ການຮ່ວມມືດ້ານການສຶກສາບຳລຸງສ້າງ ຫວຽດນາມ - ລາວ ນັບມື້ນັບ ໄດ້ຮັບການຍົກສູງຂຶ້ນ


(vovworld)- ຫວຽດ​ນາມ ແລະ ລາວ ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ມີ​ການພົວ​ພັນ​ສະ​ຫນິດ​ຕິດ​ພັນ​​ນຳ​ກັນມາ​ແຕ່​ດົນ​ນານ. ໃນ​ປະ​ຫວັດ​ສາດ​​ແຫ່ງ​ການຕໍ່​ຍູ້​ຍາດ​ເອົາ​ເອ​ກະ​ລາດ, ເສ​ລີ​ພາບ​ຂອງ​ແຕ່​ລ​ະ​ປະ​ເທດ, ສາຍ​ພົວ​ພັນ​ນີ້​ຍິ່ງ​ພິ​ເສດກວ່າ ເມື່ອ ສອງພັກ ແລະ ​ສອງລັດ​ຍາມ​ໃດ​​ກໍ​ຖື​ວ່າ ແມ່ນ​ສາຍ​ພົວ​ພັນ​ຍຸດ​ທະ​ສາດທີ່​ມີ​ລັກ​ສະ​ນະ​ເປັນ​ຕາຍຂອງ​ແຕ່​ລະ​ປະ​ເທດ. ພິ​ເສດ ນັບ​ແຕ່​ເມື່ອ​ປີ 1977, ສອງ​ລັດ ໄດ້​ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື. ໃນ​ນັ້ນ ການ​ຮ່ວມ​ມື​ວັດ​ທະ​ນະ​ທຳ ການ​ສຶກ​ສາ ບຳ​ລຸງ​ສ້າງ ໄດ້​ຮັບ​ຖື​ວ່າ​ແມ່ນ​ຂົງ​ເຂດ​ຮ່ວມ​ມື​ພື້ນ​ຖານ ແລະ ເປັນ​ຈຸດ​ສຸມ​ຂອງ​ສາຍ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ.

ການຮ່ວມມືດ້ານການສຶກສາບຳລຸງສ້າງ ຫວຽດນາມ - ລາວ ນັບມື້ນັບ ໄດ້ຮັບການຍົກສູງຂຶ້ນ - ảnh 1
ທ່ານ​ສົມ​ພອນ ສີ​ຈະ​ເລີນ, ເອກ​ອັກ​ຄະ​ລັດ​ຖະ​ທູດລາວ
ປະ​ຈຳ​ຫວຽດ​ນາມມອບ​ໃບ​ຍ້ອງ​ຍໍ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ
ພາບ:vov

        ເພື່ອ​ພັດ​ທະ​ນາ ແລະ ຍົກ​ສູງ​ຄຸນ​ນະ​ພ​າບ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ແຕ່​ຊຸ​ມ​ປີ 90 ຂອງ​ສັດ​ຕະ​ວັດ​ທີ 20, ໃນ​ການ​ກຳ​ນົດ​ທິດ​ຮ່ວມ​ມື​ຂອງ​ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ, ສອ​ງ​ປະ​ເທດ​ໄດ້ມີ​ແຜນ​ນະ​ໂຍ​ບາຍ ບຳລຸງ​ສາງ​ນັກ​ສຶກ​ສາ​ລາວ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ, ເພີ່ມ​ຈຳ​ນວນ​ຜູ້​​ມາຮຽນ​ປະ​ລິ​ຍາ​ໂທ ແລະ ປະ​ລິ​ຍາ​ເອກ, ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ຂະ​ແຫນງ​ປາຍ​ແຫລ​ມ​ຄື: ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ, ເຕັກ​ນິກ. ດ້ວຍ​ທັດ​ສະ​ນະ​ນັ້ນ, ໃນ​​ວິ​ວັດ​ການ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ເວົ້າ​ລວມ, ໃນ​ໄລ​ຍະ 20 ປີ​ຜ່ານ​ມາ​ເວົ້າ​ສະ​ເພາະ, ຫວຽດ​ນາມ ໄດ້​ສະ​ຫງວນ​ແຫລ່ງ​ງົບ​ປະ​ມານ​ໃຫ້​ແກ່ ລາວ ບໍ່​ຫນ້ອຍ ແລະ ຫນູນ​ຊ່ວຍ​ດ້ານ​ການ​ສຶກ​ສາ​ບຳ​ລຸງ​ສ້າງ​ຢ່າງຮອບ​ດ້ານ. ຝ່າຍ​ລາວ ໄດ້​ສົ່ງ​ນັກ​ສຶກ​ສາ, ພະ​ນັກ​ງານ, ນັກ​ຄົ້ນ​ຄ້​ວາ ນັບ​ໝື່ນໆ​ຄົນ ມາ​ຮ່ຳ​ຮຽນ, ຄົ້ນ​ຄ້​ວາ​ຢູ່​ຫວຽດ​ນາມ. ທ່ານ​ນາງ ຫງວຽນ​ທ​ິ​ແທງ​ມີງ, ຮອງ​ຫົວ​ຫນ້າ​ກົມ​ບຳ​ລຸ​ງ​ສ້າງ​ກັບ​ຕ່າງ​ປະ​ເທດ ໃຫ້​ຮູ້​ວ່າ:

