ການທ່ອງທ່ຽວ “ເຟືອດ” ເຕັມໄປດ້ວຍຄວາມປະທັບໃຈ

(vovworld)- ການທ່ອງທ່ຽວ “ເຟືອດ” (ແມ່ນຮູບການທ່ອງທ່ຽວແບບເສລີໂດຍກຸ້ມຕົນເອງທັງພາຫະນະການໄປມາ, ບ່ອນກິນ, ບ່ອນຢູ່ ແລະ ເລືອກເຟັ້ນສະຖານທີ່ທ່ອງທ່ຽວ) ແມ່ນການເລືອກເຟັ້ນຂອງເພື່ອນຫນຸ່ມຫລາຍຄົນທີ່ສຸດຍ້ອນວ່າມີຄ່າໃຊ້ຈ່າຍຫນ້ອຍ. ດ້ວຍຈຳນວນເງິນຫາໄດ້ຈາກການເຮັດວຽກເພີ່ມບວກກັບເງິນປະຢັດໄດ້, ສະນັ້ນ ບັນດາເພື່ອນຫນຸ່ມຈຶ່ງມີເງື່ອນໄຂເພື່ອໄປທ່ອງທ່ຽວ “ເຟືອດ” ດ້ວຍຄວາມປະທັບໃຈ ບໍ່ພຽງແຕ່ໄປທ່ອງທ່ຽວບັນດາສະຖານທີ່ຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງໄປທ່ອງທ່ຽວຕ່າງປະເທດອີກດ້ວຍ. ນາມ ແລະ ເຟືອງພ້ອມກັບບັນດາເພື່ອນຂອງຕົນຫາກໄປທ່ອງທ່ຽວເຟືອດຢູ່ປະເທດລາວທີ່ສວຍງາມອີກດ້ວຍ. ເຖິງວ່າ ພຽງແຕ່ໄດ້ໄປຢ້ຽມຢາມບາງແຂວງ ພາກເຫນືອ ແລະ ພາກກາງຂອງລາວກໍຕາມແຕ່ການທ່ອງທ່ຽວ “ເຟືອດ”ໄດ້ສ້າງຄວາມປະທັບໃຈຫລາຍຢ່າງກ່ຽວກັບປະເທດບ້ານໃກ້ເຮືອນຄຽງທີ່ມີຈຸດວັດທະນະທຳຄ້າຍຄືກັນ, ສະຫງົບສຸກ ແລະ ມີຄວາມສວຍງາມແບບດັ້ງເດີມ.

ການທ່ອງທ່ຽວ “ເຟືອດ” ເຕັມໄປດ້ວຍຄວາມປະທັບໃຈ - ảnh 1
ນາງເຟືອງຢູ່ສວນ....

        ຮອດເວລາ 7 ໂມງຄ່ຳ, ກຸ່ມໝູ່ເພື່ອນຂອງ ນາມ ແລະ ເຟືອງ ພ້ອມກັນຂຶ້ນລົດໂດຍສານຈາກ ສະຖານີລົດໂດຍສານເນືອກເງີ່ມ ຢູ່ ຮ່າໂນ້ຍ. ບັນດາເພື່ອນຫນຸ່ມ ເລີ່ມເດີນທາງໄປທ່ອງທ່ຽວປະເທດລ້ານຊ້າງໃນເວລາ 10 ມື້. ເຄື່ອງຂອງທີ່ພວກເພື່ອນເອົາໄປນຳ ແມ່ນໂຖງເປ້ໃຫຍ່ ລວມມີເຄື່ອງນຸ່ງ, ເຄື່ອງ ໃຊ້ສ່ວນຕົວ ພ້ອມກັບຢາປິ່ນປົວພະຍາດ. ລົດໂດຍສານໄດ້ແລ່ນຜ່ານບາງແຂວງ ຂອງຫວຽດນາມ ກ່ອນທີ່ຜ່ານຄູ່ດ່ານຊາຍແດນສາກົນ  ເກົາແຈ້ວ - ນ້ຳພາວ. ລົດໂດຍສານຕ້ອງຂຶ້ນຄ້ອຍຢ່າງລະອິດລະອ້ຽວ ແລະເຫວຊັນເມື່ອໄປຮອດດ່ານຊາຍແດນແມ່ນ 4 ໂມງ 30 ນາທີ. ຮອດເວລາ 7 ໂມງເຊົາຈຶ່ງເຮັດລະບຽບການອອກເມືອງລໍຖ້າເຮັດລະບຽບການເຂົ້າອອກເມືອງ, ພວກເພື່ອນຫນຸ່ມໄດ້ຮັບຊົມທິວທັດທຳມະຊາດຂອງພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ ແລະ ຮົກເຮື້ອເປົ່າຫວ່າງຢູ່ດ່ານຊາຍແດນ. ຮອດເວລາ 8 ໂມງ 30 ນາທີ, ລົດໂດຍສານສືບຕໍ່ແລ່ນເຂົ້າດິນແດນລາວ ແລະ ໄປເຖິງນະຄອນຫລວງ ວຽງຈັນ. ເພື່ອນນາມເລົ່າສູ່ຟັງຄວາມປະທັບໃຈກ່ຽວກັບການເດີນທາງໄປຢ້ຽມຢາມຕ່າງປະເທດໃນຄັ້ງທຳອິດ.

