນ​ມາ ຈັດ​ຕັ້ງ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລາວ, ປະ​ເທດ​ເຈົ້າ​ພາບ ອາ​ຊຽນ. ກອງ​ປະ​ຊຸມ​ໄດ້​ຮັບ​ຟັງ​ທ່ານ​ນາງ Aung San Suu Kyi, ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ມຽນ​ມາ ສະ​ເຫນີ ການ​ອັບ​ເດັດ​ຂ່າວ​ຄາວ​ກ່ຽວ​ກັບ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຫວ່າງມໍ່ໆ​ມານີ້ ຢູ່ ລັດ Rakhine ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ໂລກ ແລະ ພາກ​ພື້ນ. ບັນ​ດາ​ລັດ​ຖະ​ມົນ​ຕີ ແລະ ຜູ້​ຕາງ​ຫນ້າ​ບັນ​ດາ​ປະ​ເທດ ອາ​ຊຽນ ຢືນ​ຢັນ: ສະ​ຫນັບ​ສະ​ຫນູນ ລັດ​ຖະ​ບານ​ມຽນ​ມາ ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຄວບ​ຄຸມ ແລະ ເຮັດ​ໃຫ້​ສະ​ພາບ​ການ​ເປັນ​ປົກ​ກະ​ຕິ, ປາດ​ຖະ​ຫນາບໍ່​ປະ​ໃຫ້​ສະ​ພາບ​ການ​ຊົ່ວ​ຮ້າຍ​ລົງ ແລະ ແຜ່​ລາມ​ອອກ​ສູ່​ວົງ​ກວ້າງ, ຜົນ​ສະ​ທ້ອນ​ເຖິງ​ຄວາມ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ. ກ່າວ​ຄ​ຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຫງວຽນ​ກວາ​ຢູງ ປາດ​ຖ​ະ​ຫນາ ມຽນ​ມາ ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໂດຍ​ໄວ, ສະ​ພາບ​ການກ​ັບ​ຄືນ​ສູ່​ຄວາມ​ເປັນ​ປົກ​ກະ​ຕິ, ຖ້າ​ຫາກ​ມີ​ຄຳ​ສະ​ເຫນີ ຫວຽດ​ນາມ ພ້ອມ​ແລ້ວ​ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ຫນູນ​ຊ່ວຍ​ມຽນ​ມາ​ຢ່າງ​ເໝາະ​ສົມ, ບົນ​ຈິດ​ໃຈ​ສາ​ມັກ​ຄີ ແລະ ບັນ​ດາ​ຫລັກ​ການ​ພື້ນ​ຖານ​ຂອງ​ອາ​ຊຽນ. 


ຕອບກັບ

ຂ່າວ/ບົດ​ອື່ນ