        “ໃນ​ຊຸມ​ປີ​ຜ່ານ​ມາ, ກົມ​ບຳ​ລຸ​ງ​ສ້າງ​ກັບ​ຕ່າງ​ປະ​ເທດ, ສັງ​ກັດ​ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ຫວຽດ​ນາມ ໄດ້​ຮັບ​ຫນ້າ​ທີ່ຄຸ້ມ​ຄອງ ແລະ ບຳ​ລຸງ​ສ້າງ​ນັກ​ສຶກ​ສາຕ່າງ​ປະ​ເທດ​ມາ​ຮ່ຳ​ຮຽນ​ຢູ່​ຫວຽດ​ນາມ, ​ໃນ​ນັ້ນສ່ວນຫລາຍ​ແມ່ນ​ນັກ​ສຶກ​ສາ​ລາວ. ໄລ່​ຮອດ​ປີ 2014, ຈຳ​ນວນ​ນັກ​ສຶກ​ສາ​ລາວ ມາ​ຮຽນ​ຢູ່​ຫວຽດ​ນາມ ເກືອບ 8000 ຄົນ. ໃນການ​ກຳ​ນົດ​ໃຫມ່ ສຳ​ລັບ​ນັກ​ສຶກ​ສາ​ລາວ​ມາ​ຮ່ຳ​ຮຽນ​ຢູ່​ຫວຽດ​ນາມ ຈະ​ໄດ້​ຍົກ​ເວັ້ນ​ວິ​ຊາປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ ແທນ​ທີ່ນັ້ນ ແມ່ນ​ຊົ່ວ​ໂມງ​ຮຽນ​ພາ​ສາ​ຫວຽດ ເພື່ອ​ສາ​ມາດ​ຍົກ​ສູງ​ລະ​ດັບ​ດ້ານ​ພາ​ສາ​ຫວຽດ​ກວ່າ​ອີກ. ເມື່ອ​ມາ​ຮຽນ​ຢູ່ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ຫວຽດ​ນາມ, ບັນ​ດາ​ນັກ​ສຶກ​ສາ​ສືບ​ຕໍ່​ໄດ້​ຮັບ​ການ​ບຳ​ລຸງ​ສ້າ​ງ​ພາ​ສາ​ຫວຽດ ຕື່ມ​ອີກ ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ກາ​ນ​ຮຽນ.”

ການຮ່ວມມືດ້ານການສຶກສາບຳລຸງສ້າງ ຫວຽດນາມ - ລາວ ນັບມື້ນັບ ໄດ້ຮັບການຍົກສູງຂຶ້ນ - ảnh 2
ນັກ​ສຶກ​ສາ​ຫວຽດ​ນາມ​ຢູ່​ລາວ ແລະ ນັກ​ສຶກ​ສາ​ລາວ ​​ພ້ອມ​ກັນ​ເຂົ້າ​ຮ່ວມ​ລາຍ​ການ​ສະ​ແດງ​ສິ​ລະ​ປະ
ພາບ:vietbao.vn