        “ນ້ອງແມ່ນຜູ້ນິຍົມການທ່ອງທ່ຽວພະຈົນໄພ ສະນັ້ນ ເມື່ອລົດໂດຍສານໄປຜ່ານພູຜາປ່າໄມ້ ນ້ອງຮູ້ສຶກມີຄວາມປະທັບໃຈທີ່ສຸດ. ເມື່ອໃກ້ຈະຮອດດ່ານຊາຍແດນ ລົດສ່ວນຫລາຍຕ້ອງຂຶ້ນພູ ແລະ ບົນເສັ້ນທາງລົດໄປຜ່ານທຸລະກັນດານທີ່ສຸດ ເບື້ອງຫນຶ່ງແມ່ນໂນນພູສ່ວນເບື້ອງຫນຶ່ງແມ່ນເຫວຊັນ.  ຢູ່ຕີນພູ ອາກາດຮ້ອນເອົ້າທີ່ສຸດ ແຕ່ເມື່ອຂຶ້ນພູແລ້ວ ຮູ້ສຶກວ່າອາກາດເຢັນສະບາຍ. ເມື່ອດວງຕາເວັນຂຶ້ນ ຮູບພາບທຳມະຊາດຢູ່ດ່ານຊາຍແດນ ເກົາແຈ້ວ ກໍ່ງາມອີຫລີ.”

        ລົດໂດຍສານເຂົ້າສະຖານີຈອດລົດ ຢູ່ວຽງຈັນ ແມ່ນເວລາ 15 ໂມງ 30 ນາທີ. ສິ່ງທີ່ສ້າງຄວາມປະທັບໃຈທຳອິດສຳລັບນາງ ເຟືອງ ນັ້ນແມ່ນຮູບພາບປະຊາຊົນຢູ່ທີ່ນີ້.

        “ແມ່ຍິງລາວ ນັບທັງຜູ້ເຖົ້າແກ່ຕະຫລອດຮອດເດັກນ້ອຍ ລ້ວນແຕ່ນຸ່ງຊຸດອາພອນປະຈຳຊາດ. ນອກນັ້ນ ບໍ່ໄດ້ຟັງສຽງແກລົດ. ລົດໂດຍສານຄັນໃດເມື່ອເຂົ້າສະຖານີຈອດລົດຖ້າຫາກລົດຕິດເຂົາເຈົ້ານັ່ງລໍຖ້າ ບໍ່ມີຄວາມຟ້າວຟັ່ງ ຫລື ບໍ່ເລັ່ງລັດດ້ວຍການບີບແກ…   “

        ພວກເພື່ອນຫນຸ່ມ ມີເວລາພຽງ ມື້ເຄິ່ງເພື່ອຢ້ຽມຢາມນະຄອນຫລວງ ວຽງຈັນເທົ່ານັ້ນ, ແຕ່ພວກເພື່ອນໄດ້ໄປຢ້ຽມຢາມຫລາຍບ່ອນຄື: ຕະຫລາດເຊົ້າ, ປະຕູໄຊ, ທາດຫລວງ, ວັດຊຽງຄວນ ແລະ ວັດວາອາຮາມທີ່ມີຊື່ສຽງຈຳນວນຫນຶ່ງຢູ່ ວຽງຈັນ. ແລະກໍຍາດເວລາ, ຖ່າຍຮູບຢູ່ຫລາຍແຫ່ງ. ສຳລັບນາງ ເຟືອງ ແລ້ວ, ວັດຊຽງຄວນກໍແມ່ນສະຖານທີ່ດູດດື່ມທີ່ສຸດ.

ການທ່ອງທ່ຽວ “ເຟືອດ” ເຕັມໄປດ້ວຍຄວາມປະທັບໃຈ - ảnh 2
ຕ່ຳໝາກຮຸ່ງຂອງລາວ

ເດີນທາງອອກຈາກນະຄອນຫລວງ ວຽງຈັນ, ພວກເພື່ອນຫນຸ່ມຂຶ້ນລົດໂດຍສານໄປຢ້ຽມຢາມ ວັງວຽງ ແຂວງ ວຽງຈັນ. ອາກາດຢູ່ເຂດພູແມ່ນເຢັນສະບາຍ, ທິວທັດທຳມະຊາດສວຍງາມ ເຖິງວ່າຍັງຄົງຮັກສາຄວາມຮົກເຮື້ອເປົ່າຫວ່າງ ແຕ່ບໍລິເວນແຫ່ງນີ້ພັດດຶງດູດນັກທ່ອງທ່ຽວມາຢ້ຽມຢາມເປັນຈຳນວນຫລວງຫລາຍ, ພິເສດແມ່ນນັກທ່ອງທ່ຽວຫນຸ່ມ. ເພື່ອນນາມ ມີຄວາມປະທັບໃຈຕໍ່ບັນດາບໍລິການລະຫລິ້ນ, ບັນເທິງທີ່ເໝາະສົມກັບທ່າອ່ຽງ, ຄວາມນິຍົມຂອງໄວຫນຸ່ມຢູ່ທີ່ນີ້.

        “ມີແຕ່ຫ່າງຈາກນະຄອນຫລວງ ວຽງຈັນ ກວ່າ 100 ກິໂລແມັດ ແຕ່ອາກາດຢູ່ວັງວຽງພັດແຕກຕ່າງກັນຫຼາຍ. ຢູ່ທີ່ນີ້ ມີແມ່ນ້ຳ,  ພູຜາປ່າໄມ້, ອາກາດເຢັນສະບາຍ. ມີການລະຫລິ້ນຫລາຍຢ່າງເພື່ອດຶງດູດໄວຫນຸ່ມ, ພິເສດ ແມ່ນບັນດາການລະຫລິ້ນພະຈົນໄພຄື: ຂີ່ສະລິງຂ້າມແມ່ນ້ຳ, ພາຍເຮືອກາຍັກໄປຕາມກະແສນ້ຳຕົກຕາດ, ໂຕນນ້ຳຈາກຂົວລົງ.”

        ພາຍຫລັງຢ້ຽມຢາມ ວັງວຽງ ແລ້ວ , ສະຖານທີ່ທ່ອງທ່ຽວຕໍ່ໄປ ແມ່ນເມືອງຫລວງພະບາງ. ນີ້ແມ່ນສະຖານທີ່ທ່ອງທ່ຽວທີ່ຂາດບໍ່ໄດ້ໃນລາຍການທ່ອງທ່ຽວໄປຢ້ຽມຢາມລາວຂອງກຸ່ມເພື່ອນຫນຸ່ມ. ພວກເພື່ອນຫນຸ່ມມີຄວາມປະທັບໃຈດ້ວຍຮູບພາບດວງຕາເວັນຂຶ້ນຢູ່ຕາມແມ່ນ້ຳຂອງ, ຄູບາໄປຕັກບາດ, ຂີ່ຊ້າງໄປທ່ຽວນ້ຳຕົກຕາດກວາງຊີ.

ຫຼັງຈາກນັ້ນ, ພວກເພື່ອນໜຸ່ມກໍ່ເດີນທາງໄປແຂວງ ຊຽງຂວາງ, ຊື່ງແມ່ນຫນຶ່ງໃນບັນດາແຂວງພູດອຍທາງພາກເຫນືອຂອງລາວ ແລະ ມີຊື່ສຽງດ້ວຍບັນດາທົ່ງໄຫຫີນທີ່ເລິກລັບ, ດ້ວຍໄຫຫີນຂະຫນາດໃຫຍ່ຫລາຍຫນ່ວຍ, ຫນ່ວຍນ້ອຍສຸດກໍ່ມີຄວາມສູງ 60-70 cm, ບາງຫນ່ວຍສູງກວ່າຫົວຄົນ ແລະຍັງບໍ່ທັນມີສະຫລຸບຈາກການຄົ້ນຄ້ວາວິທະຍາສາດໃດເພື່ອຈະພິສູດໃຫ້ເຫັນວ່າບັນດາໄຫຫີນເຫລົ່ານີ້ບັນຈຸອີຫຍັງ. ນອກນັ້ນ ຊຽງຂວາງ ຍັງເຮັດໃຫ້ນາງເຟືອງ ແລະ ໝູ່ເພື່ອນຂອງນາງ ມີຄວາມປະທັບໃຈ ດ້ວຍບັນດາຮ່ອງຮອຍສົງຄາມທີ່ຍັງຄົງຕົວໄວ້.