        ບົນ​ພື້ນ​ຖານ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ຂອງ​ການ​ນຳ​ສອງ​ພັກ, ສອງ​ລັດ, ຫວຽດ​ນາມ ແລະ ລາວ ໄດ້​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ແລະ ຄະ​ນະ​ກຳ​ມາ​ທິ​ການ​ຮ່ວມ​ມື​ຢູ່​ແຕ່​ລະ​ປະ​ເທດ ເພື່ອ​ສຳ​ຫລວດກວດ​ຄືນ, ຕີ​ລາ​ຄາ​ສະ​ພາບ​ການ​ຮ່ວມ​ມືດ້ານ​ວັດ​ທະ​ນະ​ທຳ-ການ​ສຶກ​ສາ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂອບ​ເຂດ​ຮ່ວມ​ມື​ສອງ​ຝ່າຍ. ສອງ​ຝ່າຍ ໄດ​້​ລົງ​ນາມ​ແຜນ​ການ​ຮ່ວມ​ມື​ໄລ​ຍະ​ກາງ ແລະ ຍາວ​ຄື: ໂຄງ​ການ​ຮ່ວມ​ມື​ໄລ​ຍະ 1992-1995, 1996-2000, 2001-2005, ຍຸດ​ທະ​ສາດ​ຮ່ວມ​ມື​ໄລ​ຍະ 2001-2010 ແລະ ການ​ກຳ​ນົດ​ທິດ​ຮອດ​ປີ 2020. ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ- ບຳ​ລຸງ​ສ້າງ ແມ່ນ​ຂົງ​ເຂດ​ຊື່ງ​ສອງ​ພັກ, ສອງ​ລັດ ກຳ​ນ​ົດ​ວ່າ ແມ່ນ​ຫນ້າ​ທີ່​ສຳ​ຄັນ, ແມ່ນ​ຂົງ​ເຂດ​ຮ່ວມ​ມື​ຍຸດ​ທະ​ສາດ ແລະ ຍາມ​ໃດ​ກ​ໍ​ໄດ​້​ຮັບ​ການ​ບຸ​ລິ​ມະ​ສິດ​ຕົ້ນ​ຕໍ. ​ຮຈ.​ດຣ. ກອງ​ສີ ແສງ​ມະນີ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ລາວ ໃຫ້​ຮູ້​ວ່າ:

ສຽງ​ທ່ານກອງ​ສີ

        ຕໍ່​ຫນ້າ​ຄວາ​ມ​ຮຽກ​ຮ້ອງ​ຕ້ອງ​ການ​ການ​ພັດ​ທະ​ນາ​ຂອງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ໃຫມ່, ເລື່ອງ​ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ການ​ບຳ​ລຸງ​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ສູງ​ໃຫ້​ແກ່ ລາວ ແມ່ນ​ຫນ້າ​ທີ່​ການ​ເມືອງ​ສຳ​ຄັນ, ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຂອງ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​​ໄລ​ຍະ 2011-2020. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື ຫວຽດ​ນາມ - ລາວ ໃນ​ຂົງ​ເຂດ​ການ​ສຶກ​ສາ ແລະ ພັດ​ທະ​ນາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ຫວຽດ​ນາມ ພ້ອມ​ກັບ​ກະ​ຊວງ​ສຶກ​ສາ ແລະ ກິ​ລາ ລາວ ຈະ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຮ່ວ​ມ​ມື ກ່ຽວ​ກັບ​ດ້ານ​ການ​ສຶກ​ສາ. ທ່ານ ສົມ​ພອນ ສີ​ຈະ​ເລີນ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ ລາວ ປະ​ຈຳ​ຫວຽດ​ນາມ ໄດ້​ເນັ້ນ​ຫນັກ​ວ່າ:

ສຽງ​ທ່ານ ສົມ​ພອນ

        ຫວນ​ຄືນ​ໄລ​ຍະ​ປະ​ຫວັດ​ສາດ​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ລາວ, ນັບ​ແຕ່​ເມື່ອ​ສອງ​ປະ​ເທດ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປ​ະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ຍາມ​ໃດ​ກໍ​ໄດ້​ຮັບ​ການ​ຮັກ​ສາ ແລະ ພັດ​ທະ​ນາ​ທັງ​ລວງກວ້າງ​ແລະ​ລວງ​ເລິກ, ບັນ​ລຸ​ໄດ້​ຜົນ​ງານ​ຫລາຍ​ຢ່າງ​ໃນ​ດ້ານ​ການ​ສຶກ​ສາ​ບຳ​ລຸງ​ສ້າງ. ບັນ​ດາ​ໝາກ​ຜົນ​ນັ້ນ ໄດ້​ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄູ​ນ​ສ້າງ​​ຄວາມ​ສາ​ມັກ​ຄີມ​ິດ​ຕະ​ພາບ ລະ​ຫວ່າງ​ສອງ​ປະ​ເທດ​ຫວຽດ​ນາມ ແລະ ລາວ​ໃຫ້ ນັບ​ມື້​ນັບ​ພັດ​ທະ​ນາ​ ແລະ​ ສະ​ຫນິດ​ຕິດ​ພັນກວ່າ​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