        “ເຮືອນຊານຫລາຍຫລັງຢູ່ໃຈກາງນະຄອນ ມີຮົ້ວເຮັດດ້ວຍເປືອກລູກລະເບີດ. ປະຊາຊົນຢູ່ທີ່ນີ້ມີຄວາມເອກອ້າງທະນົງໃຈ ເພາະນີ້ແມ່ນສິ່ງທີ່ເປັນເອກະລັກສະເພາະຂອງນະຄອນ”

        ຜ່ານການຢ້ຽມຢາມປະເທດລ້ານຊ້າງໃນເວລາ 10 ວັນ, ກຸ່ມໝູ່ເພື່ອນາມເຟືອງບໍ່ພຽງແຕ່ໄດ້ຄົ້ນຫາສະຖານທີ່ທ່ອງທ່ຽວຫລາຍແຫ່ງເທົ່ານັ້ນ ຫາກມີຄວາມປະທັບໃຈຕໍ່ຄວາມຮັກແພງແຂກຄົນ ແລະ ຄວາມຈິງໃຈສະຫນິດສະຫນົມຂອງປະຊາຊົນລາວ.

        “ເມື່ອເຂົ້າຮ້ານອາຫານຢູ່ແຄມທາງ, ນ້ອງສັ່ງເຍື່ອງອາຫານຕຳໝາກຮຸ່ງ ແຕ່ເພັດໂພດ ກິນບໍ່ໄດ້, ເຈົ້າຂອງຮ້ານໄດ້ປ່ຽນເຍື່ອງອານຫານອື່ນໃຫ້ພວກນ້ອງແຕ່ບໍ່ເກັບຄ່າ.”

        “ມີເພື່ອນລາວຜູ້ຫນຶ່ງຮຽນພ້ອມກັບພວກນ້ອງຢູ່ໂຮງຮຽນ ໄດ້ພາພວກນ້ອງມາພັກອາໄສໃນບ້ານຂອງຕົນ, ນອກນັ້ນລາວຍັງແນະນຳໃຫ້ພວກນ້ອງໄປທ່ຽວຊົມທິວທັດທຳມະຊາດສວຍງາມຢູ່ຕົວເມືອງນີ້. ບັນດາເຍື່ອງອາຫານຢູ່ທີ່ນີ້ແມ່ນແຊບນົວທີ່ສຸດ, ຊາວລາວຮັກແພງແຂກຄົນ. ນັ້ນແມ່ນຄວາມປະທັບໃຈທີ່ເຮັດໃຫ້ພວກນ້ອງບໍ່ອາດຫລົງລືມໄດ້ໃນລາຍການທ່ອງທ່ຽວລາວ.”

        ດ້ວຍຄ່າໃຊ້ຈ່າຍທັງໝົດໃຫ້ແກ່ການທ່ອງທ່ຽວລາວແມ່ນປະມານ 8 ລ້ານດົງ/ຄົນ (ເທົ່າກັບ 380 USD). ເມື່ອກັບເມືອປະເທດ, ມີໝູ່ເພື່ອນອື່ນຫຼາຍຄົນ ໄດ້ມາຖາມກຸ່ມເພື່ອນຫນຸ່ມນາມ ເຟືອງ ກ່ຽວກັບບົດຮຽນໃນລາຍການທ່ອງທ່ຽວເຖິງລາວ, ພວກນ້ອງໄດ້ແບ່ງປັນ ບັນດາບົດຮຽນເຊິ່ງກຸ່່ມຂອງຕົນຖອດຖອນມາໄດ້ຈາກການທ່ອງທ່ຽວ ແລະ ຫວັງວ່າ ກຸ່ມໝູ່ເພື່ອນຂອງຕົນຈະມີໂອກາດໄປຄົ້ນຫາຄວາມງາມຢູ່ສະຖານທີ່ອື່ນໃນປະເທດລ້ານຊ້າງອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